ນະຄອນ ດານັງ: ກະກ່ຽມໃຫ້ກອງປະຊຸມຊັ້ນສູງອາຊຽນເທື່ອທີ່ 36.

11:35 | 21/02/2020

ຍສໝ - ກອງປະຊຸມຊັ້ນສູງອາຊຽນເທື່ອທີ່ 36 ຄາດຄະເນຈະເກີດຂື້ນຕົ້ນເດືອນເມສາ 2020 ຢູ່ທີ່ນະຄອນດານັງ. ຄຽງຂ້າງການບຸກປືດຕ້ານເຊື້ອພະຍາດ covid-19, ດາຫນັງ ກໍ່ກຳລັງເຕົ້າຮ່ວມກະກ່ຽມຢ່າງລອບຄອບໃຫ້ບັນດາເຫດການໃນປີ່ ຫວຽດນາມ ເປັນປະທ່ານອາຊຽນ 2020 ຈະເກີດຂື້ນຢູ່ນະຄອນດານັງ.

ຮອງປະທ່ານຄະນະກຳມະການປົກຄອງນະຄອນ ດາຫນັງ, ທ່ານ ໂຫກິມິງ ໄດ້ມີການຮັບຕ້ອນ ແລະ ເຮັດວຽກກັບຄະນະໄປກ່ອນເພື່ອກະກຽມກອງປະຊຸມຊັ້ນສູງອາຊຽນເທື່ອທີ່ 36 ຄາດຄະເນຈະເກີດຂື້ນວັນທີ່ 6 - 9 ເດືອນເມສາ 2020 ຢູ່ນະຄອນດານັງ. ຢູ່ຕອນເຮັດວຽກຄະນະໄປກ່ອນເພື່ອກະກຽມໃຫ້ຮູ້ວ່າ ບັນດາຄະນະກຳມະການຄວາມໝັ້ນຄົງ, ສາທາລະນະສຸກ, ອາຊຽນ ແລະ ອະນຸກຳມະການແຫ່ງຊາດ ຈະປະສານງານກັບ ນະຄອນດານັງ ປະຕິບັດແຜນການເພື່ອຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພຢ່າງແທ້ຈິງສຳລັບກອງປະຊຸມລະດັບສູງທີ່ນະຄອນດານັງ.

ນະຄອນ ດານັງ: ກະກ່ຽມໃຫ້ກອງປະຊຸມຊັ້ນສູງອາຊຽນເທື່ອທີ່ 36.

ນະຄອນ ດານັງ ກະກ່ຽມໃຫ້ກອງປະຊຸມຊັ້ນສູງອາຊຽນເທື່ອທີ່ 36. (ພາບ: congthuong.vn)

ກອງປະຊຸມຊັ້ນສູງອາຊຽນເທື່ອທີ່ 36 ເເມ່ນຫນຶ່ງໃນເຫດການສຳຄັນທີ່ຊຸດຂອງປີ່ປະທ່ານອາຊຽນ2020, ມີການເຂົ້າຮວ່ມຂອງບັນດານຳພາຕ່າງປະເທດອາຊຽນ, ເລຂາທີການໃຫຍ່ອາຊຽນ ເເລະ ເເຂກຮັບເຊີນ, ສະນັ້ນທຸກໆບັນຫາຄວາມໝັ້ນຄົງ, ບັນຫາຄວາມປອດໄພດ້ານສະບຽງອາຫານ, ສຸຂະພາບ, ຄວາມປອດໄພດ້ານຂໍ້ມູນຂ່າວສານ…ຕ້ອງຮັບປະກັນຄວາມຮຽກຮ້ອງຕ້ອງການຢ່າງສູງສຸດ. ຮ່ອງປະທ່ານຄະນະກຳມະການປົກຄອງນະຄອນດານັງ ໂຫກິມິງ ຮຽກຮ້ອງໃຫ້ໜ່ວຍງານ ແລະ ພະແນກປັບປຸງຂໍ້ມູນຂ່າວສານ, ຈັດຕັ້ງປະຕິບັດການຕ້ອນຮັບ, ການຂົນສົ່ງ, ຄວາມປອດໄພ, ການຮັກສາສຸຂະພາບ ແລະ ການໂຄສະນາເຜີຍແຜ່ຢ່າງລອບຄອບ.

ກ່ອນກອງປະຊຸມສຸດຍອດອາຊຽນຄັ້ງທີ 36, ນະຄອນດານັງ ຍັງໄດ້ຮັບການຄັດເລືອກໃຫ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 26 ແລະ ກອງປະຊຸມທີ່ກ່ຽວຂ້ອງ, ກຳນົດຈະຈັດຂຶ້ນໃນວັນທີ 8 – 11 ເດືອນມີນາ 2020. ປະຈຸບັນວຽກງານກະກຽມກຳລັງປະສານສົມທົບຢ່າງໃກ້ຊິດ ກັບກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອຮັບປະກັນການ ນະຄອນດານັງໄດ້ຈັດຕັ້ງກິດຈະກຳສຳເລັດຜົນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.