ຫວຽດ​ນາມ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບຸ​ລິ​ມະ​ສິດ​ແຫ່ງ​ຊາດ ກັບ​ປະ​ທານ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 77 ຄົນ​ໃໝ່

17:53 | 20/08/2022

ທ່ານ Csaba Kőrösi ໃຫ້ຮູ້ວ່າ, ບຸລິມະສິດຕົ້ນຕໍໃນອາຍຸການປະທານສະມັດຊາໃຫຍ່ ສປຊ ຊຸດທີ 77 (ອາຍຸການ 2022 – 2023) ຈະລວມມີການຊຸກຍູ້ແກ້ໄຂການປະທະກັນໂດຍສັນຕິວິທີ, ຍົກສູງລັດທິຫຼາຍຝ່າຍ, ເນັ້ນໜັກເຖິງບົດບາດຂອງ ສປຊ, ເພີ່ມທະວີຄວາມສາມັກຄີລະຫວ່າງບັນດາປະເທດສະມາຊິກ, ຊຸກຍູ້ການພັດທະນາແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການໝູນໃຊ້ວິທະຍາສາດ ແລະ ຮັບປະກັນສິດທິມະນຸດ.

ທ່ານ ດັ້ງຮວ່າງອານ ຮອງລັດຖະມົນຕີກະຊວງ​ອຸດສາຫະກຳ ແລະ​ ການ​ຄ້າຫວຽດນາມ: ຫວຽດ​ນາມ ໃຫ້​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ພະ​ລັງ​ງານ​ສະ​ອາດ ທ່ານ ດັ້ງຮວ່າງອານ ຮອງລັດຖະມົນຕີກະຊວງ​ອຸດສາຫະກຳ ແລະ​ ການ​ຄ້າຫວຽດນາມ: ຫວຽດ​ນາມ ໃຫ້​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ພະ​ລັງ​ງານ​ສະ​ອາດ
ໄວ​ໜຸ່ມ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ຂໍຂານ​ອາ​ສາ​ຂຽນ​ຕໍ່​ໜ້າ​ປະ​ຫວັດ​ສາດ​ໃໝ່​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ ໄວ​ໜຸ່ມ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ຂໍຂານ​ອາ​ສາ​ຂຽນ​ຕໍ່​ໜ້າ​ປະ​ຫວັດ​ສາດ​ໃໝ່​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ວັນທີ 19 ສິງຫາ, ທີ່ສຳນັກງານ ສປຊ ຢູ່ ນິວຢອກ, ປະເທດ ອາເມລິກາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ມີການເຮັດວຽກກັບທ່ານປະທານສະມັດຊາໃຫຍ່ ສປຊ ຊຸດທີ 77 ຄົນໃໝ່ Csaba Kőrösi ເພື່ອແລກປ່ຽນກ່ຽວກັບຈຸດໃຈກາງວຽກງານຂອງ ສະມັດຊາໃຫຍ່ ສປຊ ໃນໄລຍະຈະມາເຖິງ ກໍຄືບັນດາບຸລິມະສິດ, ຄວາມສົນໃຈຂອງ ຫວຽດນາມ.

ທີ່ການເຮັດວຽກ, ທ່ານ Csaba Kőrösi ໃຫ້ຮູ້ວ່າ, ບຸລິມະສິດຕົ້ນຕໍໃນອາຍຸການປະທານສະມັດຊາໃຫຍ່ ສປຊ ຊຸດທີ 77 (ອາຍຸການ 2022 – 2023) ຈະລວມມີການຊຸກຍູ້ແກ້ໄຂການປະທະກັນໂດຍສັນຕິວິທີ, ຍົກສູງລັດທິຫຼາຍຝ່າຍ, ເນັ້ນໜັກເຖິງບົດບາດຂອງ ສປຊ, ເພີ່ມທະວີຄວາມສາມັກຄີລະຫວ່າງບັນດາປະເທດສະມາຊິກ, ຊຸກຍູ້ການພັດທະນາແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການໝູນໃຊ້ວິທະຍາສາດ ແລະ ຮັບປະກັນສິດທິມະນຸດ.

ເນື່ອງໃນໂອກາດນີ້, ທ່ານ Csaba Kőrösi ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ ສະມັດຊາໃຫຍ່ ສປຊ ໄດ້ເລືອກຕັ້ງຫວຽດນາມ ເປັນຮອງປະທານຂອງຊຸດທີ 77 ແລະ ຢັ້ງຢືນວ່າ ຢາກຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.