ເພີ່ມວົງເງິນການຄ້າຫວຽດນາມ - ສ.ເກົາຫຼີໃຫ້ບັນ​ລຸ​ໄດ້ 100 ຕື້ USD ໃນປີ 2023

18:00 | 13/12/2020

ຍ​ສ​ໝ - ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈີ່ນຕວັນແອັງ ແລະ ທ່ານ Sung Yonu ລັດຖະມົນຕີກະຊວງການຄ້າ, ອຸດສາຫະກຳ ແລະພະລັງງານສ.ເກົາຫຼີ ໄດ້ຕົກລົງເປັນ​ເອ​ກະ​ພາບເຫັນດີຮັບຮອງເອົາ ແລະ ມຸ່ງ​ໄປ​ເຖິງການລົງນາມໃນແຜນປະຕິບັດງານ ເພື່ອປະຕິບັດເປົ້າ​ໝາຍນຳວົງເງິນການຄ້າ ສອງຝ່າຍຫວຽດນາມ - ສ.ເກົາຫຼີຂຶ້ນເຖິງ 100 ຕື້ USD ຕ​າມທິດສົມດຸນກວ່າໃນປີ 2023.

ເພ ມວ ງເງ ນການຄ າຫວຽດນາມ ສ ເກ າຫ ໃຫ ບ ນ ລ ໄດ 100 ຕ usd ໃນປ 2023 ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໃຫ້​ການຕ້ອນ​ຮັບ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ.ເກົາຫຼີ
ເພ ມວ ງເງ ນການຄ າຫວຽດນາມ ສ ເກ າຫ ໃຫ ບ ນ ລ ໄດ 100 ຕ usd ໃນປ 2023 ຫວຽດນາມ ແລະ ສ.ເກົາຫຼີເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ
ເພ ມວ ງເງ ນການຄ າຫວຽດນາມ ສ ເກ າຫ ໃຫ ບ ນ ລ ໄດ 100 ຕ usd ໃນປ 2023

ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມເຈີ່ນຕວັນແອັງ ແລະ ທ່ານ Sung Yonu ລັດຖະມົນຕີກະຊວງການຄ້າ, ອຸດສາຫະກຳ ແລະພະລັງງານສ.ເກົາຫຼີໄດ້​ລົງ​ນາມ​ເອ​ກະ​ສານ​ການ​ຮ່ວມ​ມື 4 ສະ​ບັບ.(ພາບ: Baocongthuong.vn)

ກອງປະຊຸມຄັ້ງທີ 10 ຄະນະກຳມະການປະ​ສົມຫວຽດນາມ - ສ.ເກົາຫຼີ ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ, ອຸດສາຫະກຳ ແລະການຄ້າ(UBHH) ແລະກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການປະ​ສົມ​ການ​ປະ​ຕິ​ບັດສັນຍາການຄ້າເສລີຫວຽດນາມ - ສ.ເກົາຫຼີ ໄດ້​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ.

ທີ່ກອງປະຊຸມຄະນະກຳມະການປະ​ສົມຫວຽດນາມ - ສ.ເກົາຫຼີ ກ່ຽວກັບພະລັງງານ, ອຸດສາຫະກຳ ແລະການຄ້າ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມເຈີ່ນຕວັນແອັງ ແລະ ທ່ານ Sung Yonu ລັດຖະມົນຕີກະຊວງການຄ້າ, ອຸດສາຫະກຳ ແລະພະລັງງານສ.ເກົາຫຼີ ໄດ້ຕົກລົງເປັນ​ເອ​ກະ​ພາບເຫັນດີຮັບຮອງເອົາ ແລະ ມຸ່ງ​ໄປ​ເຖິງການລົງນາມໃນແຜນປະຕິບັດງານ ເພື່ອປະຕິບັດເປົ້າ​ໝາຍນຳວົງເງິນການຄ້າ ສອງຝ່າຍຫວຽດນາມ - ສ. ເກົາຫຼີ ຂຶ້ນເຖິງ 100 ຕື້ USD ຕ​າມທິດສົມດຸນກວ່າໃນປີ 2023.

ທີ່ກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການປະ​ສົມປະຕິບັດສັນຍາການຄ້າເສລີຫວຽດນາມ - ສ.ເກົາຫຼີ, ລັດຖະມົນຕີສອງທ່ານໄດ້ແລກປ່ຽນເນື້ອ​ການຮ່ວມມືເພື່ອສ້າງກອບກົດໝາຍທີ່ເອື້ອອຳນວຍໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ນຳໃຊ້ບັນ​ດາຜົນປະໂຫຍດທີ່ສັນຍາ VKFTA ນຳມາໃຫ້ຢ່າງ​ດີ​ທີ່​ສຸດ. ພ້ອມດຽວກັນນັ້ນ, ປະ​ຕິ​ບັດສຳເລັດການກໍ່ສ້າງລະບົບແລກປ່ຽນຂໍ້ມູນກ່ຽວ​ກັບ​ຕົ້ນ​ກຳ​ເນີດ​ຂອງເອເລັກໂຕຣນິກໃນຂອບຂອງສັນຍາ VKFTA ດ້ວຍຈຸດປະສົງຫຼຸດຜ່ອນເວລາ ແລະຄ່າໃຊ້ຈ່າຍສຳລັບສິນຄ້າລະຫວ່າງສອງຝ່າຍ.

ເພ ມວ ງເງ ນການຄ າຫວຽດນາມ ສ ເກ າຫ ໃຫ ບ ນ ລ ໄດ 100 ຕ usd ໃນປ 2023 ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໃຫ້​ການຕ້ອນ​ຮັບ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ.ເກົາຫຼີ

ຍ​ສ​ໝ - ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບິ່ງ​ມິງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຕ​ີ​ລາ​ຄາ​ສູງ​​ຕໍ່​ເລື່ອງທ່ານ ຮອງ​ລັດ​ຖະ​ມົນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ, ພ້ອມ​ທັງ​ຮ່ວມ​ຈັດ​ຕັ້ງ​ເວ​ທີ​ປ​າ​ໄສວິ​ສາ​ຫິ​ກິດ ແມ່​ນ້ຳ​ຂອງ - ສ.ເກົາຫຼີ​ ຄັ້ງ​ທີ 8 ແລະ ຈັດ​ຕັ້ງ​ການ​ເຈ​ລະ​ຈ​າ​ລະ​ຫວ່າງ​ບັ​ນ​ດາ​ທ້ອງ​ຖິ່ນ​ຂອງ ຫວຽດ​ນາມ ແລະ ວິ​ສາ​ຫະ​ກິດ ສ.ເກົາຫຼີ.

ເພ ມວ ງເງ ນການຄ າຫວຽດນາມ ສ ເກ າຫ ໃຫ ບ ນ ລ ໄດ 100 ຕ usd ໃນປ 2023 ຫວຽດນາມ ແລະ ສ.ເກົາຫຼີເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ

ຍ​ສ​ໝ - ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ໄດ້​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ ຫວຽດ​ນາມ - ສາ​ທາ​ລະ​ນະ​ລັດ​ເກົາຫຼີທີ່​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ຮອບ​ດ້ານ ໃນ​ບັນ​ດາຂົງ​ເຂດທັງ​ໝົດ​ຄື: ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ, ຄວາມ​ໝັ້ນ​ຄົງ ແລະ ການ​ປະ​ຕິ​ບັດ​ກົດ​ໝາຍ.

ເພ ມວ ງເງ ນການຄ າຫວຽດນາມ ສ ເກ າຫ ໃຫ ບ ນ ລ ໄດ 100 ຕ usd ໃນປ 2023 ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ສ.ເກົາຫຼີ

ຍ​ສ​ໝ - ທ່ານ Park Noh Won ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ.ເກົາຫຼີ​ປະ​ຈຳ ຫວຽດ​ນາມ ໃຫ້​ຮູ້​ວ່າ ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ມີ​​ການ​ເປີດລະ​ດັບ​ໃຫຍ່, ການ​ພັດ​ທະ​ນາ​ມີ​ສະ​ຖຽນ​ລະ​ພາບ, ເຂົ້າ​ຮ່ວມຫຼາຍ​ສັນ​ຍາ​ການ​ຄ້າ​ເສ​ລີ FTA…

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.