ກຽມພ້ອມປະຕິບັດໜ້າທີ່ຮັກສາສັນຕິພາບ ສະຫະປະຊາຊາດ

11:24 | 05/04/2021

ຍສໝ - ດ້ວຍຄວາມມານະພະຍາຍາມຂອງກຸ່ມປະຕິບັດງານຫວຽດນາມ ທີ່ຄະນະປະຕິບັດງານຢູ່ຊູດັງໃຕ້ ແລະ ຄະນະໄປກ່ອນ, ພ້ອມກັບການໜູນຊ່ວຍຂອງຄະນະປະຕິບັດງານອື່ນໆ, ສິນຄ້າທີ່ຈໍາເປັນ, ເຄື່ອງອຸປະກອນການແພດຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 3 ໄດ້ສໍາເລັດການກວດກາ, ເຮັດລະບຽບການ, ພ້ອມແລ້ວທີ່ຈະຂົນສົ່ງໄປຍັງ Bentiu ໃນຊຸມວັນຈະມາເຖິງ.

ກຽມພ ອມປະຕ ບ ດໜ າທ ຮ ກສາສ ນຕ ພາບ ສະຫະປະຊາຊາດ ສະຫະປະຊາຊາດ ໄດ້ສົ່ງໂທລະເລກຢາມຖາມຂ່າວພໍ່ແມ່ປະຊາຊົນເຂດພາກກາງ ຫວຽດນາມ
ກຽມພ ອມປະຕ ບ ດໜ າທ ຮ ກສາສ ນຕ ພາບ ສະຫະປະຊາຊາດ ຫວຽດນາມ ໄດ້ຖືເປັນສຳຄັນ ແລະ ຫວັງວ່າຈະມີການຮ່ວມມືຢ່າງແໜ້ນແຟ້ນກັບ ສະຫະປະຊາຊາດ
ກຽມພ ອມປະຕ ບ ດໜ າທ ຮ ກສາສ ນຕ ພາບ ສະຫະປະຊາຊາດ
ກຽມພ້ອມປະຕິບັດໜ້າທີ່ຮັກສາສັນຕິພາບ ສະຫະປະຊາຊາດ. ພາບ: ຫວູນິງ.

ສໍາລັບບັນດາສະມາຊິກໃນໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຂອງຫວຽດນາມ, ຊຸມວັນຈຳກັດບໍລິເວນຕາມການກໍານົດຢູ່ຖານທີ່ໝັ້ນ Tomping, ນະຄອນຫຼວງ Juba, ສ.ຊູດັງໃຕ້ ບໍ່ພຽງແຕ່ແມ່ນຊຸມວັນພັກຜ່ອນ, ລໍຖ້າ. ໃນຊຸມວັນນີ້, ເຂົາເຈົ້າຍັງຕັ້ງໜ້າຝຶກຝົນຄວາມຮູ້ດ້ານວິຊາການ, ພາສາອັງກິດ ກໍ່ຄືທັກສະທັກທາຍຢູ່ບໍລິເວນ. ບັນດາການເຄື່ອນໄຫວຂົນສົ່ງສິນຄ້າ, ອຸປະກອນການແພດໄປຍັງ Bentiu ກໍ່ໄດ້ຮັບການຜັນຂະຫຍາຍຢ່າງຮີບດ່ວນ, ຮັບປະກັນໃຫ້ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ປະຕິບັດໜ້າທີ່ພາຍຫຼັງໝົດເວລາຈຳກັດບໍລິເວນ.

ດ້ວຍຄວາມມານະພະຍາຍາມຂອງກຸ່ມປະຕິບັດງານຫວຽດນາມ ທີ່ຄະນະປະຕິບັດງານຢູ່ຊູດັງໃຕ້ ແລະ ຄະນະໄປກ່ອນ, ພ້ອມກັບການໜູນຊ່ວຍຂອງຄະນະປະຕິບັດງານອື່ນໆ, ສິນຄ້າທີ່ຈໍາເປັນ, ເຄື່ອງອຸປະກອນການແພດຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 3 ໄດ້ສໍາເລັດການກວດກາ, ເຮັດລະບຽບການ, ພ້ອມແລ້ວທີ່ຈະຂົນສົ່ງໄປຍັງ Bentiu ໃນຊຸມວັນຈະມາເຖິງ.

ອາດຈະເຫັນໄດ້ວ່າ, ເຖິງວ່າພວມຢູ່ໃນໄລຍະຈຳກັດບໍລິເວນກໍ່ຕາມ, ແຕ່ພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 3 ໄດ້ກຽມພ້ອມໃຫ້ແກ່ການມອບ-ຮັບໜ້າທີ່ຈາກໂຮງໝໍກາງສະໜາມຂັ້ນ 2 ເລກ 2. ຄາດຄະເນວ່າ, ພາຍຫຼັງໄປຍັງ Bentiu, ໂຮງໝໍກາງສະໜາມຂັ້ນ 2 ເລກ 2 ມີເວລາພຽງ 1 ອາທິດ ເພື່ອປະຕິບັດສໍາເລັດລະບຽບການມອບ-ຮັບໜ້າທີ່ກ່ອນທີ່ຈະໄປຮອດນະຄອນຫຼວງ Juba, ກະກຽມເດີນທາງກັບຄືນປະເທດ.

ກ່ອນໜ້ານັ້ນ, ວັນທີ 26 ມີນາ 2021, ເຮືອບິນ C17 ຂອງກອງທັບອາກາດລາດຊະວົງ ອົດສະຕາລີ ຂົນສົ່ງພະນັກງານ, ພາລະກອນໂຮງໝໍກາງສະໜາມ 2.3 ຫວຽດນາມ ທີ່ຜັນຂະຫຍາຍໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້ ໄດ້ລົງສະໜາມບິນສາກົນ Juba ຢ່າງປອດໄພ. ຕ້ອນຮັບຄະນະຢູ່ສະໜາມບິນມີບັນດານາຍທະຫານຫວຽດນາມ ແມ່ນບັນດານັກສັງເກດການທະຫານພວມປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານທີ່ຊູດັງ.

ກຽມພ ອມປະຕ ບ ດໜ າທ ຮ ກສາສ ນຕ ພາບ ສະຫະປະຊາຊາດ ສະຫະປະຊາຊາດ ໄດ້ສົ່ງໂທລະເລກຢາມຖາມຂ່າວພໍ່ແມ່ປະຊາຊົນເຂດພາກກາງ ຫວຽດນາມ

ຍສໝ - ທ່ານ Antonio Guterres - ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໄດ້ຕີລາຄາສູງຕໍ່ບັນດາຄວາມານະພະຍາຍາມຂອງລັດຖະບານ ຫວຽດນາມ ເພື່ອໜູນຊ່ວຍບັນດາຄອບຄົວທີ່ຖືກຜົນສະທ້ອນ, ທ່ານຢັ້ງຢືນວ່າ ສປຊ ກຽມພ້ອມການໜູນຊ່ວຍມະນຸດສະທຳ ເພື່ອຊ່ວຍໃຫ້ແກ່ຫວຽດນາມຜ່ານຜ່າໄລຍະຫຍຸ້ງຍາກນີ້ໂດຍໄວ.

ກຽມພ ອມປະຕ ບ ດໜ າທ ຮ ກສາສ ນຕ ພາບ ສະຫະປະຊາຊາດ ຫວຽດນາມ ໄດ້ຖືເປັນສຳຄັນ ແລະ ຫວັງວ່າຈະມີການຮ່ວມມືຢ່າງແໜ້ນແຟ້ນກັບ ສະຫະປະຊາຊາດ

ຍສໝ - ຫວຽດນາມ ຖືເປັນສຳຄັນການພົວພັນກັບສະຫະປະຊາຊາດ ແລະ ຫວັງວ່າການຮ່ວມມືລະຫວ່າງຫວຽດນາມ ແລະ ສະ​ຫະ​ປະ​ຊາ​ຊາດ ຈະສືບຕໍ່ພັດທະນາຢ່າງແຮງ ແລະ ມີປະສິດທິຜົນໃນໄລຍະຈະມາເຖິງ.

ກຽມພ ອມປະຕ ບ ດໜ າທ ຮ ກສາສ ນຕ ພາບ ສະຫະປະຊາຊາດ ຫວຽດນາມ ພ້ອມແລ້ວທີ່ເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ - ສະຫະປະຊາຊາດ ໃນການຮັກສາສັນຕິພາບ

ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ - ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຕີລາຄາວ່າ ບັນດາການເຄື່ອນໄຫວຮັກສາສັນຕິພາບ ແມ່ນເຄື່ອງມືສຳຄັນຂອງສະຫະປະຊາຊາດ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.

ໄຊພອນ

ເຫດການ
302 Found

Found

The document has moved here.