ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳ​ຫຼວດໂຕ​ເລີມ​ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູ ນິວ​ຊີ​ແລນ 

08:49 | 04/12/2020

ຍ​ສ​ໝ - ທ່ານ ໂຕ​ເລິມ​ໄດ້​ເນັ້ນ​ໜັກ​ວ່າ ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ​ການ​ຊ່ວຍ​ເຫຼືອ​ຂອງ​ໝູ່​ຄະ​ນະ​ພະ​ນັກ​ງານ​ສະ​ຖານ​ທູດ, ພິ​ເສດ​ແມ່ນ ທ່ານ​ນາງ Wendy Matthews ເອກ​ອັກ​ຄະ​ລັດ​ຖະ​ທູດ ເຊິ່ງ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າຫຼາຍ​ຢ່າງ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ອວຍ​ພອນ​ວັນ​ຊາດ ສ​ປ​ປ. ​ລາວ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມ​ວາ​ລະ​ປຶກ​ສາ​ຫາ​ລື​ທີ ສອງ​ທີ່ກອງ​ປະ​ຊຸມ​ສຸດຍອດ G20
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳ​ຫຼວດໂຕ​ເລີມ​ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູ ນິວ​ຊີ​ແລນ
ບັນຍາກາດທີ່ການ​ຕ້ອນ​ຮັບ (ພາບ: cand.com.vn)

ຕ່ອນ​ບ່າຍ​ວັນ​ທີ 2 ທັນ​ວາ, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ເອກ ໂຕ​ເລິມ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໄດ້​ໃຫ້​ກາ​ນ​ຕ້ອນ​ຮັບ​ທ່ານ​ນາງ Wendy Matthews ເອກ​ອັກ​ຄະ​ລັດ​ຖະ​ທູດ ນິວ​ຊີ​ແລນ ປະ​ຈຳ​ ຫວຽດ​ນາມ ໄດ້​ມາ​ເຂົ້າ​ຢ້​ຽມ​ອຳ​ລາ ເນື່ອ​ງ​ໃນ​ໂອ​ກາດ​ສິນ​ສຸດ​ການ​ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຂອງ​ຕົນ.

ທ່ານ ໂຕ​ເລິມ​ໄດ້​ເນັ້ນ​ໜັກ​ວ່າ ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ​ການ​ຊ່ວຍ​ເຫຼືອ​ຂອງ​ໝູ່​ຄະ​ນະ​ພະ​ນັກ​ງານ​ສະ​ຖານ​ທູດ, ພິ​ເສດ​ແມ່ນ ທ່ານ​ນາງ Wendy Matthews ເອກ​ອັກ​ຄະ​ລັດ​ຖະ​ທູດ ເຊິ່ງ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າຫຼາຍ​ຢ່າງ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ເຂົ້າ​ການ​ສ້າງ​ສາ​ການ​ພົວ​ພັນ​ທີ່​ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ແລະ ອົງ​ການ​ຕຳ​ຫຼວດ ນິວ​ຊີ​ແລນ.

ທ່ານ​ນາງ Wendy Matthews ກໍ່​ເຊື່ອ​ໝັ້ນ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ນິວ​ຊີ​ແລນ ແລະ ຫວຽດ​ນາມ ຈະ​ນັບ​ມື້​ນັບ​ພັດ​ທະ​ນາ, ບັນ​ລຸ​ໄດ້ໝາກ​ຜົນ​ສຳ​ຄັນ, ຕັ້ງ​ໜ້າຫຼາຍ​ຢ່າງ. ທ່ານ​ນາງ​ກໍ່​ຢັ້ງ​ຢືນ​ໃນ​ຖາ​ນະ​ຕຳ​ແໜ່ງ​ໃໝ່​ຂອງ​ຕົນ ຈະ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ ນິ​ວ​ຊີ​ແລນ ແລະ ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ​ໃຫ້ຫຼາຍ​ກ່າວ​ອີກ.

ນິ​ວ​ຊີ​ແລນ ປະ​ກາດ​ບ້ວງ​ເງິນ​​ເປັນ​ຈຳ​ນວນ 170.000 ໂດ​ລາ​ ນິວ​ຊີ​ແລນ ເພື່ອໜູນ​ຊ່ວຍຮີບ​ດ່ວນ​​ໃຫ້​ແກ່ເຂດ​ພາກ​ການ ຫວຽດ​ນາມ

ຍ​ສ​ໝ - ບ້ວງ​ເງິນ​ໜູນ​ຊ່ວຍ​ຮີບ​ດ່ວນ​ລວມ​ມີ ເງິນຈຳ​ນວນ 150.000 ໂດ​ລາ​ນິວ​ຊີ​ແລນ ຜ່ານ UNICEF ແລະ 20.000 ໂດ​ລາ​ນິວ​ຊີ​ແລນ ໃຫ້​ແກ່ກອງ​ທຶນ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ຮີບ​ດ່ວນ​ຂອງ​ອົງ​ການ​ວິ​ໄສ​ທັດ ໂລກ (World Vision).

ຫວຽດ​ນາມ ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ກຸ່ມ​ບັນ​ດາ​ປະ​ເທດ​ອາ​ຊີ - ປາ​ຊີ​ຟ​ິກ​ຢູ່​ແອັດ​ສະ​ປາຍ

ຍ​ສ​ໝ - ທ່ານ​ ຮ່​ວາງ​ຊ​ວັນ​ຫ໋າຍ ກໍ່​ເນັ້ນ​ໜັກ​ເຖິງ​ການ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດນາມ - ແອັດ​ສະ​ປາຍ ໃນ​ຊຸມ​ປີ​ຜ່ານ​ມາ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ລະ​ຫວ່າງ ແອັດ​ສະ​ປາຍ ແລະ ບັນ​ດາ​ປະ​ເທດ​ອາ​ຊີ - ປາ​ຊີ​ຟິກ, ໃນ​ນັ້ນ ຫວ​ຽດ​ນາມ ຈະ​ກັບ​ຄື​ນ​ທ່າ​ພັດ​ທະ​ນາ ແລະ ເປີດ​ກ້​ວາງ​ກ່​ວາ​ອີກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຫວຽດ​ນາມ - ນິວ​ຊີ​ແລນ ຈະ​ສ້າງ​ກາ​ລະ​ໂອ​ກາດ​ໃໝ່​ໃນການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຍ​ສໝ - ບົດ​ຂຽນ​ໄດ້ຄັດສະເໜີ​ການໃຫ້ຂໍ້ສັງເກດຂອງ​​ທ່ານ Mitchell Pham ນັກຊ່ຽວຊານ, ປະ​ທານສະ​ພາດີ​ຈີ​ຕອນ Aotearoa, ສະ​ມາ​ຊິກ​ສະ​ພາ​ທົ່ວ​ໂລກ​ຂອງ​ສະ​ມາ​ຄົມ ອາ​ຊີ, ຫົວ​ໜ້າ​ກຸ່ມວິ​ສາ​ຫະ​ກິດ Augen Software Group, ຕີ​ລາ​ຄາ​ຕໍ່ເລື່ອງ ຫວຽດ​ນາມ ແລ​ະ ນິວ​ຊີ​ແລນ ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ແມ່ນ “ສີ່​ງ​ທີ່​ມະ​ຫັດ​ສະ​ຈັນ”.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.