ການນຳເຂົ້າ-ສົ່ງອອກ ຂອງຫວຽດນາມ ໃກ້ຈະບັນລຸຕົວເລກ 400 ຕື້ໂດລາສະຫະລັດ

15:19 | 22/05/2026

ຍສໝ - ຕົວເລກຂໍ້ມູນຫຼ້າສຸດຈາກກົມພາສີໃຫ້ຮູ້ວ່າ, ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າທັງໝົດຂອງຫວຽດນາມ ໃນເຄິ່ງຕົ້ນເດືອນພຶດສະພາ ປີ 2026 ບັນລຸໄດ້ 47,7 ຕື້ໂດລາສະຫະລັດ.

ຫວຽດນາມ - ລາວ: ຊຸກຍູ້ມູນຄ່າການຄ້າສອງຝ່າຍໃຫ້ບັນລຸໄດ້ຫຼາຍກວ່າ 4 ຕື້ໂດລາສະຫະລັດ ໃນປີ 2026
ມອບເງິນເກືອບ 400 ລ້ານດົ່ງເພື່ອໜູນຊ່ວຍມຽນມາ ຜ່ານຜ່າຜົນຮ້າຍຫຼັງຈາກແຜ່ນດິນໄຫວ
ການນຳເຂົ້າ-ສົ່ງອອກ ຂອງຫວຽດນາມ ໃກ້ຈະບັນລຸຕົວເລກ 400 ຕື້ໂດລາສະຫະລັດ
ຮູບປະກອບ.

ສິ່ງທີ່ໜ້າສົນໃຈຄື, ໃນມູນຄ່າການສົ່ງອອກທີ່ມີຫຼາຍກວ່າ 21 ຕື້ໂດລາສະຫະລັດນັ້ນ, ບັນດາວິສາຫະກິດທີ່ມີທຶນຮ່ວມລົງທຶນໂດຍກົງຈາກຕ່າງປະເທດ (FDI) ແມ່ນໄດ້ປະກອບສ່ວນເຂົ້າສູງເຖິງ 16,8 ຕື້ໂດລາສະຫະລັດ, ເຊິ່ງເປັນການຢັ້ງຢືນເຖິງຖານະບົດບາດໃນການເປັນກຳລັງຂັບເຄື່ອນຕົ້ນຕໍ ທີ່ຊຸກຍູ້ການເຕີບໂຕດ້ານການສົ່ງອອກຂອງຫວຽດນາມ. ກຸ່ມສິນຄ້າປະເພດເຄື່ອງຄອມພິວເຕີ, ຜະລິດຕະພັນເອເລັກໂຕຣນິກ ແລະ ອຸປະກອນປະກອບ ຍັງຄົງຮັກສາຕຳແໜ່ງເປັນ "ຫົວຈັກລາກແກ່" ຢ່າງໝັ້ນຄົງ ດ້ວຍມູນຄ່າການຄ້າບັນລຸໄດ້ຫຼາຍກວ່າ 6 ຕື້ໂດລາສະຫະລັດ. ການເຕີບໂຕຢ່າງແຂງແຮງຂອງບັນດາລາຍການສິນຄ້າເຕັກໂນໂລຊີ ແລະ ອຸດສາຫະກຳປຸງແຕ່ງ, ຜະລິດ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ຍັງຄົງເປັນຂໍ້ຕໍ່ອັນສຳຄັນໃນຕ່ອງໂສ້ອຸປະທານທົ່ວໂລກ. ນອກຈາກນັ້ນ, ບັນດາປະເພດສິນຄ້າມູນເຊື້ອ ເປັນຕົ້ນແມ່ນ: ເຄື່ອງຕຳແຜ່ນຕັດຫຍິບ; ເກີບທຸກປະເພດ ກໍຍັງຄົງຮັກສາທ່າອ່ຽງການຟື້ນໂຕໄດ້ເປັນຢ່າງດີ ດ້ວຍມູນຄ່າບັນລຸໄດ້ 1,4 ຕື້ໂດລາສະຫະລັດ ແລະ 1 ຕື້ໂດລາສະຫະລັດ ຕາມລໍາດັບ.

ໃນທິດທາງກົງກັນຂ້າມ, ມູນຄ່າການນຳເຂົ້າສິນຄ້າໃນເຄິ່ງຕົ້ນເດືອນພຶດສະພາ ບັນລຸໄດ້ 26,7 ຕື້ໂດລາສະຫະລັດ. ໃນນັ້ນ, ກຸ່ມວິສາຫະກິດ FDI ມີມູນຄ່າການນຳເຂົ້າເກືອບ 20 ຕື້ໂດລາສະຫະລັດ. ການນຳເຂົ້າແມ່ນສຸມໃສ່ຢ່າງແຂງແຮງເຂົ້າໃນກຸ່ມສິນຄ້າປະເພດວັດຖຸດິບຕົ້ນທຶນ ແລະ ຈັກຈັກອຸປະກອນ. ລາຍການທີ່ນຳໜ້າໃນບັນຊີການນຳເຂົ້າ ແມ່ນເຄື່ອງຄອມພິວເຕີ, ຜະລິດຕະພັນເອເລັກໂຕຣນິກ ແລະ ອຸປະກອນປະກອບ ດ້ວຍມູນຄ່າສູງເຖິງ 10,7 ຕື້ໂດລາສະຫະລັດ.

ຕົວເລກສະສົມນັບຕັ້ງແຕ່ຕົ້ນປີມາຈົນຮອດວັນທີ 15 ພຶດສະພາ, ມູນຄ່າການນຳເຂົ້າ-ສົ່ງອອກທົ່ວປະເທດບັນລຸໄດ້ 394 ຕື້ໂດລາສະຫະລັດ, ໂດຍມີລະດັບການຂາດດຸນການຄ້າ (ນຳເຂົ້າກາຍສົ່ງອອກ) ຢູ່ທີ່ປະມານ 14 ຕື້ໂດລາສະຫະລັດ. ທ່າອ່ຽງການນຳເຂົ້າ-ສົ່ງອອກໃນຊ່ວງບັນດາເດືອນຕົ້ນປີສະແດງໃຫ້ເຫັນວ່າ, ກິດຈະກຳການຜະລິດ, ປຸງແຕ່ງ ແລະ ການຄ້າສາກົນ ພວມມີການຟື້ນໂຕຢ່າງແຂງແຮງ. ເຖິງຢ່າງໃດກໍຕາມ, ອັດຕາຄວາມໄວໃນການເພີ່ມຂຶ້ນຂອງການນຳເຂົ້າ ທີ່ສູງກວ່າການສົ່ງອອກ ກໍກຳລັງສ້າງແຮງກົດດັນໃນລະດັບໃດໜຶ່ງ ຕໍ່ກັບດຸນການຄ້າໃນໄລຍະຕໍ່ໜ້າ.

Campaign for Tobacco-Free Kids (ອາເມລິກາ) ຊ່ວຍໃຫ້ເດັກນ້ອຍ 2.400 ຄົນ ໄດ້ຮຽນລອຍນໍ້າຢ່າງປອດໄພ Campaign for Tobacco-Free Kids (ອາເມລິກາ) ຊ່ວຍໃຫ້ເດັກນ້ອຍ 2.400 ຄົນ ໄດ້ຮຽນລອຍນໍ້າຢ່າງປອດໄພ

ຍສໝ - ໂຄງການ “ໜູນຊ່ວຍການ​ຜັນ​ຂະຫຍາຍ​ບັນດາການຍື່ນມືຊ່ວຍຢ່າງມີປະສິດທິຜົນ ແລະ ຍືນຍົງ ເພື່ອປ້ອງກັນ, ຕ້ານເດັກນ້ອຍຈົມນ້ຳ” ໂດຍອົງການ Campaign for Tobacco-Free Kids, ອາເມລິກາ ໄດ້ອຸປະຖຳ ຈະຊ່ວຍໃຫ້ເດັກນ້ອຍ 2.400 ຄົນຢູ່ ຮ່າໂນ້ຍ ໄດ້ຮຽນລອຍນ້ຳຢ່າງປອດໄພ.

ຜູ້ແທນສາກົນກວ່າ 400 ທ່ານຈະເຂົ້າຮ່ວມການທ່ຽວຊົມລະດູບານໃໝ່ມິດຕະພາບປີ 2025 ຢູ່ ຮ່າໂນ້ຍ ຜູ້ແທນສາກົນກວ່າ 400 ທ່ານຈະເຂົ້າຮ່ວມການທ່ຽວຊົມລະດູບານໃໝ່ມິດຕະພາບປີ 2025 ຢູ່ ຮ່າໂນ້ຍ

ຍສໝ - ວັນ​ທີ 1 ມີນາ​, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ນະຄອນ ​ຮ່າ​ໂນ້ຍ ຈະ​ສົມທົບ​ກັບພະແນກການ​ທ່ອງ​ທ່ຽວ ​ຮ່າ​ໂນ້ຍ ​ແລະ ຄະນະ​ກຳມະການ​ປະຊາຊົນ​ ເມືອງ​ ເມ​ລິງ​ ຈັດ​​ລາຍການ​ທ່ຽວຊົມລະດູບານໃໝ່​​ມິດຕະພາບ 2025.

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ