ຊາວ​ເງະ​ອານ ອາ​ໄສ​ຢູ່​ມາ​ເກົາ (ປະ​ເທດ​ຈີນ) ພົບ​ປະ​ກັນ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 6 ປີ​ແຫ່ງວັນ​ສ້າງ​ຕັ້ງ

06:40 | 05/05/2021

ຍ​ສ​ໝ - ກ່​າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ຟານ​ກຸກ ຫົວ​ໜ້າ​ສະ​ພາ​ຊາວ​ເງະ​ອານ ອາ​ໄສ​ຢູ່ ມາ​ເກົາ ໃຫ້​ຮູ້​ວ່າ, ສະ​ມາ​ຄົມ​ຊາວ ເງະ​ອານ ອາ​ໄສ​ຢູ່​ມາ​ເກົາ ໄດ້​ສ້າງ​ຕັ້ງ​ແຕ່​ວັນ​ທີ 1 ພຶດ​ສະ​ພາ 2016. ນັບ​ແຕ່​ໄລ​ຍະ​ຫາ​ກໍ່​ສ້າງ​ຕັ້ງ ສະ​ມາ​ຄົມ​ມີ​ສະ​ມາ​ຊິກ​ພຽງ​ແຕ່ 10 ຄົນ. ໃນ​ຕະ​ຫຼອດ​ໄລ​ຍະ 6 ປີ​ຜ່ານ​ມາ ມາ​ຮອດ​ປັດ​ຈຸ​ບັນ ສະ​ມາ​ຄົມ​ໄດ້​ມີ​ສະ​ມາ​ຊິກ​ກ່​ວາ 100 ຄົນ.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ຊາວ​ລາວ ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ຊາວ​ລາວ ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ
ໜູນ​ຊ່ວຍ​ປະ​ຊາ​ຄົມ ຊາວ​ຫວຽດ​ນາມ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຢູ່​ນະ​ຄອນ Preah Sihanouk (ກຳ​ປູ​ເຈຍ) ໜູນ​ຊ່ວຍ​ປະ​ຊາ​ຄົມ ຊາວ​ຫວຽດ​ນາມ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຢູ່​ນະ​ຄອນ Preah Sihanouk (ກຳ​ປູ​ເຈຍ)
ຊາວ​ເງະ​ອານ ອາ​ໄສ​ຢູ່​ມາ​ເກົາ (ປະ​ເທດ​ຈີນ) ພົບ​ປະ​ກັນ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 6 ປີ​ແຫ່ງວັນ​ສ້າງ​ຕັ້ງ
ລາຍ​ການ​ສະ​ແດງ​ສິ​ລະ​ປະ

ສະ​ມາ​ຄົມ​ຊາວ​ເງະ​ອານ ອາ​ໄສ​ຢູ່ ມາ​ເກົາ (ຈີນ) ຫາ​ກໍ່​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 46 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ (30 ເມ​ສາ 1975 – 30 ເມ​ສາ 2021) ແລະ ວັນ​ແຮງ​ງານ​ສາ​ກົນ ຄື​ວັນ​ທີ 1 ພຶດ​ສະ​ພາ ພ້ອ​ມ​ທັງ​ສະ​ເຫຼີມ​ສະຫຼອງ 6 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ມາ​ຄົມ.

ພິ​ທີ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ປະ​ທານ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ ຢູ່ ມາ​ເກົາ, ຜູ້​ຕາງ​ໜ້າ 17 ແຂວງ, ນະ​ຄອນ, ບັນ​ດາ​ສະ​ມາ​ສອນ​ຮ້ອງ​ເພງ​ທຳ​ນອງ, ສະ​ໂມ​ສອນ​ບານ​ເຕະ, ບານ​ສົ່ງ ແລະ ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ​ຊາວ​ເງະ​ອານ​ເປັນ​ຈຳ​ນວນຫຼາຍ.

ພິ​ທີ​ເພື່ອ​ແນ​ໃສ່​ຫວນ​ຄືນ​ປະ​ຫວັດ​ສາດ​ອົງ​ອາດ​ກ້າ​ຫານ​ຂອງ​ຊາດ, ພ້ອມ​ທັງ​ຜູກ​ມັດ​ນ້ຳ​ໃຈ​ບ້ານ​ເກີດ​ເມືອງນອນ ເງະ​ອານ ປະ​ຈຳ ມາ​ເກົາ​ກໍ່​ຄື​ສ້າງ​ປະ​ຊາ​ຄົມ ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ມາ​ເກົາ​ ໃຫ້​ດີ​ງາມ​ກ່​ວາ​ອີກ.

ກ່​າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ຟານ​ກຸກ ຫົວ​ໜ້າ​ສະ​ມາ​ຄົມ​ຊາວ​ເງະ​ອານ ອາ​ໄສ​ຢູ່ ມາ​ເກົາ ໃຫ້​ຮູ້​ວ່າ, ສະ​ມາ​ຄົມ​ຊາວ ເງະ​ອານ ອາ​ໄສ​ຢູ່​ມາ​ເກົາ ໄດ້​ສ້າງ​ຕັ້ງ​ແຕ່​ວັນ​ທີ 1 ພຶດ​ສະ​ພາ 2016. ນັບ​ແຕ່​ໄລ​ຍະ​ຫາ​ກໍ່​ສ້າງ​ຕັ້ງ ສະ​ມາ​ຄົມ​ມີ​ສະ​ມາ​ຊິກ​ພຽງ​ແຕ່ 10 ຄົນ. ໃນ​ຕະ​ຫຼອດ​ໄລ​ຍະ 6 ປີ​ຜ່ານ​ມາ ມາ​ຮອດ​ປັດ​ຈຸ​ບັນ ສະ​ມາ​ຄົມ​ໄດ້​ມີ​ສະ​ມາ​ຊິກ​ກ່​ວາ 100 ຄົນ.

ຊາວ​ເງະ​ອານ ອາ​ໄສ​ຢູ່​ມາ​ເກົາ (ປະ​ເທດ​ຈີນ) ພົບ​ປະ​ກັນ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 6 ປີ​ແຫ່ງວັນ​ສ້າງ​ຕັ້ງ
​ສະ​ມາ​ຄົມ​ຖ່າຍ​ຮູບ​ເປັນ​ທີ່​ລະ​ນຶກ

ຕາມ​ທ່ານ ຟານ​ກຸກ ຫົວ​ໜ້າ​ສະ​ມາ​ຄົມ ໃນ​ຊຸມ​ປີ​ຜ່ານ​ມາ ສະ​ມາ​ຄົມ​ຊາວ ເງະ​ອານ ໄດ້​ເຄື່ອນ​ໄຫວ​ບົນ​ເນື້ອ​ໃນ​ຈິດ​ໃຈ​ສາ​ມັກ​ຄີ, ຜຸກ​ມັດ​ຄວາມ​ຮັກ​ແພງ​ກັນ, ຄວາມ​ຮັກ​ແພງ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ​ແລະ​ກັນ ເມື່ອ​ປະ​ສົບ​ກັບ​ຄວາ​ມ​ຫຍຸ້ງ​ຍາກ. ສະ​ມາ​ຄົມ​ຊາວ ເງະ​ອານ ໄດ້​ຮັບ​ໃບ​ຍ້ອງ​ຍໍ​ຂອງ​ກົມ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳ ຮົ່ງ​ກົງ ແລະ ມາ​ເກົາ ແລະ ສະ​ມາ​ຄົມ​ຊ່ວຍ​ເຫຼືອ​ ເຊິ່ງ​ກັນ​ແລະ​ກັນ. ສະ​ມາ​ຄົມ​ມີ​ສະ​ມາ​ຊິກ​ດີ​ເດັ່ນ​ຫຼາຍ​ຄົນ ແລະ ກໍ່​ໄດ້​ຮັບ​ໃບ​ຍ້ອງ​ຍໍ​ຈາກ​ກົງ​ສູນ​ໃຫຍ່​ຫວຽດ​ນາມ ປ​ະ​ຈຳ ຮົ່ງ​ກົງ ແລະ ມາ​ເກົາ.

ກ່ຽວ​ກັບ​ດ້ານ​ວັດ​ທະ​ນະ​ທຳ ສະ​ແດງ​ສິ​ລະ​ປະ, ສະ​ມາ​ຄົມ​ຊາວ ເງະ​ອານ​ໄດ້​ສ້າງ​ຕັ້ງ​ກຸ່ມ​ຟ້ອນ ແລະ ມີຫຼາຍ​ລາຍ​ການ​ສະ​ແດງ​ທີ່​ພົ້ນ​ເດັ່ນ. ກຸ່ມ​ໄດ້​ໄປ​ສະ​ແດງ​ຢູ່ຫຼາຍ​ບ່ອນ​ຢູ່ ມາ​ເກົາ. ບັນ​ດາ​ຟ້ອນ​ລຳ​ທຳ​ເພງທີ່​ເຕັມ​ໄປ​ດ້ວຍສີ​ສັນ​ບ້ານ​ເກີດເມືອງນອນ, ປະ​ເທດ​ຊາດ ແລະ ຊາວ ຫວຽດ​ນາມ​ຂອງ​ກຸ່ມ​ຄົນ​ໄດ້​ຮັບ​ການ​ນິ​ຍົມ​ນັບ​ຖື. ນຳ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຂອງ ຫວຽດ​ນາມ ໄປ​ຍັງ​ປະ​ເທດ​ເພື່ອນ.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ຊາວ​ລາວ ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ຊາວ​ລາວ ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ

ຍ​ສ​ໝ - ເພື່ອ​ຮັບ​ມື​ກັບ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19, ໃນ​ລະ​ຫວ່າງວັນ​ທີ 2 – 3 ພ​ຶດ​ສະ​ພາ, ບັນ​ດາ​ພະ​ນັກ​ງານ​ລາວ ໄດ້​ສົມ​ທົບ​ກັບ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ດຳ​ເນີນ​ການ​ເອົາ​ຕົວ​ຢ່າງ​ໄປ​ວິ​ໄຈ​ໃຫ້​ແກ່​ຊາວ​ຫວຽດ​ນາມ ປະ​ທານ 200 ຄົນ ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ ເມືອງ ທາດຫຼວງ, ນາ​ໄຊ ແລະ ເຂດ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ລາວ, ...

ໜູນ​ຊ່ວຍ​ປະ​ຊາ​ຄົມ ຊາວ​ຫວຽດ​ນາມ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຢູ່​ນະ​ຄອນ Preah Sihanouk (ກຳ​ປູ​ເຈຍ) ໜູນ​ຊ່ວຍ​ປະ​ຊາ​ຄົມ ຊາວ​ຫວຽດ​ນາມ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຢູ່​ນະ​ຄອນ Preah Sihanouk (ກຳ​ປູ​ເຈຍ)

ຍ​ສ​ໝ - ວັນ​ນ​ທີ 27 ເມ​ສາ, ຢູ່​ສຳ​ນັກ​ງານ​ກົງ​ສູນ​ໃຫຍ່ ໄດ້​ມອບ​ຂອງ​ຂວັນ 25 ພູດ​ໃຫ້​ແກ່ 25 ຄອບ​ຄົວ​ຊາວ​ຫວຽດ​ນາມ​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ແບ່ງ​ປັນ​ກັບ​ກົງ​ສູນ​ໃຫຍ່, ບັນ​ດາ​ຄອບ​ຄົວ​ຊາວ​ຫວຽດ​ນາມ ໃຫ້​ຮູ້​ວ່າ ເຖິງວ່າ ດຳ​ເນີນ​ຊີ​ວິດ​ໃນ​ສ​ະ​ຖານ​ທີ່​ແດງ, ແຕ່​ສະ​ພາບ​ການ​ການ​ດຳ​ລົງ​ຊີ​ວິດ​ຂອງ​ເຂົາ​ເຈົ້​າ​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ດັ່ງ​ນັ້ນ ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ້ອງ​ຖິ່ນ ຈຶ່ງ​ອະ​ນຸ​ຍາດ​ໃຫ້​ເຂົາ​ເຈົ້າ​ໄປ​ຍັງ​ສະ​ຖານ​ທູດ​ເພື່ອ​ຮັບ​ຂອງ​ຂວັນ​ໜູນ​ຊ່ວຍ.

ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໜູນ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ ເຂດ​ນ້ຳ​ຖ້ວນ​ເງະ​ອານ, ຮ່າ​ຕິງ​ເງິນ​ເປັນ​ຈຳ​ນວນ 60 ລ້ານ​ດົ່ງ ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໜູນ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ ເຂດ​ນ້ຳ​ຖ້ວນ​ເງະ​ອານ, ຮ່າ​ຕິງ​ເງິນ​ເປັນ​ຈຳ​ນວນ 60 ລ້ານ​ດົ່ງ

ຍ​ສ​ໝ - ໄລ​ຍະ​ທີ່​ຜ່ານ​ມາ, ພາຍ​ລັງ​ໄດ້​ຮັບ​ຂ່າວ​ວ່າ ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ພາກ​ກາງ ໃນ​ນັ້ນ​ມີ ຮ່າ​ຕິ້ງ​ທີ່​ຖືກ​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ຈາກ​ໄພ​ນ້ຳ​ຖ້ວມ, ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ອຸ​ປະ​ຖຳ​ເງິນ​ສະ​ໜັບ​ສະ​ໜູນ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ນ້ຳ​ຖ້ວມ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.