| ປ່ຽນ "ຄວາມໃກ້ຊິດທາງດ້ານພູມສາດ" ໃຫ້ກາຍເປັນ "ທ່າແຮງແຫ່ງການຮັດແໜ້ນຍຸດທະສາດ" ລະຫວ່າງ 3 ປະເທດ ຫວຽດນາມ, ກຳປູເຈຍ ແລະ ລາວ | |
| “ຫາໄດ້ຍາກທີ່ປະເທດໃດຈະມີຮູບແບບຄວາມສາມັກຄີລະຫວ່າງສາສະໜາຄືຢູ່ ຫວຽດນາມ” |
ຂໍ້ມູນຈາກສະຖານທູດ ຫວຽດນາມ ປະຈຳ ຕວກກີ ໃຫ້ຮູ້ວ່າ, ໃນພິທີເຂົ້າຢ້ຽມຂໍ່ານັບ, ປະທານສະພາແຫ່ງຊາດ Numan Kurtulmus ໄດ້ໃຊ້ຖ້ອຍຄຳອັນຈົບງາມທີ່ສຸດເພື່ອຫວນຄືນການໄປປະຕິບັດວຽກງານຢ່າງມີຜົນສຳເລັດຂອງ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ (Trần Thanh Mẫn) ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ສະມັດຊາໃຫຍ່ສະຫະພັນລັດຖະສະພາໂລກ ຄັ້ງທີ 152 (IPU-152) ຢູ່ທີ່ Istanbul ໃນເດືອນ ເມສາ ຜ່ານມາ.
ທ່ານໄດ້ສະແດງຄວາມປະທັບໃຈຕໍ່ກັບນ້ຳໃຈໄມຕີຈິດອັນຈິງໃຈ ພ້ອມກັບການສົນທະນາແແລກປ່ຽນຢ່າງລະອຽດທີ່ສຸດຂອງ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່ຽວກັບບັນດາມາດຕະການແນໃສ່ຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດເວົ້າລວມ ແລະ ສອງສະພາແຫ່ງຊາດເວົ້າສະເພາະ.
![]() |
| ທ່ານນາງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ຕວກກີ ດັ້ງທິທູຮ່າ (Đặng Thị Thu Hà) ໄດ້ມີການເຂົ້າຢ້ຽມຂໍ່ານັບ ທ່ານ Numan Kurtulmus, ປະທານສະພາແຫ່ງຊາດ ຕວກກີ. (ພາບ: ສະຖານທູດ ຫວຽດນາມ ປະຈຳ ຕວກກີ) |
ທ່ານ ປະທານສະພາແຫ່ງຊາດ Numan Kurtulmus ຢືນຢັນວ່າ ຕວກກີ ຖື ຫວຽດນາມ ເປັນຄູ່ຮ່ວມມືທີ່ສຳຄັນຢູ່ໃນພາກພື້ນອາຊີຕາເວັນອອກສຽງໃຕ້, ເນັ້ນໜັກເຖິງຄວາມຄ້າຍຄືກັນຢ່າງເລິກເຊິ່ງກ່ຽວກັບປະຫວັດສາດທີ່ຍາວນານ, ເອກະລັກວັດທະນະທຳ, ນະໂຍບາຍການຕ່າງປະເທດ ແລະ ບັນດາຄຸນຄ່າກ່ຽວກັບຄອບຄົວ ເຊິ່ງແມ່ນຕົວເລັ່ງເພື່ອຍົກລະດັບສາຍພົວພັນສອງປະເທດໃຫ້ກ້າວຂຶ້ນສູ່ລະດັບສູງໃໝ່. ປະທານສະພາແຫ່ງຊາດ Numan Kurtulmus ຍັງເຫັນວ່າ ຈຳເປັນຕ້ອງເພີ່ມປະສິດທິພາບຂອງບົດບາດ ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ສອງປະເທດ ເພື່ອແນໃສ່ຊຸກຍູ້ການແລກປ່ຽນລະຫວ່າງປະຊາຊົນ, ການເຊື່ອມຕໍ່ດ້ານວັດທະນະທຳ ແລະ ການຮ່ວມມືທ້ອງຖິ່ນ, ປະກອບສ່ວນຮັດແໜ້ນຄວາມເຂົ້າອົກເຂົ້າໃຈ ແລະ ຄວາມຜູກພັນລະຫວ່າງສອງປະເທດ, ສອງສະພາແຫ່ງຊາດ.
ທ່ານນາງເອກອັກຄະລັດຖະທູດ ດັ້ງທິທູຮ່າ (Đặng Thị Thu Hà) ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານປະທານ Numan Kurtulmus ແລະ ສະພາແຫ່ງຊາດ ຕວກກີ ທີ່ໄດ້ຈັດຕັ້ງກອງປະຊຸມ IPU-152 ຢ່າງມີຜົນສຳເລັດຈົບງາມ ແລະ ຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ ແລະ ອົບອຸ່ນທີ່ສຸດ ເຊິ່ງປະເທດເຈົ້າພາບໄດ້ມອບໃຫ້ແກ່ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ (Trần Thanh Mẫn) ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ. ທ່ານນາງເອກອັກຄະລັດຖະທູດ ໄດ້ນຳເອົາຄຳຢ້ຽມຢາມຖາມຂ່າວ ພ້ອມກັບຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ທີ່ໄດ້ເຊີນທ່ານປະທານສະພາແຫ່ງຊາດ Numan Kurtulmus ໄປຢ້ຽມຢາມ ຫວຽດນາມ ໃນເວລາທີ່ໄວທີ່ສຸດ.
![]() |
| ບັນຍາກາດການເຂົ້າຢ້ຽມຂໍ່ານັບ. (ພາບ: ສະຖານທູດ ຫວຽດນາມ ປະຈຳ ຕວກກີ) |
ສະແດງຄວາມປິຕິຊົມຊື່ນຕໍ່ກັບບາດກ້າວຂະຫຍາຍຕົວທີ່ຕັ້ງໜ້າຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ຕວກກີ ໃນໄລຍະຜ່ານມາ, ທ່ານນາງເອກອັກຄະລັດຖະທູດ ຢືນຢັນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ຢາກເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບ ຕວກກີ ເລິກເຊິ່ງກວ່າເກົ່າ, ພ້ອມທັງໄດ້ສະເໜີບາງມາດຕະການຊຸກຍູ້ການຮ່ວມມືໃນຂົງເຂດການເມືອງ - ການທູດ, ເສດຖະກິດ - ການຄ້າ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ໂດຍສະເພາະແມ່ນເພີ່ມທະວີການປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງ ສະພາແຫ່ງຊາດ ສອງປະເທດ.
ກ່ອນປິດທ້າຍພິທີຕ້ອນຮັບ, ປະທານສະພາແຫ່ງຊາດ Numan Kurtulmus ໄດ້ອວຍພອນໃຫ້ທ່ານນາງເອກອັກຄະລັດຖະທູດ ດັ້ງທິທູຮ່າ (Đặng Thị Thu Hà) ປະຕິບັດໜ້າທີ່ໃນອາຍຸການໃຫ້ປະສົບຜົນສຳເລັດ, ປະກອບສ່ວນເຂົ້າໃນສາຍພົວພັນສອງຝ່າຍ ຫວຽດນາມ – ຕວກກີ, ພ້ອມທັງໃຫ້ຮູ້ວ່າຈະຈັດສັນເວລາເພື່ອໄປຢ້ຽມຢາມປະເທດ ຫວຽດນາມ ທີ່ສວຍງາມໃນໄວໆນີ້.
| ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48: ຟີລິບປິນ ເດ່ກາວ ວາຍຈໍ່, ກິງງ່ຽມ ກົວ ຫວຽດນາມ ຍສໝ - ຟີລິບປິນ ຄາດຫວັງວ່າ ຫວຽດນາມ ຈະແບ່ງປັນບົດຮຽນການຮັກສາອັດຕາການເຕີບໂຕທາງເສດຖະກິດທີ່ໜ້າປະທັບໃຈ, ທັດສະນະກ່ຽວກັບການຊຸກຍູ້ລັດທິຫຼາຍຝ່າຍ ແລະ ການເຄົາລົບກົດໝາຍສາກົນ ຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48. |
| ບັກນິງ (Bắc Ninh) ຊຸກຍູ້ການຮຽນ-ການສອນພາສາຊົນເຜົ່າສ່ວນໜ້ອຍ ຢູ່ໃນໂຮງຮຽນ ແລະ ເຂດຊຸມຊົນ ຍສໝ - ປະຕິບັດຕາມມະຕິສະບັບເລກທີ 75/2025/NQ-HĐND ຂອງສະພາປະຊາຊົນແຂວງ ກ່ຽວກັບນໂຍບາຍຊ່ວຍເຫຼືອໃນການອະນຸລັກ, ເສີມຂະຫຍາຍພາສາຊົນເຜົ່າສ່ວນໜ້ອຍ ໄລຍະ 2025 - 2030, ບັນດາທ້ອງຖິ່ນ ແລະ ຮາກຖານການສຶກສາໃນທົ່ວແຂວງ ໄດ້ຕັ້ງໜ້າຜັນຂະຫຍາຍບັນດາຫ້ອງຮຽນຖ່າຍທອດພາສາຊົນເຜົ່າ, ປະກອບສ່ວນຮັກສາເອກະລັກວັດທະນະທຳ ແລະ ຍົກສູງປະສິດທິຜົນການສຶກສາ ຢູ່ເຂດພໍ່ແມ່ປະຊາຊົນບັນດາເຜົ່າ. |

