ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ: ຕ້ານໂລກລະບາດຄືດັ່ງຕ້ານສັດຕູ

19:56 | 29/05/2021

ຍສໝ - ປະຈຸບັນ, ຢູ່ຫວຽດນາມ ມີໂລກລະບາດສາຍພັນໃໝ່ຂອງອັງກິດ ແລະ ອິນເດຍ. ນີ້ແມ່ນສາຍພັນທີ່ອັນຕະລາຍທີ່ສຸດ, ທີມີຈຸດພິເສດແມ່ນໄດ້ແຜ່ລະບາດໄວ, ກ້ວາງໃນອາກາດ.

ເຂົ້າປຸ້ນງົວພາກໃຕ້-ເຍື່ອງອາຫານທົ່ວໄປຂອງຊາວຫວຽດນາມ ເຂົ້າປຸ້ນງົວພາກໃຕ້-ເຍື່ອງອາຫານທົ່ວໄປຂອງຊາວຫວຽດນາມ
ຈຳນວນນັກສຶກສາ ລາວ ພວມຮ່ຳຮຽນຢູ່ ຫວຽດນາມ ມີປະມານ 16.000 ຄົນ ຈຳນວນນັກສຶກສາ ລາວ ພວມຮ່ຳຮຽນຢູ່ ຫວຽດນາມ ມີປະມານ 16.000 ຄົນ
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ: ຕ້ານໂລກລະບາດຄືດັ່ງຕ້ານສັດຕູ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ.ພາບ: VGP

ໃນຕອນເຊົ້າວັນທີ 29 ພຶດສະພາ 2021, ກ່າວຄຳເຫັນທີ່ກອງປະຊຸມທາງອອນລາຍທົ່ວປະເທດ ກ່ຽວກັບສະພາບການ, ມາດຕະການແກ້ໄຂອັນຮີບດ່ວນເພື່ອປ້ອງກັ້ນ, ຕ້ານໂລກລະບາດ ໂຄວິດ-19, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເນັ້ນໜັກວ່າ: ການຜັນແປໃໝ່ທີ່ສັບສົນຂອງໂລກລະບາດ ໂຄວິດ-19 ໄດ້ຮຽກຮ້ອງຕ້ອງມີບັນດາມາດຕະການແກ້ໄຂອັນຕັ້ງໜ້າ, ເໝາະສົມ ແລະ ມີປະສິດທິຜົນກ່ວາອີກ ຈຶ່ງຈະຄວບຄຸມ ແລະ ຍູ້ໂລກລະບາດໃຫ້ຖອຍໄປໄດ້, ພິເສດແມ່ນຢູ່ບັນດານະຄອນໃຫ່ຍ ແລະ ບັນດາເຂດອຸດສາຫະກຳ ຕາມຈິດໃຈລວມທີ່ວ່າ “ຕ້ານໂລກລະບາດຄືດັ່ງຕ້ານສັດຕູ”. ປະຈຸບັນ, ຢູ່ຫວຽດນາມ ມີໂລກລະບາດສາຍພັນໃໝ່ຂອງອັງກິດ ແລະ ອິນເດຍ. ນີ້ແມ່ນສາຍພັນທີ່ອັນຕະລາຍທີ່ສຸດ, ທີມີຈຸດພິເສດແມ່ນໄດ້ແຜ່ລະບາດໄວ, ກ້ວາງໃນອາກາດ. ສະນັ້ນ ຈຶ່ງເຮັດໃຫ້ເພີ່ມຈຳນວນກໍລະນີຕິດເຊື້ອພະຍາດຢ່າງໄວວາ, ໃນໄລຍະສັ້ນໆ.

ກ່ອນໜ້ານັ້ນ: ທີ່ການເຮັດວຽກກັບກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ໃນຕອນເຊົ້າວັນທີ 27 ພຶດສະພາ 2021. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເນັ້ນໜັກເຖິງທີ່ຕັ້ງ, ບົດບາດ, ຄວາມສຳຄັນຂອງຂະແໜງວິທະຍາສາດ ແລະ ເຕັກໂນໂລຢີ, ໂດຍສະເພາະແມ່ນໃນສະພາບການປັດຈຸບັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ, ປະເທດໃດຢາກພັດທະນາຢ່າງກະໂດດຂັ້ນ ກໍຕ້ອງມີຂະແໜງວິທະຍາສາດ ແລະ ເຕັກໂນໂລຢີ ສວມບົດບາດນຳພາ ແລະ ມີຄວາມກ້າວໜ້າຢ່າງກະໂດດຂັ້ນ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເນັ້ນໜັກວ່າ ຕ້ອງພັດທະນາຕະຫຼາດວິທະຍາສາດເຕັກໂນໂລຢີຢ່າງແທ້ຈິງ ເພື່ອຊຸກຍູ້ການຜະລິດ, ດຳເນີນທຸລະກິດ, ປ່ຽນແປງໃໝ່ປະດິດຄິດສ້າງ. ພິເສດ, ໃນວຽກງານການຄົ້ນຄວ້າການຜະລິດວັກຊິນ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ກະຊວງ ຕ້ອງຮຽງບ່າຮຽງໄຫຼ່ພ້ອມກັບບັນດານັກວິທະຍາສາດ, ບັນດາຮາກຖານຄົ້ນຄວ້າ, ວິສາຫະກິດ ເພື່ອຊຸກຍູ້, ເສີມຂະຫຍາຍຄຸນນະທາດ, ພູມປັນຍາຂອງຊາວ ຫວຽດນາມ ໃນໜ້າທີ່ທີ່ມີຄວາມສຳຄັນ ແລະ ຮີບດ່ວນນີ້.

ໃນການຕໍ່ສູ້ປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ວຽກງານວິໄຈໂດຍດ່ວນໄດ້ສວມບົດບາດສຳຄັນທີ່ສຸດ. ເຖິງວ່າຕ້ອງເຮັດວຽກໃນສະພາບມີຄວາມສ່ຽງຕິດແປດສູງ, ແຕ່ບັນດາພະນັກງານເຮັດວຽກງານວິໄຈຢູ່ສູນຄວບຄຸມໂລກລະບາດ ຮ່າໂນ້ຍ ຍັງມີຄວາມສຸດຈິດສຸດໃຈ, ມານະພະຍາຍາມເຮັດທັງວັນແລະຄືນ, ແຂ່ງກັບເວລາ. ເຂົາເຈົ້າບຽບເໝືອນບັນດານັກຮົບທີ່ມິດງຽບຢູ່ແນວໜ້າ, ດ້ວຍຄວາມຕັດສິນໃຈຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ, ເພື່ອສຸດຂະພາບ ແລະ ຄວາມສະຫງົບຂອງປະຊາຊົນ.

ການພົວພັນຫວຽດນາມ - ອາເມລິກາ ພວມພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ ການພົວພັນຫວຽດນາມ - ອາເມລິກາ ພວມພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ

ຍສໝ - ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນຂອງ ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Blinken ໃນການພົວພັນສອງຝ່າຍໃນໄລຍະຜ່ານມາ, ສະແດງຄວາມປາດຖະໜາ ຢາກຮ່ວມມືກັບທ່ານ Blinken ເພື່ອຊຸກຍູ້ການພົວພັນຫວຽດນາມ - ອາເມລິກາ ໃຫ້ເລິກເຊິ່ງຕື່ມອີກ.

ຜູ້ຊ່ຽວຊານສາກົນ ໄດ້ຕີລາຄາສູງບົດບາດຂອງພັກກອມມູນິດຫວຽດນາມ ຜູ້ຊ່ຽວຊານສາກົນ ໄດ້ຕີລາຄາສູງບົດບາດຂອງພັກກອມມູນິດຫວຽດນາມ

ຍສໝ - ຜູ້ຊ່ຽວຊານລັດເຊຍ ໄດ້ເນັ້ນໜັກວ່າ: ໂດຍການເຊື່ອມໂຍງເຂົ້າກັບໂລກພາຍນອກ, ຫວຽດນາມພາຍໃຕ້ການນຳພາຂອງພັກກອມມູນິດ ສາມາດຮັກສາໄດ້ບັນດາຜົນງານປະຕິວັດຂອງຕົນເພື່ອກ້າວໄປຂ້າງໜ້າ.

ສົ່ງອອກໝາກລິນຈີ່ ຂອງບັ໊ກຢາງ ງວດທຳອິດໄປຍັງຕະຫຼາດຍີ່ປຸ່ນ ສົ່ງອອກໝາກລິນຈີ່ ຂອງບັ໊ກຢາງ ງວດທຳອິດໄປຍັງຕະຫຼາດຍີ່ປຸ່ນ

ຍສໝ - ໝາກລິນຈີ່ ເຕິນອຽນ ງວດທຳອິດ ປະມານ 20 ໂຕນໄດ້ສົ່ງອອກໄປຍັງຕະຫຼາດຍີ່ປຸ່ນ ຢ່າງເປັນທາງການ.

ໄຊພອນ

ເຫດການ
302 Found

Found

The document has moved here.