ນະ​ຄອນ​ໂຮ່​ຈີ​ມິນ​ເຄົາ​ລົບ​ການ​ປະ​ກອບ​ສ່ວນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ

08:00 | 05/05/2021

ຍ​ສ​ໝ - ທ່ານ​ເລບ໊າ​ລິງ, ຜູ້​ສ້າງ​ຕັ້ງ​ບໍ​ລິ​ສັດ Link Nature Power, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ໄທ​ໃຫ້​ຮູ້​ວ່າ ປີ 1960 ພໍ່​ຂອງ​ທ່ານ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໄທ ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ຮຽກ​ຮ້ອງ​ຂອງ ລຸງ​ໂຮ່, ກັບ​ຄືນ​ປະ​ເທດ​ສ້າງ​ສາ​ປະ​ເທດ​ຊາດ.

ໜັງ​ສື​ພິມ ໂປ​ໂລຍ​ເຊີດ​ຊູການ​ກະ​ທຳ​ໜູນ​ຊ່ວຍ​ພະ​ນັກ​ງານການ​ແພດ, ທ່ານ​ໝໍ ໃນ​ໂລກ​ລະ​ບາດ​ໂຄວິດ -19 ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ໜັງ​ສື​ພິມ ໂປ​ໂລຍ​ເຊີດ​ຊູການ​ກະ​ທຳ​ໜູນ​ຊ່ວຍ​ພະ​ນັກ​ງານການ​ແພດ, ທ່ານ​ໝໍ ໃນ​ໂລກ​ລະ​ບາດ​ໂຄວິດ -19 ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ
ໜູນ​ຊ່ວຍ​ປະ​ຊາ​ຄົມ ຊາວ​ຫວຽດ​ນາມ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຢູ່​ນະ​ຄອນ Preah Sihanouk (ກຳ​ປູ​ເຈຍ) ໜູນ​ຊ່ວຍ​ປະ​ຊາ​ຄົມ ຊາວ​ຫວຽດ​ນາມ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຢູ່​ນະ​ຄອນ Preah Sihanouk (ກຳ​ປູ​ເຈຍ)
ນະ​ຄອນ​ໂຮ່​ຈີ​ມິນ​ເຄົາ​ລົບ​ການ​ປະ​ກອບ​ສ່ວນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ
ທ່ານ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອ​ນໂຮ່​ຈີ​ມິນ ຫງ​ວຽນ​ວັນ​ເນີນ ​ພົບ​ປະ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ຕ່າງ​ປະ​ເທດ (ພາບ: SGGP)

ວັນ​ທີ 30 ເມ​ສາ 1975 ແມ່ນ​ວັນ​ທ້ອນ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ​ເປັນ​ເອ​ກະ​ພາບ, ສຳ​ລັບ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ອາ​ດ​ເຫັນ​ໄດ້​ວ່າ​ໃນ​ຕະຫຼອດ​ໄລ​ຍະປະ​ຫວັດ​ສາດ​ທີ່​ອົງ​ກາດ​ກ້າ​ຫານ​ຂອງ ຊາດ, ຈາກ​ຊຸມ​ເດືອນ​ປີ​ທຳ​ອິດ​ໃນ​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ລ້ວ​ນ​ແຕ່​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ທີ່​ສຸດ, ເປັນ​ຕົ້ນ​ແມ່ນ​ເມື່ອ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ປ່ຽນ​ແປງ​ໃໝ່ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ ຄື​ໃນ​ປັດ​ຈຸ​ບັນ.

ດ້ວຍ​ມູ​ນ​ເຊື້​ອ​ອັນ​ລ້ຳ​ຄ່າ​ຂອງ ຊາວ​ຫວຽດ​ນາມ ທຸກ​ຄົນ, ເຖິງວ່າ​ຢູ່​ໃສ, ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາ​ກ​ຄື​ແນວ​ໃດ, ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ຍາມ​ໃດ​ກໍ່​ອວ່າຍ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ ດ້ວຍ​ຄວາມ​ຫວັງ​ຢາກ​ເຂົ້າ​ຮ່ວມ​ການ​ສ້າງສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ເພາະ​ສະ​ນັ້ນ ນັບ​ແຕ່​ຊຸມ​ວັນ​ຕົ້ນ​ການ​ປະ​ຕິ​ວັດ, ພາຍ​ໃຕ້​ການ​ລະ​ດົມ ແລະ ນຳ​ພາ​ຂອງ ລຸງ​ໂຮ່, ຂະ​ບວນ​ການ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຮັກ​ຊາດ ຢູ່​ຝ​ລັ່ງ, ໄທ, ລາວ… ໄດ້​ສ້າງ​ຕັ້ງ​ຂຶ້ນ ແລະ ຮຽກ​ຮ້ອງ​ໃຫ້​ຊາວ​ຫວຽດ​ນາມ​ນັບ​ລ້ານ​ຄົນ​ກັບ​ຄືນ​ສູ່​ບ້ານ​ເກີດ​ເມືອງນອນ. ໃນໄລ​ຍະ​ປ່ຽນ​ແປງ​ໃໝ່, ພໍ່​ແມ່​ປະ​ຊາ​ຊົນ ໄດ້​ປະ​ກອບ​ສ່ວນ​ສຽງ​ເວົ້າ​ລວມ, ລະ​ດົມຫຼາຍ​ປະ​ເທດ​ຍົກ​ເລີກ​ການ​ຂວ້ຳ​ບາດ, ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ ຫວຽດ​ນາມ, ເຂົ້າ​ຮ່ວມ​ການ​ຕໍ້​ສູ້​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລໝູ່​ເກາະ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ປະ​ກອບ​ສ່ວນ​ແຫຼ່ງ​ກຳ​ລັງ​ດ້ານ​ເສດ​ຖະ​ກິດ ແລະ ພູມ​ປັນ​ຍາ​ເພື່ອ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ.

ທ່ານ​ເລບ໊າ​ລິງ, ຜູ້​ສ້າງ​ຕັ້ງ​ບໍ​ລິ​ສັດ Link Nature Power, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ໄທ​ໃຫ້​ຮູ້​ວ່າ ປີ 1960 ພໍ່​ຂອງ​ທ່ານ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໄທ ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ຮຽກ​ຮ້ອງ​ຂອງ ລຸງ​ໂຮ່, ກັບ​ຄືນ​ປະ​ເທດ​ສ້າງ​ສາ​ປະ​ເທດ​ຊາດ. ປັດ​ຈຸ​ບັນ, ທ່ານ​ລິງ ​ພ້ອມ​ກັບ​ຄອບ​ຄົວ​ໄດ້​ສ້າງ​ຕັ້ງ​ພາ​ລະ​ກິດ​ຂອງ​ຕົນ​ຢູ່​ບ້ານ​ເກີດ​ເມືອງນອນ​ມາ​ເປັນ​ເວ​ລາ ກ່​ວາ 20 ປີ​ແລ້ວ. ບໍ​ລິ​ສັດ​ຂອງ​ທ່ານ ໄດ້​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ກາ​ນ​ຄ້າ​ເລືອກ​ເອົາ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໜ່ວຍ​ງານ​ໜູນ​ຊ່ວຍ​ການ​ຂາຍ​ເຄື່ອງ​ບົນ​ເວັບ​ໄຊ Amazon ໃນ​ປີ 2018. ພາຍຫຼັງ​ທີ່​ວິ​ສາ​ຫະ​ກິດ​ໄດ້​ນຳເອົາ ນ້ຳ​ປາ Mami ລົງ​ຂາຍ​ໃນ​ເວັບ​ໄຊ​ການ​ຄ້າ​ເອ​ເລັກ​ໂຕ​ນິກນີ້ ຢ່າງ​ເປັນ​ທາງ​ການ, ຮອດ​ເດືອນ ເມ​ສາ 2020, ຜະ​ລິດ​ຕະ​ພັນ​ຂອງ Mami ໄດ້​ກາຍ​ເປັນ​ອັນ​ດັບ​ທີ 1 ໃນ​ເວັບ​ໄຊ​ດັ່ງ​ກ່າວ.

ທ່ານ​ໃຫ້​ຮູ້​ວ່າ​ວ່າ: “ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັງ​ຢາກ​ຜະ​ລິດ​ຕະ​ພັນ​ຂອງ ຫວຽດ​ນາມ ຈະ​ແຜ່​ຂະ​ຫຍາຍ ແລະ ໄດ້​ຮັບ​ການ​ຕ້ອນ​ຮັບ​ຈາກ​ໂລກ. ຍົກ​ຕົວ​ຢ່າງ​ຄື: ເຂົ້າ​ສານ, ກາ​ເຟ, ນ້ຳ​ປາ, ສິນ​ໃນ​ນ້ຳ…ໄດ້​ຮັບ​ການ​ສົ່ງ​ອອກ​ໄປ​ຍັງ​ທົ່ວ​ໂລກ. ຫວັງ​ວ່າ ປະ​ເທດ​ຊາດ​ຈະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຄື​ໃນ​ປັດ​ຈຸ​ບັນ, ໂລກ​ລະ​ບາດ​ຈະ​ສິ້ນ​ສຸດ​ລົງ, ເພື່ອ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ກັ​ບ​ຄືນ​ປະ​ເທດ​ທຳ​ມາ​ຫາ​ກິນ, ດຳ​ເນີນ​ທຸ​ລ​ະ​ກິດ.”

ໜັງ​ສື​ພິມ ໂປ​ໂລຍ​ເຊີດ​ຊູການ​ກະ​ທຳ​ໜູນ​ຊ່ວຍ​ພະ​ນັກ​ງານການ​ແພດ, ທ່ານ​ໝໍ ໃນ​ໂລກ​ລະ​ບາດ​ໂຄວິດ -19 ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ໜັງ​ສື​ພິມ ໂປ​ໂລຍ​ເຊີດ​ຊູການ​ກະ​ທຳ​ໜູນ​ຊ່ວຍ​ພະ​ນັກ​ງານການ​ແພດ, ທ່ານ​ໝໍ ໃນ​ໂລກ​ລະ​ບາດ​ໂຄວິດ -19 ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ

ຍ​ສ​ໝ - ບົດ​ຂຽນ​ກໍ່​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ ຊາວ​ໂປ​ໂລຍ​ຜູ້​ໜຶ່ງ​ໂດຍ​ຖື​ວ່າ: “ຕອນ​ທຳ​ອິດ ບັນ​ດາ​ພະ​ນັກ​ງານ​ການ​ແພດ, ທ່ານ​ໝໍ​ຮູ້​ສຶກ​ແປກ​ປະຫຼາດ, ຊ້ຳ​ບໍ່​ໜຳ​ ບາງ​ຄົນ​ຍັງ​ມີ​ຄວາມ​ສົງ​ໄສວ່າ ເປັນ​ຍັງ​ຊາວ ອາ​ຊີ ແຕ່ງ​ກິນ​ໃຫ້​ພວກ​ເຮົາ​ກິນ, ແລ້ວ​ມາ​ຮອດ​ປັດ​ຈຸ​ບັນ, ທຸກ​ຄົນ​ລ້ວນ​ແຕ່​ປ່ຽນ​ແປງ​ຄວາມ​ຄິດ, ຈາ​ກ​ການ​ສົ່ງ​ໄສ​ກາຍ​ເປັນ​ການ​ສະ​ແດງ​ຄວາມ​ຮູ້​ບູນ​ຄູນ”.

ໜູນ​ຊ່ວຍ​ປະ​ຊາ​ຄົມ ຊາວ​ຫວຽດ​ນາມ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຢູ່​ນະ​ຄອນ Preah Sihanouk (ກຳ​ປູ​ເຈຍ) ໜູນ​ຊ່ວຍ​ປະ​ຊາ​ຄົມ ຊາວ​ຫວຽດ​ນາມ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຢູ່​ນະ​ຄອນ Preah Sihanouk (ກຳ​ປູ​ເຈຍ)

ຍ​ສ​ໝ - ວັນ​ນ​ທີ 27 ເມ​ສາ, ຢູ່​ສຳ​ນັກ​ງານ​ກົງ​ສູນ​ໃຫຍ່ ໄດ້​ມອບ​ຂອງ​ຂວັນ 25 ພູດ​ໃຫ້​ແກ່ 25 ຄອບ​ຄົວ​ຊາວ​ຫວຽດ​ນາມ​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ແບ່ງ​ປັນ​ກັບ​ກົງ​ສູນ​ໃຫຍ່, ບັນ​ດາ​ຄອບ​ຄົວ​ຊາວ​ຫວຽດ​ນາມ ໃຫ້​ຮູ້​ວ່າ ເຖິງວ່າ ດຳ​ເນີນ​ຊີ​ວິດ​ໃນ​ສ​ະ​ຖານ​ທີ່​ແດງ, ແຕ່​ສະ​ພາບ​ການ​ການ​ດຳ​ລົງ​ຊີ​ວິດ​ຂອງ​ເຂົາ​ເຈົ້​າ​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ດັ່ງ​ນັ້ນ ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ້ອງ​ຖິ່ນ ຈຶ່ງ​ອະ​ນຸ​ຍາດ​ໃຫ້​ເຂົາ​ເຈົ້າ​ໄປ​ຍັງ​ສະ​ຖານ​ທູດ​ເພື່ອ​ຮັບ​ຂອງ​ຂວັນ​ໜູນ​ຊ່ວຍ.

ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໜູນ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ ເຂດ​ນ້ຳ​ຖ້ວນ​ເງະ​ອານ, ຮ່າ​ຕິງ​ເງິນ​ເປັນ​ຈຳ​ນວນ 60 ລ້ານ​ດົ່ງ ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໜູນ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ ເຂດ​ນ້ຳ​ຖ້ວນ​ເງະ​ອານ, ຮ່າ​ຕິງ​ເງິນ​ເປັນ​ຈຳ​ນວນ 60 ລ້ານ​ດົ່ງ

ຍ​ສ​ໝ - ໄລ​ຍະ​ທີ່​ຜ່ານ​ມາ, ພາຍ​ລັງ​ໄດ້​ຮັບ​ຂ່າວ​ວ່າ ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ພາກ​ກາງ ໃນ​ນັ້ນ​ມີ ຮ່າ​ຕິ້ງ​ທີ່​ຖືກ​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ຈາກ​ໄພ​ນ້ຳ​ຖ້ວມ, ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ອຸ​ປະ​ຖຳ​ເງິນ​ສະ​ໜັບ​ສະ​ໜູນ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ນ້ຳ​ຖ້ວມ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.