ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່ອ​າ​ວຸ​ໂສ​ອາ​ຊຽນ - ລັດ​ເຊຍ​ຄັ້ງ​ທີ 17

08:03 | 28/01/2021

ຍ​ສ​ໝ - ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ສອງ​ຝ່າຍກວ​ດ​ຄືນ ແລະ ສະ​ເໜີ​ການ​ກຳ​ນົດ​ທິດ​ການ​ຮ່ວມ​ມື​ອາ​ຊຽນ - ລັດ​ເຊຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ພ້ອມ​ທັງ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ ຕ່າ​ງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ລັດ​ເຊຍ​ ຍົກ​ເລີກ​​ຂໍ້​ຈຳ​ກັດ​ການ​ເຂົ້າ​ເມືອງ ສຳ​ລັບ​ປະ​ເທດ ຫວຽດ​ນາມ
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ
ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່ອ​າ​ວຸ​ໂສ​ອາ​ຊຽນ - ລັດ​ເຊຍ​ຄັ້ງ​ທີ 17
ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂັ້ນ​ສູງ (SOM) ອາ​ຊຽນ - ຊັດ​ເຊຍ​ຄັ້ງ​ທີ 17

ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂັ້ນ​ສູງ (SOM) ອາ​ຊຽນ - ຊັດ​ເຊຍ​ຄັ້ງ​ທີ 17 ຕາມ​ຮູບ​ການ​ທາງ​ອອນ​ລາຍ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 26 ມັງ​ກອນ 2021, ໂດ​ຍ​ລັດ​ເຊຍ ແລະ ອິນ​ໂດ​ເນ​ເຊຍ ເຊິ່ງ​ແມ່ນ​ປະ​ເທດ​ປະ​ສານ​ງານ​ການ​ພົວ​ພັນ​ອາ​ຊຽນ - ລັດ​ເຊຍ ເປັນ​ປະ​ທານ​ຮ່ວມ. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ສຳຫຼວດ​ກາດ​ກາ ແລະ ສະ​ເໜີ​ການ​ກຳ​ນົດ​ທິດ​ການ​ຮ່ວມ​ມື​ອາ​ຊຽນ - ລັດ​ເຊຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ພ້ອມ​ທັງ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ ຕ່າ​ງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ທ່ານ Igor Morgulov ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ ຢັ້ງ​ຢືນ​ວ່າ ຖື​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລະ​ຫວ່າງ ອາ​ຊຽນ - ລັດ​ເຊຍ ແລະ ບັນ​ດາ​ກົນ​ໄກ​ຮ່ວມ​ມື​ໃນ​ພາກ​ພື້ນ​ໂດຍ​ອາ​ຊຽນ​ນຳ​ໜ້າ, ເນັ້ນ​ໜັກ​ວ່າ ລັດ​ເຊຍ ແລະ ອາ​ຊຽນ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ມີ​ແນວ​ຄິດ​ແນວ​ກັນ​ໃນ​ເວ​ທີ​ສາ​ກົນ, ທ່ານ​ກໍ່​ສະ​ໜັບ​ສະ​ໜູນ​ອາ​ຊຽນ​ໃນ​ການ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ, ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ເປັນ​ໃຈ​ກາງ ໃນ​ໂຄງ​ປະ​ກອບ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ກວມ​ລວມ ແລະ ເຄົາ​ລົບ​ກົດ​ໝາຍ​ສາ​ກົນ. ລັດ​ເຊບ​ໄດ້​ສະເໜີ​ໃຫ້​ສອງ​ຝ່າຍ​ສົມ​ທົບ​ກັນ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ, ລວມ​ມີ​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ​ສະ​ເຫຼີມ​ສະຫຼອງ ອາ​ຊຽນ - ລັດ​ເຊຍ.

ເມື່ອ​​ກວດຄືນ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ໄລ​ຍະ​ຜ່ານ​ມາ, ບັນ​ດາ​ປະ​ເທດຮັບ​ຮູ້​ບັນ​ດາ​ໝາກ​ຜົນ​ຜັນ​ຂະ​ຫຍາຍ​ແຜນ​ການ​ກະ​ທຳ​ອາ​ຊຽນ - ລັດ​ເຊຍ ໄລ​ຍະ 2016 – 2020. ອາ​ຊຽນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານ ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ເມື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊີ​ຕາ​ເວັນ​ອອກ (EAS) ຄັ້ງ​ທີ 15 (ເດືອນ​ມັງ​ກອນ 2020), ຕິ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ລັດ​ເຊຍ​ໃນ​ການ​ສົ​ມ​ທົບ​ກັນ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ອອນ​ລາຍ​ພິ​ເສດ​ຂອງ ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ - ລັດ​ເຊຍ ກ່ຽວ​ກັບ​ການຮ່ວມ​ມື​ຮັບ​ມື​ກັບໂລກ​ລະ​ບາດ​ໂຄວິດ - 19, ກອງ​ປ​ະ​ຊູມ​ທາງ​ອອນ​ລາ​ຍ​ບັນ​ດາ​ນັກ​ຊ່ຽວ​ຊານ EAS ກ່ຽວ​ກັບ​ໂລກ​ລະ​ບາດ​ໂຄວິດ - 19.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ໂດຍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຕໍ່​ການ​ສະ​ໜັ​ບ​ສະ​ໜູນ ແລະ ປະ​ກອບ​ສ່ວນ​ຂອງ​ລັດ​ເຊຍ​ຕໍ່​ບົດ​ບາດ​ປະ​ທານ​ອາ​ຊຽນ​ຂອງ​ຫວຽດ​ນາມ​ໃນ​ປີ 2020, ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊຍ​ຕໍ່​ບັນ​ດາ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ​ເຊິ່ງ​ປະ​ເທດ​ລັດ​ເຊຍ​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ພິ​ເສດ​ແມ່ນ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19, ຢັ້ງ​ຢືນ​ບົດ​ບາດ​ສຳ​ຄັນ​ຂອງ ລັດ​ເຊຍ​ຕໍ່​ອາ​ຊຽນ ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ, ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ກ້າວ​ໜ້າ​ໃນ​ການ​ຮ່ວມ​ມື​ອາ​ຊຽນ ລັດ​ເຊຍ ໃນ​ປີ​ຜ່ານ​ມາ ແລະ ສົ່ງ​ເສີມ​ລັດ​ເຊຍ​ເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງ ແລະ ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ກ່​ວາ​ເຂົ້າ​ໃນ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ໂດຍ​ອາ​ຊຽນ​ນຳ​ໜ້າ, ປະ​ກອບ​ສ່ວນ​ເຂົ້າ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ໃນ​ການ​ຊຸ​ກ​ຍູ້​ຄວາມ​ໄວ້​ເນື້​ອ​ເຊື່ອ​ໃຈ, ຍົກ​ສູງ​ກົດ​ໝາຍ​ສາ​ກົນ, ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ສະ​ຖຽນ​ລະ​ພາບ, ເປັນ​ຕົ້ນ​ແມ່ນ​ໃນ​ສະ​ພາບ​ການ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຄື​ໃນ​ປັດ​ຈຸ​ບັນ, ກ່ອນ​ອື່ນໝົດ​ສະ​ເໜີ​ໃຫ້​ລັດ​ເຊຍ ສືບ​ຕໍ່​ໜູນ​ຊ່ວຍ​ອາ​ຊຽນ ໃນ​ການ​ຮັບ​ມື, ຫຼຸດ​ຜ່ອນ​ຜົນ​ສະ​ທົບ​ຢ່າງ​ຫຍໍ້​ທໍ້​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ຊຸກ​ຍູ້​ການ​ຟື້ນ​ຟູ​ແບບ​ຍືນ​ຍົງ.

ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ການ​ເຂົ້າ​ຮ່ວມ​ແລະ​ຮ່ວມ​ມື​ຂອງ​ອາ​ຊຽນ​ກັບ​ລັດ​ເຊຍ ຢ່າງ​ເລິກ​ເຊິ່ງ​ກ້​ວາງກວ້າງ, ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ຢັ້ງ​ຢືນ​ວ່າ​ພ້ອມ​ແລ້ວ​ທີ່​ຈະ​ສົມ​ທົບ​ກັບ​ລັດ​ເຊຍ ແລະ ບັນ​ດ​ປະ​ເທດ​ອາ​ຊຽນ​ເພື່ອ​ສືບ​ຕໍ່​ເຮັດ​ໃຫ້​ການ​ຮ່ວມ​ມື​ແທ້​ຈິງ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ ອາ​ຊຽນ ແລະ ລັດ​ເຊຍ​ໃຫ້​ເລິກ​ເຊິ່ງ​ກ່​ວາ​ອີກ, ປະ​ກອບ​ສ່ວນ​ເຂົ້າ​ການ​ຍົກ​ສູງ​ລະ​ດັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສອງ​ຝ່າຍ, ຜ່ານ​ຜ່າ​ບັນ​ດ​າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ໃນ​ປັດ​ຈຸ​ບັນ ແລະ ພ້ອມ​ກັນ​ພັດ​ທະ​ນາ.

ຫວຽດ​ນາມ ແລະ ບ​ຣູ​ໄນ ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ, ຄວາມ​ສະ​ໜິດ​ຕິດ​ພັນ​ພາຍ​ໃນ​ກຸ່ມ​ອາ​ຊຽນ

ຍ​ສ​ໝ - ທີ່​ການ​ໂອ້​ລົ​ມ​ທາງ​ໂທ​ລະ​ສັບ, ທ່ານ​ລັດ​ຖະ​ມົນ​ຕີ Dato Erywan Pehin Yusof ໄດ້​ສະ​ແດງ​ຄວາມອວຍ​ພອນ​ຫວຽດ​ນາມ​ທີ່​ໄດ້​ປະ​ຕິ​ບັດ​ອາ​ຍຸ​ການ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ອາ​ຊຽນ​ປີ 2020 ຢ່າງ​ສຳ​ເລັດ, ພິ​ເສດ​ແມ່ນ​ໄດ້​ນຳ​ພາ​ອາ​ຊຽນ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຄວາມ​ຫຍຸ້ງ​ຍາກ ທີ່​ຍັງ​ບໍ່​ເຄີຍ​ມີ​ມາ​ກ່ອນ.

ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ອາ​ຊຽນ ກະ​ກ​ຽມ​ໃຫ້​ກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ອາ​ຊຽນ

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫງວຽນ​ກ໊ວກ​ຢຸງ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ສະ​ໜັບ​ສະ​ໜູນ​ຂອງ​ບັນ​ດ​າ​ປະ​ເທດ​ອາ​ຊຽນ​ຕໍ່ຫວຽດ​ນາມ ​ໃນ​ປີ 2020

ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສະ​ວິດ​ເປັນ​ປະ​ທານກອ​ງ​ປະ​ຊຸມ​ທາງ​ອອນ​ລາຍມອບ​ໂອນ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ bern ໃຫ້​ແກ່​ຟີ​ລິບ​ປິນ

ຍ​ສ​ໝ - ກອງ​ປ​ະ​ຊຸມ ACB ໄດ້​ສຸມ​ໃສ່​ແລກ​ປ່ຽນ​ກ່ຽວ​ກັບ​ບົດ​ລາຍ​ງານ​ສັງ​ລວມ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ ແລະ ໝາກ​ຜົນ​ວຽກ​ງານ​ຂອງ ACB ໃນ​ອາ​ຍຸ​ການ ປະ​ທານ ACB ຂອງ ຫວຽດ​ນາມ ໃນ​ໄລ​ຍະ 6 ເດືອນ​ທ້າຍ​ປີ 2020.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.