ຍສໝ - ໂດຍໄດ້ຮັບຄຳເຊີນຂອງຄະນະຈັດຕັ້ງກອງປະຊຸມ Shangri – La, ໃນວັນທີ 30 ພຶດສະພາ 2019, ທ່ານພົນເອກ ໂງ ຊວນ ລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ນຳໜ້າຄະນະຜູ້ແທນ ການທະຫານຂັ້ນສູງຫວຽດນາມ ເດີນທາງໄປເຂົ້າຮ່ວມກອງປະຊຸມ Shangri – La ຄັ້ງທີ 18, ເຊິ່ງໄດ້ດຳເນີນໃນລະຫວ່າງວັນທີ 31 ພຶດສະພາ - 2 ມິຖຸນາ 2019 ຢູ່ ສິງກະໂປ.
ຍສໝ - ເປັນຄັ້ງທຳອິດ, ຄະນະຜູ້ແທນວິສາຫະກິດຫວຽດນາມ ເກືອບ 20 ຄົນໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວເຊື່ອມຕໍ່ການຄ້າໂດຍກົງກັບບັນດາວິສາຫະກິດ, ລະບົບຈຳໜ່າຍ, ຮ້ານຄ້າຂາຍຍ່ອຍ ແລະ ຜູ້ນຳເຂົ້າຢູ່ ໂຄລົມບີ ແລະ ຈີເລ.
ຍສໝ - ພາກເໜືອ ຫວຽດນາມ ພວມປະເຊີນໜ້າກັບສະພາບຝົນຕົກນ້ຳຖ້ວນຢ່າງສັບສົນ, ເຮັດໃຫ້ເກີດຄວາມເສຍຫາຍຢ່າງໜັກໜ່ວງຕໍ່ຊີວິດອິນຊີ ແລະ ຊັບສິນ. ບັນດາກຳລັງເຈົ້າທີ່ ໄດ້ຜັນຂະຫຍາຍການປະຕິບັດການກູ້ໄພຢ່າງວ່ອງໄວ ແລະ ໜູນຊ່ວຍປະຊາຊົນຢູ່ເຂດປະສົບໄພຢ່າງຮ້າຍແຮງຄື: ລາວກາຍ, ອຽນບ໋າຍ, ກາວບັງ... ຄວາມມານະພະຍາຍາມປ້ອງກັນໄພນ້ຳຖ້ວມ ພວມໄດ້ຮັບການຜັນຂະຫຍາຍຢ່າງຮີບດ່ວນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານ ເວືອງດິ່ງເຫ້ວ, ກຳມະການກົມການເມືອງ, ເລຂາຄະນະພັກສະພາແຫ່ງຊາດ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄັ້ງທີ 4 ຂອງຄະນະຊີ້ນຳກໍ່ສ້າງບັນດາຫົວເລື່ອງແບ່ງໜ້າທີ່ໃຫ້ຄະນະພັກສະພາແຫ່ງຊາດ ຂຶ້ນກັບແຜນຮ່າງ “ຍຸດທະສາດກໍ່ສ້າງ ແລະ ບູລະນະ ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ຮອດປີ 2030, ກໍານົດທິດເຖິງປີ 2045”.
ວັນທີ 26 ທັນວາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງໄດ້ເປັນປະທານກອງປະຊຸມກົມການເມືອງເພື່ອປະກອບຄຳຄິດເຫັນໃສ່ແຜນການເຮັດວຽກຂອງກົມການເມືອງ, ຄະນະເລຂາທິການ ປີ 2020, ພິຈາລະນາ, ຕົກລົງກ່ຽວກັບວຽກງານພະນັກງານ ແລະ ບາງບັນຫາສຳຄັນອື່ນ.
ຍສໝ - ນີ້ແມ່ນໂອກາດເພື່ອໃຫ້ສອງຝ່າຍກວດຄືນ ແລະ ສະເໜີການກຳນົດທິດການຮ່ວມມືອາຊຽນ - ລັດເຊຍໃນໄລຍະຈະມາເຖິງ ພ້ອມທັງແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ຕ່າງຝ່າຍຕ່າງມີຄວາມສົນໃຈ.
ຍສໝ - ລັດຖະມົນຕີ 2 ທ່ານ ມີການແລກປ່ຽນຢ່າງກ້ວາງຂວາງ ແລະ ແທດຈິງ, ສຸມໃສ່ກວດກາຄືນບັນດາເນື້ອໃນການຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ແລະ ການກະກຽມໃຫ້ແກ່ການເຄື່ອນໄຫວວຽກງານການຕ່າງປະເທດຂັ້ນສູງລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.
ທ່ານ Csaba Kőrösi ໃຫ້ຮູ້ວ່າ, ບຸລິມະສິດຕົ້ນຕໍໃນອາຍຸການປະທານສະມັດຊາໃຫຍ່ ສປຊ ຊຸດທີ 77 (ອາຍຸການ 2022 – 2023) ຈະລວມມີການຊຸກຍູ້ແກ້ໄຂການປະທະກັນໂດຍສັນຕິວິທີ, ຍົກສູງລັດທິຫຼາຍຝ່າຍ, ເນັ້ນໜັກເຖິງບົດບາດຂອງ ສປຊ, ເພີ່ມທະວີຄວາມສາມັກຄີລະຫວ່າງບັນດາປະເທດສະມາຊິກ, ຊຸກຍູ້ການພັດທະນາແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການໝູນໃຊ້ວິທະຍາສາດ ແລະ ຮັບປະກັນສິດທິມະນຸດ.
ຍສໝ - ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ໄດ້ຢັ້ງຢືນວ່າ ໃນຕະຫຼອດໄລຍະ 45 ປີທີ່ຜ່ານມາ, ເຖິງວ່າສະພາບການໂລກ ແລະ ພາກພື້ນມີການຜັນແປສັບສົນໂດຍໄວ ກໍ່ຕາມ, ແຕ່ການພົວພັນມິດຕະພາບແບບຍິ່ງໃຫຍ່, ຄວາມສາມັກຄີສັດຊື່ບໍລິສຸດ, ສ່ອງໃສ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ ແລະ ຫວຽດນາມ ໂດຍທ່ານ ປະທານໂຮ່ຈີມິນທີ່ຍິ່ງໃຫຍ່, ປະທານສຸພານຸວົງ ສ້າງຕັ້ງ ແລະ ອອກເຫືອເທແຮງເພີ່ມພູນຄູນສ້າງ ພ້ອມກັບການນຳ, ນັກປະຕິວັດ ຫຼາຍລຸ້ນຄົນ ແລະ ປະຊາຊົນສອງປະເທດສືບຕໍ່ເສີມຂະຫຍາຍ ແລະ ປັດຈຸບັນໄດ້ກາຍເປັນຊັບສົມບັດອັນລ້ຳຄ່າຂອງສອງປະເທດ.
ຍສໝ - ຫວ່າງແລ້ວນີ້, ກົມໃຫຍ່ກິລາກາຍຍະກຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2021 ແລະ ຜັນຂະຫຍາຍໜ້າທີ່ປີ 2022 ຂອງ ກິລາ ຫວຽດນາມ.
ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກ໊ວກຢຸງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນຂອງບັນດາປະເທດອາຊຽນຕໍ່ຫວຽດນາມ ໃນປີ 2020
ຍສໝ - ຕອນເຊົ້າວັນທີ 9 ສິງຫາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນສະມາຄົມນັກທຸລະກິດນັກຮົບເກົ່າ ຫວຽດນາມ ຄັ້ງທີ 3.
ໂດຍຕອບສະໜອງຕາມຄຳເຊີນຂອງທ່ານສາດສະດາຈານ Klaus Schwab, ຜູ້ກໍ່ຕັ້ງ ແລະ ປະທານບໍລິຫານເວທີປາໄສເສດຖະກິດໂລກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງທ໊າຍ ຈະເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 52 ຂອງເວທີປາໄສເສດຖະກິດໂລກແຕ່ວັນທີ 23 - 24 ພຶດສະພາ ຢູ່ Davos, ປະເທດ ສະວິດ.
ທ່ານ Moon Jea-in ໄດ້ເວົ້າວ່າ ຮອດເວລາຊຸກຍູ້ການຈັດຕັ້ງກອງປະຊຸມສຸດຍອດລະຫວ່າງ ສ.ເກົາຫຼີ - ສປປ.ເກົາຫຼີ ແລ້ວ
ຍສໝ - ມາຮອດປັດຈຸບັນ, ຫວຽດນາມມີຍອດຈຳນວນຜູ້ຕິດເຊື້ອໃໝ່ຕື່ມອີກ ແມ່ນ 349 ຄົນ ໃນນັ້ນມີຜູ້ເຂົ້າເມືອງຕິດເຊື້ອ 209 ຄົນ ທີ່ໄດ້ຮັບການແຍກຕົວຢ່າງທັນທີ, ດັ່ງນັ້ນບໍ່ສາມາດແຜ່ລາມອອກສູ່ໃນຊຸມຊົນ.
ອາທິດແລ້ວ, ກອງປະຊຸມຄະນະຊີ້ນຳລະດັບຊາດຂອງການສຳຫຼວດສະຖິຕິກະສິກຳທົ່ວປະເທດ ຄັ້ງທີ III ປີ 2019 ຈັດຂຶ້ນຢູ່ກະຊວງການເງິນ ໂດຍເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະຊີ້ນຳລະດັບການສຳຫຼວດສະຖິຕິກະສິກຳທົ່ວປະເທດ ຄັ້ງທີ III ປີ 2019 ມີບັນດາຄະນະຊີ້ນຳລະດັບຊາດເຂົ້າຮ່ວມ.
ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ສະແດງຄວາມຮູ້ບູນຄຸນຕໍ່ ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ອັນໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ. ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ໄດ້ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລ ບັນດາວິລະຊົນ, ຜູ້ມີຄຸນງາມຄວາມດີ, ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ໄດ້ຈັດຕັ້ງພິທີລະນຶກເຖິງໄພພິບັດທາດພິດສີສົ້ມ ຢູ່ຫວຽດນາມ ຄົບຮອບ 60 ປີ (10 ສິງຫາ 1961 – 10 ສິງຫາ 2021).
ຕອນບ່າຍວັນທີ 2 ກຸມພາ, ຢູ່ຮ່າໂນ້ຍ, ຄະນະພັກຫ້ອງວ່າການສູນກາງພັກ ໄດ້ຈັດຕັ້ງພິທີມອບກາໝາຍ 55 ປີເປັນສະມາຊິກພັກໃຫ້ແກ່ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ.
ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການດ້ານການເມືອງ, ເສດຖະກິດ,ສັງຄົມ ຂອງແຕ່ລະປະເທດ, ຕີລາຄາສູງບັນດາບາດກ້າວພັດທະນາທີ່ຕັ້ງໜ້າໃນການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ອິດສະລາແອັນ ໃນໄລຍະຜ່ານມາ.