ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ: ຫວຽດນາມ ສ້າງທຸກເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດານັກລົງທຶນຕ່າງປະເທດ

08:06 | 25/03/2021

ຫວຽດນາມ ມີນະໂຍບາຍບຸລິມະສິດແກ່ການລົງທຶນຢ່າງສະດວກທີ່ສຸດ, ໂດຍສະເພາະແມ່ນບຸລິມະສິດໃຫ້ແກ່ບັນດາໂຄງການເຕັກໂນໂລຊີສູງ.

ປັບປຸງເງື່ອນໄຂໃຫ້ນັກລົງທຶນຕ່າງປະເທດເຂົ້າມາຫວຽດນາມ
ນາຍົກລັດຖະມົນຕີ: ສ້າງເງື່ອນໄຂໃຫ້ບັນດາຜູ້ຊ່ຽວຊານ ແລະ ນັກລົງທຶນຕ່າງປະເທດ ເຂົ້າມາຫວຽດນາມ
ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ: ຫວຽດນາມ ສ້າງທຸກເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດານັກລົງທຶນຕ່າງປະເທດ
(ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານເອກອັກຄະລັດຖະທູດສ.ອົດສະຕາລີ Thomas Schuller-Gotzburg)

ຕອນບ່າຍວັນທີ 23 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດສ.ອົດສະຕາລີ Thomas Schuller-Gotzburg ແລະ ທ່ານ Ingolf Schroeder, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານບໍລິສັດ AT&S, ທີ່ພວມໄປຊອກຫາສະຖານທີ່ລົງທຶນໂຄງການເຕັກໂນໂລຊີສູງ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ການພົວພັນລະຫວ່າງຫວຽດນາມ ແລະ ອົດສະຕາລີ ຈະນັບມື້ນັບ ເພີ່ມທະວີ ແລະ ພັດທະນາຢ່າງດີງາມ; ຊົມເຊີຍເລື່ອງທ່ານ Ingolf Schroeder ແລະ ບັນດາສະມາຊິກຂອງບໍລິສັດ AT&S ມາຄົ້ນຄວ້າ ແລະ ລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ. ຫວຽດນາມ ມີນະໂຍບາຍບຸລິມະສິດແກ່ການລົງທຶນຢ່າງສະດວກທີ່ສຸດ, ໂດຍສະເພາະແມ່ນບຸລິມະສິດໃຫ້ແກ່ບັນດາໂຄງການເຕັກໂນໂລຊີສູງ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ, ບໍລິສັດ AT&S ຈະຍົກອອກຂໍ້ຕົກລົງ ລົງທຶນຢູ່ຫວຽດນາມ ໂດຍໄວ.

ສ່ວນທ່ານເອກອັກຄະລັດຖະທູດສ.ອົດສະຕາລີ Thomas Schuller-Gotzburg ຕີລາຄາສູງການເຕີບໃຫຍ່ເຂັ້ມແຂງທາງດ້ານເສດຖະກິດ-ສັງຄົມຂອງຫວຽດນາມ ໃນຊຸມປີຜ່ານມາ; ອົດສະຕາລີ ມີຄວາມສົນໃຈເຖິງຫວຽດນາມ ທີ່ສຸດ, ປະຈຸບັນຫວຽດນາມ ແມ່ນສະຖານທີ່ດຶງດູດທຶນ FDI ແຖວໜ້າໃນໂລກ.

ປັບປຸງເງື່ອນໄຂໃຫ້ນັກລົງທຶນຕ່າງປະເທດເຂົ້າມາຫວຽດນາມ

ຍສໝ - ທ່ານ David Jarkulisch ນັກການທູດດ້ານເສດຖະກິດທີ່ມີຊື່ສຽງຂອງສາທາລະນະລັດເຊັກໄດ້ລົງພິມບົດວິຈານກ່ຽວກັບການປ່ຽນແປງໃນທາງບວກຂອງນະໂຍບາຍຂອງຫວຽດນາມດັ່ງທີ່ໄດ້ສະແດງອອກໃນກົດໝາຍການລົງທຶນສະບັບປັບປຸງ.

ນາຍົກລັດຖະມົນຕີ: ສ້າງເງື່ອນໄຂໃຫ້ບັນດາຜູ້ຊ່ຽວຊານ ແລະ ນັກລົງທຶນຕ່າງປະເທດ ເຂົ້າມາຫວຽດນາມ

ຍສໝ - ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ບໍ່ຈຳກັດຈຳນວນຖ້ຽວບິນຂົນສົ່ງນັກຊ່ຽວຊານ, ນັກທຸລະກິດ, ນັກສຶກສາ, ນັກຮຽນ, ຜູ້ມີອາຍຸສຸງ… ຕາມມາດຕະຖານຂໍ້ກຳນົດກັບຄືນມາປະເທດ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບບັນດານັກລົງທຶນຕ່າງປະເທດ ທີ່ພວມມີບັນດາການເຄື່ອນໄຫວລົງທຶນຢູ່ ຫວຽດນາມ

ຍສໝ - ໃນຕອນເຊົ້າວັນທີ 11 ຕຸລາ 2019, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບບັນດານັກລົງທຶນຕ່າງປະເທດທີ່ພວມມີບັນດາການເຄື່ອນໄຫວລົງທຶນຢູ່ ຫວຽດນາມ.

vovworld.vn

ເຫດການ
302 Found

Found

The document has moved here.