ສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການຕຳຫຼວດປະຊາຊົນຫວຽດນາມ ຄົບຮອບ 75 ປີ ຢູ່ ສປປ.ລາວ

14:02 | 19/08/2020

ຍສໝ - ໃນວັນທີ່ 18 ສິງຫາ ຢູ່ ນະຄອນຫຼວງວຽງຈັນ ປະເທດລາວ, ສະຖານທູດຫວຽດນາມ ແລະ ອົງການຕາງໜ້າກະຊວງຕຳຫຼວດຫວຽດນາມ ປະຈຳລາວ ໄດ້ຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອຕຳຫຼວດປະຊາຊົນຫວຽດນາມ ວັນທີ 19 ສິງຫາ 1945 - ວັນທີ 19 ສິງຫາ 2020 ແລະ ວັນຄົບຮອບ 15 ປີແຫ່ງວັນທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດ (19 ສິງຫາ 2005 - 19 ສິງຫາ 2020).

ສະເຫ ມສະຫ ອງວ ນສ າງຕ ງຂະແໜງການຕຳຫ ວດປະຊາຊ ນຫວຽດນາມ ຄ ບຮອບ 75 ປ ຢ ສປປ ລາວ ສູນກາງແນວໂຮມປະເທດຊາດຫວຽດນາມ ເພີ່ມທະວີການຮ່ວມມືຮອບດ້ານກັບ ສູນກາງແນວລາວສ້າງຊາດ
ສະເຫ ມສະຫ ອງວ ນສ າງຕ ງຂະແໜງການຕຳຫ ວດປະຊາຊ ນຫວຽດນາມ ຄ ບຮອບ 75 ປ ຢ ສປປ ລາວ ທ່ານອະດີດເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ: ທ່ານ ເລຂາຟຽວ ອະດີດເລຂາທິການໃຫຍ່ ແມ່ນຄົນລຽບງ່າຍ, ນ້ຳໃສໃຈຈິງ, ສ້າງຄວາມດຶງດູດຄົນອື່ນຜ່ານການຈັບມື

ກ່າວຄຳເຫັນທີ່ພິທີ, ທ່ານຫງວຽນບາຮຸ່ງ - ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ໄດ້ເນັ້ນໜັກວ່າ ໃນ 75 ປີທີ່ຜ່ານມາ, ກຳລັງຂະແໜງການຕຳຫຼວດປະຊາຊົນຂອງຫວຽດນາມ ໄດ້ປະຕິບັດສຳເລັດໜ້າທີ່ສາກົນທີ່ສູງສົ່ງຂອງຕົນ, ຂະແໜງການຕຳຫຼວດຫວຽດນາມ ໄດ້ສົມທົບກັບຂະແໜງການຕຳຫຼວດລາວ ໄດ້ສະກັດກັ້ນກົນອຸບາຍ ແລະ ການເຄື່ອນໄຫວທຳລາຍຂອງກຳລັງທີ່ເປັນສັດຕູ.

ຕາງໜ້າໃຫ້ກຳລັງຂະແໜງການຕຳຫຼວດປະຊາຊົນຂອງຫວຽດນາມ, ທ່ານຫງວຽນບາຮຸ່ງ - ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ພັກ, ລັດ, ປະຊາຊົນລາວ ແລະ ກຳລັງຕຳຫຼວດລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອຂະແໜງການຕຳຫຼວດຫວຽດນາມ ໃນໄລຍະຕະຫຼອດມາ ເຊິ່ງຍາມໃດກໍ່ຢືນຄຽງບ່າຄຽງໄຫລ່ເພື່ອປົກປ້ອງ ແລະ ຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງປະເທດ, ປົກປ້ອງຊີວິດທີ່ສົດໃສ ແລະ ມີຄວາມສຸກຂອງປະຊາຊົນສອງປະເທດ.

ສະເຫ ມສະຫ ອງວ ນສ າງຕ ງຂະແໜງການຕຳຫ ວດປະຊາຊ ນຫວຽດນາມ ຄ ບຮອບ 75 ປ ຢ ສປປ ລາວ
ທ່ານຫງວຽນບາຮຸ່ງ - ເອກອັກຄະລັດຖະທູດຫວຽດນາມ ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ພັກ, ລັດ, ປະຊາຊົນລາວ ແລະ ກຳລັງຕຳຫຼວດລາວ. (ພາບ: nhandan)

ທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ໄດ້ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ກຳລັງຕຳຫຼວດຂອງສອງປະເທດ ຕ້ອງຍົກສູງຈິດໃຈສະຕິລະວັງຕົວ, ເຊີດຊູນໍ້າໃຈສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຂົງເຂດວຽກງານ, ພ້ອມກັນຮ່ວມມືກັນປົກປັກຮັກສາຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ.

ທ່ານພົນໂທ ວິໄລ ຫຼ້າຄຳຟອງ - ລັດຖະມົນຕີກະຊວງຕຳຫຼວດ ສປປ.ລາວ ຢືນຢັນວ່າ ສາຍພົວພັນລາວ - ຫວຽດນາມ ໄດ້ສາມາດເວົ້າວ່າສາຍພົວພັນທີ່ສະໜິດສະໜົມ, ສາມັກຄີ ລາວ ແລະ ຫວຽດນາມ ແມ່ນຫາຍາກໃນໂລກ.

ຕໍ່ໜ້າສະພາບການໃໝ່, ທ່ານພົນໂທ ວິໄລ ຫຼ້າຄຳຟອງ - ລັດຖະມົນຕີກະຊວງຕຳຫຼວດ ສປປ.ລາວ ໄດ້ເນັ້ນໜັກວ່າ, ກຳລັງຕຳຫຼວດຂອງສອງປະເທດ ຕ້ອງປະສານສົມທົບກັນເພື່ອກຳແໜ້ນສະພາບການ, ແລກປ່ຽນ ແລະ ເຫັນດີເປັນເອກະພາບ ເພື່ອເປັນເສນາທິການໃຫ້ແກ່ພັກ ແລະ ລັດຂອງແຕ່ລະຝ່າຍ ເພື່ອປະຕິບັດແກ້ໄຂ ແລະ ປະສານສົມທົບ, ຈັດການຢ່າງທັນການ, ບໍ່ໃຫ້ເກີດຂື້ນບັນຫາໂດຍບັງເອີນ, ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງແຫ່ງຊາດຂອງສອງປະເທດ.

ສະເຫ ມສະຫ ອງວ ນສ າງຕ ງຂະແໜງການຕຳຫ ວດປະຊາຊ ນຫວຽດນາມ ຄ ບຮອບ 75 ປ ຢ ສປປ ລາວ ປະເທດລາວ ໄດ້ຮັບການຊ່ວຍເຫຼືອມີມູນຄ່າ 7 ລ້ານໂດລາ ເພື່ອຫຼຸດຜ່ອນຜົນກະທົບຂອງ COVID-19

ຍສໝ - ອົງການຄູ່ຮ່ວມມືທົ່ວໂລກກ່ຽວກັບການສຶກສາ ໄດ້ຮັບຮອງເອົາໂດຍ UNICEF ເຊິ່ງໄດ້ລົງນາມໃນສັນຍາການຊ່ວຍເຫຼືອໃຫ້ແກ່ປະເທດລາວ 7 ລ້ານໂດລາເພື່ອຫຼຸດຜ່ອນຜົນກະທົບຂອງ COVID-19 ໃນຂະແໜງການສຶກສາ.

ສະເຫ ມສະຫ ອງວ ນສ າງຕ ງຂະແໜງການຕຳຫ ວດປະຊາຊ ນຫວຽດນາມ ຄ ບຮອບ 75 ປ ຢ ສປປ ລາວ ການ​ນຳຂັ້ນສູງພັກ, ລັດຫຼາຍ​ປະ​ເທດ ໄວ້ອາໄລ ອະດີດ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ

ຍ​ສ​ໝ - ການ​ຈາກ​ໄປ​ຂອງ ສະ​ຫາຍ ເລ​ຂາ​ຟຽວ ​ເປັນ​ການ​ສູນ​ເສຍອັນ​ໃຫຍ່ຫລວງຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ; ຕະຫລອດ​ໄລ​ຍະຫລາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ສະ​ຫາຍ ເລຂາຟຽວໄດ້​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່ຫລວງເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາພັດ​ທະ​ນາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຫວຽດ​ນາມ ເຮັດ​ໃຫ້​ປະ​ທ​ດ​ຊາດ​ຫວຽດ​ນາມ ມີ​ການ​ພັດ​ທະ​ນາຢ່າງ​ບໍ່​ຢຸດຢັ້ງ.

ສະເຫ ມສະຫ ອງວ ນສ າງຕ ງຂະແໜງການຕຳຫ ວດປະຊາຊ ນຫວຽດນາມ ຄ ບຮອບ 75 ປ ຢ ສປປ ລາວ ນາຍົກລັດຖະມົນຕີຫວຽດ​ນາມໃຫ້​ການຕ້ອນຮັບນາຍົກລັດຖະມົນຕີລາວ

ຍ​ສ​ໝ - ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ສຳ​ເລັດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ຫວຽດ​ນາມ ແລະ ຂອບ​ໃຈ​ຫວຽດ​ນາມ​ທີ່​ໄດ້​ຕັ້ງ​ໜ້າ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.