ທ່ານ ທັນສະໄໝ ກົມມະສິດ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີອາຊຽນ ໄອຊີທີ

16:12 | 01/04/2019

ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ພ້ອມດ້ວຍຄະນະໄດ້ເດີນທາງເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີອາຊຽນໄອຊີທີ ຊຸດພິເສດ ພາຍໃຕ້ຄໍາຂວັນ: "ຄວາມຄ່ອງໂຕຂອງການຫັນເປັນດີຈີຕອນຂອງອາຊຽນ" ໃນລະຫວ່າງວັນທີ 28-29 ມີນາ ຜ່ານມາ.

ທ່ານ ທັນສະໄໝ ກົມມະສິດ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີອາຊຽນ ໄອຊີທີ

ທ່ານ ທັນສະໄໝ ກົມມະສິດ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີອາຊຽນ ໄອຊີທີ (ພາບ:pasaxon.org.la).

ໂດຍຕອບສະໜອງການເຊື້ອເຊີນຂອງ ທ່ານ ພິເຊດ ດຸລົງຄະເວໂຣດ ລັດຖະມົນຕີກະຊວງດີຈີຕອນ ເພື່ອເສດຖະ ກິດ ແລະ ສັງຄົມ ປະເທດໄທ. ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ພ້ອມດ້ວຍຄະນະໄດ້ເດີນທາງເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີອາຊຽນໄອຊີທີ ຊຸດພິເສດ ພາຍໃຕ້ຄໍາຂວັນ: "ຄວາມຄ່ອງໂຕຂອງການຫັນເປັນດີຈີຕອນຂອງອາຊຽນ" ໃນລະຫວ່າງວັນທີ 28-29 ມີນາ ຜ່ານມາ, ທີ່ເມືອງພູເກັດ ປະເທດໄທ. ການຈັດກອງປະຊຸມຄັ້ງນີ້, ແມ່ນເພື່ອສ້າງອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄໝ ໃຫ້ອາຊຽນມີຄວາມສາມາດປັບຕົວ, ຮັບມືກັບສິ່ງທ້າທາຍຕ່າງໆໄດ້ຢ່າງທັນການ ໂດຍສະເພາະ ໃນຍຸກເສດຖະກິດດີຈີຕອນ ແລະ ການປະຕິວັດອຸດສາຫະກໍາ 4.0 ທີ່ເຕັກໂນໂລຊີເປັນຕົວຂັບເຄື່ອນການພັດທະນາ.

ດັ່ງນັ້ນ, ໃນກອງປະຊຸມ ຈຶ່ງຍົກເອົາ 5 ຫົວຂໍ້ສໍາຄັນ ມາປຶກສາຫາລື ເຖິງວິທີທາງໃນການເຮັດວຽກຮ່ວມກັນ ເປັນຕົ້ນ: ວຽກງານຄວາມປອດໄພທາງໄຊເບີ, ວຽກງານການເຊື່ອມຈອດ ແລະ ການບໍລິການເຄື່ອນທີ່, ວຽກງານຕົວເມືອງທັນສະໄໝ, ວຽກງານເສດຖະກິດດີຈີຕອນ, ວຽກງານບຸກຄະລາກອນ ແລະ ສັງຄົມ. ໃນໂອກາດນີ້, ທ່ານລັດ ຖະມົນຕີກະຊວງ ປທສ ໄດ້ສະເໜີຕໍ່ກອງປະຊຸມວ່າ ບັນດາຫົວຂໍ້ທີ່ໄດ້ປຶກສາຫາລືກັນລ້ວນແລ້ວແຕ່ເປັນຫົວຂໍ້ທີ່ສໍາຄັນ ແລະ ເປັນປະໂຫຍດໃນການພັດທະນາອາຊຽນໃນຍຸກດີຈີຕອນ. ພ້ອມນີ້, ທ່ານຍັງໄດ້ສະເໜີໃຫ້ອາຊຽນສືບຕໍ່ຮ່ວມມື ແລະ ເຮັດວຽກຮ່ວມກັນ ໃນການພັດທະນາວຽກງານໃນທຸກດ້ານ ສາມາດສະໜັບສະໜູນເສດຖະກິດດີຈີຕອນ ແລະ ອຸດສາຫະກໍາ 4.0. ສປປ ລາວ ໃນ ນາມຮອງປະທານກອງປະຊຸມ ລັດຖະມົນຕີອາຊຽນໄອຊີທີ ອາຊຽນ ຄັ້ງທີ 18 ແລະ ກະກຽມເປັນເຈົ້າພາບ ກອງປະຊຸມລັດຖະມົນຕີອາຊຽນ ໄອຊີທີ ອາຊຽນ ຄັ້ງທີ 19 ກໍໄດ້ມີການກະກຽມປະເມີນບົດສະຫຼຸບການຈັດຕັ້ງປະຕິບັດແຜນແມ່ບົດໄອຊີທີອາຊຽນ 2020.

ໂດຍສະເພາະປະເມີນຜົນຂອງກິດຈະກໍາຂອງອາຊຽນພາຍໃຕ້ 8 ຍຸດທະສາດຄື: ການພັດທະນາ ແລະ ຫັນປ່ຽນດ້ານເສດຖະກິດ, ການເຊື່ອມໂຍງ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ປະຊາຊົນໂດຍຜ່ານ ໄອຊີທີ, ການສ້າງນະວັດຕະກໍາໃໝ່, ການພັດທະນາພື້ນຖານໂຄງລ່າງ ໄອຊີທີ, ການພັດທະນາຊັບພະຍາກອນມະນຸດ, ໄອຊີທີໃນຕະຫຼາດໜຶ່ງດຽວອາຊຽນ, ສື່ ແລະ ເນື້ອຫາແບບໃໝ່ ແລະ ຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານ ເພື່ອຂັບເຄື່ອນວຽກງານໄອຊີທີ ຂອງອາຊຽນໃຫ້ເປັນຍຸກແຫ່ງເສດຖະກິດ ແລະ ສັງຄົມ ໃນການສ້າງພື້ນຖານ ໃຫ້ອາຊຽນໃນການກະກຽມ ສ້າງແຜນແມ່ບົດອາຊຽນ ໄອຊີທີ ສະບັບຕໍ່ໄປ. ໃນຕອນທ້າຍ, ທ່ານ ທັນສະໄໝ ກົມມະສິດ ໃນນາມເປັນເຈົ້າພາບກອງປະຊຸມລັດຖະມົນຕີອາຊຽນ ໄອຊີທີ ອາຊຽນ ຄັ້ງທີ 19 ຍັງໄດ້ເຊື້ອເຊີນບັນດາລັດຖະມົນຕີ ອາຊຽນ ແລະ ທ່ານເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມກອງປະຊຸມດັ່ງກ່າວ, ໂດຍຈະຈັດຂຶ້ນໃນລະຫວ່າງວັນທີ 21-25 ຕຸລາ 2019 ນີ້, ທີ່ນະຄອນຫຼວງ ວຽງຈັນ ສປປ ລາວ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.