ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິ​ນ​ເດຍ ຮຽກ​ຮ້ອງ​ສະ​ໜັບ​ສະ​ໜູນ ປະ​ຊາ​ຊົນ ອິນ​ເດຍ ປ້ອງ​ກັນ​ຕ້ານ ໂລກ​ລະ​ບາດ​ໂຄວິດ - 19

11:00 | 15/05/2021

ຍ​ສ​ໝ - ຕໍ່​ໜ້າ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ພ​ວມ​ແຜ່​ລາມ​ໃນ​ວົງ​ກ້​ວາງ ແລະ ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່​ອິນ​ເດຍ, ວັນ​ທີ 6 ພຶດ​ສະ​ພາ​ທີ່​ຜ່ານ​ມາ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິ​ນ​ເດຍ​ໄດ້​ປຸກ​ລະ​ດົມ​ຄຳ​ຮຽກ​ຮ້ອງ​ອຸ​ປະ​ຖຳ, ໜູນ​ຊ່ວຍ​ປະ​ຊາ​ຊົນ ໃນ​ທົ່ວ​ປະ​ເທດ.

ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ມອ​ບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ 100 ອັນ ແລະ ເຄື່ອງ​ຜະ​ລິດ​ອົກ​ຊີ ໃຫ້​ແກ່​ປະ​ຊາ​ຊົນ​ອິນ​ເດຍ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ມອ​ບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ 100 ອັນ ແລະ ເຄື່ອງ​ຜະ​ລິດ​ອົກ​ຊີ ໃຫ້​ແກ່​ປະ​ຊາ​ຊົນ​ອິນ​ເດຍ
ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ກຳ​ປູ​ເຈຍ ມອບ​ເງິນ​ເປັນ​ຈຳ​ນວນ 500 ລ້ານ​ດົ່ງ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ປະ​ຊາ​ຊົນ ກຳ​ປູ​ເຈຍ​ເພື່ອ​ປ້ອງ​ກັນ​ສະ​ກ​ັດ​ກັ້ນ​ໂລກ​ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ກຳ​ປູ​ເຈຍ ມອບ​ເງິນ​ເປັນ​ຈຳ​ນວນ 500 ລ້ານ​ດົ່ງ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ປະ​ຊາ​ຊົນ ກຳ​ປູ​ເຈຍ​ເພື່ອ​ປ້ອງ​ກັນ​ສະ​ກ​ັດ​ກັ້ນ​ໂລກ​
ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິ​ນ​ເດຍ ຮຽກ​ຮ້ອງ​ສະ​ໜັບ​ສະ​ໜູນ ປະ​ຊາ​ຊົນ ອິນ​ເດຍ ປ້ອງ​ກັນ​ຕ້ານ ໂລກ​ລະ​ບາດ​ໂຄວິດ - 19

ທ່ານ​ຮ່າ​ມິງ​ເຫ້ວ ຕາງ​ໜ້າ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ມາ​ຄົມ​ ຮັບ​ເງິນ​ເປັນ​ຈຳ​ນວນ 86 ລ້ານ ດົ່ງ​ຂອງບ​ບັນ​ດາ​ຜູ້​ໃຈ​ບູນ​ໃຈ​ກູ້​ສົນ

ຕອນ​ເຊົ້າ​ວັນ​ທີ 13 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ​ສ​ະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິ​ນ​ເດຍ ໄດ້​ຮັບ​ການ​ໜູນ​ຊ່ວ​ຍ​ຈາກ​ສ່ວນ​ບຸກ​ຄົນ, ໜ່ວຍ​ງານ​ສະໜັບ​ສະ​ໜູນ​ໃຫ້​ປະ​ຊາ​ຊົນ​ອິ​ນ​ເດຍ ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ຕໍ່​ໜ້າ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ພ​ວມ​ແຜ່​ລາມ​ໃນ​ວົງ​ກ້​ວາງ ແລະ ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່​ອິນ​ເດຍ, ວັນ​ທີ 6 ພຶດ​ສະ​ພາ​ທີ່​ຜ່ານ​ມາ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິ​ນ​ເດຍ​ໄດ້​ປຸກ​ລະ​ດົມ​ຄຳ​ຮຽກ​ຮ້ອງ​ອຸ​ປະ​ຖຳ, ໜູນ​ຊ່ວຍ​ປະ​ຊາ​ຊົນ ໃນ​ທົ່ວ​ປະ​ເທດ. ບັ້ນ​ຂົນ​ຂວາຍ​ຄັ້ງ​ນີ້​ໄດ້​ຮັບ​ການ​ຕອບ​ສະ​ໜອງ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຈາກຫຼາຍ​ອົງ​ການ, ສ່ວນ​ບຸ​ກ​ຄົນ, ບັນ​ດາ​ຜູ້​ຄົນ​ທີ່​ເຄີຍ​ຮ່ຳ​ຮຽນ, ເຮັດ​ວຽກ, ທ່ອງ​ທ່ຽວ​ຢູ່ ອິນ​ເດຍ ແລະ ຮັກ​ແພງ​ປະ​ເທດນີ້. ໃນ​ວັນ​ທີ 13 ພຶດ​ສະ​ພາ, ຜູ້​ຕາງ​ໜ້າ​ບັນ​ດ​າ​ສ່ວນ​ບຸ​ກ​ຄົນ, ອົງ​ການ​ເຂົ້າ​ຮ່ວມ​ການ​ສະ​ໜັບ​ສະ​ໜູນ​ໄດ້​ມອບ​ໃຫ້​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິ​ນ​ເດຍ​ເງິນ​ເປັນ​ຈຳ​ນວນ 86 ລ້ານ​ດົ່ງ.

ໂດຍ​ຕາງ​ໜ້າ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ, ທ່ານ ຮ່າ​ມິງ​ເຫ້ວ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ມາ​ຄົມ​ໄດ້​ສົ່ງ​ຄຳ​ຂອບ​ໃຈ​ບັນ​ດາ​ຜູ້​ໃຈ​ບູນ ແລະ ຖື​ວ່າ ນີ້​ແມ່ນ​ຄວາມ​ສົນ​ໃຈ, ຊ່ວ​ຍ​ເຫຼືອ​ຢ່າງ​ທັນ​ການ​ທີ່​ສຸດ​ໃນ​ໄລ​ຍະ​ ອິ​ນ​ເດຍ​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້​ງ​ຍາກ​ທີ່​ສຸດ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ລາດ​ໂຄວິດ - 19.

ທ່ານ ຮ່າ​ມິງ​ເຫ້ວ ໃຫ້​ຮູ້​ວ່າ, ກ​ານ​ເຄື່ອນ​ໄຫວ​ອຸ​ປະ​ຖຳ, ສະ​ໜັ​ບ​ສະ​ໜູນ​ໂດຍ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິ​ນ​ເດຍ ປຸກ​ລະ​ດົມ ໄດ້​ຮັບ​ການ​ຕອບ​ສະ​ໜອງ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຈາກ​ບັນ​ດາ​ອົງ​ການ, ສ່ວນ​ບຸກ​ຄົນ, ວິ​ສາ​ຫະ​ກິດ ຫວຽດ​ນາມ ທີ່​ຮັກ​ແພງ​ປະ​ເທດ ອິນ​ເດຍ.

ພິ​ເສດ​ແມ່ນ ໃນ​ວັນ​ທີ 11 ພຶດ​ສະ​ພາ​ທີ່​ຜ່ານ​ມາ, ທ່ານ ຫງວຽນ​ແມັງ​ຮຸ່ງ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິ​ນ​ເດຍ ໄດ້​ມອ​ບ​ໃຫ້​ປະ​ຊາ​ຊົນ​ອິ​ນ​ເດຍ ເຄື່ອງ​ຊ່ວຍ​ຫາຍ​ໃຈ 100 ອັນ​ທີ່​ມີ​ມູນ​ຄ່າ 10 ຕື້​ດົ່ງ, ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ກໍ່​ໄດ້​ມອບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ 100 ອັນ ແລະ ເຄື່ອງ​ຜະ​ລິດ​ອົກ​ຊີ 50 ອັນ ທີ່​ມີ​ມູນ​ຄ່າ 14 ຕຶ້ ດົ່ງ.

ທ່ານ​ຮ່າ​ມິງ​ເຫ້ວ​ກໍ່​ໃຫ້​ຮູ້​ວ່າ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິ​ນ​ເດຍ ຈະ​ສືບ​ຕໍ່​ຮັບ​ການ​ສະ​ໜັບ​ສະ​ໜູນ ປະ​ຊາ​ຊົນ​ອິນ​ເດຍ​ຈົດ​ໝົດ​ວັນ​ທີ 14 ພຶດ​ສະ​ພາ ແລະ ຈະ​ມາ​ນະ​ພະ​ຍາ​ຍາມ​ສົ່ງ​ຈຳ​ນວນ​ເງິນ​ດັ່ງ​ກ່າວ​ໄປ​ຍັງ​ອິ​ນ​ເດຍ​ໂດຍ​ໄວ.

ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ມອ​ບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ 100 ອັນ ແລະ ເຄື່ອງ​ຜະ​ລິດ​ອົກ​ຊີ ໃຫ້​ແກ່​ປະ​ຊາ​ຊົນ​ອິນ​ເດຍ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ມອ​ບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ 100 ອັນ ແລະ ເຄື່ອງ​ຜະ​ລິດ​ອົກ​ຊີ ໃຫ້​ແກ່​ປະ​ຊາ​ຊົນ​ອິນ​ເດຍ

ຍ​ສ​ໝ - ພິ​ທີ​ມອບ​ຮັບ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 12 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ດ້ວຍຍອດ​ມຸນ​ຄ່າ​ເກືອບ 14 ຕື້​ດົ່ງ.

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ກຳ​ປູ​ເຈຍ ມອບ​ເງິນ​ເປັນ​ຈຳ​ນວນ 500 ລ້ານ​ດົ່ງ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ປະ​ຊາ​ຊົນ ກຳ​ປູ​ເຈຍ​ເພື່ອ​ປ້ອງ​ກັນ​ສະ​ກ​ັດ​ກັ້ນ​ໂລກ​ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ກຳ​ປູ​ເຈຍ ມອບ​ເງິນ​ເປັນ​ຈຳ​ນວນ 500 ລ້ານ​ດົ່ງ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ປະ​ຊາ​ຊົນ ກຳ​ປູ​ເຈຍ​ເພື່ອ​ປ້ອງ​ກັນ​ສະ​ກ​ັດ​ກັ້ນ​ໂລກ​

ຍ​ສໝ - ທີ່​ການມອບ​ຮັບ, ທ່ານ​ນາງ ຫງວຽນ​ເຟືອງ​ງາ​ ປະ​ທານ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະ​ພາບ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ໃນ​ຊຸມ​ວັນ​ຜ່ານ​ມາ, ພ້ອມ​ທັງ​ແບ່​ງ​ປັນ​ຄວາມ​ຫຍຸ້ງ​ຍາກ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ສະ​ກັດ​ກັ້ນ​ໂລກ​ລະ​ລາດ​ໂຄວິດ - 19 ຂອງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ກຳ​ປູ​ເຈຍ.

ດ້ຽນ​ບຽນ​ມອບ​​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່ 6 ແຂວງ​ທາງ​ພາກ​ເໜືອ​ຂອງລາວ ດ້ຽນ​ບຽນ​ມອບ​​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່ 6 ແຂວງ​ທາງ​ພາກ​ເໜືອ​ຂອງລາວ

ຍ​ສ​ໝ - ດ້ວຍ​ງົບ​ປະ​ມານ​ກ່​ວາ 600 ລ້ານ​ດົ່ງ, ຄະ​ນະ​ຊີ້​ນຳ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ແຂວງດຽນ​ບຽນໄດ້​ລົງ​ທຶນ​ເຂົ້າ​ການ​ຊື້​ບັນ​ດາ​ອຸ​ປະ​ກອນ​ການ​ແພດທີ່​ຈຳ​ເປັນ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່ 6 ແຂວງ​ທາງ​ພາກ​ເໜືອລາວ, ແຕ່​ລະ​ແຂວງ​ລວມ​ມີ: ຜ້າ​ອັດ​ປາກ​ດັງ 32.000 ອັນ, ຢາ​ລ້າງ​ມື​ຂ້າ​ເຊື້ອ 200 ຕຸກ, ຊຸດ​ປ້ອງ​ກັນ​ຕ້ານ​ເຊື້ອລະ​ດັບ 3.300 ຊຸດ.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.