ຫວຽດ​ນາມ - ກູ​ບາ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຄັ້ງ​ທີ VI

15:00 | 26/03/2021

ຍ​ສ​ໝ - ເຂົ້າ​ຮ່ວມ​ຢູ່​ສະ​ຖານ​ທີ່​ຖ່າຍ​ທອດ​ສົດ 2 ແຫ່ງ ຫວຽດ​ນາມ ແລະ ກູ​ບາ, ມີ​ທ່ານ ເລ​ແທັງ​ຕຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສາ​ທາ​ລະ​ນະ​ລັດ ກູ​ບາ, ທ່ານ Orlando Nicolás Hernández ເອກ​ອັກ​ຄະ​ລັດ​ຖະ​ທູດ ສາ​ທາ​ລະ​ນະ​ລັດ ກູ​ບາ ປະ​ຈຳ ຫວຽດ​ນາມ, ທ່ານ Irmina del Pilar ອຸ​ປະ​ທູດ​ຊົ່ວ​ຄາວ​ສະ​ຖານ​ທູດ ກູ​ບາ ປະ​ຈຳ​ຫວຽດ​ນາມ ພ້ອມ​ກັບ​ຜູ້​ຕາງ​ໜ້າ​ບາງ​ໜ່ວຍ​ງານ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສອງ​ປະ​ເທດ.

ຫວຽດ ນາມ ກ ບາ ປ ກ ສາ ຫາ ລ ດ ານ ການ ເມ ອງ ຂ ນ ຮອງ ລ ດ ຖະ ມ ນ ຕ ກະ ຊວງ ການ ຕ າງ ປະ ເທດ ຄ ງ ທ vi ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສົ່ງ​ສານອວຍ​ພອນ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ ແລະ ກູ​ເວດ
ຫວຽດ ນາມ ກ ບາ ປ ກ ສາ ຫາ ລ ດ ານ ການ ເມ ອງ ຂ ນ ຮອງ ລ ດ ຖະ ມ ນ ຕ ກະ ຊວງ ການ ຕ າງ ປະ ເທດ ຄ ງ ທ vi ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກູ​ເວດ: 45 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ
ຫວຽດ ນາມ ກ ບາ ປ ກ ສາ ຫາ ລ ດ ານ ການ ເມ ອງ ຂ ນ ຮອງ ລ ດ ຖະ ມ ນ ຕ ກະ ຊວງ ການ ຕ າງ ປະ ເທດ ຄ ງ ທ vi
ທ່ານ ບຸຍ​ແທັງ​ເຊີນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ພາບ: baoquocte.vn)

ເມື່ອບໍ່ດົນມານີ້, ທ່ານ ບຸຍ​ແທັງ​ເຊີນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ພ້ອມ​ກັບ​ທ່ານ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ ສາ​ທາ​ລະ​ນະ​ລັດ ກູ​ບາ Marcelino Medina González ໄດ້​ເຂົ້າ​ຮ່ວມ​ກາ​ນ​ປຶກ​ສາ​ຫາ​ລື​ທາງ​ການ​ເມືອງ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຄັ້ງ​ທີ VI ທາງ​ອອນ​ລາຍ.

ເຂົ້າ​ຮ່ວມ​ຢູ່​ສະ​ຖານ​ທີ່​ຖ່າຍ​ທອດ​ສົດ 2 ແຫ່ງ ຫວຽດ​ນາມ ແລະ ກູ​ບາ, ມີ​ທ່ານ ເລ​ແທັງ​ຕຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສາ​ທາ​ລະ​ນະ​ລັດ ກູ​ບາ, ທ່ານ Orlando Nicolás Hernández ເອກ​ອັກ​ຄະ​ລັດ​ຖະ​ທູດ ສາ​ທາ​ລະ​ນະ​ລັດ ກູ​ບາ ປະ​ຈຳ ຫວຽດ​ນາມ, ທ່ານ Irmina del Pilar ອຸປະ​ທູດ​ຊົ່ວ​ຄາວ​ສະ​ຖານ​ທູດ ກູ​ບາ ປະ​ຈຳ​ຫວຽດ​ນາມ ພ້ອມ​ກັບ​ຜູ້​ຕາງ​ໜ້າ​ບາງ​ໜ່ວຍ​ງານ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສອງ​ປະ​ເທດ.

ທີ່​ການ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸຍ​ແທັງ​ເຊີນ ​ໄດ້​ແບ່ງ​ປັນ​ກ່ຽວ​ກັບ​ສະ​ພາບ​ການ​ ຢູ່ ຫວຽດ​ນາມ, ໃນ​ນັ້ນໄດ້​ເຕື້ອງ​ເຖິງ​ຜົນ​ງານ​ທີ່​ພົ້ນ​ເດັນ​ຂອງກອງ​ປະ​ຊຸມ​ໃຫຍ່​ຄະ​ນະ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ບັນ​ດາ​ມາດ​ຕະ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19, ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ການ​ຮັບ​ປະ​ກັບ​ການ​ໜູນ​ຊ່ວຍສັງ​ຄົມ.

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ ບຸຍ​ແທັງ​ເຊີນ​ ກໍ່​ໄດ້​ຢັ້ງ​ຢືນ​ວ່າ ຍາມ​ໃດ ຫວຽດ​ນາມ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ກັບ​ກູ​ບາ​ໃຫ້​ເລິກ​ເຊິ່ງ​ກ່​ວາອີກ.

ທ່ານ Marcelino Medina González ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ ກູ​ບາ ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະ​ພາບ​ການ​ກູ​ບາ ແລະ ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ຄ​ວາມ​ຫຍຸ້ງ​ຍາກ ຍ້ອນ​ການ​ປິດ​ລ້ອມ, ຄຳ​ສັ່ງ​ຂວ້ຳບາດ ແລະ ໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຂຶ້ນ, ຜັນ​ຂະ​ຫຍາຍແນວ​ທາງ​ອັບ​ເດັດ​ຮູບ​ແບບ​ເສດ​ຖະ​ກິດ - ສັງ​ຄົມ.

ການ​ນຳ​ສອງ​ປະ​ເທດ​ໄດ້​ກວດ​ກາ​ຄືນ​ໃໝ່, ຕີ​ລາ​ຄາ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ແລະ ສອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງ ແລະ ຮອບ​ດ້ານ​ໃຫ້ຫຼາຍ​ກ່​ວາ​ອີກ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ຊຸກ​ຍູ້​ບັນ​ດາ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ​ເມື່ອ​ມີ​ເງື່ອນ​ໄຂ, ຜັນ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເພີ່​ມ​ທະ​ວີ​ການ​ພົວ​ພັນ​ແລ​ກ​ປ່ຽນ​ລະ​ຫວ່​າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ, ສົ່ງ​ເສີມ​ການ​ພົວ​ພັນ​ທາງ​ການ​ຄ້າ - ການ​ລົງ​ທຶນ ແລະ ການ​ຮ່ວມ​ມື​ບົນ​ບັນ​ດາ​ຂົງ​ເຂດ​ຄື ຄວາມ​ໝັ້ນ​ຄົງ​ດ້ານ​ສະບຽງ​ອາ​ຫານ, ກາ​ນ​ສຶກ​ສາ, ການ​ແພດ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ວັດ​ທະ​ນະ​ທຳ, ກິ​ລາ, ທ່ອງ​ທ່ຽວ.

ຫວຽດ ນາມ ກ ບາ ປ ກ ສາ ຫາ ລ ດ ານ ການ ເມ ອງ ຂ ນ ຮອງ ລ ດ ຖະ ມ ນ ຕ ກະ ຊວງ ການ ຕ າງ ປະ ເທດ ຄ ງ ທ vi ເພີ່ມພູນຄູນສ້າງສາຍພົວພັນ ລະຫວ່າງ ສອງປະເທດ ຫວຽດນາມ-ກູບາ

ທ່ານນາງ ເຈືອງທິມາຍ, ກໍາມະການກົມການເມືອງ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ປະທານສະມາຄົມມິດຕະພາບຫວຽດນາມ-ກູບາ ຕີລາຄາສູງຕໍ່ບັນດາໝາກຜົນທີ່ບັນລຸໄດ້ຂອງໝູ່ຄະນະການນໍາສະມາຄົມ ແລະສະມາຊິກສະມາຄົມມິດຕະພາບຫວຽດນາມ-ກູບາ ໃນສະພາບການທີ່ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ.

ຫວຽດ ນາມ ກ ບາ ປ ກ ສາ ຫາ ລ ດ ານ ການ ເມ ອງ ຂ ນ ຮອງ ລ ດ ຖະ ມ ນ ຕ ກະ ຊວງ ການ ຕ າງ ປະ ເທດ ຄ ງ ທ vi ຮັກ​ສາ, ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພ​າບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ລະ​ຫວ່າງ ຫວຽດ​ນາມ - ກູ​ບາ

ຍ​ສ​ໝ - ທ່ານ​ນາງ Indira Lopez Arguelles ຢັ້ງ​ຢືນ​ວ່າ, ກົງ​ສູນ​ໃຫຍ່ ກູ​ບາ​ປະ​ຈຳ​ນະ​ຄອນ​ໂຮ່​ຈີ​ມິນ​ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ກູ​ບາ ແລະ ປະ​ຊາ​ຊົນ​ຫວຽດ​ນາມ.

ຫວຽດ ນາມ ກ ບາ ປ ກ ສາ ຫາ ລ ດ ານ ການ ເມ ອງ ຂ ນ ຮອງ ລ ດ ຖະ ມ ນ ຕ ກະ ຊວງ ການ ຕ າງ ປະ ເທດ ຄ ງ ທ vi ເພີ່ມທະວີການເພີ່ມ​ບູນ​ຄູນສ້າງມິດຕະພາບ, ພັດທະນາກາລະໂອກາດຮ່ວມ​ມືລົງທຶນລະຫວ່າງຫວຽດນາມ ແລະກູບາ

ຍ​ສ​ໝ - ທ່ານນາງ ກົງສຸນໃຫ​ຍ່ສາທາລະນະລັດກູບາ ປະຈຳ ນະຄອນໂຮ່ຈີມິນ Indira Lopez Arguelles ໄດ້ຢືນຢັນວ່າ ກູບາຍາມໃດກໍ່ພ້ອມແລ້ວທີ່ຈະສືບຕໍ່ຊ່ວຍເຫຼືອຫວຽດນາມໃນບັນດາຂົງເຂດຄື: ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະ ສາທາລະນະສຸກ.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.