ຢູ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

10:00 | 13/02/2021

ໃນວັນທີ 11 ກຸມພາ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫລງກ່ຽວ ກັບການຄວບຄຸມ ພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ວ່າ: ມາຮອດວັນທີ 11 ກຸມພາ 2021, ທົ່ວໂລກມີການລາຍງານການລະບາດ ທັງໝົດ 219 ປະເທດ ແລະ ເຂດແຄ້ນ ແລະ ມີຜູ້ຕິດເຊື້ອ ພະຍາດດັ່ງກ່າວ ຫລາຍກວ່າ 107,8 ລ້ານຄົນ. ໃນນີ້, ເສຍຊິວິດແລ້ວຫລາຍກວ່າ 2,3 ລ້ານຄົນ ແລະ ປີ່ນປົວຫາຍດີ 79,9 ລ້ານກວ່າຄົນ.

ຢ ສປປ ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ກອງທ້ອນໂຮມອັດຖິແຂວງເງະອານ ຫາກໍ່ຄົ້ນພົບ 9 ອັດຖິທີ່ມີຊື່ ຢູ່ ສປປ ລາວ
ຢ ສປປ ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ສປປ ລາວ ບໍ່ຄົນຕິດເຊື້ອໂຄວິດ-19 ເພີ່ມ ແຕ່ບໍ່ໃຫ້ ປະໝາດ ເພາະທົ່ວໂລກຍັງມີຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ
ຢ ສປປ ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ
ພາບປະກອບ

ສໍາລັບການເຝົ້າລະວັງພະຍາດ COVID-19 ຢູ່ ສປປ ລາວ ມາຮອດ 17:00 ໂມງຂອງວັນທີ 10 ກຸມພາ 2021 ນີ້ ເຫັນວ່າທົ່ວປະເທດ ມີຜູ້ເດີນທາງເຂົ້າມາ ມີ 2.310 ຄົນ. ໃນນີ້, ຈຸດຜ່ານດ່ານ ລາວ-ໄທ ມີ 1.673 ຄົນ, ຜ່ານດ່ານ ລາວ-ຈີນ ມີ 14 ຄົນ ແລະ ຜ່ານດ່ານ ລາວ-ຫວຽດນາມ ມີ 623 ຄົນ. ໂດຍທັງໝົດ ແມ່ນໄດ້ແທກ ອຸນຫະພູມຮ່າງກາຍ, ແຕ່ບໍ່ພົບ ຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກຄົນ ມາກວດແລ້ວຈຶ່ງນຳສົ່ງໄປ ຫາສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ປັດຈຸບັນ, ທົ່ວປະເທດມີຜູ້ຖືກຈໍາກັດບໍລິເວນຈໍານວນ 2.903 ຄົນ ຢູ່ໃນ 35 ສູນ. ຂະນະດຽວກັນ ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 195 ຄົນ ແລະ ຜົນກວດວິເຄາະ ທັງໝົດແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 10 ກຸມພາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່. ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມຢູ່ປະເທດເຮົາມີທັງໝົດ 45 ຄົນ, ສຳລັບຜູ້ຕິດເຊື້ອໂຄວິດ-19 ທີ່ຍັງສືບຕໍ່ນອນປິ່ນປົວຢູ່ໂຮງໝໍ ມີ 4 ຄົນ ແລະ ທຸກຄົນແມ່ນມີອາການເບົາບາງ.

ແນວໃດກໍຕາມ, ສະພາບການແຜ່ລະບາດຂອງພະຍາດ COVID-19 ຍັງສ້າງຄວາມກັງວົນ ໃຫ້ແກ່ຫລາຍປະເທດໃນທົ່ວໂລກ, ຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ ແມ່ນຍັງສືບຕໍ່ເພີ່ມຂຶ້ນເລື້ອຍໆ, ຕໍ່ສະພາບດັ່ງກ່າວ, ຈຶ່ງຂໍຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງຖືກຕ້ອງ ແລະ ເຂັ້ມງວດ.

ຢ ສປປ ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແລະ ຄົນເຈັບ ຕິດເຊື້ອໄດ້ອອກໂຮງໝໍໝົດທຸກຄົນແລ້ວ

ໃນວັນທີ 21 ມັງກອນ 2021, ທ່ານ ນາງ ດຣ.ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່, ກະຊວງ ສາທາລະນະສຸກ ໄດ້ລາຍງານສະພາບ ການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ວ່າ: ການເກັບຕົວຢ່າງ ມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 20 ມັງກອນ 2021, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 149 ຄົນ, ໃນນັ້ນມີ 72 ຕົວ ຢ່າງຈາກ ບຸກຄົນທົ່ວໄປບໍ່ມີອາການ, ແຮງງານລາວ ກັບມາແຕ່ໄທບໍ່ມີອາການ 21 ຕົວຢ່າງ, ແຮງງານຈີນບໍ່ມີອາການ 53 ຕົວຢ່າງ ແລະ ແຮງງານ ຫວຽດນາມ 03 ຕົວຢ່າງ, ຜົນກວດວິເຄາະທັງໝົດ ...

ຢ ສປປ ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ໃຫ້ປະຊາຊົນບໍ່ຄວນປະໝາດ

ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ໄດ້ລາຍງານໃຫ້ຮູ້ຕື່ມວ່າ: ສະເພາະວັນທີ 17 ມັງກອນ 2021 ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 643 ຄົນ, ໃນນັ້ນມີ 386 ຕົວຢ່າງ ຈາກ ບຸກຄົນທົ່ວໄປທີ່ບໍ່ມີອາການ, ແຮງງານລາວມາແຕ່ໄທ ບໍ່ມີອາການ 72 ຕົວຢ່າງ ແລະ ແຮງງານຈີນ ທີ່ບໍ່ມີອາການ 185 ຕົວຢ່າງ ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ 2020 ຫາ 17 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 98.951 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ.

ຢ ສປປ ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ ລາວ ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຍັງມີຄົນລັກລອບເຂົ້າເມືອງຜິດລະບຽບ

ໃນວັນທີ 13 ມັງກອນ 2021, ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ນັບແຕ່ວັນທີ 1-11 ມັງ ກອນ 2021 ມີລາຍງານກໍລະນີຄົນເຂົ້າມາ ສປປ ລາວ ບໍ່ຖືກລະບຽບ ໂດຍໃຊ້ເຮືອນ້ອຍ ຂ້າມມາຈາກປະເທດເພື່ອບ້ານ ຜ່ານເຂດເມືອງສັງທອງ, ນະຄອນຫລວງວຽງຈັນ, ມີທັງໝົດ ...

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.