ຫວຽດນາມ ມີຍອດເກີນດຸນການຄ້າເກືອບ 12 ຕື້ໂດລາສະຫະລັດ ໃນ 8 ເດືອນຕົ້ນປີ

06:35 | 02/09/2020

ຍສໝ - ທຽບໃສ່ກັບໄລຍະດຽວກັນຂອງປີກາຍ, ການສົ່ງອອກສິນຄ້າໃນເດືອນສິງຫາ ໄດ້ເພີ່ມຂຶ້ນ 2,5%. ການເພີ່ມຂຶ້ນຂອງການສົ່ງອອກສິນຄ້າໃນເດືອນສິງຫາ ໄດ້ເປີດກວ້າງການດຸ່ນດ່ຽງການຄ້າໃຫ້ໄດ້ ບັນລຸ 11,9 ຕື້ໂດລາສະຫະລັດ, ເຮັດໃຫ້ການຄ້າເກີນດຸນໃນ 8 ເດືອນຕົ້ນປີ ໄດ້ເພີ່ມຂື້ນ 3,5 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຫວຽດນາມ ມ ຍອດເກ ນດ ນການຄ າເກ ອບ 12 ຕ ໂດລາສະຫະລ ດ ໃນ 8 ເດ ອນຕ ນປ ສະຖານທູດຫວຽດນາມ ປະຈຳເວເນຊູເອລາ ໄດ້ສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 75 ປີ
ຫວຽດນາມ ມ ຍອດເກ ນດ ນການຄ າເກ ອບ 12 ຕ ໂດລາສະຫະລ ດ ໃນ 8 ເດ ອນຕ ນປ ເພີ່ມທະວີວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19

ອີງຕາມຂໍ້ມູນທີ່ຫາກໍ່ປະກາດ ໂດຍກົມໃຫຍ່ການສະຖິຕິທົ່ວໄປ (ກະຊວງແຜນການ ແລະ ການລົງທືນ), ນັບໃນເດືອນສິງຫາສະເພາະ, ຍອດເກີນດຸນການຄ້າຂອງຫວຽດນາມ ໄດ້ບັນລຸ 3,5 ຕື້ໂດລາສະຫະລັດ, ສືບຕໍ່ລະບົບຕ່ອງໂສ້ການເກີນດຸນການຄ້າເປັນເວລາ 4 ເດືອນຕິດຕໍ່ກັນ.

ທຽບໃສ່ກັບໄລຍະດຽວກັນຂອງປີກາຍ, ການສົ່ງອອກສິນຄ້າໃນເດືອນສິງຫາ ໄດ້ເພີ່ມຂຶ້ນ 2,5%. ການເພີ່ມຂຶ້ນຂອງການສົ່ງອອກສິນຄ້າໃນເດືອນສິງຫາ ໄດ້ເປີດກວ້າງການດຸ່ນດ່ຽງການຄ້າໃຫ້ໄດ້ ບັນລຸ 11,9 ຕື້ໂດລາສະຫະລັດ, ເຮັດໃຫ້ການຄ້າເກີນດຸນໃນ 8 ເດືອນຕົ້ນປີ ໄດ້ເພີ່ມຂື້ນ 3,5 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຫວຽດນາມ ມ ຍອດເກ ນດ ນການຄ າເກ ອບ 12 ຕ ໂດລາສະຫະລ ດ ໃນ 8 ເດ ອນຕ ນປ
ຫວຽດນາມ ໄດ້ບັນລຸຍອດເກີນດຸນການຄ້າເກືອບ 12 ຕື້ໂດລາສະຫະລັດ ໃນ 8 ເດືອນຕົ້ນປີ. (ພາບ: tapchicongthuong)

ໂດຍທົ່ວໄປຕັ້ງແຕ່ຕົ້ນປີຈົນຮອດທ້າຍເດືອນສິງຫາ, ທົ່ວປະເທດສົ່ງອອກໄດ້ 174,11 ຕື້ໂດລາ, ເພີ່ມຂື້ນ 1,6% ທຽບໃສ່ໄລຍະດຽວກັນຂອງປີ 2019; ການນຳເຂົ້າທົ່ວປະເທດບັນລຸໄດ້ 162,21 ຕື້ໂດລາສະຫະລັດ, ຫຼຸດລົງ 2,2% ເມື່ອທຽບໃສ່ໄລຍະດຽວກັນ.

ເສດຖະກິດພາຍໃນປະເທດ ໄດ້ສືບຕໍ່ເປັນຈຸດທີ່ສົດໃສດ້ວຍການສົ່ງອອກສິນຄ້າໃນ 8 ເດືອນຕົ້ນປີທີ່ໄດ້ເພີ່ມຂຶ້ນ 15,3% ແລະ ການນຳເຂົ້າໄດ້ເພີ່ມຂຶ້ນ 2,9%. ມູນຄ່າການສົ່ງອອກຂອງພາກພື້ນທີ່ລົງທຶນຈາກຕ່າງປະເທດ (ລວມທັງນ້ຳມັນດິບ) ຫຼຸດລົງ 4,5%, ການນຳເຂົ້າຫຼຸດລົງ 6%. ກ່ຽວກັບທ້ອງຕະຫຼາດສົ່ງອອກ, ສະຫະລັດອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມໃນ 8 ເດືອນດ້ວຍມູນຄ່າການຄ້າ 46,7 ຕື້ໂດລາ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ໃນ 8 ເດືອນຕົ້ນປີ 2020, ມີຈຳນວນ 29 ລາຍການໄດ້ບັນລຸວົງເງິນການນຳເຂົ້າຫລາຍກວ່າ 1 ຕື້ໂດລາສະຫະລັດ, ກວມເອົາ 86,6% ຂອງວົງເງິນການນຳເຂົ້າທັງໝົດ, ໃນນັ້ນອຸປະກອນເອເລັກໂຕຣນິກ, ຄອມພິວເຕີ ແລະ ຊິ້ນສ່ວນຍ່ອຍ ໄດ້ບັນລຸ 38,6 ຕື້ໂດລາສະຫະລັດ.

ປະເທດຈີນ ແມ່ນທ້ອງຕະຫຼາດນຳເຂົ້າໃຫຍ່ທີ່ສຸດຂອງຫວຽດນາມ ດ້ວຍວົງເງິນການຄ້າປະມານ 49,3 ຕື້ໂດລາ, ສ.ເກົາຫຼີ ຢືນອັນດັບ 2 ດ້ວຍວົງເງິນນຳເຂົ້າ 28,7 ຕື້ USD, ອາຊຽນໄດ້ບັນລຸ 19,4 ຕື້ໂດລາ, ຍີ່ປຸ່ນໄດ້ບັນລຸ 12,8 ຕື້ໂດລາ ແລະ ສະຫະລັດບັນລຸໄດ້ 9,4 ຕື້ໂດລາສະຫະລັດ.

ຜົນໄດ້ຮັບດັ່ງກ່າວໄດ້ເຮັດໃຫ້ການນຳເຂົ້າ ແລະ ສົ່ງອອກຂອງປະເທດຫວຽດນາມໃນ 8 ເດືອນທຳອິດໄດ້ບັນລຸ 336,32 ຕື້ໂດລາສະຫະລັດ, ຫຼຸດລົງເລັກນ້ອຍ 0,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ການເພີ່ມຂຶ້ນຂອງການສົ່ງອອກສິນຄ້າໃນເດືອນສິງຫາ ໄດ້ເປີດກວ້າງການດຸ່ນດ່ຽງການຄ້າໃຫ້ໄດ້ ບັນລຸ 11,9 ຕື້ໂດລາສະຫະລັດ.

ຫວຽດນາມ ມ ຍອດເກ ນດ ນການຄ າເກ ອບ 12 ຕ ໂດລາສະຫະລ ດ ໃນ 8 ເດ ອນຕ ນປ ການນຳແຂວງຈຳປາສັກ ເຂົ້າອວຍພອນກົງສຸນໃຫ່ຍ ສສ ຫວຽດນາມ ປະຈຳພາກໃຕ້

ໃນຕອນເຊົ້າຂອງວັນທີ 31 ສິງຫາ 2020 ນີ້, ຄະນະພັກ ອົງການປົກຄອງ ແຂວງຈຳປາສັກ, ນຳໂດຍ ທ່ານ ປອ. ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຈຳປາສັກ ໄດ້ນຳເອົາກະຕ່າດອກໄມ້ ເຂົ້າອວຍພອນ ທ່ານ ບຸ່ຍເຖຢຸ໋ງ ກົງສຸນໃຫ່ຍ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ ລາວ ທີ່ນະຄອນປາກເຊໃນໂອກາດ ວັນຊາດ ສສ ຫວຽດນາມ ຄົບຮອບ 75 ປີ (2/9/1945-2/9/2020).

ຫວຽດນາມ ມ ຍອດເກ ນດ ນການຄ າເກ ອບ 12 ຕ ໂດລາສະຫະລ ດ ໃນ 8 ເດ ອນຕ ນປ ກົມພົວພັນຕ່າງປະເທດ ສປປ.ລາວ ອວຍພອນ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສສ.ຫວຽດນາມ

ໃນຕອນເຊົ້າຂອງວັນທີ 30 ສິງຫາ 2020 ນີ້, ກົມພົວພັນຕ່າງປະເທດ ສປປ.ລາວ ນຳໂດຍສະຫາຍ ພັນເອກ ທອງວັນ ແສງວົງຈິດ - ຮອງຫົວໜ້າກົມພົວພັນຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ສະຫາຍພັນເອກ ຕາວວັນຖາຍ - ທີ່ປຶກສາທູດຝ່າຍປ້ອງກັນຊາດ ສສ ຫວຽດນາມ ປະຈຳລາວ ເນື່ອງໃນໂອກາດວັນຊາດແຫ່ງ ສສ ຫວຽດນາມ ...

ຫວຽດນາມ ມ ຍອດເກ ນດ ນການຄ າເກ ອບ 12 ຕ ໂດລາສະຫະລ ດ ໃນ 8 ເດ ອນຕ ນປ ຫວຽດນາມ ຕີລາຄາສູງຕໍ່ບັນດາການປະກອບສ່ວນສຳຄັນຂອງທ່ານນາຍົກລັດຖະມົນຕີ Abe Shinzo ຕໍ່ການພັດທະນາການພົວພັນລະຫວ່າງຫວຽດນາມ-ຍີ່ປຸ່ນ

ຍສໝ - ວັນທີ 28 ສິງຫາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ເນັ້ນໜັກວ່າ: ທ່ານ Abe Shinzo ແມ່ນການນຳມີການປະກອບສ່ວນຫຼາຍຢ່າງຕໍ່ການພັດທະນາຂອງປະເທດຍີ່ປຸ່ນ ແລະຊຸກຍູ້ການຮ່ວມມືໃນບັນດາຂົງເຂດຢູ່ພາກພື້ນ ແລະໃນໂລກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.