ກອງປະຊຸມຄະນະປະທານ VUFO ຄັ້ງທີ VI: ການລາຍງານ ແລະ ການອະນຸມັດຫລາຍບັນຫາສຳຄັນ ກ່ຽວກັບວຽກງານການທູດປະຊາຊົນ

16:32 | 23/04/2021

ຍສໝ - ໃນວັນທີ 23 ເມສາ, ຢູ່ຮ່າໂນ້ຍ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ດໍາເນີນກອງປະຊຸມຄະນະປະທານຄັ້ງທີ IV ຊຸດທີ VI (ອາຍຸການ 2019 - 2024). ໜຶ່ງໃນບັນຫາໃຫຍ່ທີ່ຈະໄດ້ຈັດຕັ້ງປະຕິບັດ ແລະ ເຊື່ອມຊືມ ໃນຄັ້ງນີ້ ແມ່ນນະໂຍບາຍການຕ່າງປະເທດຂອງກອງປະຊຸມໃຫຍ່ພັກຄັ້ງທີ XIII ແລະ ກົດບັດສະຫະພັນມິດຕະພາບທີ່ຫາກໍ່ໄດ້ຮັບການອະນຸມັດ ໂດຍນາຍົກລັດຖະມົນຕີ ໃນວັນທີ 23 ມີນາ 2021.

ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຮັບປະກັນການດ້ານການສັບຊ້ອນ, ນະໂຍບາສຳລັບພະນັກງານຂອງຕົນ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຮັບປະກັນການດ້ານການສັບຊ້ອນ, ນະໂຍບາສຳລັບພະນັກງານຂອງຕົນ
ທ່ານເອກອັກຄະລັດຖະທູດ ຫງວຽນເຟືອງງາ: ວຽກງານການທູດປະຊາຊົນມີຫລາຍເງື່ອນໄຂເພື່ອປະຕິບັດ ແລະ ຊຸກຍູ້ບັນດາການເຄື່ອນໄຫວຢ່າງຮອບດ້ານ ທ່ານເອກອັກຄະລັດຖະທູດ ຫງວຽນເຟືອງງາ: ວຽກງານການທູດປະຊາຊົນມີຫລາຍເງື່ອນໄຂເພື່ອປະຕິບັດ ແລະ ຊຸກຍູ້ບັນດາການເຄື່ອນໄຫວຢ່າງຮອບດ້ານ
ກອງປະຊຸມປະທານ VUFO ຄັ້ງທີ VI: ການລາຍງານ ແລະ ອະນຸມັດຫລາຍບັນຫາສຳຄັນ ກ່ຽວກັບວຽກງານການທູດປະຊາຊົນ
ບັນຍາກາດທີ່ກອງປະຊຸມ

ເຂົ້າຮ່ວມກອງປະຊຸມດັ່ງກ່າວ ມີ: ກຳມະການສູນກາງພັກ, ທ່ານ ເລຫ່ວາຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ຜູ້ຕາງໜ້າຄະນະຈັດຕັ້ງສູນກາງ, ຄະນະຂົນຂວາຍປະຊາຊົນສູນກາງ, ກະຊວງພາຍໃນ, ບັນດາພະນັກງານ, ພາລະກອນ ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ.

ກ່າວຄຳເຫັນທີ່ການເປີດກອງປະຊຸມ, ທ່ານນາງ ຫງວຽນເຟື່ອງງາ ປະທານສະຫະພັນມິດຕະພາບ ໄດ້ເນັ້ນໜັກວ່າ, ກອງປະຊຸມໄດ້ດຳເນີນໃນສະພາບການພິເສດທີ່ສຸດ, ເມື່ອກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ໄດ້ຈັດຕັ້ງຢ່າງສຳເລັດຜົນ ແລະ ຫຼາຍຂະແໜງການ, ອົງການທີ່ກ່ຽວຂ້ອງ ແລະ ບັນດາທ້ອງຖິ່ນພວມສຸມໃສ່ເຊື່ອມຊືມ ແລະ ຮ່ຳຮຽນເອົາມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ.

ສຳລັບກຳລັງທີ່ປະຕິບັດວຽກງານການຕ່າງປະເທດ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ກຳນົດ ໜ້າທີ່ທີ່ມີກຽດ ແລະ ໜັກໜ່ວງ ແມ່ນ “ສ້າງພື້ນຖານການທູດຮອບດ້ານ ແລະ ທັນສະໄໝດ້ວຍ 3 ເສົາຄ້ຳ ເປັນຕົ້ນແມ່ນ ການທູດພັກ, ການທູດລັດ ແລະ ການທູດປະຊາຊົນ”.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ແລກປ່ຽນ ແລະ ປຶກສາຫາລືກ່ຽວກັບແຜນການປະຕິບັດງານ ເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງທົ່ວລະບົບສະຫະພັນມິດຕະພາບ ເພື່ອໃຫ້: ທີໜຶ່ງ, ເຕົ້າໂຮມຄວາມຮັບຮູ້ ແລະ ການກະທຳໃນທົ່ວທັງລະບົບສະຫະພັນມິດຕະພາບ, ເຊື່ອມຊຶມຢ່າງເລິກເຊິ່ງ, ຕັ້ງໜ້າປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໂດຍມີການກະທຳສະເພາະ, ເພື່ອປະຕິບັດແນວທາງ, ວິໄສທັດ ແລະ ເປົ້າໝາຍທີ່ກອງປະຊຸມໃຫຍ່ໄດ້ວາງອອກຢ່າງສຳເລັດຜົນ, ປະກອບສ່ວນສ້າງສາ ແລະ ປົກປັກຮັກສາປະເທດ; ທີສອງ, ສືບຕໍ່ປ່ຽນແປງໃໝ່ຢ່າງແຮງ, ເພີ່ມທະວີຄຸນນະພາບ ແລະ ປະສິດທິຜົນຂອງລະບົບສະຫະພັນມິດຕະພາບທັງໝົດ, ເສີມຂະຫຍາຍບົດບາດ ແລະ ຖານະຂອງການທູດປະຊາຊົນ; ທີສາມ, ສ້າງລະບົບສະຫະພັນມິດຕະພາບທີ່ເຂັ້ມແຂງ ກັບທີມງານພະນັກງານທີ່ມີຄຸນນະພາບ, ມີຄວາມສາມາດ ແລະ ມີຄວາມຮັບຜິດຊອບ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພາລະກິດໃນສະພາບການໃໝ່.

ກອງປະຊຸມປະທານ VUFO ຄັ້ງທີ VI: ການລາຍງານ ແລະ ອະນຸມັດຫລາຍບັນຫາສຳຄັນ ກ່ຽວກັບວຽກງານການທູດປະຊາຊົນ
ທ່ານນາງ ຫງວຽນເຟື່ອງງາ ປະທານສະຫະພັນມິດຕະພາບ

ທີ່ກອງປະຊຸມຄັ້ງນີ້, ຜູ້ນຳສະຫະພັນມິດຕະພາບ ໄດ້ລາຍງານຕໍ່ຄະນະປະທານ ກ່ຽວກັບຜົນໄດ້ຮັບ ແລະ ການປະເມີນຜົນ ໃນ 10 ປີແຫ່ງການຈັດຕັ້ງປະຕິບັດຄຳສັ່ງ 04-CT/TW ລົງວັນທີ 6 ກໍລະກົດ 2011 ຂອງຄະນະເລຂາສູນກາງພັກ (ຊຸດທີ XI) ກ່ຽວກັບການສືບຕໍ່ປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນວຽກງານການທູດປະຊາຊົນໃນສະພາບການໃໝ່.

ໃນໄລຍະ 10 ປີທີ່ຜ່ານມາ, ສະຫະພັນມິດຕະພາບ ແລະ ບັນດາອົງການຈັດຕັ້ງສະມາຊິກໄດ້ຄົ້ນຄ້ວາ ແລະ ຈັດຕັ້ງປະຕິບັດຄຳສັ່ງທີ 04, ພະຍາຍາມໃນການປະດິດສ້າງ ແລະ ຍົກສູງຄຸນນະພາບການດຳເນີນງານພາຍໃຕ້ຄຳຂວັນທີ່ວ່າ “ມີຄວາມຫ້າວຫັນ, ປ່ຽນແປງ, ຫົວຄິດປະດິດສ້າງ, ປະສິດທິຜົນ”, ປະຕິບັດກິດຈະກຳຢ່າງຮອບດ້ານ ເພື່ອສົ່ງເສີມຄວາມມິດຕະພາບ ແລະ ການພົວພັນກັບບັນດາຄູ່ຮ່ວມມືຕ່າງປະເທດ, ສ້າງຕັ້ງສາຍພົວພັນກັບຄູ່ຮ່ວມງານໃໝ່; ລະດົມ ແລະ ຕໍ່ສູ້ກັບຫາງສຽງເພື່ອປົກປ້ອງຜົນປະໂຫຍດຂອງປະເທດຊາດ; ປະກອບສ່ວນເຂົ້າໃນການຍົກສູງພາບພົດຂອງຫວຽດນາມໃນເວທີສາກົນ.

ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຮັບປະກັນການດ້ານການສັບຊ້ອນ, ນະໂຍບາສຳລັບພະນັກງານຂອງຕົນ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຮັບປະກັນການດ້ານການສັບຊ້ອນ, ນະໂຍບາສຳລັບພະນັກງານຂອງຕົນ

ຍສໝ - ນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ຮັບຮອງເອົາກົດບັດຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ. ຕາມນັ້ນແລ້ວ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແມ່ນອົງການຈັດຕັ້ງການເມືອງ - ສັງຄົມ ຮັບຜິດຊອບດ້ານການທູດປະຊາຊົນ ກ່ຽວກັບສັນຕິພາບ, ສາມັກຄີ, ມິດຕະພາບ ແລະ ການຮ່ວມມືຂອງປະຊາຊົນ. ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ເຄື່ອນໄຫວຕາມຫຼັກການສະໝັກໃຈ, ປະຊາທິປະໄຕ, ຄວາມສະເໝີພາບ ແລະ ການຮັບປະກັນການສັບຊ້ອນ, ລະບອບ, ນະໂຍບາຍຕ່າງໆ ສຳລັບພະນັກງານ ...

ທ່ານເອກອັກຄະລັດຖະທູດ ຫງວຽນເຟືອງງາ: ວຽກງານການທູດປະຊາຊົນມີຫລາຍເງື່ອນໄຂເພື່ອປະຕິບັດ ແລະ ຊຸກຍູ້ບັນດາການເຄື່ອນໄຫວຢ່າງຮອບດ້ານ ທ່ານເອກອັກຄະລັດຖະທູດ ຫງວຽນເຟືອງງາ: ວຽກງານການທູດປະຊາຊົນມີຫລາຍເງື່ອນໄຂເພື່ອປະຕິບັດ ແລະ ຊຸກຍູ້ບັນດາການເຄື່ອນໄຫວຢ່າງຮອບດ້ານ

ຍສໝ - ທ່ານເອກອັກຄະລັດຖະທູດຫງວຽນເຟືອງງາ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ຢືນຢັນວ່າ ວຽກງານການທູດປະຊາຊົນມີຫລາຍເງື່ອນໄຂເພື່ອປະຕິບັດ ແລະ ຊຸກຍູ້ບັນດາການເຄື່ອນໄຫວຢ່າງຮອບດ້ານ.

ຮອງປະທານຄະນະກຳມະການປະຊາຊົນແຂວງກວາງນິງ ໄດ້ຮັບເລືອກຕັ້ງເປັນປະທານສະຫະພັນມິດຕະພາບແຂວງ ຊຸດທີ 5 ຮອງປະທານຄະນະກຳມະການປະຊາຊົນແຂວງກວາງນິງ ໄດ້ຮັບເລືອກຕັ້ງເປັນປະທານສະຫະພັນມິດຕະພາບແຂວງ ຊຸດທີ 5

ຍສໝ - ໃນຕອນເຊົ້າວັນທີ 30 ທັນວາ, ຢູ່ແຂວງກວາງນິງ, ສະຫະພັນບັນດາອົງການມິດຕະພາບແຂວງກວາງນິງ (ສະຫະພັນແຂວງກວາງນິງ) ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 5, ອາຍຸການ 2020 - 2025.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.