ສະຖານທູດຫວຽດນາມ ປະຈຳສະວິດເຊີແລນ ເປັນປະທານກອງປະຊຸມຂອງຄະນະກຳມະການ ອາຊຽນທີ່ເມືອງ Bern

20:37 | 30/11/2020

ຍສໝ - ທີ່ກອງປະຊຸມ, ບັນດາເອກອັກຄະລັດຖະທູດອິນໂດເນເຊຍ, ຟີລິບປິນ, ມາເລເຊຍ, ມຽນມາ, ກຳ ປູເຈຍ ແລະ ໄທ ລ້ວນແຕ່ສະແດງຄວາມຊົມເຊີຍຕໍ່ຄວາມມານະພະຍາຍາມຂອງຫວຽດນາມ ໃນໄລຍະມໍ່ໆມານີ້.

ສະຖານທູດຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 58 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ Algeria
ປະຊາຄົມຊາວຫວຽດນາມຢູ່ສິງກະໂປ, ໄທ ແລະ ສາທາລະນະລັດເຊັກ ມຸ່ງໄປເຖິງປະຊາຊົນເຂດພາກກາງ

ເມື່ອບໍ່ດົນມານີ້, ສະຖານທູດຫວຽດນາມ ປະຈຳສະວິດເຊີແລນ ໄດ້ເປັນເຈົ້າພາບຈັດກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການອາຊຽນ Bern (ACB) ໃນປີ 2020 ໂດຍການເຂົ້າຮ່ວມຂອງທ່ານເອກອັກຄະລັດຖະທູດ ມາເລເຊຍ, ຟີລິບປິນ, ໄທ, ແລະ ອິນໂດເນເຊຍ ທີ່ເມືອງ Bern ແລະ ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຈຳ ກຳປູເຈຍ, ຮອງເອກອັກຄະລັດຖະທູດມຽນມາ ປະຈຳ Geneve.

ໃນຖານະເປັນປະທານ ACB, ທ່ານນາງເອກອັກຄະລັດຖະທູດ ເລລີງລານ ໄດ້ປັບປຸງໃຫ້ ACB ເພື່ອຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຈາກການລະບາດຂອງ COVID-19 ເພື່ອຈັດຕັ້ງບັນດາການເຄື່ອນໄຫວບຸລິມະສິດ ໃນໄລຍະເປັນປະທານອາຊຽນ 2020.

ສະຖານທູດຫວຽດນາມ ປະຈຳສະວິດເຊີແລນ ເປັນປະທານກອງປະຊຸມຂອງຄະນະກຳມະການ ອາຊຽນທີ່ເມືອງ Bern
ສະຖານທູດຫວຽດນາມ ປະຈຳສະວິດເຊີແລນ ເປັນປະທານກອງປະຊຸມຂອງຄະນະກຳມະການ ອາຊຽນທີ່ເມືອງ Bern. (ພາບ: TTXVN)

ທີ່ກອງປະຊຸມ, ບັນດາເອກອັກຄະລັດຖະທູດອິນໂດເນເຊຍ, ຟີລິບປິນ, ມາເລເຊຍ, ມຽນມາ, ກຳ ປູເຈຍ ແລະ ໄທ ລ້ວນແຕ່ສະແດງຄວາມຊົມເຊີຍຕໍ່ຄວາມມານະພະຍາຍາມຂອງຫວຽດນາມ ໃນໄລຍະມໍ່ໆມານີ້.

ກອງປະຊຸມ ຍັງໄດ້ສຸມໃສ່ຕີລາຄາຈຸດສຳຄັນຂອງອາຊຽນ ໃນການຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ ແລະ ການເຊັນສັນຍາຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ (RCEP), ບັນດາຜົນສະທ້ອນທາງດ້ານເສດຖະກິດ ແລະ ການເມືອງ ສຳລັບພາກພື້ນ ກໍ່ຄື ການພົວພັນກັບບັນດາຄູ່ຮ່ວມເສດຖະກິດໃນເອີຣົບ ໂດຍສະເພາະແມ່ນສະວິດເຊີແລນ ແລະ ສະຫະພາບເອີຣົບ (ອີຢູ)...

ບັນດາເອກອັກຄະລັດຖະທູດ ACB ລ້ວນແຕ່ສະແດງຄວາມປະທັບໃຈ ແລະ ຊົມເຊີຍຫວຽດນາມ ດ້ວຍຄວາມມານະພະຍາຍາມທີ່ສຸດ, ປ່ຽນແປງໃໝ່ ແລະ ມີຫົວຄິດປະດິດສ້າງ ເພື່ອເປັນເຈົ້າພາບຈັດຕັ້ງການເຄື່ອນໄຫວສຳຄັນຫຼາຍຢ່າງ ໄດ້ສຳເລັດຜົນໃນປີປະທານອາຊຽນ 2020; ປະກອບສ່ວນຢ່າງມີຄວາມໝາຍ ໃນການເພີ່ມທະວີຄວາມສາມັກຄີໃນອາຊຽນ ແລະ ຕອບໂຕ້ກັບການລະບາດຂອງ COVID-19 ຢ່າງມີປະສິດທິຜົນ, ຫຼຸດຜ່ອນຜົນກະທົບຕໍ່ການພັດທະນາເສດຖະກິດ - ສັງຄົມ, ເສີມຂະຫຍາຍທີ່ຕັ້ງ ແລະ ບົດບາດເປັນໃຈກາງຂອງອາຊຽນ ໃນໂຄງປະກອບຂອງການຮ່ວມມືຫຼາຍຝ່າຍໃນພາກພື້ນ, ສ້າງພື້ນຖານທີ່ເອື້ອອຳນວຍໃຫ້ອາຊຽນ ໄດ້ສືບຕໍ່ເພີ່ມທະວີການຮ່ວມມື ເພື່ອກ້າວໄປສູ່ການຟື້ນຕົວຂອງເສດຖະກິດພາກພື້ນ.

ປະຊາຄົມຊາວຫວຽດນາມຢູ່ສິງກະໂປ, ໄທ ແລະ ສາທາລະນະລັດເຊັກ ມຸ່ງໄປເຖິງປະຊາຊົນເຂດພາກກາງ

ຍສໝ - ເມື່ອບໍ່ດົນມານີ້, ຊຸມຊົນຊາວຫວຽດນາມ ຢູ່ສິງກະໂປ, ໄທ ແລະ ສາທາລະນະລັດເຊັກ ໄດ້ມີຫຼາຍກິດຈະກຳທີ່ມີຄວາມໝາຍ ແລະ ແທດຈິງເພື່ອໜູນຊ່ວຍປະຊາຊົນຢູ່ພາກກາງຫວຽດນາມ ທີ່ຖືກຮັບຜົນສະທ້ອນຈາກໄພນ້ຳຖ້ວມ.

ສະຖານທູດຫວຽດນາມ ປະຈໍາ ມົງໂກນ ໄດ້ຈັດຕັ້ງພິທີປຸກລະດົມການບໍລິຈາກເງິນ, ສະໜັບສະໜູນເພື່ອແບ່ງປັນກັບພໍ່ແມ່ປະຊາຊົນຢູ່ພາກກາງ ສສ.ຫວຽດນາມ

ຍສໝ - ວັນທີ 24 ຕຸລາ, ຢູ່ນະຄອນຫຼວງ Ulan Bator, ສະຖານທູດຫວຽດນາມ ປະຈໍາ ມົງໂກນ ໄດ້ຈັດຕັ້ງພິທີປຸກລະດົມການບໍລິຈາກເງິນ, ສະໜັບສະໜູນເພື່ອແບ່ງປັນກັບພໍ່ແມ່ປະຊາຊົນຢູ່ພາກກາງທີ່ຖືກເສຍຫາຍຍ້ອນພະຍຸນໍ້າຖ້ວມໃນໄລຍະຜ່ານມາ.

ສະຖານທູດຫວຽດນາມ ໄດ້ຈັດພິທີມອບຂອງຂວັນໃຫ້ແກ່ນັກເຝິກງານຫວຽດນາມ ທີ່ຍີ່ປຸ່ນ

ຍສໝ - ຜູ້ຕາງໜ້າບໍລິສັດ AEON ຈຳກັດ ໄດ້ສະແດງຄວາມດີໃຈທີ່ໄດ້ສະໜັບສະໜູນ ໂຄງການສົ່ງເສີມການສຶກສາຂອງສະຖານທູດຫວຽດນາມປະຈຳ ຍີ່ປຸ່ນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.