ນັກທຸລະກິດໄທ ລົງທຶນ ຫຼາຍກວ່າ 228 ລ້ານ USD ໃນແຂວງເຫງະອານ

09:52 | 24/07/2019

ຍສໝ - ນີ້ແມ່ນຂໍ້ມູນທີ່ໄດ້ຮັບ ຈາກການນຳຂອງພະແນກພົວພັນ ຕ່າງປະເທດແຂວງເຫງະອານ ໄດ້ເປີດເຜີຍພາຍຫຼັງເຂົ້າຮ່ວມກອງປະຊຸມກຽມຈັດກອງປະຊຸມ 9 ແຂວງ ຂອງ 3 ປະເທດ ຫວຽດນາມ - ລາວ - ໄທທີ່ນຳໃຊ້ເສັ້ນທາງເລກທີ 8 ແລະ 12 ຄັ້ງທີ 22. (APOTC) ຈັດຂຶ້ນຢູ່ ແຂວງ ນະຄອນພະນົມ, ລາຊະອານາຈັກໄທ.

ນັກທຸລະກິດໄທ ລົງທຶນ ຫຼາຍກວ່າ 228 ລ້ານ USD ໃນແຂວງເຫງະອານ

ກອງປະຊຸມກຽມຈັດກອງປະຊຸມ 9 ແຂວງ ຂອງ 3 ປະເທດ ຫວຽດນາມ - ລາວ - ໄທທີ່ນຳໃຊ້ເສັ້ນທາງເລກທີ 8 ແລະ 12 ຄັ້ງທີ 22. (APOTC).(ພາບ: ຖ໋າຍ ເວິນ ແອັງ /baonghean.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ລັງສັນ ຄຳລະນົມ ຮອງເຈົ້າແຂວງໆນະຄອນພະນົມ ຕີລາຄາສູງ ຕໍ່ກັບການຮ່ວມມື ລະຫວ່າງບັນດາທ້ອງຖິ່ນ ທີ່ໄດ້ປະກອບສ່ວນຍົກສູງສາຍພົວພັນ ມິດຕະພາບ ລະຫວ່າງ 3 ປະເທດ; ພ້ອມດຽວກັນນັ້ນ, ທ່ານໄດ້ຢືນຢັນວ່າ ຈະໃຫ້ການຮ່ວມມື ຢ່າງໃກ້ຊິດ ແລະ ມີປະສິດທິຜົນຍິ່ງຂື້ນ ເພື່ອຊຸກຍູ້ສົ່ງເສີມການພັດທະນາເສດຖະກິດ - ສັງຄົມ ຂອງແຕ່ລະແຂວງ, ຂອງພາກພື້ນຮ່ວມກັນ, ປະກອບສ່ວນເຂົ້າໃນການຊຸກຍູ້ ສົ່ງເສີມການສ້າງປະຊາຄົມອາຊຽນທີ່ສົດໃສ.

ນັກທຸລະກິດໄທ ລົງທຶນ ຫຼາຍກວ່າ 228 ລ້ານ USD ໃນແຂວງເຫງະອານ

ຫົວໜ້າພະແນກພົວພັນຕ່າງປະເທດແຂວງເຫງະອານ ຫງວ໋ຽນ ຫ໋າຍ ເຢືອງ.(ພາບ: ຖ໋າຍ ເວິນ ແອັງ /baonghean.vn)

ຕ່າງໜ້າຄະນະຜູ້ແທນແຂວງເຫງະອານ, ຫົວໜ້າພະແນກພົວພັນຕ່າງປະເທດແຂວງເຫງະອານ ຫງວ໋ຽນ ຫ໋າຍ ເຢືອງ ໄດ້ສະຫຼຸບລາຍງານ ຜົນສໍາເລັດໃນການຈັດຕັ້ງປະຕິບັດຄໍາຫມັ້ນສັນຍາໃນບົດບັນທືກ ກອງປະຊຸມສຸດຍອດ APOTC ຄັ້ງທີ 21 ຂອງ ແຂວງເຫງະອານ.

ໃນສົກຮຽນປີ 2018 - 2019, ແຂວງເຫງະອານ ໄດ້ຮັບ ນັກຮຽນ ຈຳນວນ 10 ຄົນ ແລະ ພະນັກງານ 5 ຄົນ ໄປຮຽນພາສາຫວຽດ, ມີນັກສຶກສາຈຳນວນ 17 ຄົນ, ຮຽນໃນລະດັບ ປະລິນຍາຕຼີແລະ ພະນັກງານ ລະດັບປະລິນຍາໂທ ໃຫ້ແຂວງ ບໍລິຄຳໄຊ ຈຳນວນ 1 ຄົນ ແລະ ມີນັກສຶກສາຮຽນແຕ່ລະດັບ ມັດທະຍົມ ຮອດ ປະລິນຍາຕີ ຈຳນວນ 1 ຄົນ; ຮັບນັກສຶກສາຮຽນພາສາຫວຽດຈຳນວນ 15 ຄົນ, ກໍ່ສ້າງນັກຮຽນຂັ້ນປະລິນຍາຕີໃຫ້ແຂວງ ຄຳມ່ວນ ຈຳນວນ 15 ຄົນ.

ແຂວງເຫງະອານ ໄດ້ຊຸກຍູ້ການຮ່ວມມື ກັບ ບັນດານັກທຸລະກິດ ທ່ອງທ່ຽວ ລາວ ແລະ ໄທ ເພື່ອຜັນຂະຫຍາຍປະສິດທິຜົນ ດ້ານການທ່ອງທ່ຽວ ຈາກ ເຫງະອານ ໄປ ແຂວງຊຽງຂວາງ - ຫລວງພະບາງ - ວຽງຈັນ ແລະ ເສັ້ນທາງໄປ ບໍລິຄຳໄຊ, ຄຳມ່ວນ (ສປປ ລາວ) ແລະ ບັນດາແຂວງພາກຕາເວັນອອກສ່ຽງເໜືອຂອງ ປະເທດໄທ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.