ນະຄອນດານັງ ຝຶກຊ້ອມການເລືອກຕັ້ງຢູ່ເຂດປິດລ້ອມ ຍ້ອນວ່າການລະບາດຂອງ COVID-19

11:37 | 18/05/2021

ຍສໝ - ອີງຕາມແຜນການເຝິກຊ້ອມ, ພະນັກງານຂອງໜ່ວຍງານປ້ອງກັນ ແລະ ສະກັກກັ້ນ ພະຍາດ COVID-19 ໃນບໍລິເວນປິດລ້ອມ ມີອຸປະກອນປ້ອງກັນສ່ວນບຸກຄົນ; ພ້ອມກັນນັ້ນກໍ່ໃຫ້ທິດຊີ້ນຳກ່ຽວກັບວິທີການລົງຄະແນນສຽງ ແລະ ປ້ອງກັນ ແລະ ຄວບຄຸມການລະບາດ.

ການໄປປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ແມ່ນໂອກາດເພື່ອໃຫ້ປະຊາຊົນປະຕິບັດສິດເປັນເຈົ້າຂອງຕົນ ຜ່ານບັດເລືອກຕັ້ງ ການໄປປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ແມ່ນໂອກາດເພື່ອໃຫ້ປະຊາຊົນປະຕິບັດສິດເປັນເຈົ້າຂອງຕົນ ຜ່ານບັດເລືອກຕັ້ງ
ຜ່ານ​ຜ່າ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ Covid – 19 ເພື່ອ​ຟື້​ນ​ຟູ​ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ ຜ່ານ​ຜ່າ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ Covid – 19 ເພື່ອ​ຟື້​ນ​ຟູ​ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ

ຕອນບ່າຍວັນທີ 16 ພຶດສະພາ, ເມືອງຫາຍເຈົ່າ (ນະຄອນດານັງ) ໄດ້ດຳເນີນການຝຶກຊ້ອມການເລືອກຕັ້ງທີ່ຖະໜົນ 16 ລິເທື່ອງກຽດ, ຕາແສງ ແທກທ່າງ, ນະຄອນດານັງ). ນີ້ແມ່ນສະຖານທີ່ທີ່ກຳລັງຖືກກີດຂວາງ ເນື່ອງຈາກກ່ຽວຂອງການເດີນທາງຂອງ 2 ກໍລະນີຕິດ​ເຊື້ອໄວຣັດ SARS-CoV-2 ທີ່ຮ້ານສະຖານເສີມສວຍ AMIDA.

ອີງຕາມແຜນການເຝິກຊ້ອມ, ພະນັກງານຂອງປ້ອງກັນ ແລະ ສະກັກກັ້ນ ພະຍາດ COVID-19 ໃນບໍລິເວນປິດລ້ອມແມ່ນມີອຸປະກອນປ້ອງກັນສ່ວນບຸກຄົນ; ພ້ອມດຽວກັນນີ້ ກໍ່ໃຫ້ທິດຊີ້ນຳກ່ຽວກັບວິທີການລົງຄະແນນສຽງ ແລະ ປ້ອງກັນ ແລະ ຄວບຄຸມການລະບາດ, ເຊັ່ນ: ໃສ່ຜ້າບັງປາກ, ລ້າງມືເປັນເທື່ອທຳອິດກ່ອນທີ່ຈະໄດ້ຮັບບັດ, ລ້າງມືເປັນເທື່ອທີສອງກ່ອນທີ່ຈະຂຽນໃບຫີບບັດ ແລະ ລ້າງມືຂ້າເຊື້ອເປັນຄັ້ງທີ 3 ຫລັງຈາກລົງຄະແນນສຽງ.

ນະຄອນດານັງ ຝຶກຊ້ອມການເລືອກຕັ້ງຢູ່ເຂດປິດລ້ອມ ຍ້ອນວ່າການລະບາດຂອງ COVID-19
ນະຄອນດານັງ ຝຶກຊ້ອມການເລືອກຕັ້ງຢູ່ເຂດປິດລ້ອມ ຍ້ອນວ່າການລະບາດຂອງ COVID-19. (ພາບ: TTXVN)

ຫີບບັດທັງໝົດ ທີ່ຕັ້ງຢູ່ໃນສະຖານທີ່ຖືກປິດລ້ອມ ແມ່ນໄດ້ຂ້າເຊື້ອກ່ອນທີ່ຈະນຳຕົວອອກ ເພື່ອໃຫ້ທີມເລືອກຕັ້ງໄດ້ນັບຄະແນນສຽງ. ປະທານຄະນະກຳມະການປະຊາຊົນເມືອງຫາຍເຈົ່າ ໃຫ້ຮູ້ວ່າ: ກ່ອນວັນເລືອກຕັ້ງ, ຢູ່ເມືອງຫາຍເຈົ່າ, ຈະມີເຂດໂດດດ່ຽວດ້ານການແພດ ແລະ ເຂດປິດລ້ອມພຽງແຫ່ງດຽວຢູ່ຄອນໂດ F-Home. ສະນັ້ນ, ໜ່ວຍງານຈຶ່ງຈັດຕັ້ງການຝຶກຊ້ອມຢ່າງຈິງຈັງຢູ່ທີ່ນີ້ ເພື່ອມາແກ້ໄຂບັນຫາທີ່ດີທີ່ສຸດສຳລັບວັນເລືອກຕັ້ງທີ່ຈະມາເຖິງນີ້.

ນອກຈາກນັ້ນ, ນັບແຕ່ນີ້ຮອດມື້ເລືອກຕັ້ງ, ເມືອງຫາຍເຈົາ ຕ້ອງສືບຕໍ່ກວດກາຄືນບັນດາໄລຍະກະກຽມ; ເພີ່ມທະວີການໂຄສະນາ, ເຜີຍແຜ່ ແລະປຸກລະດົມຜູ້ມີສິດເລືອກຕັ້ງຢ່າງຮອບດ້ານ ແລະ ຖືກຕ້ອງຕາມກົດໝາຍ ເພື່ອໃຫ້ປະຊາຊົນສາມາດລົງຄະແນນສຽງຢ່າງພຽງພໍ ແລະ ປະຕິບັດຕາມລະບຽບການກ່ຽວກັບການປ້ອງກັນ ແລະ ຄວບຄຸມ COVID-19 ຢ່າງເຂັ້ມງວດ.

ຮັບປະກັນບັນດາອຸປະກອນເພື່ອຮັບໃຊ້ໃຫ້ແກ່ວຽກງານເລືອກຕັ້ງ, ສຸມສະຕິຢູ່ລະດັບສູງໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ທ້ອງຖິ່ນ ຮັບປະກັນບັນດາອຸປະກອນເພື່ອຮັບໃຊ້ໃຫ້ແກ່ວຽກງານເລືອກຕັ້ງ, ສຸມສະຕິຢູ່ລະດັບສູງໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ທ້ອງຖິ່ນ

ຍສໝ - ຄະນະກຳມະການປະຊາຊົນ ທຸກຂັ້ນ ປະສານສົມທົບກັນຊີ້ນຳຢ່າງແໜ້ນແຟ້ນ ກັບບັນດາອົງການຮັບຜິດຊອບການເລືອກຕັ້ງຢູ່ທ້ອງຖິ່ນ, ຮັບປະກັນບັນດາອຸປະກອນເພື່ອຮັບໃຊ້ໃຫ້ແກ່ວຽກງານເລືອກຕັ້ງ, ສຸມສະຕິຢູ່ລະດັບສູງໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ທ້ອງຖິ່ນ.

ນະຄອນດານັງ ມອບອຸປະກອນການແພດຊ່ວຍເຫຼືອປະຊາຊົນຫວຽດນາມ ຢູ່ ກຳປູເຈຍ ນະຄອນດານັງ ມອບອຸປະກອນການແພດຊ່ວຍເຫຼືອປະຊາຊົນຫວຽດນາມ ຢູ່ ກຳປູເຈຍ

ຍສໝ - ເຄື່ອງອຸປະກອນການແພດຂ້າງເທິງນີ້ແມ່ນຂອງຂວັນຂອງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນນະຄອນດານັງເພື່ອສະໜັບສະໜູນ ແຂວງ Kampong Chhnang ແລະປະຊາຄົມຊາວຫວຽດນາມ ຢູ່ ແຂວງ Kampong Chhnang ເພື່ອປ້ອງກັນການລະບາດຂອງພະຍາດ COVID-19.

ນະຄອນດານັງ ອະນຸມັດໂຄງການ ສ້າງສູນພາສາຫວຽດນາມ ຢູ່ແຂວງສາລະວັນ ນະຄອນດານັງ ອະນຸມັດໂຄງການ ສ້າງສູນພາສາຫວຽດນາມ ຢູ່ແຂວງສາລະວັນ

ເມື່ອບໍ່ດົນມານີ້, ຢູ່ແຂວງສາລະວັນ ທ່ານ ສີລິສັກ ຖະໜອມຮັກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ຮ່ວມກັບ ທ່ານ ເລວັນຮຸ່ງ ຫົວໜ້າສູນການພົວພັນຮ່ວມມືການລົງທຶນ ແລະ ຄຸ້ມຄອງບັນດາໂຄງການຢູ່ລາວ ພ້ອມດ້ວຍສະຖາປານິກສູນຮ່ວມມື ລາວ-ດານັງ, ໜ່ວຍງານກໍ່ສ້າງ, ທີ່ປຶກສາອອກແບບ ແລະ ຕິດ ຕາມກວດກາ ໂຄງການກໍ່ສ້າງສູນພາສາຫວຽດນາມ ຢູ່ແຂວງສາລະວັນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.