ຄວາມເຊື່ອໝັ້ນຕໍ່ບັນດາລັດຖະນະໂຍບາຍຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ

11:52 | 26/01/2021

ນີ້ແມ່ນຂີດໝາຍສຳຄັນໃນວິວັດທະນາການພັດທະນາຂອງພັກ, ຂອງຊາດ ແລະ ປະເທດຫວຽດນາມ, ມີຄວາມໝາຍກຳນົດທິດໃຫ້ແກ່ອະນາຄົດ, ສືບຕໍ່ຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງ, ພັດທະນາຢ່າງຮອບດ້ານ, ຄົບຊຸດ.

ຄວາມເຊ ອໝ ນຕ ບ ນດາລ ດຖະນະໂຍບາຍຂອງກອງປະຊ ມໃຫຍ ຄ ງທ 13 ຂອງພ ກກອມມ ນ ດຫວຽດນາມ ຜົນງານທຸກດ້ານຂອງຫວຽດນາມ ລ້ວນແຕ່ອີງໃສ່ການຊີ້ນໍາ, ນໍາພາຂອງພັກກອມມູນິດຫວຽດນາມ
ຄວາມເຊ ອໝ ນຕ ບ ນດາລ ດຖະນະໂຍບາຍຂອງກອງປະຊ ມໃຫຍ ຄ ງທ 13 ຂອງພ ກກອມມ ນ ດຫວຽດນາມ ຄວາມຫວັງຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ທີ່ສົ່ງເຖິງກອງປະຊຸມໃຫຍ່ຂອງພັກ
ຄວາມເຊ ອໝ ນຕ ບ ນດາລ ດຖະນະໂຍບາຍຂອງກອງປະຊ ມໃຫຍ ຄ ງທ 13 ຂອງພ ກກອມມ ນ ດຫວຽດນາມ
ພາບປະກອບ: TTXVN

ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ດຳເນີນໃນລະຫວ່າງວັນທີ 25 ມັງກອນ - 02 ກຸມພາ, ຢູ່ນະຄອນຫຼວງຮ່າໂນ້ຍ. ນີ້ແມ່ນຂີດໝາຍສຳຄັນໃນວິວັດທະນາການພັດທະນາຂອງພັກ, ຂອງຊາດ ແລະ ປະເທດຫວຽດນາມ, ມີຄວາມໝາຍກຳນົດທິດໃຫ້ແກ່ອະນາຄົດ, ສືບຕໍ່ຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງ, ພັດທະນາຢ່າງຮອບດ້ານ, ຄົບຊຸດ. ຕໍ່ໜ້າເຫດການສຳຄັນຍິ່ງນີ້, ປະຊາຊົນທຸກຖ້ວນໜ້າໄດ້ສະແດງຄວາມໄວ້ເນື້ອເຊື່ອໃຈຕໍ່ບັນດາລັດຖະນະໂຍບາຍເຊິ່ງກອງປະຊຸມໃຫຍ່ຄັ້ງນີ້ຮັບຮອງເອົາ ຈະສ້າງບາດກ້າວບຸກທະລຸ, ນຳພາປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່.

ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ປຶກສາຫາລື ແລະ ຮັບຮອງເອົາ: ບົດລາຍງານການເມືອງ; ບົດລາຍງານສະຫຼຸບການປະຕິບັດຍຸດທະສາດພັດທະນາເສດຖະກິດ-ສັງຄົມໄລຍະ 10 ປີ 2011 – 2020, ສ້າງຍຸດທະສາດໄລຍະ 2021 – 2030; ບົດລາຍງານຕີລາຄາໝາກຜົນການປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ 2016 – 2020 ແລະ ທິດທາງ, ໜ້າທີ່ພັດທະນາເສດຖະກິດສັງຄົມໄລຍະ 5 ປີ 2021 – 2025; ບົດລາຍງານການສຳຫຼວດກວດກາການນຳພາ, ຊີ້ນຳຂອງຄະນະບໍລິຫານງານສູນກາງພັກຊຸດທີ 12. ກອງປະຊຸມໃຫຍ່ກໍ່ຈະເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດທີ 13 ອາຍຸການ 2021 – 2026…

ຄວາມເຊື່ອໝັ້ນຕໍ່ເລື່ອງກອງປະຊຸມໃຫຍ່ຈະຍົກອອກບັນດາລັດຖະນະໂຍບາຍທີ່ຖືກຕ້ອງ, ສ້າງບາດກ້າວບຸກທະລຸ

ຄວາມເຊ ອໝ ນຕ ບ ນດາລ ດຖະນະໂຍບາຍຂອງກອງປະຊ ມໃຫຍ ຄ ງທ 13 ຂອງພ ກກອມມ ນ ດຫວຽດນາມ
ທ່ານ ຫງວຽນວັນມຸ່ຍ, ຢູ່ນະຄອນຫາຍຟ່ອງ

ທ່ານ ຫງວຽນວັນມຸ່ຍ, ຢູ່ນະຄອນຫາຍຟ່ອງ, ຖືວ່າ ໃນອາຍຸການຜ່ານມາ, ພາຍໃຕ້ການນຳພາຂອງພັກ, ຫວຽດນາມ ບັນລຸໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງ: ເສດຖະກິດຂອງປະເທດໄດ້ຮັບການພັດທະນາ, ທີ່ຕັ້ງບົດບາດຂອງຫວຽດນາມ ບົນເວທີສາກົນໄດ້ຮັບການຍົກສູງຂຶ້ນ, ການປ້ອງກັນ ຕ້ານການສໍ້ລາດບັງຫຼວງໄດ້ຮັບການຍູ້ແຮງ, ຊີວິດການເປັນຢູ່ຂອງປະຊາຊົນອີ່ມໜຳສຳລານ, ສົມບູນພູນສຸກກວ່າ… ດ້ວຍບັນດາຜົນງານດັັ່ງກ່າວ, ທ່ານເຊື່ອໝັ້ນວ່າ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຈະວາງອອກບັນດາລັດຖະນະໂຍບາຍທີ່ຖືກຕ້ອງ, ສ້າງບາດກ້າວບຸກທະລຸໃນການພັດທະນາປະເທດຊາດ. ຫວຽດນາມ ຈະກ້າວຂຶ້ນ ແລະ ເຂັ້ມແຂງກວ່າອີກ. ທ່ານນາງ ເວືອງທິເລິບ, ຢູ່ແຂວງ ກາວບັ່ງ, ປາດຖະໜາວ່າ.

“ໃນຊຸມປີຜ່ານມາ, ພໍ່ແມ່ປະຊາຊົນຢູ່ຕາແສງ ໂກບາ ໄດ້ຮັບການລົງທຶນ ແລະ ມີບັນດາລັດຖະນະໂຍບາຍເໝາສົມທີ່ສຸດ. ໃນສະໄໝກອງປະຊຸມໃຫຍ່ຄັ້ງນີ້, ຂ້າພະເຈົ້າເຊື່ອໝັ້ນວ່າ ພັກ, ລັດ ຈະສືບຕໍ່ເອົາໃຈໃສ່, ມີບັນດາລັດຖະນະໂຍບາຍສະເພາະເຂດຊົນເຜົ່າສ່ວນໜ້ອຍ, ຄືຢູ່ຕາແສງ ໂກບາ ເວົ້າສະເພາະ, ແຂວງ ກາວບັ່ງ ເວົ້າລວມ, ເພື່ອໃຫ້ພໍ່ແມ່ປະຊາຊົນໃນບໍລິເວນແຂວງໄດ້ຮັບການພັດທະນາ ແລະ ທຽບເທົ່າກັບເຂດທົ່ງພຽງ”.

ພ້ອມກັບປະຊາຊົນໃນທົ່ວປະເທດ, ພໍ່ແມ່ຊາວເຜົ່າສ່ວນໜ້ອຍ ແລະ ບັນດາຜູ້ເຊື່ອຖືສາສະໜາເຂດທົ່ວພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ມີຄວາມໄວ້ເນື້ອເຊື່ອໃຈວ່າ ກອງປະຊຸມໃຫຍ່ຈະບັນລຸຜົນສຳເລັດຢ່າງຈົບງາມ, ສືບຕໍ່ມີບັນດາລັດຖະນະໂຍບາຍນຳພາປະເທດໃຫ້ພັດທະນາ, ເສດຖະກິດ, ສັງຄົມ, ຊີວິດການເປັນຢູ່, ວັດທະນະທຳຊາວຊົນເຜົ່ານັບມື້ນັບດີຂຶ້ນ. ທ່ານ ຫງວຽນກວາງຈູງ, ຫົວໜ້າຄະນະສາມັກຄີຊາວກາໂຕລິກເມືອງ ນິງກ່ຽວ, ນະຄອນ ເກີ່ນເທີ, ແບ່ງປັນວ່າ.

“ດ້ວຍບັນຍາກາດໃໝ່, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມມຸ່ງຫວັງໃໝ່ທີ່ວ່າ ກອງປະຊຸມໃຫຍ່ຈະຍົກອອກແຜນນະໂຍບາຍ, ຄຳຕັດສິນໃໝ່ທີ່ເໝາະສົມກັບຈິດໃຈຂອງປະຊາຊົນ, ສ້າງບາດກ້າວບຸກທະລຸຢ່າງແຮງກວ່າອີກ ໃນການພັດທະນາເສດຖະກິດຢູ່ໃນໄລຍະໃໝ່. ພວກຂ້າພະເຈົ້າປາດຖະໜາວ່າ, ກອງປະຊຸມໃຫຍ່ຄັ້ງນີ້ຈະມີບັນດາປັດໄຈໃໝ່”.

ພະມະຫາອາຈານ ແທັກ ຊອກສາແນ, ຮອງປະທານສະພາບໍລິຫານງານພຸດທະສາສະໜາຫວຽດນາມ, ປະທານສະມາຄົມສາມັກຄີພະສົງສຳມະເນັນຮັກຊາດແຂວງ ຈ່າວິງ, ໄດ້ຝາກຄວາມໄວ້ເນື້ອເຊື່ອໃຈຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ວ່າ.

“ຂ້າພະເຈົ້າເອງກໍ່ຄືປະຊາຊົນມີຄວາມເຊື່ອໝັ້ນຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຈະສືບຕໍ່ເອົາໃຈໃສ່ເຖິງນະໂຍບາຍຊົນເຜົ່າ, ສືບຕໍ່ສ້າງເງື່ອນໄຂໃຫ້ພະສົງສຳມະເນັນໄດ້ຮ່ຳຮຽນ, ກໍ່ຄືໃນງານບຸນໃນການດຳລົງຊີວິດໃຫ້ຖືກຕ້ອງກັບຮີດຄອງປະເພນີ, ຖືກຕ້ອງກັບວັດທະນະທຳຂອງຊາດ”.

ຄວາມໄວ້ເນື້ອເຊື່ອໃຈຈາກພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ

ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ຮັບຄວາມສົນໃຈຂອງພໍ່ແມ່ຊາວຫວຽດນາມ ອາໄສຢູ່ຫຼາຍປະເທດເປັນຈຳນວນຫຼາຍ. ພໍ່ແມ່ປະຊາຊົນມີຄວາມເຊື່ອໝັ້ນເຂົ້າໃນການນຳພາຂອງພັກ ແລະ ປາດຖະໜາວ່າ, ຜ່ານກອງປະຊຸມໃຫຍ່ຄັ້ງນີ້ ຈະເລືອກເອົາບັນດາຜູ້ທີ່ເໝາະສົມເພື່ອນຳພາປະເທດຊາດ. ທ່ານ ຫງວຽນວັນເຊີນ, ດຳລົງຊີວິດຢູ່ ສ.ເຊັກໂກ, ແບ່ງປັນວ່າ.

“ຂ້າພະເຈົ້າເຫັນວ່າ, ກອງປະຊຸມໃຫຍ່ຄັ້ງນີ້ໄດ້ຮັບການກະກຽມຢ່າງລະອຽດ, ສະມາຊິກພັກຢູ່ຕ່າງປະເທດມີຄວາມພາກພູມໃຈ ກໍຄືປາດຖະໜາວ່າ ກອງປະຊຸມໃຫຍ່ຈະປະສົບຜົນສຳເລັດ ແລະ ຈະເລືອກເອົາຖັນແຖວທີ່ມີຄຸນນະທາດຢ່າງພຽງພໍເພື່ອນຳພາປະເທດຊາດ”.

ທ່ານນາງ ເລທິຕ໊ວຽດມາຍ, ຫົວໜ້າບໍລິສັດ ອຽວໄຊງ່ອນ ຢູ່ອິນໂດເນເຊຍ, ໃຫ້ຮູ້ວ່າ.

“ສື່ມວນຊົນ, ເພື່ອນມິດອິນໂດເນເຊຍ ໄດ້ຄັດສະເໜີຫຼາຍບົດຮຽນ ແລະ ຜົນສຳເລັດຂອງຫວຽດນາມ. ຂ້າພະເຈົ້າເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຂອງພັກກອມມູນິດຈະປະສົບຜົນສຳເລັດ, ການນຳພັກ, ລັດ ຈະສືບຕໍ່ນຳພາປະເທດໃຫ້ນັບມື້ນັບພັດທະນາ, ນັ້ນແມ່ນຄວາມເອກອ້າງທະນົງໃຈລວມຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ”.

ຄວາມຄາດຫວັງຢາກໃຫ້ປະເທດພັດທະນາຈະເລີນຮຸ່ງເຮືອງ, ມີຄວາມຜາສຸກແມ່ນຄວາມປາດຖະໜາຂອງຊາວຫວຽດນາມ ທຸກຖ້ວນໜ້າ. ປະຊາຊົນຢູ່ພາຍໃນປະເທດ ແລະ ຕ່າງປະເທດມີຄວາມເຫັນດີເຫັນພ້ອມຕັ້ງຄວາມໄວ້ເນື້ອເຊື່ອໃຈ ແລະ ມີຄວາມຫວັງຫຼາຍຢ່າງເຂົ້າໃນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ເປັນການສະແດງໃຫ້ເຫັນທີ່ຕັ້ງ, ບົດບາດພິເສດຂອງພັກໃນຈິດໃຈຂອງປະຊາຊົນ. ນີ້ກໍ່ແມ່ນກຳລັງໜູນທາງດ້ານຈິດໃຈເພື່ອໃຫ້ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກປະສົບຜົນສຳເລັດຢ່າງຈົບງາມ, ນຳພາປະເທດໃຫ້ນັບມື້ນັບກ້າວຂຶ້ນ, ພັດທະນາແບບຍືນຍົງ.

ຄວາມເຊ ອໝ ນຕ ບ ນດາລ ດຖະນະໂຍບາຍຂອງກອງປະຊ ມໃຫຍ ຄ ງທ 13 ຂອງພ ກກອມມ ນ ດຫວຽດນາມ ຫວຽດນາມ ແລະ ອິດສະຣາແອນ ເລີ່ມຕົ້ນການເຈລະຈາກ່ຽວກັບການຮ່ວມມືດ້ານແຮງງານ

ຍສໝ - ສອງຝ່າຍໄດ້ເຫັນດີຊຸກຍູ້ການເຄື່ອນໄຫວ ເພື່ອໃຫ້ການເຈລະຈາສຳເລັດໂດຍໄວ ແລະ ເຂົ້າສູ່ການລົງນາມໃນສັນຍາດັ່ງກ່າວໂດຍໄວເທົ່າທີ່ຈະຮອດປີ 2021, ເພື່ອນຳແຮງງານຫວຽດນາມໄປເຮັດວຽກຢູ່ອິດສະຣາເອນ.

ຄວາມເຊ ອໝ ນຕ ບ ນດາລ ດຖະນະໂຍບາຍຂອງກອງປະຊ ມໃຫຍ ຄ ງທ 13 ຂອງພ ກກອມມ ນ ດຫວຽດນາມ ທ່ານເອກອັກຄະລັດຖະທູດອີຣານ ປະຈຳຫວຽດນາມ Ali Akbar Nazari: ປາດຖະໜາຢາກເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານລະຫວ່າງສອງປະເທດ

ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ອີຣານ ໄດ້ມີການພົບປະກັບທ່ານເອກອັກຄະລັດຖະທູດອິດສະລາມອີຣານ ປະຈຳຫວຽດນາມ, ທ່ານ Ali Akbar Nazari.

ຄວາມເຊ ອໝ ນຕ ບ ນດາລ ດຖະນະໂຍບາຍຂອງກອງປະຊ ມໃຫຍ ຄ ງທ 13 ຂອງພ ກກອມມ ນ ດຫວຽດນາມ ສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ສົ່ງສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ

ເນື່ອງໃນໂອກາດທີ່ພັກກອມມູນິດຫວຽດນາມ ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ໄດ້ສົ່ງສານອວຍພອນເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ.

vovworld.vn

ເຫດການ
302 Found

Found

The document has moved here.