ພົນລະເມືອງຫວຽດນາມ ທີ່ເຂົ້າເມືອງອັງກິດ ເຊິ່ງບໍ່ຕ້ອງປະຕິບັດການແຍກຫ່າງ

13:13 | 15/07/2020

ຍສໝ - ທ່ານ Dominic Raab - ລັດຖະມົນຕີການຕ່າງປະເທດອັງກິດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ອຳນາດການປົກຄອງ ແລະ ບັນດາທ່ານໝໍປະເທດຫວຽດນາມ ໃນການສະໜັບສະໜູນ  ແລະ ປິ່ນປົວພະຍາດໃຫ້ແກ່ພົນລະເມືອງອັງກິດທີ່ຕິດເຊື້ອ COVID-19.

ພ ນລະເມ ອງຫວຽດນາມ ທ ເຂ າເມ ອງອ ງກ ດ ເຊ ງບ ຕ ອງປະຕ ບ ດການແຍກຫ າງ ລັດຖະບານຫວຽດນາມ ສະໜັບສະໜູນ 50.000 ໂດລາສະຫະລັດ ເພື່ອຊ່ວຍເຫຼືອມຽນມາ ໃນການຕໍ່ສູ້ຕ້ານກັບ COVID-19
ພ ນລະເມ ອງຫວຽດນາມ ທ ເຂ າເມ ອງອ ງກ ດ ເຊ ງບ ຕ ອງປະຕ ບ ດການແຍກຫ າງ ນຳສົ່ງພົນລະເມືອງຫວຽດນາມກວ່າ 340 ຄົນຈາກອັງກິດກັບຄືນປະເທດ

ວັນທີ 13 ກໍລະກົດ, ທີ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄດ້ໂອ້ລົມທາງໂທລະສັບກັບທ່ານ Dominic Raab - ລັດຖະມົນຕີການຕ່າງປະເທດອັງກິດ.

ໃນການໂອ້ລົມທາງໂທລະສັບ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ທ່ານ Dominic Raab - ລັດຖະມົນຕີການຕ່າງປະເທດອັງກິດ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງເຂັ້ມແຂງຂອງຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ອັງກິດ ໃນ 10 ປີ ທີ່ຜ່ານມານັບແຕ່ເມື່ອໄດ້ຮັບການສ້າງຕັ້ງ.

ສອງຝ່າຍໄດ້ຕີລາຄາວ່າການຮ່ວມມືຂອງສອງປະເທດ ຍັງຄົງຕົວຢູ່ຄວາມສາມາດບົ່ມຊ້ອນພັດທະນາ ແລະ ເຊື່ອໝັ້ນວ່າການພົວພັນສອງຝ່າຍຈະສືບຕໍ່ ໄດ້ຮັບການເປີດກວ້າງ ແລະ ເພີ່ມທະວີໃນໄລຍະຈະມາເຖິງ.

ພ ນລະເມ ອງຫວຽດນາມ ທ ເຂ າເມ ອງອ ງກ ດ ເຊ ງບ ຕ ອງປະຕ ບ ດການແຍກຫ າງ
ທ່ານ Dominic Raab - ລັດຖະມົນຕີການຕ່າງປະເທດອັງກິດ. (ພາບ: PLO)

ທ່ານຟ້າມບິ່ງມິງ - ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ໄດ້ສະເໜີໃຫ້ 2 ປະເທດເພີ່ມທະວີການແລກປ່ຽນ, ຈັດຕັ້ງບັນດາຄະນະຜູ້ແທນມາຢ້ຽມຢາມເຊິ່ງກັນ ແລະ ກັນ. ພ້ອມກັນນັ້ນ, ຮັກສາບັນດາກົນໄກຮ່ວມມື, ໃນນັ້ນມີການເຈລະຈາຍຸດທະສາດຂັ້ນຮອງລັດຖະມົນຕີ ແລະ ສືບຕໍ່ແລກປ່ຽນ, ມຸງໄປສູ່ການລົງນາມໃນສັນຍາການຄ້າເສລີຫວຽດນາມ - ອັງກິດ.

ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ກໍ່ສະເໜີໃຫ້ສອງຝ່າຍສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນໃນການປົກປ້ອງພົນລະເມືອງ, ຢືນຢັນວ່າຫວຽດນາມ ໄດ້ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທືນ, ຜູ້ຊ່ຽວຊານ, ຜູ້ຄຸ້ມຄອງ ແລະ ຜູ້ອອກແຮງງານທີ່ມີລະດັບຄວາມຮູ້ທິສູງຈາກຕ່າງປະເທດ, ໃນນັ້ນມີປະເທດອັງກິດ, ໄດ້ເຂົ້າມາເຮັດວຽກຢູ່ຫວຽດນາມ.

ທ່ານ Dominic Raab - ລັດຖະມົນຕີການຕ່າງປະເທດອັງກິດ ຊີ້ແຈ້ງວ່າ ອັງກິດ ຖືຫວຽດນາມແມ່ນຄູ່ຮ່ວມມືສຳຄັນໃນນະໂຍບາຍການຕ່າງປະເທດຂອງຕົນຢູ່ ອາຊີ - ປາຊີຟິກ ແລະ ອາຊີຕາເວັນອອກສ່ຽງໃຕ້; ປາດຖະໜາຢາກເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອັງກິດ ໄດ້ເລິກເຊິ່ງຢ່າງຮອບດ້ານ, ບັນລຸຂໍ້ຕົກລົງສອງຝ່າຍ ເພື່ອຮັກສາການພົວພັນສອງຝ່າຍ ເມື່ອອັງກິດ ແຍກອອກຈາກສະຫະພາບເອີຣົບ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ ແລະ ການຄ້າ.

ພ ນລະເມ ອງຫວຽດນາມ ທ ເຂ າເມ ອງອ ງກ ດ ເຊ ງບ ຕ ອງປະຕ ບ ດການແຍກຫ າງ
ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ. (ພາບ: ກະຊວງການຕ່າງປະເທດຫວຽດນາມ)

ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດອັງກິດ ໄດ້ອວຍພອນຫວຽດນາມ ທີ່ໄດ້ປະສົບຜົນສຳເລັດ ໃນການຮັບມືກັບການລະບາດຂອງພະຍາດ COVID-19; ສະແດງຄວາມຂອບອົກຂອບໃຈຕໍ່ອຳນາດການປົກຄອງ ແລະ ບັນດາທ່ານໝໍປະເທດຫວຽດນາມ ໃນການສະໜັບສະໜູນ ແລະ ປິ່ນປົວພະຍາດໃຫ້ແກ່ພົນລະເມືອງອັງກິດທີ່ຕິດເຊື້ອ COVID-19. ທ່ານ Dominic Raab ກໍ່ໄດ້ປະກາດວ່າ ປະເທດອັງກິດໄດ້ຈັດພົນລະເມືອງຫວຽດນາມເຂົ້າໃນບັນຊີບັນດາປະເທດ ເຊິ່ງບໍ່ຕ້ອງປະຕິບັດການແຍກຫ່າງ.

ທ່ານລັດຖະມົນຕີ Dominic Raab ໄດ້ຕີລາຄາສູງຕໍ່ຄວາມບຸກບືນຂອງຫວຽດນາມ ໃນການຮັບຕຳແໜ່ງເປັນປະທານອາຊຽນ ແລະ ກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ; ຢືນຢັນວ່າ ອັງກິດພ້ອມແລ້ວທີ່ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ໃນບັນດາເວທີຫຼາຍຝ່າຍ, ທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ກໍ່ຄື ໃນບັນດາເວທີປາໄສສາກົນອື່ນໆ.

ພ ນລະເມ ອງຫວຽດນາມ ທ ເຂ າເມ ອງອ ງກ ດ ເຊ ງບ ຕ ອງປະຕ ບ ດການແຍກຫ າງ ລັດຖະບານຫວຽດນາມ ສະໜັບສະໜູນ 50.000 ໂດລາສະຫະລັດ ເພື່ອຊ່ວຍເຫຼືອມຽນມາ ໃນການຕໍ່ສູ້ຕ້ານກັບ COVID-19

ຍສໝ - ສາດສະດາຈານ, ປອ Zaw Than Htun, ຫົວໜ້າກົມຄົ້ນຄວ້າສາທາລະນະສຸກ, ກະຊວງສາທາລະນະສຸກ ແລະ ກິລາມຽນມາ ໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງປະເທດ, ຄວາມຮັກແພງອັນລ້ຳຄ່າຂອງຫວຽດນາມ ສຳ ລັບມຽນມາ.

ພ ນລະເມ ອງຫວຽດນາມ ທ ເຂ າເມ ອງອ ງກ ດ ເຊ ງບ ຕ ອງປະຕ ບ ດການແຍກຫ າງ ສັນຍາ EVFTA ເປີດກາລະໂອກາດ ເພື່ອດຳເນີນທຸລະກິດໃຫ້ແກ່ປະເທດເບວຢ້ຽມ ແລະ ຫວຽດນາມ

ຍສໝ - ສັນຍ EVFTA ທີ່ມີຜົນບັງຄັບນຳໃຊ້ໃນວັນທີ 1 ສິງຫາ ເຊິ່ງຈະນຳມາບັນດາຜົນສະທ້ອນທີ່ດີໃຫ້ແກ່ບັນດານັກສົ່ງອອກ ຂອງປະເທດເບວຢ້ຽມ ໃນຂະນະທີ່ການເຕີບໂຕຂອງເສດຖະກິດຫວຽດນາມ ເຕັມໄປດ້ວຍຄວາມຫວັງ ບໍ່ຫົວຊາຕໍ່ການແຜ່ລະບາດຂອງພະຍາດ COVID​-19.

ພ ນລະເມ ອງຫວຽດນາມ ທ ເຂ າເມ ອງອ ງກ ດ ເຊ ງບ ຕ ອງປະຕ ບ ດການແຍກຫ າງ ທ່ານນາຍົກລັດຖະມົນຕີເຫັນດີຟື້ນຟູບັນດາສາຍ​ການບິນລະຫວ່າງຫວຽດນາມ ແລະຈີນ

ຍ​ສໝ - ທ່ານນາຍົກລັດຖະມົນຕີຫງວຽນ​ຊວັນ​ຟຸກໄດ້ເຫັນດີຟື້ນຟູການຂົນສົ່ງທາງອາກາດລະຫວ່າງຫວຽດນາມ ແລະຈີນ. ດ້ວຍຄວາມຖີ່ ແລະເງື່ອນໄຂຂອງການຂົນສົ່ງຜູ້ໂດຍສານແມ່ນອີງ​ຕາມ​ການ​ເຫັນ​ດີ​ເປັນ​ເອ​ກະ​ພາບລະ​ຫວ່າງ ຫວຽດ​ນາມ ແລ​ະ​​ຈີນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.