ຜັນຂະຫຍາຍການປະຕິບັດບັນດາເອກະສານຊີ້ນຳກ່ຽວກັບບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ -19 ເພື່ອຈັດຕັ້ງການເລືອກຕັ້ງໃຫ້ເໝາະສົມ

12:38 | 16/05/2021

ຍ​ສ​ໝ - ທ່ານນາງ ຟ້າມທິແທງຈ່າ ລັດຖະມົນຕີກະຊວງພາຍໃນ, ກຳມະການສະພາເລືອກຕັ້ງແຫ່ງຊາດ ສະເຫນີໃຫ້ຄະນະກຳມະການເລືອກຕັ້ງບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຕິດຕາມໃກ້ຊິດ ແລະ ຜັນຂະຫຍາຍການປະຕິບັດບັນດາເອກະສານຊີ້ນຳກ່ຽວກັບບັນດາມາດຕະການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ເພື່ອຈັດຕັ້ງການເລືອກຕັ້ງໃຫ້ເໝາະສົມ.

ຮັບປະກັນບັນດາອຸປະກອນເພື່ອຮັບໃຊ້ໃຫ້ແກ່ວຽກງານເລືອກຕັ້ງ, ສຸມສະຕິຢູ່ລະດັບສູງໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ທ້ອງຖິ່ນ ຮັບປະກັນບັນດາອຸປະກອນເພື່ອຮັບໃຊ້ໃຫ້ແກ່ວຽກງານເລືອກຕັ້ງ, ສຸມສະຕິຢູ່ລະດັບສູງໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ທ້ອງຖິ່ນ
ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ທົ່ວປວງຊົນ, ທົ່ວກອງທັບ ຈົ່ງຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ທົ່ວປວງຊົນ, ທົ່ວກອງທັບ ຈົ່ງຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19
ພາບປະກອບ
ພາບປະກອບ

ທ່ານນາງ ຟ້າມທິແທງຈ່າ, ລັດຖະມົນຕີກະຊວງພາຍໃນ ຫວຽດນາມ, ກຳມະການສະພາເລືອກຕັ້ງແຫ່ງຊາດ ຫາກໍ່ລົງນາມໃນເອກະສານແນະນຳວິຊາສະເພາະວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ໃນສະພາບການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ 19. ສະເຫນີໃຫ້ຄະນະກຳມະການເລືອກຕັ້ງບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຕິດຕາມໃກ້ຊິດ ແລະ ຜັນຂະຫຍາຍການປະຕິບັດບັນດາເອກະສານຊີ້ນຳກ່ຽວກັບບັນດາມາດຕະການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ເພື່ອຈັດຕັ້ງການເລືອກຕັ້ງໃຫ້ເໝາະສົມ, ທັງຮັບປະກັນໃຫ້ການເລືອກຕັ້ງດຳເນີນຖືກຕາມການກຳນົດຂອງກົດໝາຍ ທັງຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງວຽກງານການປ້ອງກັນສະກັດກັ້ນໂລກລະບາດ.

ໃນເຫດການທີ່ກ່ຽວຂ້ອງ, ຫວ່າງແລ້ວນີ້, ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດກອງປະຊຸມທົ່ວກອງທັບທາງອອນລາຍ ປຸກລະດົມອອກເຄື່ອນພົນເພື່ອປ້ອງກັນຄວາມສະຫງົບ ກ່ອນຈັດຕັ້ງວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026. ຕີລາຄາສູງຄວາມເປັນເຈົ້າການຂອງກຳລັງຕຳຫຼວດປະຊາຊົນ ແລະ ບັນດາກຳລັງ ໃນການຮັບປະກັນວຽກງານປ້ອງກັນຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນວັນເລືອກຕັ້ງ, ທ່ານ ປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະເໜີໃຫ້ ກະຊວງຕຳຫຼວດສືບຕໍ່ສ້າງບັນດາວິທີການ, ແຜນການປ້ອງກັນການເລືອກຕັ້ງ ໃຫ້ສົມບູນແບບ, ພ້ອມແລ້ວທີ່ຈະແກ້ໄຂບັນດາກໍລະນີເກີດຂຶ້ນໃໝ່, ໃນນັ້ນມີກໍລະນີ ຈັດຕັ້ງການປ່ອນບັດເລືອກຕັ້ງຢູ່ເຂດແຍກຕົວທີ່ສັບສົນ ຍ້ອນໂລກລະບາດໂຄວິດ - 19. ທ່ານກ່າວວ່າ: ເພີ່ມທະວີການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນບັນດາຂົງເຂດ, ຈຸດສຸມແມ່ນຮັບປະກັນຄວາມສະຫງົບດ້ານການເມືອງພາຍໃນ, ຄວາມສະຫງົບທາງສັງຄົມ, ຄວາມສະຫງົບຢູ່ບັນດາບໍລິເວນຍຸດທະສາດ ແລະ ຈຸດສຸມ, ຄວາມສະຫງົບເຂດຊາຍແດນ. ຍູ້ແຮງການ ປາບປາມອາດຊະຍາກຳປະເພດຕ່າງໆ, ບໍ່ປະໃຫ້ບັນດາອິດທິກຳລັງທີ່ເປັນປໍລະປັກ, ປະຕິການ, ບຸກຄົນທີ່ບໍດີສວຍໃຊ້ເຮັດໃຫ້ຂາດຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ກໍ່ຜົນກະທົບຕໍ່ການກະກຽມ, ຈັດຕັ້ງການເລືອກຕັ້ງ.

ການໜູນຊ່ວຍຊາວຫວຽດນາມ ອາໄສຢູ່ກຳປູເຈຍ ພວມປະຕິບັດການແຍກຕົວເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ການໜູນຊ່ວຍຊາວຫວຽດນາມ ອາໄສຢູ່ກຳປູເຈຍ ພວມປະຕິບັດການແຍກຕົວເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

ທີ່ການເຮັດວຽກກັບອຳນາດການປົກຄອງ ແລະ ກຳລັງຜັນຂະຫຍາຍປະຕິບັດການແຍກຕົວຕາແສງ Prey Tamlop, ຄະນະປະຕິບັດງານ ໄດ້ສະເໜີໃຫ້ຜູ້ຕາງໜ້າອຳນາດການປົກຄອງແຂວງ Kandal ສ້າງເງື່ອນໄຂສະດວກກ່ວາອີກໃຫ້ແກ່ປະຊາຊົນ, ໃນນັ້ນມີພໍ່ແມ່ປະຊາຊົນເຊື້ອຊາດຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເປັນ​ປະ​ທານກອງປະຊຸມ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເປັນ​ປະ​ທານກອງປະຊຸມ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

ຍ​ສ​ໝ - ຕາມ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ແລ້ວ, ໄລ່​ຮອດ​ເວ​ລາ 18 ໂມງ​ຂອງວັນ​ທີ 7 ທັນ​ວາ ຫວຽດ​ນາມ ໄດ້​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ແມ່ນ​ຜູ້​ເຂົ້າ​ເມືອງ​ທີ່​ມາ​ຈາກ​ລັດ​ເຊຍ​ຢູ່​ດ່າ​ນັ້ງ ແລະ ໄດ້​ຮັບ​ການ​ແຍກ​ຕົວ​ໃນ​ທັນ​ທີ.

ອາເມລິກາ ໄດ້ມອບເຄື່ອງຊ່ວຍຫາຍໃຈຈຳນວນ 100 ເຄື່ອງ ທີ່ຫາກໍ່ຜະລິດໃຫ້ ຫວຽດນາມ ເພື່ອໜູນຊ່ວຍເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ອາເມລິກາ ໄດ້ມອບເຄື່ອງຊ່ວຍຫາຍໃຈຈຳນວນ 100 ເຄື່ອງ ທີ່ຫາກໍ່ຜະລິດໃຫ້ ຫວຽດນາມ ເພື່ອໜູນຊ່ວຍເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

ຍສໝ - ບັນດາໂຄງການ, ໂຄງການຮ່ວມມືຫວຽດນາມ - ອາເມລິກາ ໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ, ຄົບຊຸດ ແລະໝັ້ນຄົງ, ໄດ້ ແລະພວມຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປ້ອງ, ເບິ່ງແຍງສຸຂະພາບຂອງປະຊາຊົນຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.