ເສີມຂະຫຍາຍທ່າແຮງຂອງວຽກງານພົວພັນຕ່າງປະເທດປະຊາຊົນ ໃນສະພາບການໃໝ່

14:43 | 26/01/2021

ດ້ວຍບົດບາດເປັນຫົວເງື່ອນຂອງການເຄື່ອນໄຫວພົວພັນຕ່າງປະເທດ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ເປັນເຈົ້າການຮັບມືກັບສະພາບການໃໝ່, ປະດິດຄິດສ້າງໃນວຽກງານພົວພັນຕ່າງປະເທດ, ປະກອບສ່ວນຕັ້ງໜ້າພ້ອມກັບທ່ົວປະເທດປະຕິບັດສໍາເລັດໜ້າທີ່ “ຄວບຄູ່” ແມ່ນທັງຄວບຄຸມໂລກພະຍາດ ທັງພັດທະນາເສດຖະກິດ-ສັງຄົມ, ພ້ອມທັງໂຄສະນາພາບພົດຫວຽດນາມ ອອກທົ່ວໂລກ, ເພີ່ມພູນຄູນສ້າງ, ປັບປຸງນໍ້າໃຈມິດຕະພາບ ແລະການຮ່ວມມືສາກົນ. ນີ້ແມ່ນຄໍາຢັ້ງຢືນຂອງທ່ານນາງ ຫງວຽນເຟືອງງາ, ປະທານ VUFO ໃນການຕອບສໍາພາດຕໍ່ສື່ມວນຊົນຫວ່າງແລ້ວນີ້.

ເສ ມຂະຫຍາຍທ າແຮງຂອງວຽກງານພ ວພ ນຕ າງປະເທດປະຊາຊ ນ ໃນສະພາບການໃໝ ກອງປະຊຸມເຈົ້າໜ້າທີ່ເສດຖະກິດອະວຸໂສກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV SEOM) ຄັ້ງທີ 20
ເສ ມຂະຫຍາຍທ າແຮງຂອງວຽກງານພ ວພ ນຕ າງປະເທດປະຊາຊ ນ ໃນສະພາບການໃໝ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສົ່ງໂທລະເລກອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ
ເສ ມຂະຫຍາຍທ າແຮງຂອງວຽກງານພ ວພ ນຕ າງປະເທດປະຊາຊ ນ ໃນສະພາບການໃໝ

ທ່ານນາງ ຫງວຽນເຟືອງງາ, ປະທານ VUFO

ນັກຂ່າວ: ຂໍທ່ານນາງໃຫ້ຮູ້ກ່ຽວກັບບັນດາຜົນງານພົ້ນເດັ່ນຂອງວຽກງານພົວພັນຕ່າງປະເທດປະຊາຊົນປີ 2020?

ທ່ານນາງ ຫງວຽນເຟືອງງາ: ປີ 2020, ພະຍາດໂຄວິດ-19 ແລະບັນດາການຜັນແປສັບສົນຂອງສະພາບການເມືອງ-ຄວາມໝັ້ນຄົງໃນໂລກ ແລະພາກພື້ນໄດ້ສົ່ງຜົນກະທົບຢ່າງແຮງເຖິງຫວຽດນາມ ໃນຫຼາຍຂົງເຂດ, ໃນນັ້ນມີການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນ. ໃນສະພາບການດັ່ງກ່າວ, ການພົວພັນຕ່າງປະເທດປະຊາຊົນ ເຊິ່ງກໍາລັງຫຼັກແຫຼ່ງແມ່ນ VUFO ໄດ້ວາງມາດຕະການເປັນເຈົ້າການ, ມີໄຫວພິບເພື່ອປັບຕົວກັບສະພາບການໃໝ່, ປະຕິບັດບັນດາໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ປະກອບສ່ວນພ້ອມກັບທົ່ວປະເທດປະຕິບັດສໍາເລັດໜ້າທີ່ “ຄວບຄູ່” ແມ່ນຄວບຄຸມພະຍາດໂລກພະຍາດ ແລະພັດທະນາເສດຖະກິດ-ສັງຄົມ, ພ້ອມທັງໂຄສະນາພາບພົດຫວຽດນາມ ອອກທົ່ວໂລກ, ເພີ່ມພູນຄູນສ້າງ, ປັບປຸງນໍ້າໃຈມິດຕະພາບ ແລະ ການຮ່ວມມືສາກົນ.

ໜູນໃຊ້ທ່າແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານ, ບັນດາອົງການຈັດຕ້ັງປະຊາຊົນຫວຽດນາມ ໄດ້ຫັນປ່ຽນວິທີການເຮັດວຽກ ຈາກໂດຍກົງໄປສູ່ຜ່ານທາງອອນລາຍ ເພື່ອຮັກສາ ແລະພັດທະນາການພົວພັນກັບເພື່ອນມິດ. ໂດຍບໍ່ຫົວຊາຕໍ່ສິ່ງທ້າທາຍຈາກພະຍາດ, ຫຼາຍເຫດການໃຫຍ່ໃນການພົວພັນທາງການທູດລະຫວ່າງຫວຽດນາມ ແລະບາງປະເທດໃນໂລກຍັງໄດ້ຮັບການຈັດຕັ້ງສໍາເລັດຜົນ.

ໂດຍເສີມຂະຫຍາຍມູນເຊື້ອ “ຮັກແພງ, ອູ້ມຊູຊ່ວຍເຫຼືອ ເຊິ່ງກັນ ແລະກັນ” ຂອງຊາດຫວຽດນາມ, VUFO ແລະບັນດາສະມາຊິກ ໄດ້ບໍລິຈາກ, ຂົນຂວາຍບໍລິຈາກຜ້າອັດປາດ-ອັດດັງ ໄດ້ເກືອບ 1 ລ້ານອັນ, ອຸປະກອນການແພດ ແລະເງິນສົດ ດ້ວຍມູນຄ່າທັງໝົດກວ່າ 10 ຕື້ດົ່ງ ເພື່ອໜູນຊ່ວຍປະຊາຊົນບັນດາປະເທດເພື່ອນມິດປ້ອງກັນ, ຕ້ານພະຍາດ. ບັນດາການເຄື່ອນໄຫວດັ່ງກ່າວຂອງ VUFO ແລະບັນດາອົງການຈັດຕັ້ງປະຊາຊົນຫວຽດນາມ ໄດ້ປະກອບສ່ວນເຂົ້າໃນຜົນສໍາເລັດລວມຂອງຫວຽດນາມ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ຢັ້ງຢືນລັກສະນະດີເລີດຂອງລະບອບເຮົາ, ຄວາມສະໜິດຕິດພັນ, ເປັນຈິດໜຶ່ງໃຈດຽວກັນລະຫວ່າງລັດຖະບານ ແລະປະຊາຊົນຫວຽດນາມ. ບັນດາການເຄື່ອນໄຫວດັ່ງກ່າວ ກໍ່ໄດ້ປະກອບສ່ວນປັບປຸງ, ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບກັບປະຊາຊົນບັນດາປະເທດ, ເສີມສ້າງພາບພົດປະເທດຫວຽດນາມ ແມ່ນຊາດທີ່ເຕັມໄປດ້ວຍມູນເຊື້ອວັດທະນະທໍາມະນຸດ, ສະຖານທີ່ປອດໄພສຳລັບການລົງທຶນ ແລະການທ່ອງທ່ຽວ, ຍົກສູງອິດທິພົນຊື່ສຽງຂອງຫວຽດນາມ.

ເຖິງວ່າພະຍາດໂຄວິດ-19 ຍັງຜັນແປຢ່າງສັບສົນ ແລະບັນດາການເຄື່ອນໄຫວພົວພັນຕ່າງປະເທດທັງໝົດ ລ້ວນແຕ່ຖືກຈໍາກັດ ກໍຕາມ, ແຕ່ໃນປີຜ່ານມາ, VUFO ໄດ້ມານະພະຍາຍາມຂົນຂວາຍບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ອຸປະຖໍາໃຫ້ຫວຽດນາມ ດ້ວຍມູນຄ່າທັງໝົດເກືອບ 250 ລ້ານໂດລາສະຫະລັດ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຂອງປະເທດ, ພິເສດແມ່ນວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຍົກສູງການດໍາລົງຊີວິດຂອງປະຊາຊົນຢູ່ເຂດຫ່າງໄກສອກຫຼີກ.

ນັກຂ່າວ: ຕາມທ່ານນາງແລ້ວ, ວຽກງານພົວພັນຕ່າງປະເທດປະຊາຊົນຂອງຫວຽດນາມ ຈະມີຄວາມສະດວກ ແລະຄວາມຫຍຸ້ງຍາກຄືແນວໃດໃນປີ 2021?

ທ່ານນາງ ຫງວຽນເຟືອງງາ: ກ່ຽວກັບຄວາມສະດວກ, ອາດເວົ້າໄດ້ວ່າ, ວຽກງານພົວພັນຕ່າງປະເທດປະຊາຊົນຂອງຫວຽດນາມ ມີຫຼາຍເງື່ອນໄຂເພື່ອຜັນຂະຫຍາຍ, ຍູ້ແຮງການເຄື່ອນໄຫວຢ່າງຮອບດ້ານ. ພັກ ແລະລັດຫວຽດນາມ ຖືເປັນສໍາຄັນບົດບາດຂອງ ການພົວພັນຕ່າງປະເທດປະຊາຊົນ, ກໍານົດນີ້ແມ່ນໜ້າທີ່ຂອງທົ່ວລະບົບການເມືອງ ແລະຂອງທ່ົວປວງຊົນ. ພັກ ແລະລັດ ໄດ້ຊີ້ນໍາ, ກໍານົດທິດຢ່າງໃກ້ຊິດ ແລະສ້າງເງື່ອນໄຂອໍານວຍຄວາມສະດວກເພື່ອໃຫ້ VUFO ເສີມຂະຫຍາຍບົດບາດຂອງການພົວພັນຕ່າງປະເທດປະຊາຊົນ. ຄຽງຂ້າງນັ້ນ, ບັນດາໝາກຜົນຂອງຫວຽດນາມ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ກໍ່ຄືພັດທະນາເສດຖະກິດ-ສັງຄົມ, ພາບພົດ, ອິດທິພົນຊື່ສຽງ, ຖານະບົດບາດນັບມື້ນັບສູງຂອງປະເທດ, ຄວາມຮັກເພງ, ຄວາມນິຍົມນັບຖື, ຄວາມສາມັກຄີ ແລະກຽມພ້ອມຮ່ວມມືຂອງເພື່ອນມິດສາກົນແມ່ນພື້ນຖານຢ່າງໜັກແໜ້ນໃຫ້ແກ່ການພົວພັນຕ່າງ ປະເທດປະຊາຊົນ. ຄວາມສະດວກອື່ນອີກແມ່ນກໍາລັງປະຕິບັດວຽກງານພົວພັນຕ່າງປະເທດປະຊາຊົນ ພວມໄດ້ຮັບການຍົກສູງຂຶ້ນທັງດ້ານປະລິມານ ແລະຄຸນນະພາບ, ອຸດົມສົມບຸນ ແລະເປັນຫຼາຍຮູບຫຼາຍແບບ.

ກ່ຽວກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍ, ທຳອິດແມ່ນຕ້ອງເວົ້າເຖິງພະຍາດໂຄວິດ-19 ຍັງຜັນແປຢ່າງສັບສົນ, ກໍ່ຄວາມກີດຂວາງບໍ່ແມ່ນໜ້ອຍເຖິງວຽກງານພົວພັນຕ່າງປະເທດປະຊາຊົນ. ເຖິງຢ່າງໃດກໍຕາມ, ຄຽງຂ້າງສິ່ງທ້າທາຍຈາກພາຍນອກ, ພວກເຮົາກໍ່ຕ້ອງເວົ້າເຖິງສິ່ງທ້າທາຍຢູ່ພາຍໃນ. ປັດຈຸບັນ, ຢູ່ບາງບໍລິເວນ, ຂອບເຂດການພົວພັນ, ເຄືອຂ່າຍຄູ່ຮ່ວມມືຍັງຈໍາກັດຢູ່, ສາຍຕິດຕໍ່ພົວພັນກັບຄູ່ຮ່ວມມືຍັງບໍ່ທັນເປັນປະຈໍາ. ຄວາມສາມາດຜັນຂະຫຍາຍວຽກງານພົວພັນຕ່າງປະເທດຂອງບາງອົງການຈັດຕັ້ງສະມາຊິກຢູ່ສູນກາງ ແລະທ້ອງຖິ່ນບໍ່ສະໝ່ຳສະເໝີ, ຍັງກະວົນກະວາຍກ່ຽວກັບວິທີການເຄື່ອນໄຫວ, ຍັງບໍ່ທັນເປີດກວ້າງການພົວພັນກັບຄູ່ຮ່ວມມື ແລະປະສົບກັບຄວາມຫຍຸ້ງຍາກກ່ຽວກັບຄ່າໃຊ້ຈ່າຍໃຫ້ແກ່ການເຄື່ອນໄຫວ. ຄວາມຮັບຮູ້ ແລະກໍາລັງຄວາມສາມາດຊີ້ນໍາ, ຄຸ້ມຄອງວຽກງານພົວພັນຕ່າງປະເທດປະຊາຊົນຂອງຄະນະພັກບາງຂັ້ນ, ອໍານາດການປົກຄອງທ້ອງຖິ່ນຍັງຈໍາກັດຢູ່.

ນັກຂ່າວ: ຂໍຮຽນທ່ານນາງ, ໃນໄລຍະຈະມາເຖິງ, ວຽກງານພົວພັນຕ່າງປະເທດປະຊາຊົນ ຄວນມີມາດຕະການຫຍັງແດ່ເພື່ອສືບຕໍ່ເສີມຂະຫຍາຍບົດບາດ, ທ່າແຮງ, ເພີ່ມທະວີສາຍພົວພັນມິດຕະພາບ ແລະການຮ່ວມມື, ຍາດແຍ່ງການຊ່ວຍເຫຼືອອັນລໍ້າຄ່າຈາກເພື່ອນມິດສາກົນໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດ, ປ່ຽນແປງໃໝ່ ແລະເຊື່ອມໂຍງເຂົ້າກັບສາກົນ ຢ່າງເລິກເຊິ່ງ, ກວ້າງຂວາງໃນປັດຈຸບັນ?

ທ່ານນາງ ຫງວຽນເຟືອງງາ: ການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນແມ່ນເສີມຂະຫຍາຍ “ທ່າແຮງອ່ອນ” ຂອງປະເທດໜຶ່ງ, ໜູນຊ່ວຍໃຫ້ການທູດຂອງລັດ ເພື່ອປະຕິບັດນະໂຍບາຍພົວພັນຕ່າງປະເທດ ເຊິ່ງລັດຖະບານປະເທດນັ້ນວາງອອກ. ທ່າໄດ້ປຽບຂອງການພົວພັນຕ່າງປະເທດປະຊາຊົນແມ່ນສາມາດນໍາໜ້າ, ສາມາດໄປກ່ອນຢູ່ບັນດາປະເທດ, ພາກພື້ນ ແລະຢູ່ບາງບັນຫາ ເຊິ່ງການທູດທາງການຂອງລັດນັ້ນຍັງບໍ່ທັນມີເງື່ອນໄຂຜັນຂະຫຍາຍ.

ເພາະສະນັ້ນ, ເພື່ອເສີມຂະຫຍາຍບົດບາດ, ທ່າແຮງໃນການຂົນຂວາຍ, ຕໍ່ສູ້ປົກປັກຮັກສາ ແລະຊຸກຍູ້ຜົນປະໂຫຍດຂອງຫວຽດນາມ, ໃນໄລຍະຈະມາເຖິງ, VUFO ຄວນດໍາເນີນບາງມາດຕະການ. ທໍາອິດແມ່ນເປີດກວ້າງ, ຊຸກຍູ້ການພົວພັນສາມັກຄີ, ມິດຕະພາບ ແລະການຮ່ວມມືປະຊາຊົນເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ. ຄຽງຂ້າງນັ້ນ, VUFO ຄວນເປີດກວ້າງຂົງເຂດຮ່ວມມື, ຕິດພັນການເຄື່ອນໄຫວກັບຄວາມສາມັກຄີ, ມິດຕະພາບກັບບັນດາເປົ້າໝາຍລະອຽດ, ຍາດແຍ່ງແຫຼ່ງກໍາລັງທັງດ້ານເງິນທຶນ, ພູມປັນຍາ, ບົດຮຽນ ແລະເຕັກໂນໂລຢີຂອງເພື່ອນມິດ ແລະຄູ່ຮ່ວມມືເພື່ອຮັບໃຊ້ກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດ.

ສຸດທ້າຍແມ່ນເພີ່ມທະວີວຽກງານຂົນຂວາຍ, ປັບປຸງການພົວພັນກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ຖືນີ້ບໍ່ພຽງແຕ່ແມ່ນຊ່ອງທາງແນໃສ່ຍາດແຍ່ງການອຸປະຖໍາລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ແກ້ໄຂບັນດາບັນຫາສັງຄົມ ເທົ່ານັ້ນ ຫາກຍັງແມ່ນຊ່ອງທາງເພື່ອໂຄສະນາຂໍ້ມູນຢ່າງພາວະວິໄສກ່ຽວກັບຫວຽດນາມ ອອກສູ່ໂລກ, ຍາດແຍ່ງການສະໜັບສະໜູນໃຫ້ແກ່ຫວຽດນາມ ອີກດ້ວຍ.

ນັກຂ່າວ: ຂໍຂອບໃຈທ່ານນາງ!

ເສ ມຂະຫຍາຍທ າແຮງຂອງວຽກງານພ ວພ ນຕ າງປະເທດປະຊາຊ ນ ໃນສະພາບການໃໝ ພັກກອມມູນິດສະວິດ ແລະ ພັກແຮງງານສະວິດ ສົ່ງຈົດໝາຍອວຍພອນເຖິງພັກກອມມູນິດຫວຽດນາມ

ປະເທດສສ.ຫວຽດນາມ, ພາຍໃຕ້ການນຳພາອັນສະຫຼາດສ່ອງໄສຂອງພັກກອມມູນິດຫວຽດນາມ ບັນລຸໄດ້ບັນດາຜົນງານທີ່ໃຫຍ່ຫຼວງ ເຖິງວ່າໃນສະພາບໂລກພວມປະເຊີນໜ້າກັບໂລກລະບາດໂຄວິດ-19.

ເສ ມຂະຫຍາຍທ າແຮງຂອງວຽກງານພ ວພ ນຕ າງປະເທດປະຊາຊ ນ ໃນສະພາບການໃໝ ໜັງສືພິມຍີ່ປຸ່ນ ໄດ້ຍ້ອງຍໍບັນດາບາດກ້າວທີ່ໜ້າປະທັບໃຈ ແລະ ຜ່ານຜ່າໂລກລະບາດ ຂອງຫວຽດນາມ

ຍສໝ - ໜັງສືພິມ Nikkei ຂອງຍີ່ປຸ່ນໃນວັນທີ 20 ມັງກອນ ມີບົດປະເມີນຍ້ອງຍໍບັນດາບາດກ້າວທີ່ໜ້າປະທັບໃຈຂອງຫວຽດນາມ ໃນສະພາບການແຜ່ລະບາດຂອງ COVID-19 ໃນທົ່ວໂລກ.

ເສ ມຂະຫຍາຍທ າແຮງຂອງວຽກງານພ ວພ ນຕ າງປະເທດປະຊາຊ ນ ໃນສະພາບການໃໝ ຄວາມເຊື່ອໝັ້ນຕໍ່ບັນດາລັດຖະນະໂຍບາຍຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ

ນີ້ແມ່ນຂີດໝາຍສຳຄັນໃນວິວັດທະນາການພັດທະນາຂອງພັກ, ຂອງຊາດ ແລະ ປະເທດຫວຽດນາມ, ມີຄວາມໝາຍກຳນົດທິດໃຫ້ແກ່ອະນາຄົດ, ສືບຕໍ່ຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງ, ພັດທະນາຢ່າງຮອບດ້ານ, ຄົບຊຸດ.

la.qdnd.vn

ເຫດການ
302 Found

Found

The document has moved here.