ຫວຽດນາມ ແລະ ອິນໂດເນເຊຍ ແນໃສ່ເພີ່ມທະວີການຮ່ວມມືຢ່າງຮອບດ້ານ

11:16 | 19/01/2021

ຍສໝ - ອິນໂດເນເຊຍ ແລະ ຫວຽດນາມໄດ້ຈັດກອງປະຊຸມທາງຖ່າຍທອດສົດ ເພື່ອແລກປ່ຽນທິດທາງການຮ່ວມມືຂອງສະມາຄົມໃນປີ 2021 ໃນສະພາບການທີ່ສັບສົນຂອງການລະບາດພະຍາດ COVID-19.

ຫວຽດນາມ ແລະ ອ ນໂດເນເຊຍ ແນໃສ ເພ ມທະວ ການຮ ວມມ ຢ າງຮອບດ ານ ສະເຫຼີມສະຫຼອງ 65 ປີແຫ່ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ ຢູ່ນະຄອນໂຮ່ຈີມິນ
ຫວຽດນາມ ແລະ ອ ນໂດເນເຊຍ ແນໃສ ເພ ມທະວ ການຮ ວມມ ຢ າງຮອບດ ານ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ມອບຫຼຽນກາລະນຶກໃຫ້ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈໍາ ຫວຽດນາມ

ເມື່ອບໍ່ດົນມານີ້, ສະມາຄົມມິດຕະພາບອິນໂດເນເຊຍ - ຫວຽດນາມ, ສະຖານທູດຫວຽດນາມ ປະຈຳອິນໂດເນເຊຍ ແລະ ທ່ານເອກອັກຄະລັດຖະທູດອິນໂດເນເຊຍປະຈຳຫວຽດນາມ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ໄດ້ຈັດກອງປະຊຸມດ້ວຍຮູບການຖ່າຍທອດສົດ ຢູ່ຈາກາຕາ ເພື່ອແລກປ່ຽນທິດທາງຂອງສະມາຄົມມິດຕະພາບອິນໂດເນເຊຍ - ຫວຽດນາມໃນປີ 2021 ໃນສະພາບການການລະບາດຂອງພະຍາດລະບົບຫາຍໃຈ COVID-19 ມີຄວາມຄືບໜ້າສັບສົນຫຼາຍຢ່າງ.

ຫວຽດນາມ ແລະ ອ ນໂດເນເຊຍ ແນໃສ ເພ ມທະວ ການຮ ວມມ ຢ າງຮອບດ ານ
ຫວຽດນາມ ແລະ ອິນໂດເນເຊຍ ແນໃສ່ເພີ່ມທະວີການຮ່ວມມືຢ່າງຮອບດ້ານ. (ພາບ: TTXVN)

ເຂົ້າຮ່ວມກອງປະຊຸມມີ ປະທານສະມາຄົມມິດຕະພາບອິນໂດເນເຊຍ - ຫວຽດນາມ ທ່ານ Budiasa Sastrawinata, ເອກອັກຄະລັດຖະທູດຫວຽດນາມ ປະຈຳອິນໂດເນເຊຍ ທ່ານຟ້າມມິງກ່ວາງ, ເອກອັກຄະລັດຖະທູດອິນໂດເນເຊຍຄົນໃໝ່ ປະຈຳຫວຽດນາມ ທ່ານ Denny Adbi, ແລະ ສະມາຊິກຈຳນວນຫຼາຍກວ່າ 30 ຄົນ ແມ່ນສະມາຊິກກິດຈະກຳໃນທາງສັງຄົມ, ວັດທະນະທຳ, ສິລະປະ, ການສຶກສາ ແລະ ບັນດາວິສາຫະກິດໃນຫລາຍຂົງເຂດການຜະລິດ, ການລົງທືນ, ການຄ້າ, ການຂຸດຄົ້ນນ້ຳ ມັນ ແລະ ອາຍແກັສ…

ບັນດາສະມາຊິກສະມາຄົມ ໄດ້ປຶກສາຫາລືກ່ຽວກັບແຜນການເຮັດວຽກໃນປີນີ້ ແລະ ປາດຖະໜາຢາກສືບຕໍ່ປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ ແລະ ກິລາ ລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ. ພິເສດ, ບັນດາວິສາຫະກິດອິນໂດເນເຊຍ ໄດ້ຢືນຢັນສືບຕໍ່ລົງທຶນ, ດຳເນີນທຸລະກິດ, ຮ່ວມມືຢູ່ຫວຽດນາມ ແລະ ປາດຖະໜາວ່າລັດຖະບານຂອງສອງປະເທດສືບຕໍ່ສະໜັບສະໜູນ, ອຳນວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວຜະລິດຢູ່ຫວຽດນາມ ແລະ ອິນໂດເນເຊຍ... ເພື່ອປະຕິບັດແຜນການເຄື່ອນໄຫວຄູ່ຮ່ວມມືຍຸດທະສາດຫວຽດນາມ - ອິນໂດເນເຊຍ ໃນໄລຍະ 2019-2023 ຢ່າງສຳເລັດຜົນ.

ຫວຽດນາມ ແລະ ອ ນໂດເນເຊຍ ແນໃສ ເພ ມທະວ ການຮ ວມມ ຢ າງຮອບດ ານ
ທ່ານເອກອັກຄະລັດຖະທູດຟ້າມກວາງວີງ. (ພາບ: TTXVN)

ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ ໃຫ້ຮູ້ວ່າ, ເຖິງວ່າການລະບາດຂອງ COVID-19 ຍັງສັບສົນ ແລະ ມີຜົນກະທົບທີ່ບໍ່ດີຕໍ່ການຜະລິດ ແລະ ການດຳເນີນທຸລະກິດຂອງວິສາຫະກິດຂອງສອງປະເທດ, ແຕ່ສິ່ງທ້າທາຍຍັງນັ້ນກໍ່ຈະເປີດໂອກາດເພື່ອໃຫ້ບັນດາວິສາຫະກິດຂອງສອງປະເທດ ໄດ້ໝູນໃຊ້ຈົນສຸດຄວາມສາມາດ ແລະ ນຳໃຊ້ນະໂຍບາຍບຸລິມະສິດຢ່າງເຕັມສ່ວນຂອງລັດຖະບານສອງປະເທດ.

ສ່ວນທ່ານປະທານສະມາຄົມມິດຕະພາບອິນໂດເນເຊຍ - ຫວຽດນາມ ທ່ານ Budiasa Sastrawinata ໄດ້ຢືນຢັນວ່າ ສະມາຄົມຈະສືບຕໍ່ເຮັດໜ້າທີ່ເປັນຫົວເງື່ອນ ແລະ ສະໜັບສະໜູນ ສະມາຊິກສະເຫມີຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ສິລະປະ, ການສຶກສາ, ກິລາ ແລະ ການລົງທືນ, ການຜະລິດ ແລະ ການດຳເນີນທຸລະກິດໃນປີ 2021 ແລະ ຊຸມປີຕໍ່ໄປ.

ຫວຽດນາມ ແລະ ອ ນໂດເນເຊຍ ແນໃສ ເພ ມທະວ ການຮ ວມມ ຢ າງຮອບດ ານ ກອງປະຊຸມສຳມະນາ “ຫວນຄືນ 65 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ ແລະ ເສັ້ນທາງໃນອະ​ນາ​ຄົດ”

ຍ​ສ​ໝ - ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ສອງປະເທດໄດ້ແບ່ງປັນຜົນປະໂຫຍດລວມໃນການຊຸກຍູ້ການເຊື່ອມຕໍ່ພາກພື້ນ ແລະ ເຊື່ອມໂຍງເຂົ້າກັບສາກົນ, ພິເສດແມ່ນເມື່ອ ຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານອາຊຽນ ແລະ ສອງປະເທດລ້ວນແຕ່ແມ່ນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ.

ຫວຽດນາມ ແລະ ອ ນໂດເນເຊຍ ແນໃສ ເພ ມທະວ ການຮ ວມມ ຢ າງຮອບດ ານ ສະຫະລັດອາເມລິກາ ແລະ ອິນໂດເນເຊຍ ໄດ້ຮຽກຮ້ອງຕ້ອງການຮັບປະກັນການປະຕິບັດຕາມກົດໝາຍສາກົນ ໃນທະເລຕາເວັນອອກ

ຍສໝ - ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການພົວພັນດ້ານປ້ອງກັນຊາດ ລະຫວ່າງສອງປະເທດ, ກໍ່ຄືສະພາບການເຄັ່ງຕຶງໃນພາກພື້ນ ທີ່ກ່ຽວຂ້ອງກັບການຮຽກຮ້ອງອະທິປະໄຕທີ່ບໍ່ສົມເຫດສົມຜົນຂອງຈີນ ໃນທະເລຕາເວັນອອກ.

ຫວຽດນາມ ແລະ ອ ນໂດເນເຊຍ ແນໃສ ເພ ມທະວ ການຮ ວມມ ຢ າງຮອບດ ານ ຫວຽດນາມ ແລະ ອິນໂດເນເຊຍ ໄດ້ຕີລາຄາສູງບົດບາດນຳໜ້າຂອງ ສະຫະພາບເອີຣົບ EU

ຍສໝ - ຫວຽດນາມ ແລະ ອິນໂດເນເຊຍ ໄດ້ຕີລາຄາສູງບົດບາດຂອງສະຫະພາບເອີຣົບ EU ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ; ປາດຖະໜາຢາກໃຫ້ EU ປະສານສົມທົບກັບສະຫະປະຊາຊາດ ທີ່ສືບຕໍ່ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.