ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ອາ​ຊຽນ ກະ​ກ​ຽມ​ໃຫ້​ກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ອາ​ຊຽນ

11:30 | 20/01/2021

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫງວຽນ​ກ໊ວກ​ຢຸງ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ສະ​ໜັບ​ສະ​ໜູນ​ຂອງ​ບັນ​ດ​າ​ປະ​ເທດ​ອາ​ຊຽນ​ຕໍ່ຫວຽດ​ນາມ ​ໃນ​ປີ 2020

ກອງ ປະ ຊ ມ ເຈ າ ໜ າ ທ ອາ ວ ໂສ ອາ ຊຽນ ກະ ກ ຽມ ໃຫ ກອງ ປະ ຊ ມ ວ ງ ແຄບ ລ ດ ຖະ ມ ນ ຕ ກະ ຊວງ ການ ຕ າ ງ ປະ ເທດ ອາ ຊຽນ ອາ​ຊຽນ​ນຳ​ມາ​ເຊິ່ງ​ບົດ​ຮຽ​ນ​ປະ​ສົບ​ການ​ອັນ​ລ້ຳ​ຄ່າ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ໜິດ​ຕິດ​ພັນ​ຢູ່​ອາ​ຊີ​ໃຕ້
ກອງ ປະ ຊ ມ ເຈ າ ໜ າ ທ ອາ ວ ໂສ ອາ ຊຽນ ກະ ກ ຽມ ໃຫ ກອງ ປະ ຊ ມ ວ ງ ແຄບ ລ ດ ຖະ ມ ນ ຕ ກະ ຊວງ ການ ຕ າ ງ ປະ ເທດ ອາ ຊຽນ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສະ​ວິດ​ເປັນ​ປະ​ທານກອ​ງ​ປະ​ຊຸມ​ທາງ​ອອນ​ລາຍມອບ​ໂອນ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ bern ໃຫ້​ແກ່​ຟີ​ລິບ​ປິນ
ກອງ ປະ ຊ ມ ເຈ າ ໜ າ ທ ອາ ວ ໂສ ອາ ຊຽນ ກະ ກ ຽມ ໃຫ ກອງ ປະ ຊ ມ ວ ງ ແຄບ ລ ດ ຖະ ມ ນ ຕ ກະ ຊວງ ການ ຕ າ ງ ປະ ເທດ ອາ ຊຽນ

ທ່ານ ຫງວຽນ​ກວ໊ກ​ຢຸງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ຫົວ​ໜ້າ SOM ອາ​ຊຽນ ຫວຽດ​ນາມ(ພາບ: cand.com.vn/)

ວັນ​ທີ 19 ມັງ​ກອນ, ທ່ານ ຫງວຽນ​ກວ໊ກ​ຢຸງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ຫົວ​ໜ້າ SOM ອາ​ຊຽນ ຫວຽດ​ນາມ ພ້ອມ​ກັບ​ຄະ​ນະ​ເຈົ້າ​ໜ້າ​ທີ່​ການ​ຕ່າງ​ປະ​ເທດ ຫວຽດ​ນາມ​ໄດ້​ເຂົ້າຮ່ວມກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ອາ​ຊຽນ (SOM ອາ​ຊ​ຽນ) ທາງ​ອອນ​ລາຍ, ການ​ເຄື່ອນ​ໄຫວ​ອາ​ຊຽນ​ຄັ້ງ​ທຳ​ອິດໃນ​ປີ 2021 ໂດຍ ບ​ຣູ​ໄນ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ.

ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ໜ້າ​ທີ່​ກະ​ກ​ຽມ​ໃຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ວົງ​ແຄບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ (AMMR) ໄດ້​ຈັດ​ຂຶ້ນ​ທາງ​ອອນ​ລາຍ​ໃນ​ວັນ​ທີ 21 ມັງ​ກອນ 2021. ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ທີ່​ບັນ​ດາ​ຫົວ​ໜ້າ SOM ບັນ​ດາ​ປະ​ເທດ​ອາ​ຊຽນ​ພ້ອມ​ກັບ​ທ່ານ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ.

ໂດຍ​ສະເໜີ​ກ່ຽວ​ກັບ​ຫົວ​ຂໍ້​ອາ​ຊຽນ 2020, “ຮ່ວມ​ສົນ​ໃຈ, ຮ່ວມ​ກະ​ກຽມ, ຮ່ວມ​ວັດ​ທະ​ນາ​ຖາ​ວອນ” ຫົວ​ໜ້າ SOM ອາ​ຊຽນ ບ​ຣູ​ໄນ ໄດ້​ສະ​ແດງ​ຄວາມ​ຫວັງ​ຢາກ​ຮັກ​ສາ ແລະ ຊຸກ​ຍູ້​ບັນ​ດາ​ໝາກ​ຜົນ​ທີ່​ອາ​ຊຽນ​ບັນ​ລຸ​ໄດ້​ໃນ​ປີ 2020 ແລະ ກ່ອນ​ນັ້ນ, ຢັ້ງ​ຢືນ​ແຜນ​ນະ​ໂຍ​ບາຍ​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຮ່ວມ​ສ້າງ​ໂຄງ​ປະ​ກອບ​ພາກ​ພື້ນ​ໂດຍ​ອີງ​ໃສ່​ກົດ​ໝາຍ ແລະ ຍົກ​ສູງ​ລັດ​ທິຫຼາຍ​ຝ່າຍ, ສະ​ໜັບ​ສະ​ໜູນ​ລະ​ບົບ​ການ​ຄ້າຫຼາຍ​ຄ້າ​ເປີດ​ກ້​ວາງ.

ບັນ​ດາ​ປະ​ເທດ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຫົວ​ຂໍ້​ຂອງ​ອາ​ຊຽນ 2021 ໂດຍ ບ​ຣູ​ໄນ​ສະ​ເໜີ. ມີຫຼາຍ​ປະ​ເທດ​ຖື​ວ່າ ບັນ​ດາ​ການ​ກຳ​ນົດ​ທິດ, ບຸ​ລິ​ມະ​ສິດ ແລະ ຂໍ້​ລິ​ເລີ່ມ​ໃນ​ປີ 2021 ແມ່ນ​ເໝາະ​ສົມ, ທັນ​ການ ແລະ ກໍ່​ແມ່ນ​ການ​ເຊື່ອມ​ຕໍ່​ບັນ​ດາ​ຄວາມ​ຄືບ​ໜ້າ, ຜົນ​ງານ​ຂອງ​ອາ​ຊຽນ ທີ່​ບັນ​ລຸ​ໄດ້​ໃນ​ຊຸມ​ປີ​ຜ່​ານ​ມາ, ພິ​ເສດ​ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕໍ່​ຕ້ານ​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ປີ 2020.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫງວຽນ​ກ໊ວກ​ຢຸງ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ສະ​ໜັບ​ສະ​ໜູນ​ຂອງ​ບັນ​ດ​າ​ປະ​ເທດ​ອາ​ຊຽນ​ກັບ ຫວຽດ​ນາມ​ໃນ​ປີ 2020 ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ບ​ຣູ​ໄນ​ຈະ​ນຳ​ພາ​ອາ​ຊຽນ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​, ຟື້ນ​ຟູ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19, ສືບ​ຕໍ່​ບັນ​ລຸ​ໄດ້​ໝາ​ກ​ຜົນ​ໃໝ່​ໃນ​ການ​ສ້າງ​ປະ​ຊາ​ຄົມ​.

ຫວຽດ​ນາມ ຢັ້ງ​ຢືນວ່າ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ເພື່ອ​ໃຫ້​ບ​ຣູ​ໄນ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ປະ​ທານ​ອາ​ຊຽນ​ຂອງ​ຕົນ.ທ່ານ ກໍ່​ເນັ້ນ​ໜັກ​ວ່າ ອາ​ຊຽນ​ຕ້ອງ​ຮັກ​ສາ ຄວາມ​ສາ​ມັກ​ຄີພາຍ​ໃນ​ກຸ່ມ, ເປັນ​ເຈົ້າ​ການ​ໃນ​ກາ​ນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໃໝ່, ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ແລະ ຟື້ນ​ຟູ​ຄວາມ​ໝັ້ນ​ຄົງ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19, ພ້ອມ​ທັງ​ອາ​ຊຽນ​ຕ້ອງ​ສືບ​ຕໍ່​ແມ່ນ​ກຳ​ລັງຫຼັກ​ແຫຼ່ງ, ນຳ​ໜ້າ​ໃນ​ພາກ​ພື້ນ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ ແລະ ໂລກ.

ກອງ ປະ ຊ ມ ເຈ າ ໜ າ ທ ອາ ວ ໂສ ອາ ຊຽນ ກະ ກ ຽມ ໃຫ ກອງ ປະ ຊ ມ ວ ງ ແຄບ ລ ດ ຖະ ມ ນ ຕ ກະ ຊວງ ການ ຕ າ ງ ປະ ເທດ ອາ ຊຽນ ອາ​ຊຽນ​ນຳ​ມາ​ເຊິ່ງ​ບົດ​ຮຽ​ນ​ປະ​ສົບ​ການ​ອັນ​ລ້ຳ​ຄ່າ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ໜິດ​ຕິດ​ພັນ​ຢູ່​ອາ​ຊີ​ໃຕ້

ຍ​ສ​ໝ - ທ່ານ ຮ່​ວາງວັນ​ເລິຍ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມຖື​ວ່າ ອາ​ຊຽນ​ໃນ​ຖາ​ນະ​ແມ່ນ​ອົງ​ການ​ຈັດ​ຕັ້ງ​ພາກ​ພື້ນ ໄດ້​ມີ​ການ​ປະ​ກອບ​ສ່ວນ​ໃນ​ການ​ນຳ​ພາ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ມຸ່ງ​ໄປ​ສູ່​ຄວາມ​ກ້າວ​ໜ້າ ແລະ ວັດ​ທະ​ນາ​ຖາ​ວອນ, ພ້ອມ​ທັງ​ປະ​ກອບ​ສ່ວນ​ເຂົ້າ​ການ​ສ້າງ​ການ​ພົວ​ພັນ​ເພື່ອ​ສັນ​ຕະ​ພາບ ແລະ ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

ກອງ ປະ ຊ ມ ເຈ າ ໜ າ ທ ອາ ວ ໂສ ອາ ຊຽນ ກະ ກ ຽມ ໃຫ ກອງ ປະ ຊ ມ ວ ງ ແຄບ ລ ດ ຖະ ມ ນ ຕ ກະ ຊວງ ການ ຕ າ ງ ປະ ເທດ ອາ ຊຽນ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສະ​ວິດ​ເປັນ​ປະ​ທານກອ​ງ​ປະ​ຊຸມ​ທາງ​ອອນ​ລາຍມອບ​ໂອນ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ bern ໃຫ້​ແກ່​ຟີ​ລິບ​ປິນ

ຍ​ສ​ໝ - ກອງ​ປ​ະ​ຊຸມ ACB ໄດ້​ສຸມ​ໃສ່​ແລກ​ປ່ຽນ​ກ່ຽວ​ກັບ​ບົດ​ລາຍ​ງານ​ສັງ​ລວມ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ ແລະ ໝາກ​ຜົນ​ວຽກ​ງານ​ຂອງ ACB ໃນ​ອາ​ຍຸ​ການ ປະ​ທານ ACB ຂອງ ຫວຽດ​ນາມ ໃນ​ໄລ​ຍະ 6 ເດືອນ​ທ້າຍ​ປີ 2020.

ກອງ ປະ ຊ ມ ເຈ າ ໜ າ ທ ອາ ວ ໂສ ອາ ຊຽນ ກະ ກ ຽມ ໃຫ ກອງ ປະ ຊ ມ ວ ງ ແຄບ ລ ດ ຖະ ມ ນ ຕ ກະ ຊວງ ການ ຕ າ ງ ປະ ເທດ ອາ ຊຽນ ການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ເຊິ່ງແມ່ນຈຸດພົ້ນເດັ່ນໃນວຽກງານການຕ່າງປະເທດ ຂອງປີ 2020

ຍ​ສ​ໝ - ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່ 2021, ທ່ານ ບຸຍ​ແທັງ​ເຊີນ​ກຳ​ມະ​ການ​ສູນ​ກາງ​ພັກ, ລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ໄດ້​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ ເຊິ່ງ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ວຽກ​ງານ​ການ​ຕ່າງ​ປະ​ເທດ ຂອງ​ປີ 2020.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.