ຫວຽດນາມ ຖືນ້ຳໃຈສາມັກຄີ ໃນ ອາຊຽນ ເປັນສຳຄັນ

18:00 | 23/04/2021

ຍສໝ - ໃນປີ 2020, ໃນຖານະເປັນ ປະທານ ອາຊຽນ, ຫວຽດນາມ ໄດ້ສະແດງໃຫ້ເຫັນນ້ຳໃຈສະໜິດຕິດພັນ ແລະ ເປັນເຈົ້າການປັບຕົວ ເມື່ອສົມທົບກັບບັນດາປະເທດສະມາຊິກ ອາຊຽນ ຢ່າງແໜ້ນແຟ້ນ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ຈາກໂລກລະບາດໂຄວິດ - 19, ຟື້ນຟູ ແລະ ພັດທະນາ.

ຫວຽດນາມ ຖືບັນດາມາດຕະການຟື້ນຟູ ແລະ ກະຕຸກຊຸກຍູ້ ເປັນສຳຄັນ ເພື່ອໃຫ້ພື້ນຖານເສດຖະກິດມີການເຕີບໂຕໂດຍໄວ ແລະ ຍືນຍົງ ຫວຽດນາມ ຖືບັນດາມາດຕະການຟື້ນຟູ ແລະ ກະຕຸກຊຸກຍູ້ ເປັນສຳຄັນ ເພື່ອໃຫ້ພື້ນຖານເສດຖະກິດມີການເຕີບໂຕໂດຍໄວ ແລະ ຍືນຍົງ
ຫວຽດນາມ ຈະ​ປະສົບ​ຜົນ​ສໍາ​ເລັດ​ໃນ​ບົດບາ​ດ​ເປັນ​ປະທານ ອາຊຽນ 2020 ​ແລະ ກໍາມະການ​ບໍ່​ປະ​ຈໍາ​ການ​ສະພາ​ຄວາມໝັ້ນຄົງ ສປຊ ອາຍຸ​ການ 2020 – 2021 ຫວຽດນາມ ຈະ​ປະສົບ​ຜົນ​ສໍາ​ເລັດ​ໃນ​ບົດບາ​ດ​ເປັນ​ປະທານ ອາຊຽນ 2020 ​ແລະ ກໍາມະການ​ບໍ່​ປະ​ຈໍາ​ການ​ສະພາ​ຄວາມໝັ້ນຄົງ ສປຊ ອາຍຸ​ການ 2020 – 2021
ຫວຽດນາມ ຖືນ້ຳໃຈສາມັກຄີ ໃນ ອາຊຽນ ເປັນສຳຄັນ
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ. ພາບ: VGP

ໃນປີ 2021 ຫວຽດນາມ ພວມພ້ອມກັບບັນດາປະເທດສະມາຊິກ ອາຊຽນ ຊຸກຍູ້ບັນດາຄວາມສົນໃຈ ແລະ ບຸລິມະສິດໃນພາກພື້ນ, ປະກອບສ່ວນຢ່າງເປັນເຈົ້າການ ແລະ ຕັ້ງໜ້າໃຫ້ແກ່ບັນດາບັນຫາລວມໃນພາກພື້ນ ແລະ ສາກົນ. ສຳລັບສະພາບການຢູ່ ມຽນມາ, ຫວຽດນາມ ໄດ້ພ້ອມກັບບັນດາປະເທດ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ຫຼີກລ້ຽງບັນດາການກະທຳທີ່ອາດເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ດຳເນີນການເຈລະຈາຊອກຫາມາດຕະການແກ້ໄຂຢ່າງສົມເຫດສົມຜົນ ແລະ ສອດຄ່ອງກັບ ລັດຖະທຳມະນູນ, ກົດໝາຍ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ມຽນມາ, ສ້າງເງື່ອນໄຂສະດວກໃຫ້ແກ່ວິວັດການປະຊາທິປະໄຕຖືກດຳເນີນຢ່າງສະດວກ.

ການເຂົ້າຮ່ວມກອງປະຊຸມບັນດາການນຳ ອາຊຽນ ຢູ່ ສຳນັກງານ ຄະນະເລຂານຸການ ອາຊຽນ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເປັນການສະແດງໃຫ້ເຫັນການສະໜັບສະໜູນ ແລະ ການຮ່ວມມືຢ່າງແໜ້ນແຟ້ນຂອງ ຫວຽດນາມ ກັບ ບຣູໄນ - ປະເທດປະທານ ອາຊຽນ 2021, ກໍຄື ບັນດາປະເທດສະມາຊິກ ອາຊຽນ ໃນການປະຕິບັດບັນດາບຸລິມະສິດທີ່ໄດ້ວາງອອກໃຫ້ປີ ອາຊຽນ 2021. ດ້ວຍການເຂົ້າຮ່ວມການປຶກສາຫາລືບັນດາເນື້ອໃນໃນໂຄງການດຳເນີນງານຂອງກອງປະຊຸມນັ້ນ ໄດ້ຊີ້ໃຫ້ເຫັນຢ່າງພົ້ນເດັ່ນ 3 ບຸລິມະສິດຕົ້ນຕໍຂອງ ຫວຽດນາມ. ນັ້ນແມ່ນ ຫວຽດນາມ ຖືການຮັດແໜ້ນ ແລະ ປັບປຸງຄວາມສາມັກຄີ, ການອຸ້ມຊູຊ່ວຍເຫຼືອກັບບັນດາປະເທດສະມາຊິກ ອາຊຽນ ເປັນສຳຄັນ; ປະກອບສ່ວນຍົກສູງບົດບາດເປັນໃຈກາງ ແລະ ທີ່ຕັ້ງບົດບາດຂອງ ອາຊຽນ ໃນການແກ້ໄຂບັນດາສິ່ງທ້າທາຍທີ່ເກີດຂຶ້ນ; ສ້າງສະພາບແວດລ້ອມແຫ່ງສັນຕິພາບ ແລະ ອຳນວຍຄວາມສະດວກແກ່ການພັດທະນາແບບຍືນຍົງໃນພາກພື້ນ.

ໂດຍໄດ້ຮັບຄຳເຊື້ອເຊີນຂອງກະສັດບຣູໄນ Darussalam Haji Hassanal Bolkiah, ປະທານ ອາຊຽນ 2021, ຕອນເຊົ້າວັນທີ 23 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ເດີນທາງອອກຈາກຮ່າໂນ້ຍ, ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມບັນດາການນຳອາຊຽນ ຈັດຂຶ້ນທີ່ສຳນັກງານຄະນະເລຂາອາຊຽນ ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ ເປັນເວລາ 2 ວັນ. ນີ້ແມ່ນການໄປປະຕິບັດງານຕ່າງປະເທດຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃນຖານະເປັນຜູ້ນຳໜ້າລັດຖະບານ, ຢືນຢັນບຸລິມະສິດຂອງຫວຽດນາມ ແມ່ນຮັດແໜ້ນ ແລະ ປັບປຸງຄວາມສາມັກຄີ, ການໜູນຊ່ວຍເຊິ່ງກັນ ແລະ ກັນກັບບັນດາປະເທດສະມາຊິກອາຊຽນ.

ອາຊຽນ +3 ບັນ​ລຸ​ໄດ້​ຜົນ​ສຳ​ເລັດ​ໃນ​ການ​ຮ່ວມ​ມືຫຼາຍຢ່າງ ອາຊຽນ +3 ບັນ​ລຸ​ໄດ້​ຜົນ​ສຳ​ເລັດ​ໃນ​ການ​ຮ່ວມ​ມືຫຼາຍຢ່າງ

ຍສໝ - ບັນດາປະເທດໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການຮ່ວມມືອາຊຽນ + 3 ສຳລັບສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາ ຢູ່ພາກພື້ນ ອາຊີຕາເວັນອອກ.

ຫວຽດນາມ ບຸລິມະສິດຖືເລື່ອງເຄົາລົບກົດບັດ ສປຊ ໃນການທູດປ້ອງກັນ, ປົກປ້ອງປະຊາຊົນໃນການປະທະກັນ, ການປ່ຽນແປງຂອງດິນຟ້າອາກາດ ເປັນສຳຄັນ ຫວຽດນາມ ບຸລິມະສິດຖືເລື່ອງເຄົາລົບກົດບັດ ສປຊ ໃນການທູດປ້ອງກັນ, ປົກປ້ອງປະຊາຊົນໃນການປະທະກັນ, ການປ່ຽນແປງຂອງດິນຟ້າອາກາດ ເປັນສຳຄັນ

ຍສໝ - ປີ 2020 ກໍ່ແມ່ນປີສະເຫລີມສະຫລອງ 75 ປີ ແຫ່ງວັນສ້າງຕັ້ງ ສປຊ. ເລື່ອງເລືອກເຟັ້ນຫົວຂໍ້ “ ສະເຫລີມສະຫລອງ 75 ປີແຫ່ງວັນສ້າງຕັ້ງ ສປຊ: ເຄົາລົບກົດບັດ ສປຊ ເພື່ອຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ” ໃນເດືອນທຳອິດເປັນປະທານ ສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ປາດຖະຫນາຢາກຢັ້ງຢືນອີກຄັ້ງຫນຶ່ງເຖິງຄວາມສຳຄັນຂອງອົງການນີ້ ...

ຫວຽດນາມ - ຍີ່ປຸ່ນ ຖືການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງກ້ວາງຂວາງ ເປັນສຳຄັນ ຫວຽດນາມ - ຍີ່ປຸ່ນ ຖືການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງກ້ວາງຂວາງ ເປັນສຳຄັນ

ຍສໝ - ວັນທີ 18 ພະຈິກ, ທີ່ການພົບປະລະຫວ່າງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານ Takebe Tsutomu ທີ່ປຶກສາພິເສດສະຫະພັນສະມາຊິກລັດຖະສະພາ ຍີ່ປຸ່ນ - ຫວຽດນາມ ທີ່ມີການປະຕິບັດວຽກງານຢູ່ ຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.