ສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກ່າວອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIຂອງ ພັກປະຊາຊົນ ປະຕິວັດລາວ

09:21 | 16/01/2021

ກອງ​ປະຊຸມ​ໃຫຍ່​ ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XI ຂອງ​ພັກ​ປະຊາຊົນ ​ປະຕິວັດ​ລາວ ໄດ້​ດໍາ​ເນີນມາ​ເປັນ​ເວລາ 3 ວັນ​ເຕັມ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ,  ​ມາ​ຮອດເວລາ​ນີ້ໄດ້​ສິ້ນສຸດ​ລົງ ດ້ວຍ​ຜົນ​ສໍາ​ເລັດ​ຢ່າງ​ສະຫງ່າ​ງາມ ຕາມ​ຈຸດປະສົງຄາດໝາຍ​ທີ່​ວາງ​ໄວ້.

ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກ່າວສັນລະເສີນຜົນງານ ແລະ ຄຸນງາມຄວາມດີຂອງສະຫາຍ ບຸນຍັງ ວໍລະຈິດ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກ່າວສັນລະເສີນຜົນງານ ແລະ ຄຸນງາມຄວາມດີຂອງສະຫາຍ ບຸນຍັງ ວໍລະຈິດ
ສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກ່າວອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIຂອງ ພັກປະຊາຊົນ ປະຕິວັດລາວ
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ

ກອງ​ປະຊຸມ​ໃຫຍ່​ ​ໄດ້​ມີ​ຄວາມເປັນ​ເອກະ​ພາບ​ຢ່າງ​ສົມບູນ​ ຕໍ່ລາຍ​ງານ​ການ​ເມືອງ ຂອງ​ຄະນະ​ບໍລິຫານ​ງານ​ ສູນ​ກາງ​ພັກ​ສະ​ໄໝ​ທີ X ​ເປັນ​ຕົ້ນ ​ແມ່ນ​ທັດສະນະ ​ການ​ຕີ​ລາຄາຜົນ​ໄດ້​ຮັບ ໃນ​ການຈັດ​ຕັ້ງ​ປະຕິບັດ​ ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງພັກ ​ແລະ ​ປະ​ເມີນຢ່າງກວມລວມ ການ​ສ້າງບັນ​ດາປະຖົມປັດ​ໄຈ​ ໃຫ້​ແກ່​ການກ້າວ​ຂຶ້ນ​ສັງຄົມ​ນິຍົມໃນ​ຊຸມ​ປີ ​ທີ່​ຜ່ານ​ມາ ກໍ​ຄື​ບັນດາ​ຂໍ້​ສະຫລຸບ ​ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້ ຈາກ​ພຶດຕິ​ກໍາຕົວຈິງ, ພ້ອມກັນນັ້ນ ກໍໄດ້ໃຫ້​ທິດ​ຊີ້​ນໍາຕໍ່​​ ແຜນ​ພັດທະນາ ​ເສດຖະກິດ-​ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີIX. ອັນ​ນີ້ ​ເປັນ​ການ​ຢັ້ງຢືນຢ່າງໜັກແໜ້ນວ່າ​​ ພັກ​ເຮົາ​ຍາມໃດກໍ​ຢຶດໝັ້ນ ໃນທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ, ກໍາ​ແໜ້ນ​ສະພາວະ​ ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຊາດ ກໍ​ຄື​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ຂອງ​ປະຊາຊົນລາວ​ບັນດາ​ເຜົ່າ ໃນ​ທົ່ວ​ປະ​ເທດ, ມີ​ຄວາມ​ສະດຸ້ງ​ໄວຕໍ່​ບັນຫາ​ໃໝ່​ ທີ່​ເກີດ​ຂຶ້ນ ​ແລະ ​​ເສີມ​ຂະຫຍາຍ ​ຄວາມ​ປະດິດ​ສ້າງ​ ໃນ​ການ​ກໍານົດແນວທາງ​, ແຜນ​ນະ​ໂຍບາຍ​ຂອງ​ພັກ. ​ແນວທາງ​, ແຜນ​ນະ​ໂຍບາຍທີ່​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ X ຂອງ​ພັກ​​ວາງ​ອອກ ​ແມ່ນ​ການ​ສືບທອດ ເພີ່ມເຕີມເສີມຂະຫຍາຍ ​ແນວທາງ​ປ່ຽນ​ແປງ​ໃໝ່​ຮອບດ້ານ ມີ​ຫລັກການ​ຂອງ​ພັກ​ເຮົາໃຫ້​ເປັນ​ລະບົບ ແລະ ບໍລິບູນຂຶ້ນເລື້ອຍໆ ແນໃສ່ສືບຕໍ່ສ້າງ ແລະ ບູລະນະລະບອບ ປະຊາທິປະໄຕ ປະຊາຊົນໃຫ້ເຂັ້ມແຂງຍິ່ງຂຶ້ນ ສ້າງການຫັນປ່ຽນ ຮອບດ້ານແຂງແຮງ ແລະ ເລິກເຊິ່ງ ເພື່ອກ້າວຂຶ້ນ ສູ່ຈຸດໝາຍສັງຄົມນິຍົມ.

ກອງ​ປະຊຸມ​ໃຫຍ່​ຂອງ​ພວກ​ເຮົາ​​ ໄດ້​​ເປັນ​ເອກະ​ພາບ​ໃນ​ລະດັບ​ສູງ ຮັບຮອງ​ເອົາກົດ​ລະບຽບ​ສະບັບ​ປັບປຸງຂອງ​ພັກ. ກົດ​ລະບຽບ​ສະບັບ​ປັບປຸງໃໝ່​​ນີ້ ​​ເປັນ​​ທໍາ​ມະນູນຂອງພັກ ແລະ ແມ່ນແນວທາງການ ຈັດຕັ້ງຂອງພັກເຮົາ ທີ່ໄດ້ຮັບການບູລະນະ ໃຫ້ສອດຄ່ອງກັບແນວທາງ ການເມືອງຂອງພັກເຮົາ ທີ່ກອງປະຊຸມໃຫຍ່ຄັ້ງນີ້ ວາງອອກ ​ແນໃສ່​ຮັບປະກັນ​ໃຫ້ແກ່ ການ​ສ້າງ​ພັກ​ເຮົາໃຫ້​ມີ​ຄວາມ ປອດ​ໃສ, ​ເຂັ້ມ​ແຂງ ​ແລະ ໜັກ

ແໜ້ນ ເພື່ອຕອບສະໜອງ​ ຄວາມ​ຮຽກຮ້ອງ​ຕ້ອງການ​ ຂອງ​ໜ້າ​ທີ່​ການ​ເມືອງ​ໃນໄລຍະ​ໃໝ່.

ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້ ພວກ​ເຮົາໄດ້ຮັບ​ຟັງ​ ການ​ລາຍ​ງານ​ກ່ຽວ​ກັບ​ ການ​ສໍາ​ຫລວດການ​​ນໍາພາ​ລວມ ຂອງ​ຄະນະ​ບໍລິຫານ​ງານ​ ສູນ​ກາງ​ພັກສະ​ໄໝ​ທີ X ໃນ​ຖານະ​ທີ່​ເປັນ​ອົງ ການ​ນໍາ​ສູງ​ສຸດ ໃນລະຫວ່າງສອງ ກອງປະຊຸມໃຫຍ່ຂອງພັກ ​​ເຊິ່ງໄດ້​ເສີມ​ຂະຫຍາຍ ​ມູນ​ເຊື້ອ​ສາມັກຄີເປັນເອກະພາບ ພາຍ​ໃນ​ຢ່າງ​ໜັກ​

ແໜ້ນ, ເຊີດ​ຊູ​ຄວາມ​ຮັບຜິດຊອບ ​ທາງການ​ເມືອງ ຕໍ່​ພາລະກິດ​ປະຕິວັດ ແລະ ຊະ​ຕາ​ກໍາ​ຂອງ​ປະ​ເທດ​ຊາດ​ ​ເຮັດໃຫ້​​ຄວາມ​ສາມາດ​ນໍາພາ​ ​ແລະ ລັກສະນະ​ເປັນ ແບບຢ່າງນຳໜ້າຂອງ​ພັກເຮົາ ໄດ້ຮັບການ​ຍົກ​ສູງ​ຂຶ້ນຕື່ມ. ເຖິງວ່າສະພາບການສາກົນ ໄດ້ມີການຜັນແປໄປ ຢ່າງສະຫລັບສັບຊ້ອນ ບວກ​ໃສ່ການແຜ່ລະບາດ ຂອງພະຍາດໂຄວິດ-19 ​ຍັງ​ສືບ​ຕໍ່​ຮ້າຍແຮງໃນທົ່ວໂລກ ແລະ ພາຍໃນປະເທດ ກໍມີສະພາບຄວາມຫຍຸ້ງຍາກຫລາຍ ປະການກໍຕາມ ແຕ່ຄະນະບໍລິຫານງານ ສູນກາງພັກສະ​ໄໝ​ທີ X ທີ່ມີສະຫາຍ ບຸນຍັງ ວໍລະຈິດ ເປັນເລຂາທິການໃຫຍ່ນັ້ນ ກໍໄດ້ມີຄວາມຕັດສິນໃຈສູງ ນຳພາທົ່ວພັກ, ທົ່ວລັດ ແລະ ປວງຊົນຜ່ານຜ່າ ຄວາມຫຍຸ້ງຍາກເຫລົ່ານັ້ນ ​ເຮັດ​ໃຫ້​ປະ​ເທດ​ຊາດ ມີ​ສະຖຽນ​ລະ​ພາບ ​ທາງ​ດ້ານ​ການ​ເມືອງ ​ແລະ ຄວາມ​ໝັ້ນຄົງ​ຢ່າງ​ໜັກ​ແໜ້ນ, ມີຄວາມເດັດດ່ຽວໜຽວແໜ້ນ ໃນການນໍາພາ ພາລະກິດປະຕິວັດຂອງປະເທດເຮົາ ໄປຕາມທິດທາງ ​ຈຸດໝາຍທີ່ພັກ​ເຮົາວາງໄວ້ ແລະ ສາມາດ ບັນລຸຜົນ ສໍາເລັດທີ່ສໍາຄັນຫລາຍດ້ານ.

ກອງປະຊຸມໃຫຍ່ ໄດ້ດໍາເນີນການເລືອກຕັ້ງ ເອົາຄະນະບໍລິຫານງານ ສູນກາງພັກຊຸດໃໝ່ ຖືກຕ້ອງຕາມ ກົດລະບຽບຂອງພັກ, ຮັບປະກັນໃຫ້ມີ ໂຄງປະກອບ ບຸກຄະລາກອນທີ່ເໝາະສົມ, ບັນລຸໄດ້ຕາມມາດຕະຖານ ແລະ ເງື່ອນໄຂທີ່ກົມການ ເມືອງສູນກາງພັກ ໄດ້ກໍານົດໄວ້. ບັນດາ​ສະຫາຍ​ທີ່​ຖືກ​ເລືອກ​ຕັ້ງ ​ເຂົ້າ​ໃນ​ສູນ​ກາງ​ສະ​ໄໝ​ທີ XIນີ້ ​ສ່ວນຫລາຍມີອາຍຸກະສຽນໜຸ່ມ, ລ້ວນແຕ່​ໄດ້​ຜ່ານ​ ການ​ຝຶກ​ຝົນ​ຫລໍ່​ຫລອມ​​ ແລະ ທົດສອບຜ່ານຂະບວນ ການຕົວຈິງໃນ​ໄລຍະ​​ຕໍ່ສູ້​ກູ້​ຊາດ​ ກໍຄືໄລຍະ​ແຫ່ງ​ການ ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ, ເປັນຜູ້ມີ​ມານະ​ຈິດ​ປະຕິວັດບຸກ, ​ມີຄວາມ​ໜັກ​ ແໜ້ນ​ທາງ​ດ້ານ​ການ​ເມືອງ, ມີ​ປະສົບ​ການ​ໃນ​ການ​ນໍາພາ-ຊີ້ນໍາວຽກງານດ້ານຕ່າງໆ​;​ສະຫາຍ​ເຫລົ່າ​ນັ້ນ ລ້ວນ​ແຕ່​ແມ່ນ​ຜູ້ທີ່​ດີ​ເດັ່ນ, ຫ້າວຫັນ​ໃນ​ຂະ​ບວນການ, ​ໄດ້​ຮັບ​ຄວາມ​ເຊື່ອ​ຖື​ໄວ້​ວາງ​ໃຈ ​ຈາກສະມາຊິກ​ພັກ ​ແລະ ​ມະຫາຊົນ. ອັນ​ນີ້ ​ແມ່ນປັດ​ໄຈ​ສໍາຄັນ​ກວ່າ​ໝູ່ ຮັບປະກັນ​ຄວາມ​ເຂັ້ມ​ແຂງ​ ແລະ ການຍົກຄວາມສາມາດ ນໍາພາຂອງພັກເຮົາ ຂຶ້ນໄປ ສູ່ລະດັບໃໝ່ທີ່ມີລັກ ສະນະຕັດສິນຊີ້ຂາດ ຜົນສຳເລັດຕົວຈິງ ໃນ​ການຈັດ​ຕັ້ງ​ປະຕິບັດ​ ແນວທາງ, ແຜນນະໂຍບາຍ ທີ່​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ XI ວາງ​ອອກ​.

ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ເຮົາ​ ໄດ້​ຮັບ​ຜົນ​ສໍາ​ເລັດ​ຢ່າງ​ສະຫງ່າ​ງາມ, ອັນໄດ້​ຢັ້ງຢືນ​ຢ່າງ​ ຈະ​ແຈ້ງເຖິງຄວາມ​ສາມັກຄີ​ ເປັນ​ເອກະ​ພາບສູງ ​ແລະ ຄວາມ​ຮັບຜິດຊອບ​ ຢ່າງ​ເຕັມ​ປ່ຽມ​ຂອງ​ພັກ​ເຮົາ​ ໃນ​ການຕົກລົງ​ບັນຫາ​ໃຫຍ່ທີ່ສໍາຄັນ ​ແລະ ເປັນ​ພື້ນຖານ​ຂອງ​ພັກ, ຂອງການປະຕິວັດ ແລະ ຂອງ​ປະເທດຊາດ. ທຸກ​ບັນຫາ​ທີ່​ຍົກ​ຂຶ້ນ ​ໃນ​ກອງ​ປະຊຸມ​ໃຫຍ່ ລ້ວນ​ແຕ່​ໄດ້​ຮັບ​ການ ​ຄົ້ນຄວ້າ​ພິຈາລະນາ​ ຢ່າງ​ເລິກ​ເຊິ່ງ ​ແລະ ​ໄດ້​ຖືກ​ຮັບຮອງ​ເອົາ​ ຢ່າງ​ເປັນ​ເອກະສັນ. ພວກ​ເຮົາ​ມີ​ຄວາມ​ ພາກພູມ​ໃຈທີ່​ເຫັນ​ວ່າ ກອງ​ປະຊຸມ​ໃຫຍ່​ ຄັ້ງ​ນີ້ ​ໄດ້​ຢືນ​ຢັນຢ່າງ​ໜັກ​ແໜ້ນ ໃນ​ການ​ສືບ​ຕໍ່​ຍຶດໝັ້ນ ​ແລະ ​ເສີມ​ຂະຫຍາຍ​ແນວທາງ​ ປ່ຽນ​ແປງ​ໃໝ່​ຮອບດ້ານ ​ມີ​ຫລັກການຂອງ​ພັກ​ເຮົາ ​ແນ​ໃສ່​ສ້າງ​ພື້ນຖານ ​ແລະ ທ່ວງທ່າໃໝ່​ອັນ​ໜັກ​ແໜ້ນ​ ໃຫ້​ແກ່​ການ​ສືບ​ຕໍ່​ບູລະນະ​ລະບອບ ​ປະຊາທິປະ​ໄຕ​ປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ, ສ້າງ​ບັນດາ​ປະຖົມ​ປັດ​ໄຈ ​ເພື່ອ​ກ້າວຂຶ້ນສູ່ ຈຸດໝາຍ​ສັງຄົມ​ນິຍົມ​ຢ່າງໜັກແໜ້ນ.

ຜົນ​ສໍາ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່ ​ໄດ້​ຢືນ​ຢັນ​ເຖິງ​ມານະ​ຈິດ ປະຕິວັດ​ອັນ​ແນ່ວ​ແນ່ ​ແລະ ທັດສະນະ​ຫລັກໝັ້ນຊົນຊັ້ນ ກໍາມະກອນ​ຢ່າງ​ສະເໝີ​ ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ​ເຮົາ ທີ່​ຍາມ​ໃດ​ກໍຈົງຮັກ​ພັກ ດີ​ຕໍ່​ຜົນ​ປະ​

ໂຫຍ​ດຂອງ​ຊາດ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ອັນແຮງກ້າຂອງ ​ປະຊາຊົນ​ບັນດາ​ເຜົ່າ. ພ້ອມ​ກັນ​ນັ້ນ ກໍ​ສ່ອງ​ແສງ​ ໃຫ້​ເຫັນ​ເຖິງ​ຄວາມ ​ບຸກບືນສູ້ຊົນ ດ້ວຍຄວາມເປັນເຈົ້າການ ​ແລະ ຄວາມຮັບ​ຜິດຊອບ​ສູງ ຂອງ​ຜູ້​ແທນ​ ກອງ​ປະຊຸມໃຫຍ່​ທຸກ​ສະຫາຍ ກໍ​ຄືທຸກ​ພາກສ່ວນ​ ທີ່​ໄດ້​ຕັ້ງໜ້າ​ກະກຽມ ​ເຮັດໃຫ້​ກອງ​ປະຊຸມ​ໃຫຍ່​ຄັ້ງນີ້ ຂອງພັກເຮົາສາມາດ​ດໍາ​ເນີນ​ໄປ​ດ້ວຍ​ດີ ​ແລະ ມີ​ຜົນ​ສໍາ​ເລັດຕາມຄາດໝາຍ.

ພວກ​ເຮົາ​ປິິຕິຊົມຊື່ນ ​ແລະ ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ຕໍ່ທຸກພາກສ່ວນ, ພະນັກງານ, ສະມາຊິກ​ພັກ, ນັກປະຕິວັດອາວຸໂສ, ທະຫານ, ຕຳຫລວດ, ສື່ມວນຊົນ, ລັດຖະກອນ, ຕົວ​ແທນ​ຂອງ​ປະຊາຊົນ​ລາວບັນດາ​ເຜົ່າ ​ແລະ ບັນດາ​ຊັ້ນ​ຄົນ, ພາກ​ທຸລະ​ກິດ ນັບ​ທັງ​ລັດ ​ແລະ ​ເອກະ​ຊົນພາຍໃນ ກໍຄື ຕ່າງປະເທດ ທີ່​ໄດ້ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການ ກະກຽມວຽກຮອບດ້ານ ໃຫ້ແກ່ກອງປະຊຸມໃຫຍ່ຄັ້ງນີ້ ແລະ ໄດ້​ນໍາ​ເອົາ​​ການ​ສະໜັບ ສະໜູນ​ອູ້ມຊູທາງ​​ດ້ານວັດຖຸ ​ແລະ ຈິດ​​ໃຈ ມາສູ່​ກອງ​ປະຊຸມ​ໃຫຍ່​ ຂອງ​ພວກ​ເຮົາ.

ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ​ໄປ​ຍັງ​ບັນດາ​ພັກ​ອ້າຍ​ນ້ອງ ​ແລະ ພັກການເມືອງ​ຕ່າງໆ​ ທີ່​ໄດ້​ສົ່ງສານອວຍພອນ ສະ​ແດງ​ຄວາມ​ຂໍ່ານັບ​ຊົມ​ເຊີຍ ​ແລະ ໃຫ້ການ​ສະໜັບສະໜູນ​ ຕໍ່​ກອງ​ປະຊຸມ​ໃຫຍ່​ຂອງ​ພວກ​ເຮົາ​ໃນ​ຄັ້ງ​ນີ້​ດ້ວຍ.

ກອງ​ປະຊຸມ​ໃຫຍ່ ຜູ້ແທນທົ່ວປະເທດ ​ຄັ້ງ​ທີ XI ຂອງພັກເຮົາໄດ້​ສໍາ​ເລັດ ​ລົງ​ຢ່າງ​ຈົບງາມແລ້ວ ​ແຕ່​ພວກ​ເຮົາ​ຍັງ​ຕ້ອງມີ​ ຄວາມ​ຮັບຜິດຊອບສູງ ແລະ ຈິງຈັງຕໍ່​ການຈັດ​ຕັ້ງ​ຜັນ​ ຂະຫຍາຍແນວທາງ, ແຜນນະໂຍບາຍ ທີ່ກອງ​ປະຊຸມ​ໃຫຍ່​ຄັ້ງນີ້ ວາງອອກໃຫ້​ປາກົດຜົນ​ເປັນ​ຈິງ. ບັນດາ​ສະຫາຍ​ ກໍາມະການ​ສູນ​ກາງ​ພັກ ​ສະ​ໄໝ​ທີ XI ທີ່​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ ​ຈາກ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້ ຈົ່ງ​ເຊີດ​ຊູ​ຄວາມ​ຮັບຜິດຊອບການເມືອງ, ຍົກສູງຄວາມ​ເປັນ​ແບບຢ່າງ​ ນໍາ​ໜ້າ​ໃນ​ການ​ປະຕິບັດ​ ໜ້າ​ທີ່​ວຽກ​ງານ ກໍ​ຄືໃນການດຳລົງຊີວິດ, ການຝຶກຝົນຫລໍ່ຫລອມຕົນເອງ ດ້ານ​ຄຸນ​ທາດ​ການ​ເມືອງ,​ ຄຸນສົມບັດ​ສິນ​ທໍາ​ປະຕິວັດ ແລະ ນໍາພາ​ການຈັດ​ຕັ້ງ​ ປະຕິບັດ​ແນວທາງ, ແຜນນະໂຍບາຍ ທີ່​ກອງ​ປະຊຸມ​ໃຫຍ່​ ຄັ້ງນີ້ ວາງອອກໃຫ້​ມີ​ຜົນ​ສໍາ​ເລັດຕົວຈິງ. ບັນດາ​ຜູ້​ແທນ​ກອງ​ປະຊຸມ​ໃຫຍ່​ ຈົ່ງ​ພ້ອມ​ກັນ​ເສີມຂະຫຍາຍ​ ຄວາມ​ເປັນ​ເຈົ້າ​ການ​​ ຜັນ​ຂະຫຍາຍແນວທາງ ນະໂຍບາຍ ທີ່​ກອງ​ປະຊຸມໃຫຍ່ຄັ້ງນີ້ ວາງອອກຢ່າງປະດິດສ້າງ ​ແລະ ປຸກລະດົມ​​ມະຫາຊົນ​ ຍູ້​ແຮງ​ຂະ​ບວນການ ແຂ່ງຂັນຮັກ​ຊາດ ​ແລະ ພັດທະນາ​ ໃຫ້​ກວ້າງຂວາງ​ເລິກ​ເຊິ່ງ ​ແລະ ຕໍ່​ເນື່ອງ​ເພື່ອເລັ່ງໃສ່ ການພັດທະນາ ປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ. ໃນຕໍ່ໜ້ານີ້ພວກເຮົາຕ້ອງ ພ້ອມກັນສຸມໃສ່ນຳພາ-ຊີ້ນຳ ແລະ ປຸກລະດົມຂະບວນການ ເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາ ປະຊາຊົນແຂວງ, ນະຄອນຫລວງ ໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍ ທີ່ພັກ ແລະ ລັດເຮົາວາງໄວ້.

ພວກ​ເຮົາ​ເຊື່ອ​ໝັ້ນ ​ຢ່າງ​ໜັກ​ແໜ້ນ​ວ່າ ດ້ວຍ​ແນວທາງ, ແຜນນະໂຍບາຍ​ ອັນ​ຖືກຕ້ອງ​ທີ່​ກອງ​ປະຊຸມ​ໃຫຍ່ ຂອງພັກ​ຄັ້ງ​ທີ XI ວາງ​ອອກ, ດ້ວຍ​ການ​ເສີມ​ຂະຫຍາຍ ​ມູນ​ເຊື້ອ​​ອັນດີງາມຂອງພັກ ແລະ ຂອງຊາດຕິດພັນ ກັບການເຊີດຊູຈິດໃຈຊາດ ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ທົ່ວປວງ​ຊົນ​ລາວທັງ​ຊາດ; ດ້ວຍ​ການ​ສະໜັບສະໜູນ ​ຮ່ວມ​ມື​ຂອງ​ປະ​ເທດ ​ອ້າຍ​ນ້ອງ​ເພື່ອນ​ມິດ, ປະ​ເທດ​ຕ່າງໆໃນ​ອາ​ຊຽນ ​ແລະ ​ໃນ​ໂລກ ​ກໍ​ຄືບັນດາອົງ ການ​ຈັດ​ຕັ້ງ​ສາກົນ, ພາລະກິດ​ແຫ່ງ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາປະ​ເທດ​ຊາດ​ ຂອງ​ພວກ​ເຮົາ​ ເຖິງຈະຍັງ​ສືບ​ຕໍ່​ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຕ່າງໆ ນາໆກໍຕາມ, ແຕ່ມີຄວາມເຊື່ອໝັ້ນ ຢ່າງແນ່ວແນ່ວ່າ ພວກເຮົາຈະສາມາດຜ່ານຜ່າ ຄວາມຫຍຸ້ງຍາກເຫລົ່ານັ້ນໄດ້ ແລະ ຍາດໄດ້ຜົນສໍາເລັດໃຫຍ່ຫລວງ ກວ່າເກົ່າໃນການນໍາເອົາປະເທດຊາດ ຂອງພວກເຮົາກ້າວຂຶ້ນສູ່ ຈຸດໝາຍສັງຄົມນິຍົມ ຢ່າງແນ່ນອນ.

ໃນ​ບັນຍາກາດ​ທີ່​ປ່ຽມ​ລົ້ນ ໄປດ້ວຍ​ນໍ້າ​ໃຈ​ປະຕິວັດ ​ບຸກຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ມີ​ຄວາມ​ໝາຍ​ປະຫວັດສາດ​ນີ້ ​ໃນ​ນາມ​ຄະນະ​ປະທານ, ຂ້າພະ​ເຈົ້າ ຂໍປະກາດ​ອັດກອງ​ປະຊຸມ​ໃຫຍ່ ​ຜູ້​ແທນ​ທົ່ວ​ປະ​ເທດ​ ຄັ້ງ​ທີ XI ຂອງ​ພັກ​ປະຊາຊົນ ​ປະຕິວັດ​ລາວ ​ທີ່ມີກຽດສະຫງ່າຢ່າງ​ ເປັນ​ທາງ​ການ ນັບ​ແຕ່​ເວລາ​ນີ້​ເປັນ​ຕົ້ນ​ໄປ.

ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ ຄັ້ງ​ທີ XI ຂອງ​ພັກ​ປະ­ຊາ­ຊົນ ປະຕິ­ວັດ​ລາວ ໄດ້ປິດລົງ ຢ່າງສະຫງ່າງາມ ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ ຄັ້ງ​ທີ XI ຂອງ​ພັກ​ປະ­ຊາ­ຊົນ ປະຕິ­ວັດ​ລາວ ໄດ້ປິດລົງ ຢ່າງສະຫງ່າງາມ

ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ກໍໄດ້ເປັນເອກະສັນ ກັນຢ່າງສົມບູນ ເລືອກຕັ້ງ ສະຫາຍ ປອ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI.

ລາວ: ຍັງມີປະຊາຊົນຫລາຍ ຄົນຕິດເຊື້ອໄຂ້ຍຸງເພີ່ມ ລາວ: ຍັງມີປະຊາຊົນຫລາຍ ຄົນຕິດເຊື້ອໄຂ້ຍຸງເພີ່ມ

ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 02 ກໍລະນີ ບໍ່ມີຜູ້ເສຍຊີວິດ; ນັບແຕ່ວັນທີ 26/12/2020-13/01/2021 ມີຜູ້ຕິດເຊື້ອກໍລະນີ ສະສົມທັງໝົດ 45 ຄົນ (ມີລາຍງານກໍລະນີໃນ 10 ແຂວງ, ແຂວງທີ່ມີການລາຍງານ ຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ເຊິ່ງມີເຖິງ 19 ຄົນ, ຖັດລົງມາແມ່ນ ອັດຕະປຶ 06 ຄົນ, ເຊກອງ 06 ຄົນ, ຫລວງພະບາງ 05 ຄົນ, ສະຫວັນນະເຂດ 02 ຄົນ, ຄຳມ່ວນ 02 ຄົນ, ວຽງຈັນ 01 ຄົນ, ຫລວງນ້ຳທາ 01 ຄົນ, ສາລະວັນ 01 ຄົນ ແລະ ອຸດົມໄຊ 02 ຄົນ,).

ສື່ມວນຊົນລາວ ມີຄວາມຮັບຜິດຊອບສູງໃນການສະໜອງຂໍ້ມູນຂ່າວສານຂອງກອງປະຊຸມໃຫຍ່ ໃຫ້ແກ່ບັນດາສື່ມ່ວນຊົນທັງພາຍໃນ ແລະ ຕ່າງປະເທດ ຕະຫລອດໄລຍະການດຳເນີນກອງປະຊຸມ ສື່ມວນຊົນລາວ ມີຄວາມຮັບຜິດຊອບສູງໃນການສະໜອງຂໍ້ມູນຂ່າວສານຂອງກອງປະຊຸມໃຫຍ່ ໃຫ້ແກ່ບັນດາສື່ມ່ວນຊົນທັງພາຍໃນ ແລະ ຕ່າງປະເທດ ຕະຫລອດໄລຍະການດຳເນີນກອງປະຊຸມ

ການປະຕິບັດໜ້າທີ່ ຂອງສື່ມວນຊົນທັງລາວ ແລະ ຕ່າງປະເທດ ເຫັນວ່າປະຕິບັດໜ້າທີ່ ຂອງຕົນໄດ້ເປັນຢ່າງດີ, ໂດຍໄດ້ນຳເອົາເນື້ອໃນ, ຮູບພາບການເຄື່ອນໄຫວ ທຸກວາລະຂອງກອງປະຊຸມ ເຊິ່ງຜົນໄດ້ຮັບກໍເຫັນວ່າ ປະຊາຊົນລາວບັນດາເຜົ່າ, ຊັ້ນຄົນຕ່າງໆ ພາຍໃນປະເທດ ກໍຄືຕ່າງປະເທດ ໄດ້ຕິດຕາມໃຫ້ຄວາມສົນໃຈ, ເຊິ່ງສະແດງອອກ ຜ່ານສື່ສັງຄົມອອນລາຍ, ຜ່ານໜ້າຂ່າວ ທີ່ມີຄົນເຂົ້າຮັບ ຂໍ້ມູນຂ່າວສານ, ເຂົ້າເບິ່ງຮູບພາບ ເປັນຈຳນວນຫລວງຫລາຍທີ່ສຸດ.

kpl.gov.la

ເຫດການ
302 Found

Found

The document has moved here.