ຄວາມງາມຂອງທົ່ງນາມີທີ່ເປັນເອກະລັກສະເພາະທີ່ສຸດຢູ່ເຂດຕາເວັນຕົກ

00:00 | 28/07/2023

ຍສໝ - ໂດຍ​ຂຶ້ນ​ກັບ​ເຂດ​ຕາ​ແສງ​ນຸຍ​ໂຕ, ເມືອງ​ຈີ​ໂຕນ, ທົ່ງ​ນາ​ທີ່ກວ້າງ​ໃຫຍ່​ໄພ​ສານ ຢູ່​ຕິນ​ພູ ຕ່າ​ປາ ແລະ ໂກ​ໂຕ​ ມີ​ຄວາມ​ງາມ​ແບບ​ໂຮ​ແມນ​ຕິກ​ທີ່​ມີ​ລັກ​ສະ​ນະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ດ້ວຍ​ທົ່ງ​ນາ​ທີ່​ມີຫຼາຍ​ສີ​ສັນສະຫຼັບກັນ.

ຊົມ “ລະດູສຸກເຫຼືອງ” ຢູ່ທົ່ງນາໃຫຍ່ທີ່ສຸດ ເຂດຕາເວັນຕົກສ່ຽງເໜືອ ຊົມ “ລະດູສຸກເຫຼືອງ” ຢູ່ທົ່ງນາໃຫຍ່ທີ່ສຸດ ເຂດຕາເວັນຕົກສ່ຽງເໜືອ
ຄວາມສວຍງາມຂອງທົ່ງນາຂັ້ນໄດຢູ່ຊາປາ, ລາວກາຍ ຄວາມສວຍງາມຂອງທົ່ງນາຂັ້ນໄດຢູ່ຊາປາ, ລາວກາຍ

ເຂດ​ດິນ​ແດນ ເທິດ​ເຊີນ ບັນ​ຈຸ​ຄວາມ​ງາມ​ຂອງ​ເຂດ​ຕາ​ເວັນຕົກ​ແມ່​ນ້ຳ​ລຳ​ເຊ ດ້ວຍ​ປ່າເມລາລູກ້າ ຈ່າຊື ທີ່​ສວຍ​ສົດງົດ​ງາມ, ຕະຫຼາດ​ແມ່​ນ້ຳ ລອງ​ຊຽນ ​ທີ່​ມີ​ການ​ຄ້າ​ຂາຍ​ຄຶກ​ຄື້ນ​ ຕະຫຼອດ​ຮອດ​ວັດ​ບູ​ຮານ ບ່າ​ຈົ໊ວ​ຊື່ ​ມີ​ຄວາມ​ສັກ​ກະ​ລະ​ບູ​ຊາ…. ອານ​ຢາງ ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່ເປັນໜ້າສົນໃຈ ເພື່ອ​ແຂກ​ທ່ອງ​ທ່ຽວ​ໄດ້ຄົ້ນຫາ.

ໂດຍ​ຂຶ້ນ​ກັບ​ເຂດ​ຕາ​ແສງ​ນຸຍ​ໂຕ, ເມືອງ​ຈີ​ໂຕນ, ທົ່ງ​ນາ​ທີ່ກວ້າງ​ໃຫຍ່​ໄພ​ສານ ຢູ່​ຕິນ​ພູ ຕ່າ​ປາ ແລະ ໂກ​ໂຕ​ ມີ​ຄວາມ​ງາມ​ແບບ​ໂຮ​ແມນ​ຕິກ​ທີ່​ມີ​ລັກ​ສະ​ນະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ດ້ວຍ​ທົ່ງ​ນາ​ທີ່​ມີຫຼາຍ​ສີ​ສັນສະຫຼັບກັນ.

ຄວາມງາມຂອງທົ່ງນາມີທີ່ເປັນເອກະລັກສະເພາະທີ່ສຸດຢູ່ເຂດຕາເວັນຕົກ

ທິວ​ທັດ​ທຳ​ມະ​ຊາດທີ່ເປັນເອກະລັກ​ຢູ່​ແຫ່ງ​ນີ້​ໄດ້​ສ້າງ​ຂຶ້ນ​ດ້ວຍ​​ການເຮັດ​ໄຮ່​ເຮັດ​ນາ​ຂອງ​ຊາວ​ທ້ອງ​ຖິ່ນ. ຕາມ​ນັ້ນ​ແລ້ວ, ຊາວ​ກະ​ສິ​ກອນ​ຈະ​ສຸມ​ໃສ່​ເຮັດ​ໄຮ່​ໄຖ​ນາ​ພ້ອມ​ກັບ​ແຕ່​ລະ​ເຂດ​ພາກ, ແຕ່​ທົ່ງ​ນາ​ນີ້​ໄປ​ຍັງ​ທົ່ງ​ນາ​ອື່ນ.

ແຂກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ໄດ້​ຮັບ​ຊົມ​ຄວາມ​ງາມ​ຂອງສີ​ສັນ​​ເຂດ​ທົ່ງ​ນາ​ພາຍ​ໃຕ້​ແສງ​ແດດ​ຍາມຮຸ່ງ​ເຊົ້າ ຫຼື ຕ​າ​ເວັນ​ຕົກ​ດິນເທົ່າ​ນັ້ນ ຫາກ​ຍັງ​ຮູ້​ສຶກ​ໄດ້ເຖິງ​ຄວາມ​ປອດ​ໂປ່ງ, ເຢັນ​ສະ​ບາຍ​ຂອງ​ບັນ​ຍາ​ກາດ​ຢູ່​ແຫ່ງ​ນີ້.

ແຕ່​ລະ​ຄັ້ງ​ທີ່ມາ​ອານ​ຢາງ, ຖ້າ​ຮູ້​ສຶກ​ເມື່ອຍ​ດ້ວຍ​ເສັ້ນ​ທາງ​ທີ່​ໄປ​​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ, ປັດ​ຈຸ​ບັນ ເພື່ອນ​ສາ​ມາດ​ພັກ​ຜ່ອນ​ຢູ່​ເຂດ​ທົ່ງ​ນາ​ຕ່າ​ປະ​ ເປັນ​ເວ​ລາ 2 – 3 ຊົ່ວ​ໂມງ​ເພື່ອ​ຮູ້​ສຶກ​ໄດ້​ຄວາມ​ງາມ​ຂອງ​ເຂດ​ຊົນ​ນະ​ບົດ​ພາກ​ຕາ​ເວັນ​ຕົກ ແລະ ກໍ່​ມີ​ບັນ​ດາ​ພາບ​ຖ່າຍ​ທີ່​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ເຂດ​ດິນ​ແດນ​ ເທິດ​ເຊີນ ​ທີ່​ມີ​ຊື່​ສຽງນີ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.