ຫວຽດນາມ: ໃນ 3 ເດືອນຕົ້ນປີ 2021, ການສົ່ງອອກຜັກໝາກໄມ້ຄາດວ່າ ບັນລຸ 944 ລ້ານ ໂດລາສະຫະລັດ

15:15 | 21/04/2021

ຍສໝ - ນັບແຕ່ຕົ້ນປີ 2021, ນອກຈາກບັນດາຕະຫລາດເດີມແລ້ວ, ຂະແຫນງສິນຄ້າຜັກໝາກໄມ້ໄດ້ຍູ້ແຮງການສົ່ງອອກໄປຍັງຕະຫລາດຫລາຍແຫ່ງທີ່ມີຄວາມສາມາດບົ່ມຊ້ອນໃຫຍ່ຄື: ຢູແກຼນ, ອີຢີບ… ນີ້ຈະແມ່ນບັນດາຕະຫລາດທີ່ສືບຕໍ່ຊ່ວຍຂະແຫນງສິນຄ້າຜັກໝາກໄມ້ ຍົກສູງມູນຄ່າການສົ່ງອອກໃນໄລຍະຈະມາເຖິງ.

ອົດສະຕາລີ ແລະ UNICEF ໜູນຊ່ວຍຫວຽດນາມ ປະຕິບັດໂຄງການສັກວັກຊິນກັນໂຄວິດ-19 ອົດສະຕາລີ ແລະ UNICEF ໜູນຊ່ວຍຫວຽດນາມ ປະຕິບັດໂຄງການສັກວັກຊິນກັນໂຄວິດ-19
ສະ​ພາບ​ພະຍ​າດ​ໂຄວິດ-19 ຢູ່ ຫວຽດ​ນາມ ແລະໃນ​ໂລກ ສະ​ພາບ​ພະຍ​າດ​ໂຄວິດ-19 ຢູ່ ຫວຽດ​ນາມ ແລະໃນ​ໂລກ
ຫວຽດນາມ: ໃນ 3 ເດືອນຕົ້ນປີ 2021, ການສົ່ງອອກຜັກໝາກໄມ້ຄາດວ່າ ບັນລຸ 944 ລ້ານ ໂດລາສະຫະລັດ
ພາບປະກອບ

ຕາມ ກົມການສົ່ງອອກນຳເຂົ້າ, ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ແລ້ວ, ໃນເດືອນມີນາ ປີ 2021 ມູນຄ່າການສົ່ງອອກຜັກໝາກໄມ້ ບັນລຸ 380 ລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ 6,3% ເມື່ອທຽບໃສ່ເດືອນມີນາ ປີກາຍນີ້. ໄລ່ລວມ ໃນ 3 ເດືອນຕົ້ນປີ 2021, ການສົ່ງອອກຜັກໝາກໄມ້ຄາດວ່າ ບັນລຸ 944 ລ້ານ ໂດລາສະຫະລັດ, ເພີ່ມຂຶ້ນກວ່າ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເຖິງວ່າ ໂລກລະບາດໂຄວິດ 19 ຍັງຜັນແປໄປຢ່າງສັບສົນກໍຕາມ ແຕ່ການເຄື່ອນໄຫວສົ່ງອອກຜັກໝາກໄມ້ຂອງຫວຽດນາມ ຍັງຄົງດຳເນີນໄປຢ່າງຟົດຟື້ນໃນ 3 ເດືອນຕົ້ນປີ 2021. ໃນສະພາບການ ຫວຽດນາມ ໄດ້ເຂົ້າຮ່ວມສັນຍາການຄ້າເສລີຫລາຍສະບັບກັບບັນດາຄູ່ຮ່ວມມືສາກົນ, ການສົ່ງອອກຜັກໝາກໄມ້ໄດ້ຮັບການຕີລາຄາວ່າ ມີຄວາມສະດວກຫລາຍຢ່າງໃນການແຊກຊຶມເຂົ້າບັນດາຕະຫລາດທີ່ຕ້ອງການຄຸນນະພາບສູງໃນປີ 2021.

ນັບແຕ່ຕົ້ນປີ 2021, ນອກຈາກບັນດາຕະຫລາດເດີມແລ້ວ, ຂະແຫນງສິນຄ້າຜັກໝາກໄມ້ໄດ້ຍູ້ແຮງການສົ່ງອອກໄປຍັງຕະຫລາດຫລາຍແຫ່ງທີ່ມີຄວາມສາມາດບົ່ມຊ້ອນໃຫຍ່ຄື: ຢູແກຼນ, ອີຢີບ… ນີ້ຈະແມ່ນບັນດາຕະຫລາດທີ່ສືບຕໍ່ຊ່ວຍຂະແຫນງສິນຄ້າຜັກໝາກໄມ້ ຍົກສູງມູນຄ່າການສົ່ງອອກໃນໄລຍະຈະມາເຖິງ.

ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ສະເພາະໃນເດືອນ ພະຈິກ ປີ 2020, ວົງເງິນການສົ່ງອອກຜະລິດຕະພັນກະເສດ ຄາດວ່າ ບັນລຸເກືອບ3,7 ຕື້ ໂດລາສະຫະລັດ. ໃນນັ້ນ ມູນຄ່າການສົ່ງອອກໝວດສິນຄ້າຜະລິດຕະພັນກະເສດ ແລະ ເຄື່ອງປ່າຂອງດົງຕົ້ນຕໍແມ່ນທຽບເທົ່າເດືອນຕຸລາ. ເປັນຫນ້າສົນໃຈ ໃນສະພາບຄວາມຫຍຸ້ງຍາກນັ້ນ ຍ້ອນຖືກຜົນກະທົບຈາກໂລກລະບາດໂຄວິດ 19, ບາງປະເພດສິນຄ້າຍັງຄົງບັນລຸມູນຄ່າສົ່ງອອກສູງກວ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍຄື: ເຂົ້າສານ, ຜັກໝາກໄມ້, ກຸ້ງ, ຜະລິດຕະພັນໄມ້.

ໃນເງື່ອນໄຂໂລກລະບາດໂຄວິດ - 19 ຍັງບໍ່ທັນໄດ້ຮັບການຄວບຄຸມໃນທົ່ວໂລກ, ບັນຫາຮັບປະກັນຄວາມປອດໄພໃນການຜະລິດ, ການຂົນສົ່ງ ໂດຍບັນດາວິສາຫະກິດຫວຽດນາມ ໄດ້ປະຕິບັດເປັນຢ່າງດີ ເພື່ອໃຫ້ຜະລິດຕະພັນສົ່ງໄປຂາຍຢູ່ບັນດາປະເທດອື່ນໄດ້ງ່າຍດາຍກວ່າ. ເຖິງວ່າ ໂລກລະບາດໂຄວິດ 19 ຍັງຜັນແປໄປຢ່າງສັບສົນກໍຕາມ ແຕ່ການເຄື່ອນໄຫວສົ່ງອອກຜັກໝາກໄມ້ຂອງຫວຽດນາມ ຍັງຄົງດຳເນີນໄປຢ່າງຟົດຟື້ນໃນ 3 ເດືອນຕົ້ນປີ 2021.

ຫວຽດນາມ ແລະ ອິນເດຍ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ ຫວຽດນາມ ແລະ ອິນເດຍ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ຍສໝ - ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນນະໂຍບາຍ "ການກະທຳທິດຕາເວັນອອກ" ຂອງອິນເດຍ, ຮຽກຮ້ອງໃຫ້ສອງປະເທດເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.

ສະຖານທູດຫວຽດນາມ ປະຈຳ ການາດາ ຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ຜ່ານລະບົບທາງໄກ ສະຖານທູດຫວຽດນາມ ປະຈຳ ການາດາ ຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ຜ່ານລະບົບທາງໄກ

ຫວ່າງແລ້ວນີ້, ສະຖານທູດຫວຽດນາມ ປະຈຳ ການາດາ ໄດ້ຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ຜ່ານລະບົບທາງໄກໃນທົ່ວປະເທດການາດາ ຍ້ອນຜົນສະທ້ອນຂອງພະຍາດໂຄວິດ-19. ພິທີໄດ້ຈັດຕັ້ງຢູ່ສະຖານທີ່ເຊື່ອມຕໍ່ຕົ້ນຕໍແມ່ນ Ottawa-Vancounver-Toronto-Montreal- Saskatchewan.

ຈິດຕະກອນ ເລຢຸງເກື່ອງ ກັບປະເທດລາວ ຈິດຕະກອນ ເລຢຸງເກື່ອງ ກັບປະເທດລາວ

ຍສໝ - ຈິດຕະກອນໄດ້ແນະນຳກັບຜູ້ຊົມພາບຖ່າຍກວ່າ 50 ແຜ່ນ, ລວມມີຫຼາຍຫົວເລື່ອງ ດ້ວຍວັດຖຸແຕ້ມຫຼາຍຢ່າງຄື: ເຈ້ຍແຂງ, ສໍສີ… ໃນນັ້ນມີພາບແຕ້ບຫຼາຍແຜ່ນແຕ້ມກ່ຽວກັບການດຳລົງຊີວິດປະຈຸບັນ, ຮີດຄອງປະເພນີຂອງປະເທດ, ປະຊາຊົນລາວ, ບັນດາພາບແຕ້ມເຄິງຄີງນາງສາວລາວ ແລະ ບັນດາໝູ່ເພື່ອນຂອງທ່ານ.

ໄຊພອນ

ເຫດການ
302 Found

Found

The document has moved here.