ສະ​ຫາຍ ທອງລຸນ ສີສຸລິດ ສົ່ງສານຊົມເຊີຍເຖິງສະ​ຫາຍ ຫງວຽນຟູຈ້ອງ

10:32 | 02/02/2021

ພວກຂ້າພະເຈົ້າຂໍຢືນຢັນວ່າຈະສືບຕໍ່ຮ່ວມກັບສະຫາຍ ແລະ ການນຳຊຸດໃໝ່ຂອງພັກກອມມູນິດຫວຽດນາມ ເພື່ອສືບຕໍ່ເສີມຂະຫຍາຍ ສາຍພົວພັນພິເສດທີ່ຫາຍາກ ແລະ ບໍລິສຸດຜຸດຜ່ອງລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ມີປະສິດທິຜົນ.

ສະ ຫາຍ ທອງລ ນ ສ ສ ລ ດ ສ ງສານຊ ມເຊ ຍເຖ ງສະ ຫາຍ ຫງວຽນຟ ຈ ອງ ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ຈຳ​ນວນ ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 13 ແມ່ນ 200 ສະ​ຫາຍ
ສະ ຫາຍ ທອງລ ນ ສ ສ ລ ດ ສ ງສານຊ ມເຊ ຍເຖ ງສະ ຫາຍ ຫງວຽນຟ ຈ ອງ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ສົ່ງສານ ແລະກະເຊົ້າດອກໄມ້ຊົມເຊີຍ ທ່ານ ທອງລຸນ ສີສຸລິດ
ສະ ຫາຍ ທອງລ ນ ສ ສ ລ ດ ສ ງສານຊ ມເຊ ຍເຖ ງສະ ຫາຍ ຫງວຽນຟ ຈ ອງ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ (ພາບປະກອບ: ປຊຊ)

ເມື່ອບໍ່ດົນມານີ້,, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ສົ່ງສານຊົມເຊີຍເຖິງ ສະຫາຍ ຫງວຽນຟູຈ້ອງ, ໃນໂອກາດໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອີກສະໄໝໜຶ່ງ, ຊຶ່ງມີເນື້ອໃນດັ່ງນີ້:

ເນື່ອງໃນໂອກາດທີ່ສະຫາຍ ໄດ້ຮັບການເລືອກຕັ້ງ ໃຫ້ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ອີກຄັ້ງໜຶ່ງໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ທີ່ຜ່ານມາ, ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄວາມຊົມເຊີຍຢ່າງສຸດໃຈ ແລະ ພອນໄຊອັນປະເສີດມາຍັງສະຫາຍ.

ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນສະຫຼາດ ສ່ອງໃສຂອງພັກກອມມູນິດຫວຽດນາມ ມີກຽດສະຫງ່າທີ່ມີສະຫາຍເປັນຜູ້ນຳໜ້າ, ປະຊາຊົນຫວຽດນາມ ອ້າຍນ້ອງ ຈະສືບຕໍ່ຍາດໃດ້ຜົນສຳເລັດອັນໃໝ່, ໃຫຍ່ຫຼວງກ່ວາເກົ່າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ເພື່ອບັນລຸຈຸດໝາຍແຫ່ງການສ້າງສສ ຫວຽດນາມ ໃຫ້ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝ, ເຮັດໃຫ້ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ ແລະ ກາຍເປັນປະເທດພັດທະນາ ໃນກາງສະຕະວັດທີ 21 ຕາມທິດສັງຄົມນິຍົມ.

ພວກຂ້າພະເຈົ້າຂໍຢືນຢັນວ່າຈະສືບຕໍ່ຮ່ວມກັບສະຫາຍ ແລະ ການນຳຊຸດໃໝ່ຂອງພັກກອມມູນິດຫວຽດນາມ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນພິເສດທີ່ຫາຍາກ ແລະ ບໍລິສຸດຜຸດຜ່ອງລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ມີປະສິດທິຜົນ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນຂອງສອງປະເທດ ພວກເຮົາ.

ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ເກີດດອກອອກຜົນ ຢ່າງບໍ່ຢຸດຢັ້ງເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ-ຫວຽດນາມ ກໍຄືເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ ແລະ ສາກົນ.

ໃນໂອກາດນີ້ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງສານຊົມເຊີຍເຖິງສະຫາຍ ຫງວຽນຊວັນຟຸກ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງສສ ຫວຽດນາມ. ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ສົ່ງສານຊົມເຊີຍເຖິງສະຫາຍ ຟ້າມບິ່ງມິງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສສ ຫວຽດນາມ ເຊັ່ນດຽວກັນ.

ສະ ຫາຍ ທອງລ ນ ສ ສ ລ ດ ສ ງສານຊ ມເຊ ຍເຖ ງສະ ຫາຍ ຫງວຽນຟ ຈ ອງ ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ຈຳ​ນວນ ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 13 ແມ່ນ 200 ສະ​ຫາຍ

ກອງປະຊຸມໃຫ່ຍ ໄດ້ປຶກສາຫາລື ແລະ ລົງຄະແນນສຽງຮັບຮອງເອົາຈຳນວນ ກຳມະການຄະນະບໍລິຫານງານສູນກາງພັກຊຸດທີ 13 ແມ່ນ 200 ສະຫາຍ, ໃນນັ້ນ ມີ 180 ສະຫາຍແມ່ນກຳມະການສູນກາງພັກເປັນທາງການ ແລະ 20 ສະຫາຍ ແມ່ນກຳມະການສູນກາງພັກສຳຮອງ.

ສະ ຫາຍ ທອງລ ນ ສ ສ ລ ດ ສ ງສານຊ ມເຊ ຍເຖ ງສະ ຫາຍ ຫງວຽນຟ ຈ ອງ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ສົ່ງສານ ແລະກະເຊົ້າດອກໄມ້ຊົມເຊີຍ ທ່ານ ທອງລຸນ ສີສຸລິດ

ຍສໝ - ໃນວັນທີ 15 ມັງກອນ 2021, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ສປປ.ລາວ ໃນວາລະດຳເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ປະຊາຊົນປະຕິວັດລາວ ທ່ານ ປອ ບຸນທອງ ຈິດມະນີ ຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ ໄດ້ແຈ້ງຜົນການເລືອກຕັ້ງ ຄະນະບໍລິຫານ ງານສູນກາງພັກ ແລະ ຜົນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ໂດຍໄດ້ເລືອກຕັ້ງ ທ່ານ ປອ ທອງລຸນ ...

ສະ ຫາຍ ທອງລ ນ ສ ສ ລ ດ ສ ງສານຊ ມເຊ ຍເຖ ງສະ ຫາຍ ຫງວຽນຟ ຈ ອງ ສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກ່າວອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIຂອງ ພັກປະຊາຊົນ ປະຕິວັດລາວ

ກອງ​ປະຊຸມ​ໃຫຍ່​ ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XI ຂອງ​ພັກ​ປະຊາຊົນ ​ປະຕິວັດ​ລາວ ໄດ້​ດໍາ​ເນີນມາ​ເປັນ​ເວລາ 3 ວັນ​ເຕັມ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ​ມາ​ຮອດເວລາ​ນີ້ໄດ້​ສິ້ນສຸດ​ລົງ ດ້ວຍ​ຜົນ​ສໍາ​ເລັດ​ຢ່າງ​ສະຫງ່າ​ງາມ ຕາມ​ຈຸດປະສົງຄາດໝາຍ​ທີ່​ວາງ​ໄວ້.

ສະ ຫາຍ ທອງລ ນ ສ ສ ລ ດ ສ ງສານຊ ມເຊ ຍເຖ ງສະ ຫາຍ ຫງວຽນຟ ຈ ອງ

vovworld.vn

ເຫດການ
302 Found

Found

The document has moved here.