ປະສານສົມທົບຢ່າງໃກ້ສິດ, ຂະຫຍາຍພື້ນທີ່ການຊອກຄົ້ນຮ່າງອະຖິຊ່ຽວຊານ ແລະ ອາສາສະມັກຫວຽດນາມທີ່ເສຍສະຫລະຊີວິດຢູ່ ສປປ ລາວ

07:15 | 19/09/2019

ຍສໝ - ວັນທີ 17/9/2019 ຢູ່ທີ່ນະຄອນຫລວງວຽງຈັນ ສປປ ລາວ ຄະນະສະເພາະກິດພິເສດແຂວງຮ່າຕິ້ງໄດ້ຈັດກອງປະຊຸມສໍາມະນາກ່ຽວກັບວຽກຊອກຄົ້ນຮ່າງອັດຖິຊ່ຽວຊານ ແລະ ອາສາສະໝັກ ຫວຽດນາມ ທີ່ເສຍສະຫລະຊີວິດຢູ່ ສປປ ລາວ ກັບຄືນປະເທດ ໃນລະດູແລ້ງ 2019-2020.

ປະສານສົມທົບຢ່າງໃກ້ສິດ, ຂະຫຍາຍພື້ນທີ່ການຊອກຄົ້ນຮ່າງອະຖິຊ່ຽວຊານ ແລະ ອາສາສະມັກຫວຽດນາມທີ່ເສຍສະຫລະຊີວິດຢູ່ ສປປ ລາວ

ບັນຍາກາດທີ່ການເຮັດວຽກ.(ພາບ:baohatinh.vn)

ໃນລະດູແລ້ງ ສົກປີ2019-2020 ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກຄະນະພັກ, ຄະນະບັນຊາການ, ອໍານາດການປົກຄອງ, ກໍາລັງປະກອບອາວຸດ ແລະ ພໍ່ແມ່ປະຊາຊົນຢູ່ແຕ່ລະເຂດຂອງນະຄອນຫລວງວຽງຈັນ, ກອງເກັບກູ້ຮ່າງອັດຖິແຂວງຮ່າຕິ້ງໄດ້ຊອກຄົ້ນ ແລະ ນໍາເອົາຮ່າງຂອງຊ່ຽວຊານ ແລະ ອາສາສະໝັກຫວຽດນາມທີ່ເສຍສະຫລະຊິວິດຢູ່ ສປປ ລາວ ຈໍານວນ 2 ຮ່າງອະຖິກັບຄືນປະເທດ.

ນັບແຕ່ປີ 1999 ເຖິງປະຈຸບັນຢູ່ບໍລິເວນນະຄອນຫລວງວຽງຈັນ ກອງເກັບກູ້ຮ່າງອັດຖິຂອງແຂວງຮ່າຕີ້ງໄດ້ຊອກຄົ້ນ, ທ້ອນໂຮມຮ່າງອະຖິຊ່ຽວຊານ ແລະ ອາສາສະມັກຫວຽດນາມທີ່ເສຍສະຫລະຊີວິດຢູ່ ສປປ ລາວ. ຈໍານວນ 122 ຮ່າງອັດຖິ ກັບຄືນບ້ານເກີດເມືອງນອນ, ເພື່ອສືບຕໍ່ຈັດຕັ້ງປະຕິບັດການເກັບທ້ອນໂຮມຮ່າງອັດຖິໃນລະດູແລ້ງສົກປີ 2019-2020 ໃຫ້ມີຄວາມສະດວກ, ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ນັ້ນ ຄະນະສະເພາະກິດພິເສດແຂວງຮ່າຕິ້ງໄດ້ຊີນຳຢ່າງທັນການຕໍ່ກອງເກັບກູ້ຮ່າງອັດຖິ ໂດຍຈັດແບ່ງພະນັກງານເພື່ອຕິດຕາມເກັບກຳຂໍ້ມູນແຕ່ລະທ້ອງຖິ່ນ, ປະສານສົມທົບຢ່າງໃກ້ສິດກັບກອງຂຸດຄົ້ນຮ່າງອັດຖິຂອງນະຄອນຫລວງວຽງຈັນ, ຈັດຕັ້ງການສໍາຫລວດກວດກາໃຫ້ໄດ້ຂໍ້ມູນຂຸມຝັງສົບຂອງນັກຮົບທີ່ເສຍສະຫລະຊີວິດໃນປາງສົງຄາມຢູ່ບັນດາທ້ອງຖິ່ນໃຫ້ໄດ້ຕື່ມ 3 ຂໍ້ມູນ, ສືບຕໍ່ຊຸກຍູ້ ແລະ ປະສານສົມທົບໃນການກວດກາ ແລະ ເປີດກ້ວາງພື້ນທີ່ຊອກຄົ້ນໃຫ້ໄດ້ຫລາຍຂື້ນຕື່ມອີກ.

ທ່າມກາງບັນຍາກາດອັນສະໜິດສະໜົມ ແລະ ຮັກແພງ, ຕາງໜ້າຄະນະສະເພາະກິດພິເສດຂອງແຂວງ ທ່ານ ພັນເອກ ຫງວຽນເຕິດເຍິນ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງຄະນະພັກ-ຄະນະນໍາ, ອຳນາດການປົກຄອງ ກອງບັນຊາການທະຫານ ແລະ ບັນດາພະແນກການ, ຂະແໜງການຂອງນະຄອນຫລວງວຽງຈັນ, ພ້ອມດ້ວຍປະຊາຊົນບັນດາເຜົ່າຂອງ ສປປ ລາວ ທີ່ໄດ້ປະກອບສ່ວນນໍ້າໃຈອັນໃຫຍ່ຫລວງ ແລະ ຊ່ວຍເຫລືອກອງເກັບກູ້ຮ່າງອັດຖິແຂວງຮ່າຕິ້ງ ຈົນກ້າວໄປສູ່ຜົນສຳເລັດຂອງການປະຕິບັດໜ້າທີ່ຕາມການມອບມາຍຂອງຂັ້ນເທິງຢ່າງຈົບງາມ.

ປະສານສົມທົບຢ່າງໃກ້ສິດ, ຂະຫຍາຍພື້ນທີ່ການຊອກຄົ້ນຮ່າງອະຖິຊ່ຽວຊານ ແລະ ອາສາສະມັກຫວຽດນາມທີ່ເສຍສະຫລະຊີວິດຢູ່ ສປປ ລາວ

ປະສານສົມທົບຢ່າງໃກ້ສິດ, ຂະຫຍາຍພື້ນທີ່ການຊອກຄົ້ນຮ່າງອະຖິຊ່ຽວຊານ ແລະ ອາສາສະມັກຫວຽດນາມທີ່ເສຍສະຫລະຊີວິດຢູ່ ສປປ ລາວ.(ພາບ:baohatinh.vn)

ພ້ອມກັນນັ້ນຢູ່ໃນພິທີຄະນະນຳຂອງຄະນະສະເພາະກິດພິເສດແຂວງຮ່າຕິ້ງ ແລະ ນະຄອນຫຼວງວຽງຈັນໄດ້ສົນທະນາຄົ້ນຄວ້າ ແລະ ຕົກລົງເຫັນດີເປັນເອກະພາບຕໍ່ກັບບັນດາເນື້ອໃນວຽກງານທີ່ສຳຄັນທີ່ສອງຝ່າຍນຳມາຄົ້ນຄວ້າ, ໃນນັ້ນຝ່າຍເພື່ອນບ້ານໄດ້ເອົາໃຈໃສ່ຊີ້ນຳການຈັດຕັ້ງທີ່ກ່ຽວຂ້ອງທຸກຂັ້ນໃນການໂຄສະນາຂົນຂວາຍຂໍ້ມູນຂຸມຝັງສົບຂອງຊ່ຽວຊານ ແລະ ອາສາສະໝັກຫວຽດນາມ ຢູ່ຕາມແຕ່ອົງການຈັດຕັ້ງ, ກົມກອງຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າແຕ່ແແຂວງລົງຮອດຮາກຖານ.

ສືບຕໍ່ຊີ້ນຳບັນດາເມືອງໃນການປະສານສົມທົບຊ່ວຍເຫຼືອ ໃນນັ້ນຈະໄດ້ແຕ່ງຕັ້ງກຳລັງເພື່ອປະສສານສົມທົບ, ສະໜອງຂໍ້ມູນຂ່າວສານ, ຊີ້ພາທາງ ແລະ ຈັດວາງກຳລັງເພື່ອຮັບປະກັນຄວາມປອດໄພໃຫ້ແກ່ພະນັກງານ-ນັກຮົບກອງເກັບກູ້ຮ່າງອັດຖິໃນການລົງປະຕິບັດນ້າທີ່ ເປັນຕົ້ນແມ່ນເຂດທຸລະກັນດານຫ່າງໄກສອກຫຼີກ.

ພາຍຫຼັງສຳເລັດການປະຕິບັດໜ້າທີ່ຢູ່ນະຄອນຫຼວງວຽງຈັນແລ້ວ ທີມງານສະເພາະກິດພິເສດຍັງຈະສບຕໍ່ລົງເຮັດວຽກຢູ່ແຂວງບໍລິຄຳໄຊໃນວັນທີ 20ກັນຍາທີ່ຈະມາເຖິງນີ້.

(ໄຊພອນ)

ເຫດການ
302 Found

Found

The document has moved here.