ພະຍາດ Covid-19: ພົນລະເມືອງຫວຽດນາມ ຈຳນວນເກືອບ 200 ຄົນ ຈາກຟີລິບປິນ ໄດ້ນຳສົ່ງກັບຄືນປະເທດຢ່າງປອດໄພ

16:43 | 15/05/2020

ຍສໝ - ວັນທີ 14 ພຶດສະພາ, ໂດຍປະຕິບັດຕາມການຊີ້ນຳ ຂອງທ່ານນາຍົກລັດຖະມົນຕີ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳຟີລິບປິນ, ບໍລິສັດ Bamboo Airways ໄດ້ປະສານສົມທົບ ກັບອົງການທີ່ມີໜ້າທີ່ ປະເທດຟີລິບປິນ ໄດ້ຈັດຕັ້ງຖ້ຽວບິນ ເພື່ອນຳສົ່ງພົນລະເມືອງຫວຽດນາມ ຈຳນວນເກືອບ 200 ຄົນ ຈາກຟີລິບປິນ ກັບຄືນປະເທດຢ່າງປອດໄພ.

ພະຍາດ covid 19 ພ ນລະເມ ອງຫວຽດນາມ ຈຳນວນເກ ອບ 200 ຄ ນ ຈາກຟ ລ ບປ ນ ໄດ ນຳສ ງກ ບຄ ນປະເທດຢ າງປອດໄພ ຫວຽດນາມ ໄດ້ຮັບຄວາມເຊື່ອຖືເປັນຢ່າງສູງ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19
ພະຍາດ covid 19 ພ ນລະເມ ອງຫວຽດນາມ ຈຳນວນເກ ອບ 200 ຄ ນ ຈາກຟ ລ ບປ ນ ໄດ ນຳສ ງກ ບຄ ນປະເທດຢ າງປອດໄພ ພະຍາດ Covid-19: ສະຖານທູດຫວຽດນາມ ປະຈຳ ຣັດເຊຍ ປະຕິບັດການນຳສົ່ງພົນລະເມືອງຫລາຍກວ່າ 340 ຄົນ ກັບຄືນປະເທດ

ຈຳນວນພົນລະເມືອງ ໄດ້ກັບຄືນບ້ານໃນຄັ້ງນີ້ ແມ່ນກໍລະນີທີ່ມີສະພາບການຫຍຸ້ງຍາກເປັນພິເສດ, ເຊັ່ນ: ເດັກເກີດໃໝ່, ແມ່ຍິງຖືພາ, ຄົນທີ່ມີໂລກໄພໄຂ້ເຈັບ, ແລະ ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນການປິດຫໍພັກ, ນັກທ່ອງທ່ຽວຖືກຄ້າງໄວ້ຍ້ອນຜົນກະທົບຂອງການລະບາດພະຍາດ Covid-19,…

ສະຖານທູດຫວຽດນາມ ປະຈຳຟີລິບປິນ ໄດ້ສົ່ງພະນັກງານໄປສະໜາມບິນຢ່າງໂດຍກົງ ເພື່ອປະສານສົມທົບກັບສາຍການບິນ ໃນການຊ່ວຍເຫຼືອພົນລະເມືອງໃຫ້ສຳເລັດລະບຽບການ ແລະ ຂຶ້ນເຮືອບິນກັບຄືນປະເທດ.

ພະຍາດ covid 19 ພ ນລະເມ ອງຫວຽດນາມ ຈຳນວນເກ ອບ 200 ຄ ນ ຈາກຟ ລ ບປ ນ ໄດ ນຳສ ງກ ບຄ ນປະເທດຢ າງປອດໄພ
ພົນລະເມືອງຫວຽດນາມ ຈຳນວນເກືອບ 200 ຄົນ ຈາກຟີລິບປິນ ໄດ້ນຳສົ່ງກັບຄືນປະເທດຢ່າງປອດໄພ. (ພາບ: baoquocte)

ເພື່ອຮັບປະກັນສຸຂະພາບຂອງພົນລະເມືອງ, ປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດ, ສາຍການບິນ Bamboo Airways ໄດ້ປະຕິບັດມາດຕະການຢ່າງເຂັ້ມງວດ ກ່ຽວກັບການຮັບປະກັນຄວາມໝັ້ນຄົງສະຫງົບສຸກ, ຄວາມປອດໄພ ໃນຖ້ຽວບິນ.

ຫລັງຈາກຈອດລົງດິນຢູ່ແຂວງ ເກີນເທີ, ບັນດາຜູ້ໂດຍສານທັງໝົດໃນຖ້ຽວບິນ ໄດ້ກວດສຸຂະພາບ ແລະ ປະຕິບັດແຍກອອກຫ່າງຕາມລະບຽບການ. ບັນດາກໍລະນີທີ່ກວດພົບວ່າຖືກຕິດ​ເຊື້ອໄວຣັດ SAR-CoV-2 ແມ່ນໄດ້ສົ່ງໄປຫາສະຖານທີ່ທາງການແພດ, ຮັບປະກັນການປ້ອງກັນ ແລະ ຕ້ານການຕິດເຊື້ອໃຫ້ແກ່ຊຸມຊົນ.

ປະຈຸບັນ, ບັນດາອົງການທີ່ມີໜ້າທີ່ພາຍໃນປະເທດ ແລະ ຄະນະຜູ້ຕາງໜ້າຫວຽດນາມຢູ່ຕ່າງປະເທດ ໄດ້ສືບຕໍ່ຊຸກຍູ້ພົນລະເມືອງຫວຽດນາມ ແລະ ພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ ໄດ້ປະຕິບັດຕາມການຊີ້ນຳຂອງອຳນາດການປົກຄອງທ້ອງຖິ່ນ, ຫຼຸດຜ່ອນການເຄື່ອນໄຫວໜ້ອຍທີ່ສຸດ.

ດ້ວຍບົນພື້ນຖານການເຄື່ອນໄຫວຂອງພະຍາດພາຍໃນ ແລະ ຕ່າງປະເທດ, ອີງຕາມຄວາມປາຖະໜາຂອງພົນລະເມືອງທີ່ຢາກກັບຄືນປະເທດ, ພ້ອມທັງຄວາມສາມາດໃນການຈັດງານຕ້ອນຮັບ ແລະ ແຍກອອກຫ່າງໃນປະເທດ, ອົງການທີ່ມີໜ້າທີ່ພາຍໃນປະເທດ ແລະ ຄະນະຜູ້ຕາງໜ້າຫວຽດນາມຢູ່ຕ່າງປະເທດ ຈະສືບຕໍ່ປະສານສົມທົບຈັດຕັ້ງການບິນຈຳນວນໜຶ່ງ ເພື່ອນຳສົ່ງບັນດາພົນລະເມືອງ ໃນສະພາບການທີ່ຫຍຸ້ງຍາກໂດຍສະເພາະ ໄດ້ກັບຄືນປະເທດ.

ພະຍາດ covid 19 ພ ນລະເມ ອງຫວຽດນາມ ຈຳນວນເກ ອບ 200 ຄ ນ ຈາກຟ ລ ບປ ນ ໄດ ນຳສ ງກ ບຄ ນປະເທດຢ າງປອດໄພ ສະກັດກັ້ນພະຍາດຢ່າງມີປະສິດທິຜົນ ເຮັດໃຫ້ຫວຽດນາມ ກາຍເປັນບ່ອນຢູ່ທີ່ໜ້າເຊື່ອຖືຂອງນັກລົງທຶນ

ຍສໝ - ເວັບໄຊທ໌ Globalnews.ca ໄດ້ຄັດສະເໜີຄໍາປຶກສາ ໃຫ້ແກ່ບັນດາກຸ່ມບໍລິສັດຕ່າງປະເທດທີ່ຖືວ່າຜົນສຳ ເລັດຂອງຫວຽດນາມໃນການຕໍ່ສູ້ກັບ COVID-19 ໄດ້ຊ່ວຍປັບປຸງຄວາມໜ້າເຊື່ອຖືຂອງນັກລົງທຶນຕ່າງປະເທດ.

ພະຍາດ covid 19 ພ ນລະເມ ອງຫວຽດນາມ ຈຳນວນເກ ອບ 200 ຄ ນ ຈາກຟ ລ ບປ ນ ໄດ ນຳສ ງກ ບຄ ນປະເທດຢ າງປອດໄພ ຫວຽດນາມ ໄດ້ຮັບຄວາມເຊື່ອຖືເປັນຢ່າງສູງ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19

ຍສໝ - ມີເຖິງ 94% ຈຳນວນປະຊາຊົນຫວຽດນາມ ກ່າວວ່າການຮັກສາຂໍ້ມູນທີ່ໂປ່ງໃສ ແລະ ຈະແຈ້ງ ກ່ຽວກັບສະພາບການລະບາດ ໄດ້ເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນຢ່າງສົມບູນສຳຫຼັບລັດຖະບານ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19.

ພະຍາດ covid 19 ພ ນລະເມ ອງຫວຽດນາມ ຈຳນວນເກ ອບ 200 ຄ ນ ຈາກຟ ລ ບປ ນ ໄດ ນຳສ ງກ ບຄ ນປະເທດຢ າງປອດໄພ ໜັງສືພິມອົດສະຕາລີ: “ຜົນສຳເລັດໃນການສະກັດກັ້ນພະຍາດ Covid-19 ຂອງຫວຽດນາມ ແມ່ນສົມຄວນໃຫ້ມຸ່ງຫວັງ”

ຍສໝ - ເມື່ອບໍ່ດົນມານີ້, ໜັງສືພິມ ABC ຂອງອົດສະຕາລີ ໄດ້ລົງພິມບົດຂຽນ ກ່ຽວກັບຂະບວນການປ້ອງກັນ ແລະ ຕ້ານການລະບາດພະຍາດ Covid-19 ຂອງຫວຽດນາມ ທີ່ປະສົບຜົນສຳເລັດ. ມາຮອດປະຈຸບັນ, ຫວຽດນາມ ໄດ້ຮັກສາຈຳນວນກໍລະນີທີ່ຕິດ​ເຊື້ອຕ່ຳກວ່າ 300 ຄົນ ແລະ ຍັງບໍ່ມີຄົນເສຍຊີວິດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.