2 ເດືອນຕົ້ນປີ 2021, ພື້ນຖານເສດຖະກິດຫວຽດນາມ ໄດ້ມີການຟື້ນຟູຢ່າງຕັ້ງໜ້າ

14:23 | 29/03/2021

ຍສໝ - ທ່ານ ປອ ເລຢຸຍບິ່ງ ຜູ້ອໍານວຍການບໍລິຫານ Economica VietNam ໃຫ້ຮູ້ວ່າ, ໃນ 2 ເດືອນຕົ້ນປີ 2021, ພື້ນຖານເສດຖະກິດຫວຽດນາມ ໄດ້ມີບັນດາສັນຍານດີ ແລະ ຟື້ນຟູຢ່າງຕັ້ງໜ້າ, ພິເສດແມ່ນສະແດງອອກຜ່ານບາງດັດຊະນີກ່ຽວກັບການພັດທະນາໃນບາງຂົງເຂດຄື:ປ່າໄມ້, ອຸດສາຫະກຳ, ຜະລິດກະສິກຳ ແລະ ອື່ນໆ.

2 ເດ ອນຕ ນປ 2021 ພ ນຖານເສດຖະກ ດຫວຽດນາມ ໄດ ມ ການຟ ນຟ ຢ າງຕ ງໜ າ ວາລະສານຍີ່ປຸ່ນ: ພື້ນຖານເສດຖະກິດຫວຽດນາມ ຈະເຕີບໂຕ 6% ໃນປີ 2021
2 ເດ ອນຕ ນປ 2021 ພ ນຖານເສດຖະກ ດຫວຽດນາມ ໄດ ມ ການຟ ນຟ ຢ າງຕ ງໜ າ ຫວຽດ​ນາມ​ດຶງ​ດູດ​ທ​ຶນ FDI ​ເປັນ​ຈຳ​ນວນ​ກ່​ວາ 2 ຕື້ USD ໃນ​ເດືອນ​ທຳ​ອິດ​ຂອງ​ປີ 2021
2 ເດ ອນຕ ນປ 2021 ພ ນຖານເສດຖະກ ດຫວຽດນາມ ໄດ ມ ການຟ ນຟ ຢ າງຕ ງໜ າ
2 ເດືອນຕົ້ນປີ 2021, ພື້ນຖານເສດຖະກິດຫວຽດນາມ ໄດ້ມີການຟື້ນຟູຢ່າງຕັ້ງໜ້າ. ພາບປະກອບ

ຕາມນັກຊ່ຽວຊານດ້ານເສດຖະກິດ, ປອ ເລຢຸຍບິ່ງ ຜູ້ອໍານວຍການບໍລິຫານ Economica VietNam ແລ້ວ, ໃນໄລຍະຈະມາເຖິງ, ອາດຈະຕັ້ງຄວາມຫວັງຕໍ່ການພັດທະນາຂອງບາງຂະແໜງເປັນຕົ້ນຄື: ທີໜຶ່ງແມ່ນຂະແໜງປຸງແຕ່ງ, ປະດິດສ້າງ, ບັນດາຂະແໜງຜະລິດອຸດສາຫະກໍາເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກເພື່ອຄວາມຕ້ອງການຂອງໂລກທີ່ກໍາລັງຟື້ນຟູ, ເພື່ອຂັ້ນຕອນການຫັນປ່ຽນລະບົບສະໜອງທົ່ວໂລກຂອງລະບົບການຜະລິດມາຍັງຫວຽດນາມ. ທີສອງ, ບັນດາສິນຄ້າຜະລິດຮັບໃຊ້ຄວາມຕ້ອງການອຸປະໂພກພາຍໃນປະເທດຈະມີຄວາມສາມາດພັດທະນາ. ທີສາມແມ່ນຂະແໜງກະສິກໍາ ຍັງສືບຕໍ່ຮັບປະກັນໄດ້ຄວາມທົນທານທີ່ໝັ້ນແກ່ນຂອງຕົນ. ຂະແໜງກະສິກໍາກໍາລັງມຸ່ງເຖິງຕະຫຼາດຕ່າງປະເທດເພື່ອສາມາດຕອບສະໜອງໄດ້ມູນຄ່າເພີ່ມສູງກວ່າໃນຂະແໜງກະສິກໍາ”.

ນອກຈາກນັ້ນ, ທ່ານ ປອ ເລຢຸຍບິ່ງ ຍັງໃຫ້ຮູ້ວ່າ, ໃນ 2 ເດືອນຕົ້ນປີ 2021, ພື້ນຖານເສດຖະກິດຫວຽດນາມ ໄດ້ມີບັນດາສັນຍານດີ ແລະ ຟື້ນຟູຢ່າງຕັ້ງໜ້າ, ພິເສດແມ່ນສະແດງອອກຜ່ານບາງດັດຊະນີກ່ຽວກັບການພັດທະນາໃນບາງຂົງເຂດຄື:ປ່າໄມ້, ອຸດສາຫະກຳ, ຜະລິດກະສິກຳ ແລະ ອື່ນໆ.

ລັດຖະບານ​ຫວຽດນາມ ​ໄດ້​ວາງ​ເປົ້າໝາຍສູ້​ຊົນ​​ໃຫ້ລວມຍອດຜະລິດ​ຕະພັນພາຍ​ໃນ​ປະ​ເທດ ຂະຫຍາຍຕົວປະມານ 6,5% ພາຍ​ໃນ​ປີ​ນີ້ ສະ​ເລ່ຍຕໍ່​ຫົວ​ຄົນ ​ປະມານ 3.700 ​ໂດ​ລາສະຫະລັດ ພາຍຫລັງ​ ຫວຽດນາມ ກຳນົດທິດນຳການເຄື່ອນໄຫວປີນີ້ແມ່ນ “ສາມັກຄີ, ມີລະບຽບວິໄນ, ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ມີຄວາມໄຝ່ຝັນພັດທະນາ” ດ້ວຍ 8 ຄຳຊີ້ນຳບໍລິຫານຈຸດສຸມ. ໂດຍຈະສືບຕໍ່ປະຕິບັດເປົ້າໝາຍຄວບຄູ່ທັງປ້ອງກັນ, ສະກັດກັ້ນໂລກລະບາດ, ປົກປັກຮັກສາສຸຂະພາບຂອງປະຊາຊົນ, ທັງຟື້ນຟູ ແລະພັດທະນາເສດຖະກິດ - ສັງຄົມ ຢ່າງຂ້ຽວຂາດ, ມີໄຫວພິບ ແລະມີປະສິດທິຜົນ; ສືບຕໍ່ຍົກສູງ ແລະສ້າງລະບອບລະບຽບການເສດຖະກິດການຕະຫລາດໃຫ້ສົມບູນແບບມຸ່ງໄປສູ່ສັງຄົມນິຍົມຢ່າງຄົບຖ້ວນ, ຄົບຊຸດ, ທັນສະໄໝ, ເຊື່ອມໂຍງ; ສ້າງລະບົບໂຄງປະກອບພື້ນຖານໂຄງລ່າງເສດຖະກິດ-ສັງຄົມ ໃຫ້ຄົບຊຸດ...

ປີນີ້ແມ່ນປີທຳອິດທີ່ພື້ນຖານເສດຖະກິດຫວຽດນາມ ກ້າວເຂົ້າສູ່ບັນດາພື້ນຖານເສດຖະກິດມີ “ຄວາມເສລີປານກາງ”, ເພີ່ມຂຶ້ນ 2,9 ຄະແນນ ແລະ ເລື່ອນ15 ຂັ້ນເມື່ອທຽບໃສ່ປີ 2020. ສາຍເຫດທີ່ດັດຊະນີດັ່ງກ່າວຂອງພື້ນຖານເສດຖະກິດຫວຽດນາມ ເພີ່ມຂັ້ນແມ່ນຍ້ອນສະພາບການເງິນຢູ່ພາຍໃນປະເທດໄດ້ຮັບການປັບປຸງ. ຫວຽດນາມ ຢືນອັນດັບທີ 17 ໃນຈຳນວນ 40 ພື້ນຖານເສດຖະກິດຢູ່ພາກພື້ນອາຊີ - ປາຊີຟິກ.

2 ເດ ອນຕ ນປ 2021 ພ ນຖານເສດຖະກ ດຫວຽດນາມ ໄດ ມ ການຟ ນຟ ຢ າງຕ ງໜ າ ໃນຊຸມເດືອນທ້າຍປີ, ພື້ນຖານເສດຖະກິດຫວຽດນາມ ກໍ່ມີບັນດາກາລະໂອກາດເພື່ອຟື້ນຟູ ແລະ ພັດທະນາ

ຍສໝ - ມີຫຼາຍອົງການຈັດຕັ້ງສາກົນໄດ້ຄາດຄະເນວ່າເສດຖະກິດຫວຽດນາມ, ຈະຟື້ນຟູດີພໍສົມຄວນ, ໃຫ້ຂໍ້ສັງເກດວ່າ ຫວຽດນາມ ນອນໃນຈຳນວນໜ້ອຍບັນດາປະເທດໃນໂລກມີການເຕີບໂຕທາງບວກໃນປີ 2020 ຍ້ອນການຄວບຄຸມພະຍາດໂຄວິດ-19 ໄດ້ດີ.

2 ເດ ອນຕ ນປ 2021 ພ ນຖານເສດຖະກ ດຫວຽດນາມ ໄດ ມ ການຟ ນຟ ຢ າງຕ ງໜ າ ADB: ພື້ນຖານເສດຖະກິດຫວຽດນາມ ໄດ້ຄາດວ່າຈະເຕີບໂຕ 1,8% ໃນປີ 2020 ແລະ ເພີ່ມຂື້ນ 6,3% ໃນປີ 2021

ຍສໝ - ຫວຽດນາມ ມີຄວາມສາມາດທີ່ຈະໄດ້ຮັບຜົນປະໂຫຍດຈາກທ່າອຽງການຄ້າ, ການລົງທືນ ແລະ ການຜະລິດທົ່ວໂລກໃນປະຈຸບັນ.

2 ເດ ອນຕ ນປ 2021 ພ ນຖານເສດຖະກ ດຫວຽດນາມ ໄດ ມ ການຟ ນຟ ຢ າງຕ ງໜ າ ໜັງສືພິມຍີ່ປຸ່ນ: EVFTA ຈະຊ່ວຍຊຸກຍູ້ຂະຫຍາຍຕົວ ພື້ນຖານເສດຖະກິດຫວຽດນາມ

ຍສໝ - ຕາມໜັງສືພິມ Nikkei Asia Review ຂອງຍີ່ປຸ່ນ, ໃນວັນທີ 8 ມິຖຸນາ ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາສັນຍາການຄ້າເສລີກັບສະຫະພາບເອີຣົບ (ອີຢູ), ສັນຍາ EVFTA ຈະໃຫ້ກຳລັງໜູນທີ່ຈຳເປັນຢ່າງສຳຄັນ ເພື່ອຊຸກຍູ້ຂະຫຍາຍຕົວພື້ນຖານເສດຖະກິດຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.