ກອງ​ທຶນ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ​ຫວຽດ​ນາມ ວາງ​ອອກ 6 ມາດ​ຕະ​ຖານ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ ປີ 2021

09:24 | 25/01/2021

ຍ​ສ​ໝ - ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ກຳ​ມະ​ການ​ສະ​ມາ​ກອງ​ທຶນ​ເພີ່ມ​ເຕີມ, ຮັ​ບ​ຟັງ​ລາຍ​ງານ​ໝາກ​ຜົນ​ການ​ເຄື່ອ​ນ​ໄຫວ​ປີ 2020 ແລະ ທິດ​ທາງ, ໜ້າ​ທີ ປີ 2021, ບົດ​ລາຍ​ງານ​ທາງ​ກາ​ນ​ເງິນ ປີ 2020, ບົດ​ລາຍ​ງານ​ຂອງ ຄະ​ນະ​ກວດ​ກາ, ກອງ​ປະ​ຊຸມ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ເຕີມ​ກຳ​ມະ​ການ​ສະ​ພາ​ກອງ​ທຶນ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ​ອາ​ຍຸ​ການ 2019 – 2024.

ແຟນ​ລັງ ໄດ້​ສະ​ຫງວນ​ເງິນ​ກ່​ວາ 100 ລ້ານ USD ເພື່ອ​ໜູນ​ຊ່ວຍ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ສາ​ທາ​ລະ​ນະ​ຢູ່​ຫວຽດ​ນາມ
UNDP ຍົກ​ອອກ​ບຸ​ລິ​ມະ​ສິດ​ໃນ​ການ​ເຄື່ອນ​ໄຫວ​ພັດ​ທະ​ນາ​ໄລ​ຍະ 2021 – 2025 ໃຫ້​ແກ່​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ
ກອງ​ທຶນ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ​ຫວຽດ​ນາມ ວາງ​ອອກ 6 ມາດ​ຕະ​ຖານ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ ປີ 2021
ກອງ​ປະ​ຊຸມ​ສະ​ພາ​ກອງ​ທຶນ​ຄັ້ງ​ທີ IV ອາ​ຍຸ​ການ 2019 – 2024

ອາ​ທິດ​ຜ່ານ​ມາ, ຢູ່​ຮ່າ​ໂນ້ຍ, ກອງ​ທຶນ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະ​ພາ​ກອງ​ທຶນ​ຄັ້ງ​ທີ IV ອາ​ຍຸ​ການ 2019 – 2024. ທີ່ກອງ​ປ​ະ​ຊຸມ, ສະ​ພາ​ກອງ​ທຶນ​ໄດ້​ເພີ່ມ​ເຕີ່ມ​ກຳ​ມະ​ການ 2 ຄົນ.

ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ທ່ານ ຮ່າ​ຮຸ່ງ​ເກືອງ, ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸດ​ຕິ​ທຳ, ປະ​ທານ​ສະ​ພາ​ກອງ​ທຶນ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ​ຫວຽດ​ນາມ, ບັນ​ດາ​ຮອງ​ປະ​ທານ ແລະ ສະ​ມາ​ຊິກ​ສະ​ພາ​ກອງ​ທຶນ.

ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ກຳ​ມະ​ການ​ສະ​ມາ​ກອງ​ທຶນ​ເພີ່ມ​ເຕີມ, ຮັ​ບ​ຟັງ​ລາຍ​ງານ​ໝາກ​ຜົນ​ການ​ເຄື່ອ​ນ​ໄຫວ​ປີ 2020 ແລະ ທິດ​ທາງ, ໜ້າ​ທີ ປີ 2021, ບົດ​ລາຍ​ງານ​ທາງ​ກາ​ນ​ເງິນ ປີ 2020, ບົດ​ລາຍ​ງານ​ຂອງ ຄະ​ນະ​ກວດ​ກາ, ກອງ​ປະ​ຊຸມ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ເຕີມ​ກຳ​ມະ​ການ​ສະ​ພາ​ກອງ​ທຶນ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ​ອາ​ຍຸ​ການ 2019 – 2024.

ຕາມ​ບົດ​ລາຍ​ງານ​ສະຫຼຸບ​ປີ 2020, ມີ ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ຂອງກອງ​ທຶນ​ຖືກ​ຕັດ​ຂາດ, ໂຈະ​ໄວ້ ຫຼື​ຍົກ​ເລິກ, ປັບ​ປຸງ​ຍ້ອນ​ໂລ​ກ​ລະ​ບາດ​ໂຄວິດ - 19 ກໍ່​ຂຶ້ນ, ກໍ່​ຜົນ​ທະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ຕໍ່​ແຜນ​ການ​ທີ່​ວາງ​ອອກ, ບັນ​ດາ​ການ​ເຄື່ອ​ນ​ໄຫວ​ແລ​ກ​ປ່ຽນ​ຄະ​ນະ​ຜູ້​ແທນ. ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ ເກືອບ​ທັງ​ໝົດ​ບໍ່​ສາ​ມາດ​ປະ​ຕິ​ບັດ​ໄດ້. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ກອງ​ທອນ​ໄດ້​ປັບ​ປຸງ​ແຜນ​ການ​ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ການ​ຕົວ​ຈິງ, ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງກອງ​ທຶນ​ໄດ້​ຜັນ​ຂະ​ຫຍາຍ​ລ້ວນ​ແຕ່​ບັນ​ລຸ​ໝາກ​ຜົນ​ດີ.

ການ​ເຄື່ອນ​ໄຫວ​ທາງ​ການ​ທູດ ໄດ້​ຜັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຢ່າງ​ຖືກ​ຕ້ອງ​ຕາມ​ແນວ​ທາງ, ນະ​ໂຍ​ບາຍ​ຂອງ ພັກ ແລະ ກົດ​ໝາຍ​ຂອງ ລັດ, ຍາດ​ແຍ້ງ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ຄວາມ​ສາ​ມັກ​ຄີ, ການ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ຊາ​ຊົນ​ຕໍ່​ຫວຽດ​ນາມ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ປະ​ກອບ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ, ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ ຫວຽດ​ນາມ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ປະ​ຊາ​ຊົນ​ໃນ​ພາກ​ພື້ນ ແລະ ສາ​ກົນ.

ກອງ​ທຶນ​ໄດ້​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ວຽກ​ງານ​ປະ​ສານ​ງານ, ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ປະ​ຊາ​ຊົນ ຫວຽດ​ນາມ​ເຂົ້າ​ຮ່ວມ​ບັນ​ດາ​ເວ​ທີ​ປາ​ໄສ​ດ ກົນ​ໄກ​ປະ​ຊາ​ຊົນຫຼາຍ​ຝ່າຍ​ພິ​ເສດ​ແມ່ນ​ເວ​ທີ​ປາ​ໄສ​ປະ​ຊາ​ຊົນ ອາຊຽນ 2020 ໄດ້​ຈັດ​ຕັ້ງ​ຢູ່​ຫວຽດ​ນາມ. ຄຽງ​ຄູ່​ກັນ​ນັ້ນ, ກອງ​ທຶນ​ຍັງ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ ແລະ ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ໜັ້າ ໃຫ້​ແກ່​ບັນ​ດາ​ກົນ​ໄກ, ເວ​ທີ​ປາ​ໄສ​ຄື​ເວ​ທີ​ປ​າ​ໄສ​ປະ​ຊາ​ຊົ ອາ​ຊີ - ເອີ​ລົບ, ຈາກ​ນັ້ນ​ປະ​ກອບ​ສ່​ວນ​ເຂົ້າ​ການ​ປົກ​ປັກ​ຮັກ​ສາ ແລະ ຍົກ​ສູງ​ພາບ​ພົດ, ຜົນ​ປະ​ໂຫຍດ​ຂອງ ຫວຽດ​ນາມ​ໃນ​ບັນ​ດາ​ບັນ​ຫາ​ອະ​ທິ​ປະ​ໄຕ​, ຜືນ​ແຜ່ນ​ດິນ, ປະ​ຊາ​ທິ​ປະ​ໄຕ ກໍ່​ຄື​ປະ​ກອບ​ສ່ວນ​ເຂົ້າ​ການ​ປ້ອງ​ກັນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ສະ​ເໝີ​ພາບ, ປະ​ຊາ​ທິ​ປະ​ໄຕ​ໃນ​ພ​າກ​ພື້ນ ແລະ ສາ​ກົນ.

ແຟນ​ລັງ ໄດ້​ສະ​ຫງວນ​ເງິນ​ກ່​ວາ 100 ລ້ານ USD ເພື່ອ​ໜູນ​ຊ່ວຍ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ສາ​ທາ​ລະ​ນະ​ຢູ່​ຫວຽດ​ນາມ

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ Kari Kahiluoto ເອກ​ອັກ​ຄະ​ລັດ​ຖະ​ທູດ ແຟນ​ລັງ​ປະ​ຈຳ ຫວຽດ​ນາມ ໃຫ້​ຮູ້​ວ່າ ພິ​ທີ​ລົງ​ນາມ​ສັນ​ຍາ​ແມ່ ໄດ້​ດຳ​ເນີນ​ໃນ​ວັນ​ທີ 21 ມັງ​ກອນ. ທ່ານ Kari Kahiluoto ແລະ ທ່ານ ເຈິ່ນ​ຊວັນ​ຮ່າ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຫວຽດ​ນາມ ໄດ້​ຮັບ​ການມອບ​ສິດ​ລົງ​ນາມ​ສັນ​ຍາ​ຈາກ​ລັດ​ຖະ​ບານ​ສອງ​ປະ​ເທດ.

UNDP ຍົກ​ອອກ​ບຸ​ລິ​ມະ​ສິດ​ໃນ​ການ​ເຄື່ອນ​ໄຫວ​ພັດ​ທະ​ນາ​ໄລ​ຍະ 2021 – 2025 ໃຫ້​ແກ່​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ

ຍ​ສ​ໝ - ໂຄງ​ການ​ພັດ​ທ​ະ​ນາ​ຂອງ​ສ​ປ​ຊ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ນັກ​ຮຽນ​ຮູ້ ສິງ​ກະ​ໂປ ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ບັນ​ດາ​ຜົນ​ງານ​ຂອງ ຫວຽດ​ນາມ

ຍ​ສ​ໝ - ທ່ານ​ຮອງ​ສາດ​ສະ​ດາ​ຈານ Bilveer Singh ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ ແຫ່ງ​ຊາດ ສິງ​ກະ​ໂປ ໄດ້​ຕີ​ລາ​ຄາ ກ່ຽວ​ກັບ​ການ​ພັດ​ທະ​ນາ, ທີ່​ຕັ້ງ​ບົດ​ບາດ​ຂອງ ຫວຽດ​ນາມໃນ 5 ປີ​ຜ່ານ​ມາ ແລະ ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.