ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ ຫວຽດ​ນາມ​ ເຂົ້າ​ຮ່ວມກອງ​ປະ​ຊຸມ Shangri – La ຢູ່​ ສິງ​ກະ​ໂປ

06:29 | 31/05/2019

ຍສໝ - ໂດຍໄດ້ຮັບຄຳເຊີນຂອງຄະນະຈັດຕັ້ງກອງປະຊຸມ Shangri – La, ໃນວັນທີ 30 ພຶດສະພາ 2019, ທ່ານພົນເອກ ໂງ ຊວນ ລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ນຳໜ້າຄະນະຜູ້ແທນ ການທະຫານຂັ້ນສູງຫວຽດນາມ ເດີນທາງໄປເຂົ້າຮ່ວມກອງປະຊຸມ Shangri – La ຄັ້ງທີ 18, ເຊິ່ງໄດ້ດຳເນີນໃນລະຫວ່າງວັນທີ 31 ພຶດສະພາ - 2 ມິຖຸນາ 2019 ຢູ່ ສິງກະໂປ.

ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ ຫວຽດ​ນາມ​ ເຂົ້າ​ຮ່ວມກອງ​ປະ​ຊຸມ Shangri – La ຢູ່​ ສິງ​ກະ​ໂປ

ທ່ານພົນເອກ ໂງ ຊວນ ລິກ.(ພາບ:TTXVN)

ກອງປະຊຸມ Shangri – La ຄັ້ງນີ້ໄດ້ດໍາເນີນພາຍໃຕ້ບັນດາຫົວຂໍ້: ວິໄສທັດຂອງອາເມລິກາກ່ຽວກັບການຮັກສາຄວາມສະຫງົບມະຫາສະມຸດອິນເດີຍ - ປາຊີຟິກ; ຄວາມໝັ້ນຄົງຢູ່ ສປປ.ເກົາຫຼີ: ບັນດາບາດກ້າວຕໍ່ໄປ; ຄວາມເປັນລະບຽບຮຽບຮ້ອຍໃນການຮັກສາຄວາມສະຫງົບທີ່ພວມມີການຫັນປ່ຽນຢູ່ອາຊີ ແລະ ບັນດາສິ່ງທ້າທາຍ; ຈີນ ແລະ ການຮ່ວມມືໃນການຮັກສາຄວາມສະຫງົບສາກົນ; ສະກັດກັ້ນການປະທະກັນຢູ່ບັນດາຂົງເຂດທີ່ມີການແກ້ງແຍ້ງ; ຮັບປະກັນໃຫ້ພາກພື້ນມີການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີສະຖຽນລະພາບ.

ນອກຈາກນັ້ນຍັງມີ 6 ກອງປະຊຸມ ດ້ວຍບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງຄວາມປອດໄພໃນການເດີນທະເລ, ການພັດທະນາອຸດສາຫະກຳດ້ານປ້ອງກັນຊາດ, ການຮ່ວມມືດ້ານປ້ອງກັນຊາດ ອີກດ້ວຍ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.