ລາວ: ໂຮມຊຸມນຸມລະນຶກວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບ ເສຍອົງຄະ - ເສຍສະຫລະຊີວິດ ເພື່ອປະເທດຊາດຄົບຮອບ 75 ປີ

17:00 | 23/03/2021

ໃນວັນທີ 23 ມີນາ 2021 ຢູ່ກະຊວງປ້ອງກັນປະເທດ, ໄດ້ຈັດພິທີໂຮມຊຸມນຸມ ລະນຶກວັນຄຽດແຄ້ນ ຂອງປະຊາຊົນລາວ, ວັນນັກຮົບເສຍ ອົງຄະ-ເສຍ ສະຫລະຊີວິດ ເພື່ອປະເທດຊາດ ຄົບຮອບ 75 ປີ (21 ມີນາ 1946 - 21 ມີນາ 2021), ໂດຍການເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ການເມືອງກອງທັບ, ມີຄະນະພັກ-ຄະນະນໍາ, ພະນັກງານ ປະຕິວັດ-ອາວຸໂສບໍານານ ແລະ ພະນັກງານຫລັກແຫລ່ງ ອ້ອມຂ້າງກະຊວງ ປ້ອງກັນປະເທດ ເຂົ້າຮ່ວມເປັນຈໍານວນຫລາຍ.

ລາວ ໂຮມຊ ມນ ມລະນ ກວ ນຄຽດແຄ ນຂອງປະຊາຊ ນລາວ ວ ນນ ກຮ ບ ເສຍອ ງຄະ ເສຍສະຫລະຊ ວ ດ ເພ ອປະເທດຊາດຄ ບຮອບ 75 ປ ປະເທດລາວ: ຫາລືວຽກງານຄຸ້ມຄອງໄພພິບັດ ແລະ ກຽມຄວາມພ້ອມ ຕອບໂຕ້ໄພພິບັດ ໃນທົ່ວປະເທດ
ລາວ ໂຮມຊ ມນ ມລະນ ກວ ນຄຽດແຄ ນຂອງປະຊາຊ ນລາວ ວ ນນ ກຮ ບ ເສຍອ ງຄະ ເສຍສະຫລະຊ ວ ດ ເພ ອປະເທດຊາດຄ ບຮອບ 75 ປ ປະສານສົມທົບຢ່າງໃກ້ສິດ, ຂະຫຍາຍພື້ນທີ່ການຊອກຄົ້ນຮ່າງອະຖິຊ່ຽວຊານ ແລະ ອາສາສະມັກຫວຽດນາມທີ່ເສຍສະຫລະຊີວິດຢູ່ ສປປ ລາວ

ໃນໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ກ່າວບົດປາໄສວ່າ: ໃນຊຸມປີ 1964 ພວກລ່າເມືອງຂຶ້ນຝຣັ່ງ ໄດ້ກັບຄືນມາຮຸກຮານ ລາວອີກຄັ້ງໃໝ່ ແລະ ພວກເຂົາໄດ້ຢຶດຄອງຕົວ ເມືອງທ່າແຂກໄດ້ແລ້ວ, ພວກເຂົາໄດ້ສ້າງໂທດກໍາ ທີ່ບໍ່ມີວັນຈະລືມໄດ້ ໃຫ້ແກ່ປະຊາຊົນລາວ, ພວກເຂົາໄດ້ເຂັ່ນຂ້າ ປະຊາຊົນລາວ ແລະ ຊາວຫວຽດນາມ ຕ່າງດ້າວຜູ້ບໍລິສຸດ ດ້ວຍວິທີທີ່ໂຫດຫ້ຽມ, ຂ້າແມ່ມານດ້ວຍ ການເອົາກະບີ່ແທງທ້ອງ, ຈັບເອົາເດັກນ້ອຍ ຍັດໃສ່ກະເປົາປ່ານມັດປາກ ແລ້ວຖີ້ມລົງນໍ້າຂອງ ແລະ ເອົາລົງໃສ່ຄົກມອງຕໍາຈົນຕາຍ, ເອົາປືນຍິງກວາດໃສ່ຝູງຄົນ ແລ້ວໂຍນລົງນໍ້າຂອງ, ເຮັດໃຫ້ນໍ້າຂອງຍາມນັ້ນ ເຕັມໄປດ້ວຍເລືອດສີແດງ ແລະ ຊາກສົບຂອງ ປະຊາຊົນຜູ້ບໍລິສຸດ ລວມທັງແມ່ຍິງ ແລະ ເດັກນ້ອຍ ຈໍານວນຫລາຍຮ້ອຍຄົນ ຖືກຂ້າຕາຍ, ເຮືອນຊານບ້ານຊ່ອງ ແລະ ພື້ນຖານໂຄງລ່າງ ຖືກທໍາລາຍເປັນ ຈໍານວນຫລວງຫລາຍ, ຄອບຄົວ, ຜົວ, ເມຍ, ພໍ່, ແມ່, ລູກ ຖືກພັດພາກຈາກກັນ, ເດັກນ້ອຍຫລາຍຄົນກາຍ ເປັນກໍາພ້າ-ກໍາພອຍ ຍ້ອນການກະທໍາ ທີ່ບໍ່ມີມະນຸດສະທໍາ,​ ໂຫດຮ້າຍປ່າເຖື່ອນທີ່ສຸດ.

ລາວ ໂຮມຊ ມນ ມລະນ ກວ ນຄຽດແຄ ນຂອງປະຊາຊ ນລາວ ວ ນນ ກຮ ບ ເສຍອ ງຄະ ເສຍສະຫລະຊ ວ ດ ເພ ອປະເທດຊາດຄ ບຮອບ 75 ປ
ໂຮມຊຸມນຸມລະນຶກວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບ ເສຍອົງຄະ - ເສຍສະຫລະຊີວິດ ເພື່ອປະເທດຊາດຄົບຮອບ 75 ປີ. (ພາບ: KPL)

ຕໍ່ເຫດການດັ່ງກ່າວ, ເພື່ອລະນຶກເຖິງຄວາມເຈັບປວດ, ຄຽດແຄ້ນຂອງປະຊາຊົນລາວ ແລະ ດ້ວຍຄວາມ ເປັນຫ່ວງເປັນໃຍ ຂອງພັກ-ລັດ ທີ່ມີຕໍ່ບັນດາ ສະຫາຍນັກຮົບ ທີ່ໄດ້ອຸທິດເລືອດເນື້ອເຫື່ອແຮງ ເພື່ອປະເທດຊາດ, ເພື່ອການປະຕິວັດປົດປ່ອຍຊາດ ກໍຄືການ ປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ໃນປັດຈຸບັນ. ເພື່ອເສີມຂະຫຍາຍ ມູນເຊື້ອອັນລໍ້າເລີດ ຂອງບັນດານັກຮົບປະຕິວັດຮຸ່ນກ່ອນ ລັດຖະບານແຫ່ງ ສປປ ລາວ ຈຶ່ງໄດ້ອອກດໍາລັດເລກທີ 136/ນຍ ລົງວັນທີ 30 ກໍລະກົດ 2008 ກໍານົດເອົາວັນທີ 21 ມີນາ 1964 ເປັນວັນຄຽດແຄ້ນ ຂອງປະຊາຊົນລາວ ເປັນວັນເສຍອົງຄະ ແລະ ເສຍສະຫລະຊີວິດ ເພື່ອປະເທດຊາດ.

ລາວ ໂຮມຊ ມນ ມລະນ ກວ ນຄຽດແຄ ນຂອງປະຊາຊ ນລາວ ວ ນນ ກຮ ບ ເສຍອ ງຄະ ເສຍສະຫລະຊ ວ ດ ເພ ອປະເທດຊາດຄ ບຮອບ 75 ປ
ສະຫາຍ ພົນໂທ ທອງລອຍ ສິລິວົງ. (ພາບ: KPL)

ມາຮອດປີ 1955 ຕໍ່ໜ້າຄວາມຮຽກຮ້ອງຕ້ອງການ ໃນໄລຍະໃໝ່ຂອງການປະຕິວັດ ແລະ ປະຕິບັດຕາມມະຕິ ຂອງກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກ ກອມມູນິດອິນດູຈູີນ, ບັນດານັກກອມມູນິດລາວ ຈຶ່ງໄດ້ເປີດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ I ເພື່ອສ້າງຕັ້ງພັກປະຕິວັດ ຂອງຕົນຂຶ້ນ ໃນວັນທີ 22 ມີນາ 1955 ໂດຍໃສ່ຊື່ວ່າ: “ພັກປະຊາຊົນລາວ” ພາຍຫລັງພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ກໍໄດ້ແບກຫາບພາລະກໍາປະຫວັດສາດ ອັນໜັກໜ່ວງ ເພື່ອຊີ້ນໍາ-ນໍາພາ ປວງຊົນລາວທັງຊາດ ຕໍ່ສູ້ຕ້ານການຮຸກຮານ ຂອງຈັກກະພັດ ແລະ ລູກມືປະຕິການຂາຍຊາດ ຢ່າງດຸເດືອດ-ຂ້ຽວຂາດ ກ້າວໄປເຖິງການປົດປ່ອຍ ປະເທດຊາດຢ່າງສົມບູນ. ພາຍໃຕ້ການຊີ້ນໍາ-ນໍາພາ ຢ່າງສະຫລາດສ່ອງໃສ ຂອງພັກປະຊາຊົນລາວ ກອງທັບ ແລະ ປະຊາຊົນເຮົາ ສາມາດຕີເອົາໄຊຊະນະ ການບຸກໂຈມຕີບຽດຢຶດ ຂອງສັດຕູທັງໝົດ ເປັນ ຕົ້ນແມ່ນບັ້ນຮົບນໍ້າບາກ,​ ຜາຖີ (ປີ 1968), ບັ້ນຮົບທົ່ງໄຫຫີນຊຽງຂວາງ (ປີ 1970), ບັ້ນຮົບລາມເຊີນ 719 (ປີ 1971) ພວກເຮົາໄດ້ທັບມ້າງ ຍຸດທະສາດສົງຄາມພິເສດຕ່າງໆ ຂອງພວກເຂົາໃຫ້ຖືກປະລາໄຊ ຢ່າງໜັກໜ່ວງຢູ່ລາວ.

ລາວ ໂຮມຊ ມນ ມລະນ ກວ ນຄຽດແຄ ນຂອງປະຊາຊ ນລາວ ວ ນນ ກຮ ບ ເສຍອ ງຄະ ເສຍສະຫລະຊ ວ ດ ເພ ອປະເທດຊາດຄ ບຮອບ 75 ປ
(ພາບ: KPL)

ໂດຍກໍາແໜ້ນເອົາກາລະໂອກາດ ປະຫວັດສາດ “ພັນປີມີເທື່ອໜຶ່ງ” ພັກເຮົາ ໄດ້ມີມະຕິຕົກລົງ ແລະ ນໍາພາການລຸກຮື້ຂຶ້ນ ຢຶດອໍານາດທົ່ວປະເທດ ໃນວັນທີ 23 ສິງຫາ 1975 ດ້ວຍ 3 ບາດຄ້ອນ ຍຸດທະສາດ ໂດຍບໍ່ເສຍເລືອດເນື້ອແບບ “ບົວບໍ່ຊໍ້າ-ນໍ້າບໍ່ຂຶ້ນ” ຄືການລຸກຮື້ຂຶ້ນຂອງມະຫາຊົນ, ການໜູນໜີບຂອງກໍາລັງ ປະກອບອາວຸດປະຕິວັດ ແລະ ການລຸກຮື້ຂຶ້ນ ແຍກຕົວອອກ ຂອງທະຫານຝ່າຍ ຣາຊະອານາຈັກ ມາຮ່ວມກັບກໍາລັງປະຕິວັດ ສົມທົບກັບປາຍແຫລມ ຂອງການຕໍ່ສູ້ ທາງ ດ້ານກົດໝາຍປະກາດລຶບລ້າງ ອໍານາດການປົກຄອງເກົ່າ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.

ໄຊຊະນະອັນເປັນເຫດການ ປະຫວັດສາດດັ່ງກ່າວນັ້ນ, ໄດ້ເປັນຂີດໝາຍແຫ່ງ ການສໍາເລັດການປະ ຕິວັດຊາດ-ປະຊາທິປະໄຕ ຢ່າງສົມບູນ ແລະ ໄດ້ໄຂສັງກາດໃໝ່ ທີ່ຮຸ່ງເຮືອງສົດໃສທີ່ສຸດ ໃນປະຫວັດສາດ ຂອງຊາດລາວ, ຄືສັງກາດທີ່ປະຊາຊົນລາວ ບັນດາເຜົ່າເປັນເຈົ້າປະເທດຊາດ, ເປັນເຈົ້າຊາຕາກໍາ ຂອງຕົນ ຢ່າງແທ້ຈິງ, ກ້າວຂຶ້ນສູ່ເສັ້ນທາງ ອັນສະຫວ່າງສະໄຫວ ນັ້ນຄື: ກ້າວໄປສູ່ຈຸດ ໝາຍສັງຄົມນິຍົມ ພາຍໃຕ້ການນໍາພາຂອງພັກ ປະຊາຊົນປະຕິວັດລາວ ຢ່າງບໍ່ຫວັ່ນໄຫວຄອນແຄນ.

ລາວ ໂຮມຊ ມນ ມລະນ ກວ ນຄຽດແຄ ນຂອງປະຊາຊ ນລາວ ວ ນນ ກຮ ບ ເສຍອ ງຄະ ເສຍສະຫລະຊ ວ ດ ເພ ອປະເທດຊາດຄ ບຮອບ 75 ປ ປະເທດລາວ ຫາລື ກ່ຽວກັບການສ້າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຂັ້ນສູນກາງ

ໃນວັນທີ 16 ມີນາ 2021 ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ກົມນິຕິກຳ ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ສົມທົບກັບ ກະຊວງກ່ຽວຂ້ອງ ຈັດສຳມະນາກ່ຽວກັບ ການສ້າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຂັ້ນສູນກາງ, ໂດຍໄດ້ຮັບການສະໜັບສະໜູນ ຈາກແຜນງານ ມີສ່ວນຮ່ວມ ຂອງປະຊາຊົນ ຕໍ່ວຽກງານການປົກປ້ອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA), ໂດຍເຂົ້າຮ່ວມເປັນ ...

ລາວ ໂຮມຊ ມນ ມລະນ ກວ ນຄຽດແຄ ນຂອງປະຊາຊ ນລາວ ວ ນນ ກຮ ບ ເສຍອ ງຄະ ເສຍສະຫລະຊ ວ ດ ເພ ອປະເທດຊາດຄ ບຮອບ 75 ປ ປະເທດລາວ: ຫາລືວຽກງານຄຸ້ມຄອງໄພພິບັດ ແລະ ກຽມຄວາມພ້ອມ ຕອບໂຕ້ໄພພິບັດ ໃນທົ່ວປະເທດ

ໃນວັນທີ 10 ມີນາ 2021 ທີ່ນະຄອນຫລວງວຽງຈັນ, ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມ ວຽກງານຄຸ້ມຄອງ ໄພພິບັດທົ່ວປະເທດ ປະຈໍາປີ 2020 ເພື່ອຮັບຟັງການສະເໜີ ບົດສະຫລຸບ ການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງໄພພິບັດ ໄລຍະ 5 ປີ ຜ່ານມາ (2016-2020) ແລະ ທິດທາງແຜນການ ...

ລາວ ໂຮມຊ ມນ ມລະນ ກວ ນຄຽດແຄ ນຂອງປະຊາຊ ນລາວ ວ ນນ ກຮ ບ ເສຍອ ງຄະ ເສຍສະຫລະຊ ວ ດ ເພ ອປະເທດຊາດຄ ບຮອບ 75 ປ ເຢຍລະມັນສະໜັບສະໜູນ 20 ລ້ານເອີໂຣໃຫ້ແກ່ປະເທດລາວໃນການຄຸ້ມຄອງປ່າໄມ້

ພິທີເຊັນສັນຍາ ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ສ. ເຢຍລະມັນ ໄດ້ຈັດຂຶ້ນໃນວັນທີ 15 ກຸມພາ 2021 ທີ່ກະຊວງແຜນການ ແລະ ການລົງທຶນ ຊຶ່ງໄດ້ລົງນາມໂດຍ ພະນະທ່ານ ປອ ກິແກ້ວ ຈັນທະບູຣີ, ...

kpl.gov.la

ເຫດການ
302 Found

Found

The document has moved here.