ສະຖານທູດຫວຽດນາມ ປະຈຳຕວກກີ ຈັດຕັ້ງພິທີສະເຫຼີມສະຫຼອງບຸນປີໃໝ່ 2021

08:46 | 03/02/2021

ຍສໝ - ພິທີດັ່ງກ່າວໄດ້ດຳເນີນໄປໃນບັນຍາກາດທີ່ຟົດຟື້ນມ່ວນຊື່ນ, ລົດຊາດຄວາມເປັນເອກະລັກຂອງຊາດ ຂອງບັນດາເຍື່ອງອາຫານປີໃໝ່ຫວຽດນາມ.

ຫວຽດນາມ ແລະ ອິນໂດເນເຊຍ ແນໃສ່ເພີ່ມທະວີການຮ່ວມມືຢ່າງຮອບດ້ານ
ສະຖານທູດຫວຽດນາມ ປະຈຳສະວິດເຊີແລນ ເປັນປະທານກອງປະຊຸມຂອງຄະນະກຳມະການ ອາຊຽນທີ່ເມືອງ Bern

ໃນວັນທີ 30 ມັງກອນ, ໃນບັນຍາກາດທີ່ອົບອຸ່ນ ແລະ ສະຫງ່າຜ່າເຜີຍ, ສະຖານທູດຫວຽດນາມປະຈຳຕວກກີ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງບຸນປີໃໝ່ 2021 ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າປະຊາຄົມຊາວຫວຽດນາມທີ່ດຳເນີນທຸລະກິດ, ດຳລົງຊີວິດຢູ່ຕວກກີ, ນັກສຶກສາສາກົນ ແລະ ບັນດາທັງໝົດພະນັກງານ, ຂ້າລັດຖະການ ແລະ ຄອບຄົວສະຖານທູດ..

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ເຈີນກ່ວາງຕ໋ວຽນ ໄດ້ເນັ້ນໜັກວ່າ ໃນສະພາບການສັບສົນຂອງພະຍາດ COVID-19 ທີ່ສົ່ງຜົນສະທ້ອນຢ່າງຮ້າຍແຮງດ້ານຊີວິດສັງຄົມຂອງບັນດາປະເທດທົ່ວໂລກ, ຫວຽດນາມດ້ວຍຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຂອງລັດຖະບານແລະ ປະຊາຊົນ, ຫວຽດນາມໄດ້ປະຕິບັດວຽກງານສອງຢ່າງທີ່ດີໃນການຕໍ່ສູ້ຕ້ານກັບໂລກລະບາດ ແລະ ການພັດທະນາເສດຖະກິດ", ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ ແຕ່ຫວຽດນາມກໍ່ບັນລຸໝາກຜົນຢ່າງຕັ້ງໜ້າ, ໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ.

ສະຖານທູດຫວຽດນາມ ປະຈຳຕວກກີ ຈັດຕັ້ງພິທີສະເຫຼີມສະຫຼອງບຸນປີໃໝ່ 2021
ທ່ານເອກອັກຄະລັດຖະທູດ ເຈີນກ່ວາງຕ໋ວຽນ. (ພາບ: baoquocte)

ທົບທວນຄືນບັນດາການເຄື່ອນໄຫວຂອງສະຖານທູດຫວຽດນາມ ປະຈຳຕວກກີ ໃນປີທີ່ຜ່ານມາ, ທ່ານເອກອັກຄະລັດຖະທູດ ເຈີນກ່ວາງຕ໋ວຽນ ໃຫ້ຮູ້ວ່າ, ເຖິງວ່າການລະບາດຂອງພະຍາດ COVID-19 ຈຳກັດການເຄື່ອນໄຫວຕ່າງປະເທດ, ດ້ວຍຈິດໃຈພະຍາຍາມປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ ໃນລະດັບສູງສຸດ. ນອກຈາກນັ້ນ, ສະຖານທູດຫວຽດນາມ ປະຈຳຕວກກີບັນລຸ ກໍ່ໄດ້ບັນລຸບັນດາຜົນງານດີເດັ່ນ.

ສະຖານທູດກໍ່ເຂົ້າຮ່ວມກອງປະຊຸມສຳມະນາຢ່າງຖ່າຍທອດສົດ ເພື່ອສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວຫວຽດນາມ - ຕວກກີ ແລະ ໂດຍສະເພາະແມ່ນການສົ່ງເສີມການປົກປ້ອງພົນລະເມືອງໃນໄລຍະເກີດການລະບາດຂອງພະຍາດ COVID-19, ໃຫ້ການສະໜັບສະໜູນຢ່າງທັນການ ແລະ ປະສົບຜົນສຳເລັດ ໃນການນຳສົ່ງພົນລະເມືອງຫວຽດນາມໃນປະເທດຕວກກີ ແລະ ພາກເໜືອ Cyprus ກັບບ້ານຢ່າງປອດໄພ, ພ້ອມທັງພົນລະເມືອງຫວຽດນາມມີຄວາມຫຍຸ້ງຍາກທີ່ຜ່ານແດນໃນປະເທດຕວກກີ.

ທ່ານເອກອັກຄະລັດຖະທູດ ເຈີນກ່ວາງຕ໋ວຽນ ກໍ່ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງປະຊາຄົມຊາວຫວຽດນາມຢູ່ຕວກກີ, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດ COVID-19, ແຕ່ກໍ່ຍັງຮັກສາຈິດໃຈສາມັກຄີ, ຄວາມຕິດພັນກັນ, ຄວາມຮັກແພງເຊິ່ງກັນ ແລະ ກັນ, ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນເພື່ອເຊື່ອມໂຍງເຂົ້າກັບຊີວິດຂອງທ້ອງຖິ່ນ.

ສະຖານທູດຫວຽດນາມ ປະຈຳຕວກກີ ຈັດຕັ້ງພິທີສະເຫຼີມສະຫຼອງບຸນປີໃໝ່ 2021
ສະຖານທູດຫວຽດນາມ ປະຈຳຕວກກີ ຈັດຕັ້ງພິທີສະເຫຼີມສະຫຼອງບຸນປີໃໝ່ 2021. (ພາບ: baoquocte)

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ເຈີນກ່ວາງຕ໋ວຽນ ໄດ້ມີການໂອ້ລົມສ່ວນຕົວກັບບັນດານັກສຶກສາຫວຽດນາມຢູ່ຕວກກີ, ຊອກຮູ້ກ່ຽວກັບຊີວິດການເປັນຢູ່, ການຮ່ຳຮຽນ ແລະ ສົ່ງເສີມໃຫ້ເຂົາເຈົ້າຮ່ຳຮຽນ ແລະ ປະຕິບັດຢ່າງເຂັ້ມງວດຕາມລະບຽບການຂອງປະເທດປະຈໍາຖິ່ນ. ທ່ານເອກອັກຄະລັດຖະທູດ ເຈີນກ່ວາງຕ໋ວຽນ ໄດ້ສົ່ງເສີມໃຫ້ບັນດານັກສຶກສາຈົ່ງເຜີຍແພ່ຢ່າງທົ່ວເຖິງຄວາມງາມດ້ານວັດທະນະທຳ ແລະ ຜູ້ຄົນຫວຽດນາມກັບເພື່ອນມິດຕວກກີ, ສະຖານທູດຍາມໃດກໍ່ເອົາໃຈໃສ່ ແລະ ສະໜັບສະໜູນນັກສຶກສາ ກໍ່ຄື ທົ່ວປະຊາຄົມຊາວຫວຽດນາມຢູ່ຕວກກີ.

ຊາວຫວຽດນາມໃນທົ່ວສະຫະພັນລັດເຊຍ ປ້ອງກັນ ແລະ ຕ້ານ COVID-19 ຈັດຕັ້ງການສະຫລຸບວຽກງານປີ 2020

ຍສໝ - ໃນວັນທີ 28 ທັນວາ, ສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ ໄດ້ຈັດກອງປະຊຸມເຄືອຂ່າຍຊາວຫວຽດນາມ ໃນທົ່ວສະຫະພັນລັດເຊຍປ້ອງກັນ ແລະ ຕ້ານ COVID-19 ໂດຍການເປັນປະທານຂອງທ່ານເອກອັກຄະລັດຖະທູດ ໂຫງດຶດແມັ້ງ.

ສະຖານທູດຫວຽດນາມ ປະຈໍາ ລາວ ມອບຜ້າອັດປາກ 75.000 ອັນ ໃຫ້ແກ່ປະຊາຄົມຊາວຫວຽດນາມຢູ່ລາວ

ຍສໝ - ທີ່ພິທີ, ທ່ານນາງ ຈີ້ງທິເຕິມ, ອັກຄະລັດຖະທູດຫວຽດນາມ ປະຈໍາລາວ ເນັ້ນໜັກວ່ານີ້ແມ່ນຂອງຂວັນທີ່ມີຄວາມໝາຍ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະອາລົມຈິດຂອງປະເທດຊາດທີ່ມີຕໍ່ຊາວຫວຽດນາມ ອາໄສຢູ່ລາວ.

ປະຊາຄົມຊາວຫວຽດນາມຢູ່ສິງກະໂປ, ໄທ ແລະ ສາທາລະນະລັດເຊັກ ມຸ່ງໄປເຖິງປະຊາຊົນເຂດພາກກາງ

ຍສໝ - ເມື່ອບໍ່ດົນມານີ້, ຊຸມຊົນຊາວຫວຽດນາມ ຢູ່ສິງກະໂປ, ໄທ ແລະ ສາທາລະນະລັດເຊັກ ໄດ້ມີຫຼາຍກິດຈະກຳທີ່ມີຄວາມໝາຍ ແລະ ແທດຈິງເພື່ອໜູນຊ່ວຍປະຊາຊົນຢູ່ພາກກາງຫວຽດນາມ ທີ່ຖືກຮັບຜົນສະທ້ອນຈາກໄພນ້ຳຖ້ວມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.