ຂະແໜງຖ່າຍຮູບ ຫວຽດນາມ ສ້າງຂີດໝາຍທີ່ບັນດາງານປະກວດຮູບຖ່າຍສາກົນ

17:35 | 19/05/2021

ຂະແໜງຖ່າຍຮູບ ຫວຽດນາມ ໃນໄລຍະທີ່ຜ່ານມາໄດ້ມີບາດກ້າວທີ່ພົ້ນເດັ່ນ, ມີຮູບຖ່າຍຫຼາຍແຜ່ນໄດ້ເຂົ້າຮ່ວມງານປະກວດຮູບຖ່າຍສາກົນ ແລະ ໄດ້ຮັບລາງວັນສູງ. ແຕ່ເຖິງຢ່າງໃດກໍ່ຕາມຄວາມຮຽກຮ້ອງຕ້ອງການທາງດ້ານສິລະປະ ແມ່ນນັບມື້ນັບສູງຂຶ້ນ ບັນດາຮູບຖ່າຍທີ່ເຂົ້າຮ່ວມງານປະກວດຂອງນັກຖ່າຍຮູບ ຫວຽດນາມ ກໍ່ຕ້ອງການມີບັນດາປັດໄຈ ເພື່ອອາດຈະຢັ້ງຢືນ ທີຕັ້ງບົດບາດຂອງຕົນທີ່ບັນດາງານປະກວດຮູບຖ່າຍໃຫຍ່ໃນໂລກ.

ຈຳນວນຜູ້ມີສິດເລືອກຕັ້ງໃນທົ່ວປະເທດກວ່າ 69 ລ້ານຄົນຈະປະຕິບັດສິດໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021-2026 ຈຳນວນຜູ້ມີສິດເລືອກຕັ້ງໃນທົ່ວປະເທດກວ່າ 69 ລ້ານຄົນຈະປະຕິບັດສິດໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021-2026
ປະທານສະພາແຫ່ງຊາດຫວຽດນາມ: ຮັບປະກັນການເລືອກຕັ້ງໄດ້ດຳເນີນຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພຢ່າງເດັດຂາດ ແລະ ປະສົບຜົນສຳເລັດຢ່າງຈົບງາມ ປະທານສະພາແຫ່ງຊາດຫວຽດນາມ: ຮັບປະກັນການເລືອກຕັ້ງໄດ້ດຳເນີນຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພຢ່າງເດັດຂາດ ແລະ ປະສົບຜົນສຳເລັດຢ່າງຈົບງາມ
ຂະແໜງຖ່າຍຮູບ ຫວຽດນາມ ສ້າງຂີດໝາຍທີ່ບັນດາງານປະກວດຮູບຖ່າຍສາກົນ
ຮູບຖ່າຍ “ໂນນຊາລອງກົກ” ຂອງ ວູ້ຈຸງຮວນ

ສິລະປະຖ່າຍຮູບຢູ່ ຫວຽດນາມ ໄດ້ມີບາດກ້າວເດີນໃໝ່ ເມື່ອບໍ່ດົນມານິີ້ ມີນັກຖ່າຍຮູບຫຼາຍຄົນ ໄດ້ມີຊື່ສຽງໃນບັນດາງານປະກວດຮູບຖ່າຍສາກົນ. ຮູບຖ່າຍ “ໂນນຊາລອງກົກ” ໄດ້ຮັບລາງວັນທີສອງທີ່ງານປະກວດຮູບຖ່າຍປີ 2020 ທີ່ຈັດຂຶ້ນຢູ່ ອັງກິດ. ຕົ້ນປີ 2021 ຮູບຖ່າຍ ເວິນໜຸຍ ຂອງ ນັກຖ່າຍຮູບ ຫວູແມັ້ງເກື່ອງ ກໍ່ໄດ້ຮັບລາງວັນຄຳດ້ວຍຫົວເລື່ອງ “ທ່ອງທ່ຽວ” ທີ່ງານປະກວດຮູບຖ່າຍສາກົນ ຊາດາວ ປິ 2011. ເປັນໜ້າສົນໃຈແມ່ນນັກຖ່າຍຮູບ ແຄັ໊ງຟານ ກໍ່ໄດ້ຮັບສອງລາງວັນ ທີ່ງານປະກວດຮູບຖ່າຍສາກົນ TEFA ປີ 2020 ຢູ່ ຍີ່ປຸ່ນ. ທ່ານ ເຈິ່ນຟອງ ປະທານສະພາສິລະປະ ສະມາຄົມນັກຖ່າຍຮູບ ຫວຽດນາມ ຢືນຢັນວ່າ:

“ໃນຫຼາຍປີທີ່ຜ່ານ ຫວຽດນາມ ໄດ້ຮັບຫຼາຍລາງວັນສູງ, ຄຸນນະພາບທາງດ້ານສິລິປະເຕັກນິກຂອງນັກຖ່າຍຮູບ ຫວຽດນາມ ກໍ່ບໍ່ນ້ອຍໜ້າກວ່າເມື່ອທຽບໃສ່ປະເທດອື່ນໆ ຊ້ຳບໍ່ໜຳໃນບັນດາງານປະກວດຮູບຖ່າຍ, ຮູບຖ່າຍ ຫວຽດນາມ ກໍ່ໄດ້ຖືກນຳມາສະແດງທີ່ງານວາງສະແດງຮູບຖ່າຍຕ່າງໆ, ມີນັກຖ່າຍຮູບ ຫວຽດນາມ ຫຼາຍຄົນກໍ່ໄດ້ຮັບນາມມະຍົດສູງຈາກສາກົນ”.

ບັນດາຄວາມງາມທີ່ມີລັກສະນະຮົກເຮື້ອ ປະສົມປະສານກັບລັກສະນະທັນສະໄໝ ເຂັ້ມຂົ້ນໄປດ້ວຍສີສັນອາຊີຕາເວັນອອກຂອງ ຫວຽດນາມ ພ້ອມກັບຄວາມຫຼາກຫຼາຍສີສັນທາງດ້ານວັດທະນະທຳບັນດາເຜົ່າ ກໍ່ແມ່ນບັນດາທ່າໄດ້ປຽບ ເພື່ອໃຫ້ນັກຖ່າຍຮູບ ຫວຽດນາມ ສາມາດຖ່າຍເອົາບັນດາຮູບຖ່າຍທີ່ດີເດັ່ນ ສ້າງຄວາມປະທັບໃຈຢ່າງເລິກເຊິ່ງທີ່ບັນດາງານປະກວດຮູບຖ່າຍສາກົນ. ພິເສດ ພ້ອມກັບຄວາມຂະຫຍັນຂັນເຄື່ອນປະດິດຄິດສ້າງ ສະດຸ້ງໄວໃນການສຳຜັດກັບເຕັກໂນໂລຊີທັນສະໄໝ ກັບບັນດານັກຖ່າຍຮູບໜຸ່ມ, ຮູບຖ່າຍຂອງນັກຖ່າຍຮູບ ຫວຽດນາມ ນັບມື້ນັບມີຄຸນນະພາບສູງ. ທ່ານ ແທັງມ່ຽນ ສັງກັດສະມາຄົມນັກຖ່າຍຮູບ ຫວຽດນາມ ໃຫ້ຮູ້ວ່າ:

“ນັກຖ່າຍຮູບໜຸ່ມ ກໍ່ມີຄວາມເກັ່ງກ້າທາງດ້ານເຕັກໂນໂລຊີ ແລະ ຖ່າຍຮູບພ້ອມກັບຄວາມເມົາມົວຂອງເຂົາເຈົ້າ. ຂ້າພະເຈົ້າກໍ່ຮູ້ດີວ່າຫຼາຍຄົນຢູ່ພາກໃຕ້ ໄດ້ອອກສູ່ພາກເໜືອ, ໄປຍັງ ໝູ່ກັງຈ໋າຍ ແລະ ຕ້ອງສະຫຼະເວລາເພື່ອຖ່າຍເອົາບັນດາຮູບຖ່າຍ ເພື່ອໂຄສະນາອອກສູ່ໂລກພາຍນອກ ແລະ ບັນດາຮູບຖ່າຍຂອງເຂົາເຈົ້າແມ່ນດີເດັ່ນທີ່ສຸດ”.

ດ້ວຍການພັດທະນາຢ່າງວອງໄວຂອງເຕັກໂນໂລຊີ ເຕັກນິກດີຈີຕອນ, ຄວາມຕ້ອງການທາງດ້ານສິລະປະແມ່ນນັບມື້ນັສູງຂຶ້ນ, ນັກຖ່າຍຮູບ ຫວຽດນາມ ຍັງຕ້ອງປະເຊີນໜ້າກັບສິ່ງທ້າທາຍບໍ່ໜ້ອຍ ຂະນະທີ່ຕ້ອງປ່ຽນແປງໃໝ່ ລົງທຶນທາງດ້ານເຕັກນິກຫຼາຍກວ່າອີກ ເພື່ອແກ້ໄຂຮູບຖ່າຍ ເພື່ອມີຄຸນນະພາບສູງ. ທ່ານ ຮວ່າງຢ້ຽວ ຫົວໜ້າຄະນະຈັດຕັ້ງແຂ່ງຂັນສະມາຄົມນັກຖ່າຍຮູບ ຫວຽດນາມ ຖືວ່າ:

“ນັກຖ່າຍຮູບສ່ວນຫຼາຍກໍ່ຕ້ອງຄົ້ນຄວ້າຢ່າງລະອຽດສຳລັບຫົວເລື່ອງ ກ່ຽວກັບທຳມະຊາດ, ນັກຖ່າຍຮູບ ຫວຽດນາມ ຕ້ອງຄັດເລືອກນຳເອົາຮູບພາບຂອງປະເທດຊາດ ຄວາມເປັນເອກະລັກຢູ່ບັນດາເຂດພາກ ອອກສູ່ໂລກພາຍນອກ. ດັ່ງນັ້ນ ນັກຖ່ານຮູບຈຶ່ງມີຄວາມລຳບາກກາກກຳຕ້ອງຊອກຮູ້ຫົວເລື່ອງ ຈຶ່ງສາມາດປະສົບຜົນສຳເລັດໄດ້ ນັບທັງຢູ່ພາຍໃນ ແລະ ຕ່າງປະເທດ”.

ຕາມທ່ານ ຫວູແອັງຕ໊ວນ ຮອງປະທານສະພາສິລະປະສະມາຄົມນັກຖ່າຍຮູບ ຫວຽດນາມ, ບັນດານັກຖ່າຍຮູບສາມາດຊອກຮູ້ສິ່ງຕ່າງໆເພື່ອຄົ້ນຫາບັນດາຫົວເລື່ອງໃໝ່ມີຄວາມເປັນເອກະລັກສະເພາະ ເພື່ອສາມາດສ້າງຄວາມປະທັບໃຈໃນເວທີສາກົນ. ທ່ານ ກ່າວວ່າ:

“ເພື່ອບືນຕົວອອກສູ່ໂລກ, ບັນດານັກຖ່າຍຮູບ ຫວຽດນາມ ຕ້ອງລົງເລິກເຂົ້າໃນຫຼາຍຂົງເຂດ, ຫົວເລື່ອງທີ່ແຕກຕ່າງກັນ ເພາະວ່າ ຜ່ານງານປະກວດຮູບຖ່າຍສາກົນຄັ້ງຕ່າງໆກໍ່ມີຫຼາຍຫົວເລື່ອງທີ່ຈະແຈ້ງ. ບັນດານັກຖ່າຍຮູບ ຫວຽດນາມ ຕ້ອງຊອກຮູ້ຮຽນຮູ້ຫຼາຍກວ່າອີກ ເພື່ອມີບັນດາຮູບຖ່າຍທີ່ດີເດັ່ນ”.

ດ້ວຍບັນດາລາງວັນທີ່ດີເດັ່ນທີ່ຍາດມາໄດ້ ໃນງານປະກວດຮູບຖ່າຍສາກົນຄັ້ງຕ່າງໆ, ນັກຖ່າຍຮູບ ຫວຽດນາມ ພວມຄ່ອຍໆຢັ້ງຢືນເຄື່ອງໝາຍຂະແໜງຖ່າຍຮູບຂອງ ຫວຽດນາມ ໃນໂລກ. ໃນສະໄໝເຕັກໂນໂລຊີ 4.0, ເຕັກນິກດີຈີຕອນ ໄດ້ພັດທະນາຢ່າງຕໍ່ເນື່ອງ ກໍ່ຮຽກຮ້ອງໃຫ້ນັກຖ່າຍຮູບ ຫວຽດນາມ ຕ້ອງຝຶກຝົນຮຽນຮູ້ເພື່ອມີຮູບຖ່າຍທີ່ມີຄຸນນະພາບ ສາມາດຢັ້ງຢືນທີ່ຕັ້ງບົດບາດໃນສາກົນ ປະກອບສ່ວນໂຄສະນາພາບພົດປະເທດຊາດ ແລະ ຊາວຫວຽດນາມ.

ຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການປະຈຳ ກ່ຽວກັບປະຊາທິປະໄຕ ແລະ ສິດທິມະນຸດ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການປະຈຳ ກ່ຽວກັບປະຊາທິປະໄຕ ແລະ ສິດທິມະນຸດ

ຍສໝ - ກອງປະຊຸມ ໄດ້ຈັດຂຶ້ນດ້ວຍຮູບການຖ່າຍທອດສົດ ໂດຍຄະນະກຳມະການປະຈຳ ກ່ຽວກັບປະຊາທິປະໄຕ ແລະ ສິດທິມະນຸດ ຂອງອົງການ IPU ພາຍໃຕ້ຂອບຂອງກອງປະຊຸມສະມັດຊາໃຫຍ່ຄັ້ງທີ 142 ຂອງສະຫະພັນລັດຖະສະພາລະຫວ່າງຊາດ (IPU-142).

ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ກ່ຽວ​ກັບ ຊີ​ວິດ ແລະ ພາ​ລະ​ກິດ​ຂອງ ປະ​ທານ ໂຮ່​ຈີ​ມິນ ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ກ່ຽວ​ກັບ ຊີ​ວິດ ແລະ ພາ​ລະ​ກິດ​ຂອງ ປະ​ທານ ໂຮ່​ຈີ​ມິນ

ຍ​ສ​ໝ - CVFS ໄດ້​ນຳ​ບັນ​ດາ​ໜັງ​ສາ​ລະ​ຄະ​ດີ ກ່ຽວ​ກັບ​ແບບ​ແຜນ​ດຳ​ລົງ​ຊີ​ວິດ​ແບບ​ລຽບ​ງ່າຍ, ຄວາມ​ຮັ​ກ​ແພງ​ອອກ​ແຮງ​ງານ ຂອງ​ປະ​ທານ​ໂຮ່​ຈີ​ມິນ ໂດຍ​ເປັນ​ຜູ້​ມີ​ສະ​ຫງວນ​ຕະຫຼອດ​ຊີ​ວິດ​ຂອງ​ຕົນ​ເພື່ອ​ເປົ້າ​ໝາຍ “ສູ້​ຊົນ​ໃຫ້​ສິດ​ຜົນ​ປະ​ໂຫຍດ​ຂອງ​ຊາດ ແລະ ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ”ມາ​ຍັງ​ກອງ​ປະ​ຊຸມ​ສຳ​ມະ​ນາ.

ສັນ​ຍາ​ການ​ຄ້າ​ສະ​ບັບ​ຕ່າງໆ ພວມເປີດໂອກາດໃຫ້ບັນດາວິສາຫະກິດເພີ່ມວົງເງິນສົ່ງອອກຜັກ, ໝາກໄມ້ໃນປີນີ້ ສັນ​ຍາ​ການ​ຄ້າ​ສະ​ບັບ​ຕ່າງໆ ພວມເປີດໂອກາດໃຫ້ບັນດາວິສາຫະກິດເພີ່ມວົງເງິນສົ່ງອອກຜັກ, ໝາກໄມ້ໃນປີນີ້

ຍສໝ - ພິເສດ, ສັນຍາ UKVFTA ໝັ້ນໝາຍວ່າຈະສ້າງກຳລັງໜູນໃໝ່ໃຫ້ແກ່ການຮ່ວມມືເສດຖະກິດ - ການຄ້າ ໃນໄລຍະຈະມາເຖິງ. ເພາະວ່າ 94% ປະເພດພາສີໃນຍອດຈຳນວນ ທັງໝົດ 547 ປະເພດ ສຳລັບຜັກ, ໝາກໄມ້ ແລະ ຜະລິດຕະພັນຜະລິດຈາກຜັກໝາກໄມ້ ລວມ ໄດ້ຮັບບຸລິມະສິດດ້ວຍອັດຕາພາສີ 0%.

vovworld.vn

ເຫດການ
302 Found

Found

The document has moved here.