ຍສໝ - ນີ້ແມ່ນເນື້ອໃນສະເໜີໂດຍທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫງວຽນແມ້ງຮຸ່ງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ທີ່ການຕ້ອນຮັບຄະນະຜູ້ແທນປະຊາຊົນ ອິນເດຍ ມາເຂົ້າຮ່ວມງານສະເຫຼີມສະຫຼອງມິດຕະພາບປະຊາຊົນ ຫວຽດນາມ - ອິນເດຍ ຄັ້ງທີ 12, ວັນທີ 17 ທັນວາ ຢູ່ ຮ່າໂນ້ຍ.
ຍສໝ - ນັບແຕ່ປີ 2007, ງານມະໂຫລານມິດຕະພາບປະຊາຊົນ ຫວຽດນາມ - ອິນເດຍ ໄດ້ກາຍເປັນຂົວເຊື່ອມຕໍ່ທີ່ສຳຄັນ, ປະກອບສ່ວນປັບປຸງຄວາມສາມັກຄີ ແລະ ການພົວພັນຮ່ວມມືລະຫວ່າງສອງປະເທດຢ່າງໝັ້ນແກ່ນ. ໂດຍສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ແລະ ອົງການສັນຕິພາບ ແລະ ຄວາມສາມັກຄີທົ່ວ ອິນເດຍ (AIPSO) ຈັດຕັ້ງໝູນວຽນຢູ່ ຫວຽດນາມ ແລະ ອິນເດຍ, ງານມະໂຫລານແມ່ນໂອກາດເພື່ອພົບປະແລກປ່ຽນປະຊາຊົນສອງປະເທດ ພ້ອມກັນນັ້ນ ກໍ່ເປີດໂອກາດໃຫ້ແກ່ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງໃນຫຼາຍຂົງເຂດເສດຖະກິດ, ວັດທະນະທຳ, ການສຶກສາ...
ຍສໝ - ຫວ່າງແລ້ວນີ້, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບນັກທ່ອງທ່ຽວ MICE 1.000 ຄົນ (ທ່ອງທ່ຽວສົມທົບກັບກອງປະຊຸມ ແລະກອງປະຊຸມສໍາມະນາ) ຈາກອິນເດຍ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ, ອິນເດຍ ແລະ ອົດສະຕາລີ ໄດ້ຈັດຕັ້ງບັນດາການເຄື່ອນໄຫວລະນຶກ ທວນຄືນການເດີນທາງອັນສະຫງ່າລາສີຂອງກອງທັບປະຊາຊົນ ຫວຽດນາມ ແລະ ການພົວພັນຄູ່ຮ່ວມມືດ້ານການປ້ອງກັນຊາດອັນເລິກເຊິ່ງ ລະຫວ່າງ ຫວຽດນາມ ກັບບັນດາປະເທດ.
ຫວ່າງແລ້ວນີ້, ຄະນະກຳມະການປະຊາຊົນແຂວງຮວ່າບິ່ງ ໄດ້ຈັດຕັ້ງກອງປະຊຸມ “ການພົບປະອິນເດຍ ປີ 2024”.
ຍສໝ - ໃນຂອບເຂດການຝຶກຊ້ອມສອງຝ່າຍລະຫວ່າງຫວຽດນາມ ແລະອິນເດຍ ກ່ຽວກັບການຮັກສາສັນຕິພາບຂອງສະຫະປະຊາຊາດ ປີ 2024 (VINBAX 2024) ດ້ວຍຫົວຂໍ້ “ຜັນຂະຫຍາຍການເຄື່ອນໄຫວ ແລະປະຕິບັດໜ້າທີ່ຂອງກອງຊ່າງແສງ ສົມທົບກັບແພດທະຫານ ໃນຮູບແຖວກົມກອງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ” ແຕ່ວັນທີ 3-24 ພະຈິກ ຢູ່ອິນເດຍ, ກໍາລັງຮັກສາສັນຕິພາບຂອງສອງປະເທດ ໄດ້ສົມທົບກັນຝຶກແອບປະຕິບັດບັນດາທັກສະປະຕິບັດໜ້າທີ່ ເມື່ອເກີດສະພາວະການໃຫ້ແທດເໝາະກັບສະພາບຕົວຈິງຂອງຄະນະປະຕິບັດງານ.
ຍສໝ - ການຝຶກຊ້ອມສອງຝ່າຍກ່ຽວກັບການຮັກສາສັນຕິພາບຂອງສະຫະປະຊາຊາດ (ສປຊ) ລະຫວ່າງຫວຽດນາມ ແລະອິນເດຍ ປີ 2024 (VINBAX 2024) ພວມດຳເນີນໄປດ້ວຍການເຄື່ອນໄຫວແທດຈິງຫຼາຍຢ່າງລະຫວ່າງກຳລັງການແພດທະຫານ, ທະຫານຊ່າງແສງ ຮັກສາສັນຕິພາບຂອງຫວຽດນາມ ແລະອິນເດຍ ທີ່ກອງພັນໃຫຍ່ຊ່າງແສງ 67 ຂຶ້ນກັບກອງພົນນ້ອຍຊ່າງແສງ 474, ທະຫານພາກຕາເວັນຕົກ ເຊິ່ງຕັ້ງທັບຢູ່ໃນ Ambala ແລະກອງພົນນ້ອຍ 474 ຢູ່ Chandimandir, Panchkula, Haryana ຂອງອິນເດຍ.
ຍສໝ - ບັນດາບໍລິສັດທ່ອງທ່ຽວອິນເດຍ ທີ່ຈ່ອງສະຖານທີ່ທ່ອງທ່ຽວຫວຽດນາມ ໃນປີນີ້ໄດ້ເພີ່ມຂຶ້ນ 500% ເມື່ອທຽບໃສ່ປີ 2019.
ຍສໝ - ໃນລະຫວ່າງວັນທີ 7-11 ພະຈິກ, ຄະນະປະຕິບັດງານຂອງຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ນໍາໂດຍທ່ານນາງ ຫງວຽນທິທູຮ່າ, ຮອງປະທານ ທັງເປັນເລຂາທິການໃຫຍ່ ໄປຢ້ຽມຢາມ ແລະເຮັດວຽກຢູ່ອິນເດຍ ເພື່ອຊອກຮູ້ຄວາມສາມາດບົ່ມຊ້ອນຊຸກຍູ້ການພົວພັນພົບປະແລກປ່ຽນປະຊາຊົນ, ແລກປ່ຽນວັດທະນະທຳ ແລະການຮ່ວມມືລະຫວ່າງບັນດາອົງການ, ອົງການຈັດຕັ້ງມະຫາຊົນຂອງສອງປະເທດ.
ຍສໝ - ວັນທີ 2 ພະຈິກ, ທີ່ຮ່າໂນ້ຍ ໄດ້ດໍາເນີນງານຕະຫຼາດນັດອິນເດຍ. ງານຕະຫຼາດນັດ ໄດ້ຈັດຂຶ້ນໃນຂອບເຂດຂອງສະຖານທູດອິນເດຍ ປະຈໍາຮ່າໂນ້ຍ ເພື່ອເຊີດຊູຄວາມຫຼາກຫຼາຍຂອງອິນເດຍ ແລະແນະນໍາບັນດາຜະລິດຕະພັນວັດທະນະທໍາ, ສິລະປະທີ່ໂດດເດັ່ນຂອງອິນເດຍ ໃຫ້ປະຊາຊົນຫວຽດນາມ; ເພີ່ມທະວີການພົວພັນທາງດ້ານວັດທະນະທໍາໃນປະຊາຄົມຊາວອິນເດຍ, ໂຄສະນາກ່ຽວກັບອິນເດຍ ໃຫ້ປະຊາຄົມຊາວຫວຽດນາມ ແລະເຊີດຊູນໍ້າໃຈມິດຕະພາບທີ່ເປັນມູນເຊື້ອອັນເລິກເຊິ່ງລະຫວ່າງປະຊາຊົນສອງປະເທດ
ຍສໝ - ອິນເດຍ ໄດ້ຂົນສົ່ງເຄື່ອງຊ່ວຍເຫຼືອສຸກເສີນ 35 ໂຕນ ເພື່ອໜູນຊ່ວຍ ຫວຽດນາມ ຜ່ານຜ່າຜົນຮ້າຍທີ່ຕາມມາຈາກພະຍຸ Yagi. ນູແວນເຊລັງ ຫາກໍ່ປະກາດການປະກອບສ່ວນເງີນ 1 ລ້ານໂດລານູແວນເຊລັງ ເພື່ອໜູນຊ່ວຍບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ຜ່ານຜ່າຜົນສະທ້ອນທີ່ຮ້າຍແຮງຂອງພາຍຸ Yagi.
ຍສໝ - ທະນາຄານໂລກ (WB) ຫາກໍ່ປະກາດບົດລາຍງານສະບັບໜຶ່ງທີ່ໃຫ້ຮູ້ວ່າ ຫວຽດນາມ ແລະ ບັງກະລາເທດ ພວມລື່ນກາຍ ອິນເດຍ ໃນຖານະເປັນສູນການຜະລິດ ແລະ ສົ່ງອອກທີ່ມີຄ່າໃຊ້ຈ່າຍຕໍ່າ.
ຍສໝ - ວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ຟ່ານແອງເຊັນ, ປະທານສະຫະພັນອົງການມິດຕະພາບຫວຽດນາມ (VUFO) ໄດ້ຕ້ອນຮັບທ່ານ Doraisamy Raja, ເລຂາທິການໃຫຍ່ພັກກອມມູນິດອິນເດຍ.
ຍສໝ - ຄວາມຕ້ອງການຂອງຄົນອິນເດຍ ໃນການເດີນທາງໄປຕ່າງປະເທດໄດ້ບັນທຶກການເຕີບໂຕຢ່າງແຂງແຮງໃນໄລຍະມໍ່ໆມານີ້. ໃນນັ້ນ, ຫວຽດນາມ ໄດ້ກາຍເປັນປະເທດທີ່ນິຍົມອັນດັບໜຶ່ງ.
ຍສໝ - ວັນທີ 15 ສິງຫາ, ຢູ່ແຂວງບິ່ງເຢືອງ, ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ແຂວງບິ່ງເຢືອງ (ສະມາຄົມ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ອາຍຸການ 2024 – 2029. ທ່ານ ນາງ ຫວູຖິເວີນເຮືອງ ສືບຕໍ່ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງປະທານສະມາຄົມໃນອາຍຸການນີ້.
ຍສໝ - ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ນະຄອນ ດ່າໜັງ ຕ້ອງເຕົ້າໂຮມ ແລະ ຍາດແຍ່ງບັນດາການປະກອບສ່ວນຂອງຜູ້ທີ່ເຄີຍດຳລົງຊີວິດ, ສຶກສາ, ຄົ້ນຄວ້າ, ມີຄວາມຮູ້ກ່ຽວກັບອິນເດຍ ເພື່ອເປີດກວ້າງ, ເຊື່ອມຕໍ່ຄູ່ຮ່ວມມື ແລະເປັນຂົວຕໍ່ໃນບັນດາການເຄື່ອນໄຫວແລກປ່ຽນປະຊາຊົນລະຫ່ວາງ ດ່າໜັງ ກັບ ອິນເດຍ, ມຸ່ງໜ້າໄປເຖິງການສ້າງຕັ້ງສາຂາສະມາຄົມອະດີດນັກສຶກສາຫວຽດນາມທີ່ເຄີຍໄປຮຽນຢູ່ອິນເດຍ ປະຈຳດ່າໜັງ.
ຍສໝ - ນັ້ນແມ່ນຄຳປາໄສຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໋ງ ໃນການພົບປະກັບພະນັກງານ, ລັດຖະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມ ຊາວຫວຽດນາມ ອາໄສຢູ່ ອິນເດຍ ເຊິ່ງໄດ້ດຳເນີນໃນວັນທີ 31 ກໍລະກົດ ຢູ່ New Delhi (ອິນເດຍ).
ຍສໝ - ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ແມ່ນອົງການນຳໜ້າໃນການຊຸກຍູ້ການພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ. ໂດຍການຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ງານວາງສະແດງ, ກອງປະຊຸມ, ການສຳມະນາ, ພິມຈຳໜ່າຍປຶ້ມແນະນຳກ່ຽວກັບ ອິນເດຍ... ສະມາຄົມໄດ້ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ປັບປຸງການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ອິນເດຍ.
ຍສໝ - ຫວຽດນາມ - ອິນເດຍ ໜູນຊ່ວຍ ແລະ ຊຸກຍູ້ການເຄື່ອນໄຫວໂອ້ລົມສົນທະນາ, ເຊື່ອມຕໍ່ການລົງທຶນ, ສ້າງເງື່ອນໄຂໃຫ້ວິສາຫະກິດຂອງ 2 ຝ່າຍເປີດກວ້າງການຮ່ວມມື, ລົງທຶນ ແລະ ດຳເນີນທຸລະກິດຢ່າງມີປະສິດທິຜົນ; ຍູ້ແຮງ ແລະ ຜັນຂະຫຍາຍບັນດາມາດຕະການຢ່າງມີປະສິດທິຜົນ ເພື່ອແນໃສ່ປະຕິບັດສຳເລັດຈຸດໝາຍວົງເງິນການຄ້າ 2 ຝ່າຍບັນລຸ 20 ຕື້ USD ໃນໄລຍະຈະມາເຖິງ.
ເນື່ອງໃນໂອກາດນີ້ ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມທາງລັດຖະກິດປະສົບຜົນສຳເລັດຢ່າງຈົບງາມ, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບໝາກຜົນການຢ້ຽມຢາມ.