ສື່​ມວນຊົນອາຊີ ໃຫ້ຂໍ້ສັງເກດຕໍ່​ການ​ແຂ່ງຂັນຮອບຮອງຊະນະເລີດ AFF Cup ​ລະຫວ່າງ ຫວຽດນາມ ​ແລະ ​ໄທ

06:30 | 24/12/2021

ຍສໝ - ສື່​ມວນ​ຊົນບາງປະເທດໃນ​ອາຊີ​ ​ໄດ້​ປຶກສາ​ຫາລືວິເຄາະ​ຢ່າງ​ຕໍ່​ເນື່ອງ​ຮອບ​ຮອງ​ຊະນະ​ເລີດ​ລະຫວ່າງ​ທີມ​ຊາດ​ຫວຽດນາມ ​ແລະ ​ໄທ ​ໃນ​ການ​ແຂ່ງຂັນຮອບ​ຮອງ​ຊະນະ​ເລີດ AFF Cup ​2020 (ນັດທີ 1 ໃນວັນທີ 23 ແລະນັດທີ 2 ໃນວັນ 26 ທັນວາ)…

AFF Cup 2020: ຫວຽດນາມ ພົບ ໄທ ໃນຮອບຮອງຊະນະເລີດ AFF Cup 2020: ຫວຽດນາມ ພົບ ໄທ ໃນຮອບຮອງຊະນະເລີດ
AFF Cup 2020: ສິງ​ກະ​ໂປ, ໄທ ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ມື້​ໄຂ​ງານ​ແຂ່ງ​ຂັນ AFF Cup 2020: ສິງ​ກະ​ໂປ, ໄທ ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ມື້​ໄຂ​ງານ​ແຂ່ງ​ຂັນ

ເວັບໄຊກິລາທີ່ມີຊື່ສຽງຂອງອາຊີ The AFC ຂຽນວ່າ: ໃນການແຂ່ງຂັນຄັ້ງນີ້, ໄດ້ຜ່ານຮອບແບ່ງກຸ່ມ, ເຈົ້າພາບ ສິງກະໂປ ເຂົ້າສູ່ຮອບຮອງຊະນະເລີດ AFF Cup ເປັນຄັ້ງທຳອິດນັບຕັ້ງແຕ່ປີ 2012 ໃນຂະນະທີ່ທີມເຄີຍໄດ້ຮອງຊະນະເລີດ 5 ຄັ້ງເຊິ່ງແມ່ນ ອິນ​ໂດ​ເນ​ເຊຍ ປາດ​ຖະໜາ​ຢາກ​ໄດ້​ແຊ້ມ​ເທື່ອ​ໜຶ່ງ, ​ແຕ່​ຄວາມ​ສົນ​ໃຈ​ທັງ​ໝົດ​ແມ່ນ​ຢູ່​ໃນ​ການ​ແຂ່ງຂັນ​ລະຫວ່າງ​ທີມ​ ຫວຽດນາມ ​ແລະ ​ໄທ.

ສື່​ມວນຊົນອາຊີ ໃຫ້ຂໍ້ສັງເກດຕໍ່​ການ​ແຂ່ງຂັນຮອບຮອງຊະນະເລີດ AFF Cup ​ລະຫວ່າງ ຫວຽດນາມ ​ແລະ ​ໄທ
ສື່​ມວນຊົນອາຊີ ໃຫ້ຂໍ້ສັງເກດຕໍ່​ການ​ແຂ່ງຂັນຮອບຮອງຊະນະເລີດ AFF Cup ​ລະຫວ່າງ ຫວຽດນາມ ​ແລະ ​ໄທ. ພາບ: nld.com.vn

The AFC ໃຫ້ຂໍ້ສັງເກດວ່າ “ບານ​ເຕະ​ຫວຽດ​ນາມ ພວມ​ຢູ່​ໃນ​ໄລຍະຈຸດສູງພາຍ​ໃຕ້​ການ​ນໍາພາຂອງ​ຄູ​ຝຶກ Park Hang-seo. ດ້ວຍ​ບັນດາ​ນັກເຕະ​ທີ່​ມີ​ຊື່​ສຽງ​ຄື ຫງວຽນ​ກວາງ​ຫາຍ, ຫງວຽນ​ຕ໋ຽນ​ລິງ ຫຼື ຫງວຽນ​ກົງ​ເຟືອງ, ​ແນ່ນອນ​ວ່າ “ນັກ​ຮົບ​ດາວ​ຄຳ” ມີ​ຄຸນສົມບັດ​ຢ່າງພຽງພໍ​ເພື່ອ​ປ້ອງ​ກັນ​ແຊ້ມ​ໃນ​ການແຂ່ງຂັນຄັ້ງ​ນີ້”.

​ໃນ​ຂະນະ​ນັ້ນ, ໜັງສືພິມ Straits Times ​ໄດ້​ຂຽນ​ວ່າ: ຮອບ​ຮອງ​ຊະນະ​ເລີດ AFF Cup 2020 ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ແຟນບານ​ອາຊີ ​ເມື່ອ​ເຫັນ​ການ​ແຂ່ງຂັນ​ລະຫວ່າງ​ທີມປ້ອງ​ກັນ​ແຊ້ມ ຫວຽດນາມ ​ແລະອະດີດ​ທີມ​ແຊ້ມ 5 ​ສະໄໝ - ​ໄທ.

ນີ້​ແມ່ນ 2 ທີມ​ທີ່​ແຂງທີ່​ສຸດ​ໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໃນປະຈຸບັນ ​ແລະ ​ໃນ 3 ນັດແຂ່ງຂັນກັນ​ທີ່​ຜ່ານ​ມາ, ​ທີມ​ຫວຽດນາມ ​ໄຊຊະນະທີມໄທ 1 ນັດ ​ແລະ ສະເໝີ 2 ນັດ.

ບູນມີ

ເຫດການ
302 Found

Found

The document has moved here.