ປະເທດລາວ ຫາລື ກ່ຽວກັບການສ້າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຂັ້ນສູນກາງ

12:10 | 23/03/2021

ໃນວັນທີ 16 ມີນາ 2021 ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ກົມນິຕິກຳ ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ສົມທົບກັບ ກະຊວງກ່ຽວຂ້ອງ ຈັດສຳມະນາກ່ຽວກັບ ການສ້າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຂັ້ນສູນກາງ, ໂດຍໄດ້ຮັບການສະໜັບສະໜູນ ຈາກແຜນງານ ມີສ່ວນຮ່ວມ ຂອງປະຊາຊົນ ຕໍ່ວຽກງານການປົກປ້ອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA), ໂດຍເຂົ້າຮ່ວມເປັນ ປະທານຂອງ ທ່ານ ນາງ ສຸວັນເພັງ ບຸບຜານຸວົງ ລັດຖະມົນຕີ ປະຈໍາສໍານັກງານ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງລັດຖະມົນຕີ ກະຊວງ-ອົງການ ລັດທຽບເທົ່າກະຊວງ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ປະເທດລາວ ຫາລ ກ ຽວກ ບການສ າງກ ດໝາຍ ແລະ ນ ຕ ກຳໃຕ ກ ດໝາຍຂ ນສ ນກາງ ເສັ້ນທາງ 13 ໃຕ້ ຈະໄດ້ຮັບການປັບປຸງ-ສ້ອມແປງຄືນໃໝ່
ປະເທດລາວ ຫາລ ກ ຽວກ ບການສ າງກ ດໝາຍ ແລະ ນ ຕ ກຳໃຕ ກ ດໝາຍຂ ນສ ນກາງ ປະເທດລາວ: ຫາລືວຽກງານຄຸ້ມຄອງໄພພິບັດ ແລະ ກຽມຄວາມພ້ອມ ຕອບໂຕ້ໄພພິບັດ ໃນທົ່ວປະເທດ

ທ່ານນາງ ສຸວັນເພັງ ບຸບຜານຸວົງ ໄດ້ກ່າວວ່າ: ກອງປະຊຸມສໍາມະນາຄັ້ງນີ້, ໄດ້ຈັດຂຶ້ນເປັນເວທີ ສໍາລັບການປຶກສາຫາລື, ທົບທວນຄືນ, ສົນທະນາແລກປ່ຽນ ປະສົບການປະຕິບັດຕົວຈິງ ໃນຫລາຍຫົວຂໍ້ສົນທະນາທີ່ສໍາຄັນ ເປັນຕົ້ນ ເສນາທິການຊ່ວຍລັດຖະບານ ໃນວຽກງານສ້າງ ແລະ ປັບປຸງນິຕິກໍາ, ການຫັນພັນທະສາກົນ ເຂົ້າສູ່ກົດໝາຍພາຍໃນ ສປປລາວ, ການສ້າງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍຂັ້ນສູນກາງ, ການສ້າງ ແລະ ປັບປຸງກົດໝາຍ ພາຍຫລັງທີ່ລັດຖະບານ ສະເໜີ ຕໍ່ຄະນະປະຈໍາ ສະພາແຫ່ງຊາດ, ການປະເມີນຜົນກະທົບ ຂອງຮ່າງນິຕິກໍາ, ການສ້າງເອກະສານ ທາງການ, ການເຂົ້າເຖິງຂໍ້ມູນຂ່າວສານ ຜ່ານລະບົບເອເລັກໂຕຣນິກ ແລະ ບາງບົດຮຽນການ ປະເມີນຜົນກະທົບ ກ່ຽວກັບການສ້າງ ກົດໝາຍ ຂອງສາ ກົນ, ເຊິ່ງທາງວິທະຍາກອນ ບັນຍາຍຂອງກະຊວງຍຸຕິທຳ, ກະຊວງການຕ່າງປະເທດ, ກະຊວງພາຍໃນ, ກຳມາທິການກົດໝາຍສະພາແຫ່ງຊາດ ແລະ ຫສນຍ ທີ່ຈະໄດ້ນຳສະເໜີ ໃນກອງປະຊຸມສຳມະນາໃນຄັ້ງນີ້, ແມ່ນສອດຄ່ອງກັບເວລາທີ່ ລັດຖະບານ ຊຸດທີ VII ໄດ້ຮັບຮອງ ແລະ ປະກາດໃຊ້ ກົດໝາຍຫລາຍກວ່າ 140 ສະບັບ ແລະ ນິຕິກໍາ ໃຕ້ກົດໝາຍຫລາຍກວ່າ 1.730 ສະບັບ.

ປະເທດລາວ ຫາລ ກ ຽວກ ບການສ າງກ ດໝາຍ ແລະ ນ ຕ ກຳໃຕ ກ ດໝາຍຂ ນສ ນກາງ
ທ່ານນາງ ສຸວັນເພັງ ບຸບຜານຸວົງ. (ພາບ: KPL)

ກອງປະຊຸມຈະດຳເນີນເປັນເວລາ 2 ວັນ, ເຊິ່ງຜູ້ເຂົ້າຮ່ວມກອງປະຊຸມ ຈະໄດ້ສົນທະນາແລກ ປ່ຽນບົດຮຽນ ປະສົບການທາງດ້ານນິຕິກຳ ແລະ ພຶດຕິກໍາຕົວຈິງ ຈາກຊ່ຽວຊານ ທາງດ້ານກົດໝາຍ ຂອງ ສປປ ລາວ ໄດ້ສະເໜີບົດຮຽນ ດ້ານການສ້າງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ຂັ້ນສູນກາງ. ພ້ອມນີ້, ຍັງມີຊ່ຽວຊານອາວຸໂສ ກ່ຽວກັບການສ້າງລັດ ປົກຄອງດ້ວຍກົດໝາຍ ທີ່ຮ່ວມປະຊຸມທາງໄກ ຈາກປະເທດຢູເຄນ, ແຜນງານການ ມີສ່ວນ ຮ່ວມຂອງ ປະຊາຊົນ ຕໍ່ວຽກງານການປົກປ້ອງທີ່ດີ ແລະ ການສ້າງລັດທິປົກຄອງ ດ້ວຍກົດໝາຍ (CEGGA) ໄດ້ແລກປ່ຽນ ປະສົບການ, ຂໍ້ຄິດເຫັນ ແລະ ບົດ ຮຽນການປະເມີນຜົນກະທົບ ກ່ຽວກັບການສ້າງ ກົດໝາຍຂອງສາກົນ.

ທ່ານນາງ ສຸວັນເພັງ ຍັງໄດ້ເນັ້ນໜັກ ແລະ ຮຽກຮ້ອງມາຍັງວິທະຍາກອນ ແລະ ສໍາມະນາກອນຈົ່ງເອົາໃຈໃສ່ ສຸມສະຕິປັນຍາ ແລະ ຍົກສູງຄວາມຮູ້ ຄວາມສາມາດຂອງຕົນ ເຂົ້າໃນການແລກ ປ່ຽນຄໍາຄິດຄໍາເຫັນ, ປະສົບການ, ພຶດຕິກຳຕົວຈິງ ແລະ ຊ່ວຍເຫລືອກັນ ເພື່ອໃຫ້ສາມາດ ບັນລຸເປົ້າ ໝາຍທີ່ໄດ້ຕັ້ງໄວ້.

ປະເທດລາວ ຫາລ ກ ຽວກ ບການສ າງກ ດໝາຍ ແລະ ນ ຕ ກຳໃຕ ກ ດໝາຍຂ ນສ ນກາງ ເຢຍລະມັນສະໜັບສະໜູນ 20 ລ້ານເອີໂຣໃຫ້ແກ່ປະເທດລາວໃນການຄຸ້ມຄອງປ່າໄມ້

ພິທີເຊັນສັນຍາ ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ສ. ເຢຍລະມັນ ໄດ້ຈັດຂຶ້ນໃນວັນທີ 15 ກຸມພາ 2021 ທີ່ກະຊວງແຜນການ ແລະ ການລົງທຶນ ຊຶ່ງໄດ້ລົງນາມໂດຍ ພະນະທ່ານ ປອ ກິແກ້ວ ຈັນທະບູຣີ, ...

ປະເທດລາວ ຫາລ ກ ຽວກ ບການສ າງກ ດໝາຍ ແລະ ນ ຕ ກຳໃຕ ກ ດໝາຍຂ ນສ ນກາງ ຜູ້ນຳປະເທດລາວ ແລະ ກຳປູເຈຍ ອວຍພອນຊົມເຊີຍປີໃໝ່ໃຫ້ແກ່ປະຊາຊົນຫວຽດນາມ

ຍສໝ - ທີ່ການໂອ້ລົມທາງໂທລະສັບ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ຜົນສຳເລັດຂອງການຮ່ວມມືທີ່ດີໃນປີທີ່ຜ່ານມາ ແລະ ຄວາມມານະພະຍາຍາມຂອງການນຳສາຍພົວພັນຮ່ວມມືສອງຝ່າຍຫວຽດນາມ - ລາວ ແລະ ຫວຽດນາມ - ກຳປູເຈຍໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ.

ປະເທດລາວ ຫາລ ກ ຽວກ ບການສ າງກ ດໝາຍ ແລະ ນ ຕ ກຳໃຕ ກ ດໝາຍຂ ນສ ນກາງ ປະເທດລາວ ໄດ້ຮັບຢາວັກຊີນປ້ອງກັນ ແລະ ຕ້ານ COVID-19 ຈຳນວນ 1000 ປະລິມານ ຈາກຣັດເຊຍ

ຍສໝ - ກະຊວງສາທາລະນະສຸກລາວ ໄດ້ຮັບຢາວັກຊີນ Sputnik V ຈຳນວນ 1,000 ປະລິມານໂດຍຜ່ານກອງທຶນການລົງທືນໂດຍກົງຂອງສະຫະພັນຣັດເຊຍ, ເຊິ່ງເປັນການໃຫ້ຢາວັກຊີນປ້ອງກັນ ແລະ ຕ້ານ COVID-19 ເປັນຄັ້ງທຳອິດໃນຊຸດຢາວັກຊີນຈຳນວນສອງລ້ານປະລິມານ ທີ່ລັດຖະບານສອງປະເທດໄດ້ຕົກລົງ.

ປະເທດລາວ ຫາລ ກ ຽວກ ບການສ າງກ ດໝາຍ ແລະ ນ ຕ ກຳໃຕ ກ ດໝາຍຂ ນສ ນກາງ

kpl.gov.la

ເຫດການ
302 Found

Found

The document has moved here.