ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສົ່ງໂທລະເລກອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ

14:00 | 26/01/2021

ເນື່ອງໃນໂອກາດທີ່ພັກກອມມູນິດຫວຽດນາມ ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ສົ່ງໂທລະເລກ ອວຍພອນເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ.

ຄະນະບ ລ ຫານງານສ ນກາງພ ກປະຊາຊ ນ ປະຕ ວ ດລາວ ສ ງໂທລະເລກອວຍພອນກອງປະຊ ມໃຫຍ ຜ ແທນທ ວປະເທດ ຄ ງທ xiii ຂອງພ ກກອມມ ນ ດຫວຽດນາມ ຄວາມເຊື່ອໝັ້ນຕໍ່ບັນດາລັດຖະນະໂຍບາຍຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ
ຄະນະບ ລ ຫານງານສ ນກາງພ ກປະຊາຊ ນ ປະຕ ວ ດລາວ ສ ງໂທລະເລກອວຍພອນກອງປະຊ ມໃຫຍ ຜ ແທນທ ວປະເທດ ຄ ງທ xiii ຂອງພ ກກອມມ ນ ດຫວຽດນາມ ສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ສົ່ງສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ
ຄະນະບ ລ ຫານງານສ ນກາງພ ກປະຊາຊ ນ ປະຕ ວ ດລາວ ສ ງໂທລະເລກອວຍພອນກອງປະຊ ມໃຫຍ ຜ ແທນທ ວປະເທດ ຄ ງທ xiii ຂອງພ ກກອມມ ນ ດຫວຽດນາມ
ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ດໍາເນີນວາລະຈັດກຽມ ໃນຕອນເຊົ້າວັນທີ 25 ມັງກອນ ທີ່ຮ່າໂນ້ຍ. ພາບ: qdnd.vn.

ເນື້ອໃນໂທລະເລກລະບຸໄວ້ວ່າ: ເນື່ອງໃນໂອກາດໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ, ຕາງໜ້າໃຫ້ພັກປະຊາຊົນ ປະຕິວັດລາວ, ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ຂໍສົ່ງຄວາມຊົມເຊີຍ ແລະຄໍາອວຍພອນໄຊອັນປະເສີດ ມາຍັງກອງປະຊຸມໃຫຍ່ ແລະໂດຍຜ່ານກອງປະຊຸມໃຫຍ່ ໄປຍັງສະມາຊິກພັກ ແລະປະຊາຊົນຫວຽດນາມ ອ້າຍນ້ອງທຸກຖ້ວນໜ້າ.

ພວກຂ້າພະເຈົ້າ ຕີລາຄາສູງຕໍ່ບັນດາໄຊຊະນະອັນສະຫງ່າງາມ, ຜົນສໍາເລັດທີ່ໃຫຍ່ຫລວງສໍາຄັນ, ຮອບດ້ານ, ມີຄວາມໝາຍປະຫວັດສາດຂອງປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາດມາໄດ້ທັງໃນໄລຍະຕໍ່ສູ້ກູ້ຊາດເພື່ອປົດປ່ອຍປະເທດຊາດໃນເມື່ອກ່ອນ ກໍຄືພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ ໂດຍພາຍໃຕ້ການນໍາພາອັນສະຫລາດສ່ອງໃສ, ຖືກຕ້ອງ ແລະປະດິດສ້າງຂອງພັກກອມມູນິດຫວຽດນາມ, ພິເສດແມ່ນພາຍຫລັງທີ່ພັກກອມມູນິດຫວຽດນາມ ໄດ້ລິເລີ່ມ ແລະນໍາພາ ພາລະກິດປ່ຽນແປງໃໝ່ເປັນເວລາ 35 ປີກວ່າຜ່ານມາ ແລະການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ ເຮັດໃຫ້ຫວຽດນາມມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ເສດຖະກິດມີການພັດທະນາດ້ວຍຈັງຫວະສູງຢ່າງຕໍ່ເນື່ອງ; ບົດບາດ, ອິດທິພົນຂອງ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພຶ້ນ ແລະສາກົນ. ພິເສດໃນໄລຍະມໍ່ໆມານີ້, ພັກ, ລັດຖະບານຫວຽດນາມ ໄດ້ມີຜົນສໍາເລັດທີ່ໂດດເດັ່ນໃນການພັດ ທະນາເສດຖະກິດ-ສັງຄົມ ໃນໄລຍະສະກັດກັ້ນ, ຄວບຄຸມ, ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ໄພທໍາມະຊາດ ທີ່ຮ້າຍແຮງ ເຊິ່ງໄດ້ຮັບການຕີລາຄາສູງຈາກວົງຄະນະຍາດສາກົນ.

ບັນດາຜົນສໍາເລັດດັ່ງກ່າວ, ເປັນການຢືນຢັນອີກເທື່ອໜຶ່ງເຖິງການນໍາພາອັນສະຫລາດສ່ອງໃສ, ຖືກຕ້ອງ ແລະປະດິດສ້າງຂອງພັກກອມມູນິດຫວຽດນາມ ທັງເປັນການສະແດງເຖິງຄວາມເດັດດ່ຽວໜຽວແໜ້ນຂອງພັກ, ລັດ, ຄວາມບາກບັ່ນພະຍາຍາມກ້າວຂຶ້ນດ້ວຍເຫງົ້າພະລັງຄວາມສາມັກຄີເປັນປຶກແຜ່ນຂອງທົ່ວທັງຊາດເພື່ອບັນລຸເປົ້າໝາຍປະເທດຊາດເຂັ້ມແຂງ, ປະຊາຊົນມີຄວາມຜາສຸກ, ປະຊາທິປະໄຕ, ຍຸຕິທໍາ ແລະສີວິໄລ. ບັນດາຜົນສໍາເລັດດັ່ງກ່າວເປັນການໃຫ້ກໍາລັງໃຈອັນແຮງກ້າແກ່ພັກ, ລັດ ແລະປະຊາຊົນລາວບັນດາເຜົ່າໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດຂອງພວກຂ້າພະເຈົ້າ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງນີ້ ຂອງພັກກອມມູນິດຫວຽດນາມ ເປັນເຫດການການເມືອງທີ່ສໍາຄັນຂອງທົ່ວພັກ, ລັດ ແລະປະຊາຊົນຫວຽດນາມ, ເປັນຂີດໝາຍແຫ່ງການພັດທະນາທີ່ເຂັ້ມແຂງຂອງການປະຕິວັດຫວຽດນາມ ໃນໄລຍະໃໝ່ຕາມທິດສາມັກຄີ, ປະຊາທິປະໄຕ, ເດັດດ່ຽວ, ປະດິດສ້າງ, ພັດທະນາດ້ວຍການສືບຕໍ່ເພີ່ມທະວີການກໍ່ສ້າງ, ປັບປຸງພັກ ແລະລະບອບການເມືອງໃຫ້ປອດໃສ, ເຂັ້ມແຂງ; ເສີມຂະຫຍາຍຄວາມມຸ່ງຫວັງໃນການພັດທະນາປະເທດຊາດ, ເສີມຂະຫຍາຍມານະຈິດປະຕິວັດ, ເຫງົ້າພະລັງແຫ່ງມະຫາສາມັກຄີທົ່ວທັງຊາດໄປຄຽງຄູ່ກັບການສົມທົບແໜ້ນກັບກໍາລັງແຮງຂອງຍຸກສະໄໝ; ສືບຕໍ່ຊຸກຍູ້ພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານເປັນລະບົບ; ສ້າງສາ ແລະປົກປັກຮັກສາປະເທດຊາດໃຫ້ໜັກແໜ້ນ; ຮັກສາສະພາບ ແວດລ້ອມສັນຕິພາບ, ສະຖຽນລະພາບ; ສູ້ຊົນເພື່ອໃຫ້ປະເທດກາຍເປັນປະເທດພັດທະນາຕາມທິດສັງຄົມນິຍົມໃນກາງສະຕະວັດທີ 21.

ໃນຖານະເປັນພັກທີ່ເກີດມາຈາກກົກເຄົ້າດຽວກັນ, ເປັນປະເທດຮ່ວມອຸດົມການ ພວກຂ້າພະເຈົ້າ ຂໍຢືນຢັນວ່າ ເຖິງວ່າສະພາບການພາກພື້ນ ແລະໂລກ ຈະມີການຜັນແປໄປແນວໃດກໍ່ຕາມ, ພວກຂ້າພະເຈົ້າຈະສືບຕໍ່ຮ່ວມກັບພັກ, ລັດ ແລະ ປະຊາຊົນຫວຽດນາມ ເພື່ອພ້ອມກັນປົກປັກຮັກສາ, ຖະນຸຖະໜອມ ແລະເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ທີ່​ປະ​ທານ​ໂຮ່​ຈີມິນ​ຜູ້​ຍິ່ງ​ໃຫຍ່, ປະ​ທານໄກ​ສອນ​ ພົມ​ວິ​ຫານ ແລະປະ​ທານ ສຸ​ພາ​ນຸ​ວົງ ໄດ້​ສ້າງ​ຕັ້ງ ແລະຖະ​ນຸ​ຖະ​ໜອມ​ມາ​ເປັນ​ເວ​ລາຫລາຍ​ສິບ​ປີ ແລະໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ ດ້ວຍ​ເລືອດ​ເນື້ອ​ຂອງ​ບັນ​ດາ​ຮຸ່ນ​ການ​ນຳ, ນັກ​​ຮົບປ​ະ​ຕິ​ວັດຂອງ​ປະ​ຊາ​ຊົນ​ສອງ​ຊາດ​ຕ​ະຫລອດ​ມາ​ ເຊິ່ງ​ໄດ້​ກາຍ​ເປັນ​ມໍ​ລະ​ດົກ​ລວມ ​ທີ່​ລ້ຳ​ຄ່າ​ຂອງ​ສອງ​ຊາດ, ເປັນ​ກົດ​ເກນ​ແຫ່ງ​ການ​ຄົງ​ຕົວ ແລະ​ຂະ​ຫຍາຍ​ຕົວ​ຂອງ​ສອງ​ຊາດ, ​ເປັນ​ໜຶ່ງໃນປັດ​ໃຈຕັດສິນໄຊ​ຊ​ະ​ນະ ​ຂອງ​ການ​ປະ​ຕິ​ວັດຢູ່​ແຕ່​ລະ​ປະ​ເທດ​ນັ້ນ ໃຫ້​ນັບ​ມື້​ແຕກດອກ​ອອກ​ຜົນ ແລະມີ​ປະ​ສິດ​ທິ​ຜົນຍິ່ງໆ​ຂຶ້ນ, ປະ​ກອ​ບ​ສ່ວນ​ຢ່າ​ງ​ຕັ້ງ​ໜ້າ​ເພື່ອສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ມິດ​ຕະ​ພາບ ແລະການ​ຮ່ວມ​ມືເພື່ອການ​ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະໃນ​ໂລກ.

ເນື່ອງ​ໃນ​ໂອກ​າດ​ອັນ​ສະ​ຫງ່າ​ລາ​ສີ​ນີ້, ອີກ​ເທື່ອ​ໜຶ່ງ ພວກ​ຂ້າ​ພະ​ເຈົ້າ ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈຢ່າງ​ຈິງ​ໃຈ ແລະຄວາມ​ຮູ້​ບຸນ​ຄຸນຢ່າງ​ເລິກ​ເຊິ່ງ​ຕໍ່​ພັກ, ລັດ ແລະປະ​ຊາ​ຊົນ​ຫວຽດ​ນາມອ້າຍ​ນ້ອງ ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜຸນ ແລະຊ່ວຍ​ເຫລືອຢ່າງ​ໃຫຍ່ຫລວງ, ລ້ຳ​ຄ່າ, ໝົດ​ຈິດ​ໝົດ​ໃຈ, ມີ​ປະ​ສິດ​ທິ​ຜົນ ແລະທັນ​ການ​ແກ່ພັກລັດ ແລະປະ​ຊາ​ຊົນ​ລາວ​ ໃນ​ພາ​ລາ​ກິດຕໍ່​ສູ້​ເພື່ອ​ເອ​ກະ​ລາດແຫ່ງ​ຊາດ​ໃນ​ເມື່ອ​ກ່ອນ ກໍຄື​ໃນ​ພາ​ລະ​ກິດປົກ​ປັກ​ຮັກ​ສາ ແລະສ້າງ​ສາ​ປະ​ເທດ​ຊາດຂອງ​ພ​ວ​ກ​ຂ້າ​ພ​ະ​ເຈົ້າ​ໃນ​ປັດ​ຈຸ​ບັນ.

ຂໍ​ອວ​ຍ​ພອນໃຫ້​ກອງ​ປະ​ຊຸ​ມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ ​ຄັ້ງ​ທີ XIII ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຈົ່ງ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

ພ້ອມນີ້ ຂໍສົ່ງຄໍາອວຍພອນໄຊອັນປະເສີດໃຫ້ແກ່ພັກກອມມູນິດຫວຽດນາມ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 91 ປີໃນມໍ່ໆນີ້.

ອວຍ​ພອນ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະປະ​ຊາ​ຊົນ​ສອງ​ຊາດລາວ-ຫວຽດ​ນາມ ຈົ່ງ​ສວຍ​ສົດ​ງົດ​ງາມ, ໝັ້ນ​ຄົງ​ຂະ​ໜົງ​ແກ່ນຕະຫລອດ​ໄປ.

ໃນໂອກາດດຽວກັນນີ້, ການນໍາຂັ້ນສູງບັນດາຄະນະຂອງສູນກາງພັກ, ກະຊວງ, ຂະແໜງການ, ສູນກາງແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງຂອງ ສປປ ລາວ ກໍ່ໄດ້ສົ່ງໂທລະເລກອວຍພອນກອງ​ປະ​ຊຸ​ມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ ​ຄັ້ງ​ທີ XIII ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ເຖິງຄູ່ຮ່ວມຕໍາແໜ່ງຂອງຫວຽດນາມເຊັ່ນດຽວກັນ.

ຄະນະບ ລ ຫານງານສ ນກາງພ ກປະຊາຊ ນ ປະຕ ວ ດລາວ ສ ງໂທລະເລກອວຍພອນກອງປະຊ ມໃຫຍ ຜ ແທນທ ວປະເທດ ຄ ງທ xiii ຂອງພ ກກອມມ ນ ດຫວຽດນາມ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ຕີລາຄາສູງວຽກງານກະກຽມກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ

ກ່ອນການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບວຽກງານກະກຽມກອງປະຊຸມໃຫຍ່ ແລະບົດບາດຂອງພັກກອມມູນິດຫວຽດນາມ ເພື່ອບັນລຸໄດ້ບັນດາຜົນງານເສດຖະກິດ-ສັງຄົມໃນຊຸມປີຜ່ານມາ. ຕໍ່ໄປນີ້ແມ່ນເນື້ອໃນບົດຕອບສຳພາດ:

ຄະນະບ ລ ຫານງານສ ນກາງພ ກປະຊາຊ ນ ປະຕ ວ ດລາວ ສ ງໂທລະເລກອວຍພອນກອງປະຊ ມໃຫຍ ຜ ແທນທ ວປະເທດ ຄ ງທ xiii ຂອງພ ກກອມມ ນ ດຫວຽດນາມ ບັນດາ ພັກເພື່ອນມິດໃນໂລກ ສົ່ງສານຊົມເຊີຍເຖິງ ກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ

ໃນໂອກາດ ໄຂກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ທີ່ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ 13-15 ມັງກອນ 2021, ຄະນະບໍລິຫານງານສູນກາງພັກ ຂອງບັນດາພັກເພື່ອນມິດ ໃນພາກພື້ນຕ່າງໆຂອງໂລກ ຈຳນວນ 50 ພັກ, 7 ອົງການຈັດຕັ້ງຂອງພັກ ແລະ ລັດ ຫວຽດນາມ ແລະ 1 ສຳພັນຄົນລາວ ຢູ່ຕ່າງປະເທດ ໄດ້ສົ່ງສານຊົມເຊີຍມາຍັງ ຄະນະບໍລິຫານງານ ...

ຄະນະບ ລ ຫານງານສ ນກາງພ ກປະຊາຊ ນ ປະຕ ວ ດລາວ ສ ງໂທລະເລກອວຍພອນກອງປະຊ ມໃຫຍ ຜ ແທນທ ວປະເທດ ຄ ງທ xiii ຂອງພ ກກອມມ ນ ດຫວຽດນາມ ປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ: ສືບຕໍ່ນຳປະເທດຊາດພົ້ນຈາກສະຖານະດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ

ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ ຄັ້ງ​ທີ XI ຂອງ​ພັກ​ປະ­ຊາ­ຊົນ ປະຕິ­ວັດ​ລາວ ໄດ້​ດຳ­ເນີນ​ມາ​ແຕ່​ວັນ​ທີ 13 ຮອດ​ວັນ​ທີ 15 ມັງກອນ 2021 ທີ່​ນະ­ຄອນຫລວງ​ວຽງ​ຈັນ ມາຮອດນີ້ໄດ້ປິດລົງ ຢ່າງສະຫງ່າງາມ. ກອງປະຊຸມໃຫຍ່ຄັ້ງນີ້ ​ແມ່ນ​ກອງ​ປະ­ຊຸມ​ໃຫຍ່ແຫ່ງ​ ຄວາມ​ສາ­ມັກ­ຄີ​ເປັນ ​ເອ­ກະ​ພາບ​ສູງ;​ ແມ່ນ​ກອງ​ປະຊຸມ​ໃຫຍ່​ແຫ່ງ​ໄຊ­ຊະ­ນະ; ​ແມ່ນ​ກອງ​ປະ­ຊຸມ​ໃຫຍ່​ແຫ່ງ ​ການ​ເສີມ​ຂະຫຍາຍ​ ມາ­ນະ​ຈິດ​ປະ­ຕິ­ວັດ; ນີ້​ແມ່ນກອງ​ປະ­ຊຸມ​ໃຫຍ່​ ແຫ່ງ​ຄວາມ​ເຊື່ອ​ໝັ້ນ ​ຕໍ່​ການ​ສືບ­ຕໍ່ນໍາພາປະ­ເທດ​ຊາດ​ກ້າວ​ຂຶ້ນ​​. ທົ່ວ​ພັກ ແລະ ທົ່ວ​ປວງຊົນ​ລາວ ຕ່າງ​ກໍ​ຊື່ນ​ຊົມ​ຍິນ­ດີ ແລະ ຕອບ​ຮັບ​ດ້ວຍ​ບັນ­ຍາ­ກາດ ​ອັນ​ຟົດ­ຟື້ນ ຕໍ່​ຜົນ­ສຳ­ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້.

la.qdnd.vn

ເຫດການ
302 Found

Found

The document has moved here.