ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 2 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

16:30 | 08/03/2021

ກ່າວຄຳເຫັນໄຂກອງປະຊູມ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ: ກອງປະຊຸມໄດ້ດຳເນີນໃນບັນຍາກາດທົ່ວປະເທດ ຫາກໍ່ຕ້ອນຮັບບຸນເຕັດ, ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນດີງາມຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ພວມຕັ້ງໜ້າຜັນຂະຫຍາຍ ການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. 

ໄຂ ກອງ ປະ ຊ ມ ຄ ງ ທ 2 ຂອງ ຄະ ນະ ບ ລ ຫານ ງານ ສ ນ ກາງ ພ ກ ຊ ດ ທ xiii ປ​ະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ບັນ​ດາ​ຜົນ​ງານ​ຂອງ ຫວຽດ​ນາມ
ໄຂ ກອງ ປະ ຊ ມ ຄ ງ ທ 2 ຂອງ ຄະ ນະ ບ ລ ຫານ ງານ ສ ນ ກາງ ພ ກ ຊ ດ ທ xiii ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ຮ່ວມ ອາ​ຊຽນ - ຈີນ​ຄັ້ງ​ທີ 22
ໄຂ ກອງ ປະ ຊ ມ ຄ ງ ທ 2 ຂອງ ຄະ ນະ ບ ລ ຫານ ງານ ສ ນ ກາງ ພ ກ ຊ ດ ທ xiii
ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 8 ມີນາ, ກອງປະຊຸມຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XIII ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ ໂດຍທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ ເປັນປະທານ ແລະ ກ່າວຄຳເຫັນໄຂກອງປະຊຸມ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ບໍລິຫານວາລະໄຂກອງປະຊຸມ. ທີ່ກອງປະຊຸມ, ຄະນະບໍລິຫານງານສູນກາງພັກ ຊຸດທີ XIII ໄດ້ປຶກສາຫາລື ກ່ຽວກັບ: ໂຄງການເຮັດວຽກຂອງທັງອາຍຸການ ຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII, ແນະນຳບຸກຄະລາກອນການນຳຂັ້ນສູງຂອງບັນດາອົງການແຫ່ງລັດ ແລະ ບາງບັນຫາສຳຄັນອື່ນໆ.

ກ່າວຄຳເຫັນໄຂກອງປະຊູມ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ: ກອງປະຊຸມໄດ້ດຳເນີນໃນບັນຍາກາດທົ່ວປະເທດ ຫາກໍ່ຕ້ອນຮັບບຸນເຕັດ, ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນດີງາມຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ພວມຕັ້ງໜ້າຜັນຂະຫຍາຍ ການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ພ້ອມທັງຮີບເຮັ່ງ ກະກຽມ ດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຢ່າງມີໄຊ. ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ ມາຮອດປັດຈຸບັນ, ກົມການເມືອງໄດ້ຮີບເຮັ່ງຊີ້ນຳການບູລະນະໃຫ້ສຳເລັດ ແລະ ປະກາດບັນດາເອກະສາດຂອງ ກອງປະຊຸມໃຫຍ່, ກະກຽມປະກາດຄຳສັ່ງຂອງ ກົມການເມືອງ ກ່ຽວກັບການຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊືມ, ໂຄສະນາ ແລະ ຜັນຂະຫຍາຍການປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ກະກຽມສ້າງບັນດາຂໍ້ກຳນົດກ່ຽວກັບການເຮັດວຽກ, ພ້ອມກັບບາງເນື້ອໃນສຳຄັນອື່ນ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງໃຫ້ຮູ້ວ່າ:

ສະເໜີໃຫ້ສູນກາງພັກສຸມໃສ່ ປຶກສາຫາລື, ຄັດເລືອກນຳເຂົ້າບັນດາໂຄງການ ບັນດາບັນຫາໃຫຍ່, ສຳຄັນ ແລະ ຈຳເປັນທີ່ສຸດ, ເໝາະສົມກັບພາລະໜ້າທີ່ ແລະ ສິດອຳນາດຂອງ ຄະນະບໍລິຫານງານສູນກາງພັກ. ໃຫ້ບຸລິມະສິດແກ່ບັນດາບັນຫາ ຮີບຮ້ອນ, ຫຍຸ້ງຍາກຕ້ອງຮັບການແກ້ໄຂ, ບັນດາຂັ້ນຕອນບຸກທະລຸ, ບັນດາໜ້າທີ່ຫຼັກແຫຼ່ງ. ສ້າງກົງຈັກຂອງລະບົບການເມືອງຢ່າງກະທັດຮັດ, ມີການເຄື່ອນໄຫວຢ່າງມີປະສິດທິຜົນ. ສືບຕໍ່ຍູ້ແຮງການຕໍ່ສູ້ປ້ອງກັນ, ສະກັດກັ້ນ ການສໍ້ລາດບັງຫຼວງ, ຟຸ່ມເຟືອຍ, ອາດຍາສິດ, ເດັດດຽວຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕຢ່າງໝັ້ນຄົງ, ຄວາມເປັນເອກະພາບ, ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ, ພ້ອມທັງຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ.

ຕາມໂຄງການ, ກອງປະຊຸມຈະດຳເນີນຮອດວັນທີ 9 ມີນາ 2021 ຈຶ່ງອັດລົງ.

ໄຂ ກອງ ປະ ຊ ມ ຄ ງ ທ 2 ຂອງ ຄະ ນະ ບ ລ ຫານ ງານ ສ ນ ກາງ ພ ກ ຊ ດ ທ xiii ທ່ານ​ຮອງ​ເອັກ​ອັກ​ຄະ​ລັດ​ຖະ​ທູດ ມີ​ຄວາມ​ຫວັງ​ຢາກ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ

ຍ​ສ​ໝ - ທີ່​ການ​ຕົ້ນ​ຮັບ, ທ່ານນາງປະ​ທານ ຫງວຽນ​ເຟືອງ​ງາ ໄດ້​ແນະ​ນຳ​ກ່ຽວ​ກັບ​ໜ້າ​ທີ່, ພາ​ລະ​ບົດ​ບາດ ແລະ ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້​ໃນ​ວຽກ​ງານ​ການ​ທູດ ປະ​ຊາ​ຊົນ​ຂອງ ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ແລະ ສະ​ມາ​ຄົມ ຫວຽດ​ນາມ - ອາ​ເມ​ລິ​ກາ.

ໄຂ ກອງ ປະ ຊ ມ ຄ ງ ທ 2 ຂອງ ຄະ ນະ ບ ລ ຫານ ງານ ສ ນ ກາງ ພ ກ ຊ ດ ທ xiii ເວ​ທີ​ປາ​ໄສ​ການ​ທ່ອງ​ທ່ຽວ​ສາ​ກົນ St. Petersburg - ຫວຽດ​ນາມ ຄັ້ງ​ທີ 2

ຍ​ສ​ໝ - ເຂົ້າ​ຮ່ວມ​ເຫດ​ການ​ມີ​ທ່ານ ຫງວຽນ​ເລ​ຟຸກ ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ການ​ທ່ອງ​ທ່ຽວ ຫວຽດ​ນາມ, ທ່ານ Demyan O. Smilevets ຫົວ​ໜ້າ​ຫ້ອງ​ການ​ຮ່ວມ​ມື​ສາ​ກົນ​ກົມ​ໃຫຍ່​ການ​ທ່ອງ​ທ່ຽວ​ສະ​ຫະ​ພັນ​ລັດ​ເຊຍ, ທ່ານ​ນາງ Nana M. Gvichia ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ St. Petersburg, ທ່ານ Vyacheslav G. Kalganov ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ພົວ​ພັນ​ຕ່າງ​ປະ​ເທດ St. Petersburg, ພ້ອມ​ກັບ​ຜູ້​ຕາງໆ​ທີ່​ມາ​ຈາກ​ບັນ​ດາ​ວິ​ສາ​ຫະ​ກິດ​ການ​ທ່ອ​ງ​ທ່ຽວ ...

ໄຂ ກອງ ປະ ຊ ມ ຄ ງ ທ 2 ຂອງ ຄະ ນະ ບ ລ ຫານ ງານ ສ ນ ກາງ ພ ກ ຊ ດ ທ xiii ຫວຽດ​ນາມ ຕີ​ລາ​ຄາ​ສູງ ແລະ ສະ​ໜັບ​ສະ​ໜູນ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ປະ​ຕິ​ບັດ​ການ​ຮັກ​ສາສັນ​ຕິ​ພາບ​ຢູ່ ຊູ​ດັງ​ໃຕ້

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ດັ້ງ​ດິ່ງ​ກຸ໊ຍ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ະ​ຫະ​ປະ​ຊາ​ຊາດ ໄດ້​ຕີ​ລາ​ຄາ​ສູງ ບັນ​ດາ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງ​ໜ້າ ກ່ຽວ​ກັບ​ການ​ເມືອງ - ຄວາມ​ໝັ້ນ​ຄົງ ຢູ່ ປະ​ເທດ​ຊູ​ດັງ​ໃຕ້ ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ໃນ​ນັ້ນ UNMISS ໄດ້​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ບັນ​ດາ​ຄວາມ​ຄືບ​ໜ້າ​ດັ່ງ​ກ່າວ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.