ໜັງສືພິມຍີ່ປຸ່ນ ໄດ້ຍ້ອງຍໍບັນດາບາດກ້າວທີ່ໜ້າປະທັບໃຈ ແລະ ຜ່ານຜ່າໂລກລະບາດ ຂອງຫວຽດນາມ

21:04 | 29/03/2021

ຍສໝ - ໜັງສືພິມ Nikkei ຂອງຍີ່ປຸ່ນໃນວັນທີ 20 ມັງກອນ ມີບົດປະເມີນຍ້ອງຍໍບັນດາບາດກ້າວທີ່ໜ້າປະທັບໃຈຂອງຫວຽດນາມ ໃນສະພາບການແຜ່ລະບາດຂອງ COVID-19 ໃນທົ່ວໂລກ.

ໜ ງສ ພ ມຍ ປ ນ ໄດ ຍ ອງຍ ບ ນດາບາດກ າວທ ໜ າປະທ ບໃຈ ແລະ ຜ ານຜ າໂລກລະບາດ ຂອງຫວຽດນາມ ທ່ານເອກອັກຄະລັດຖະທູດຟີລິບປິນ ປະຈຳຫວຽດນາມ: ປາດຖະໜາຢາກຮ່ວມມືກັບ VUFO ຢ່າງໃກ້ຊິດກ່ວາເກົ່າ
ໜ ງສ ພ ມຍ ປ ນ ໄດ ຍ ອງຍ ບ ນດາບາດກ າວທ ໜ າປະທ ບໃຈ ແລະ ຜ ານຜ າໂລກລະບາດ ຂອງຫວຽດນາມ ກອງປະຊຸມໃຫຍ່ຂອງພັກຄັ້ງທີ 13 ແລະ ຄວາມຄາດຫວັງພັດທະນາຂອງຫວຽດນາມ

ອີງຕາມບົດຂຽນ, ປະເທດຫວຽດນາມ ໄດ້ຄວບຄຸມການລະບາດໄດ້ດີ ເຖິງວ່າຈະມີຊາຍແດນຕິດກັບປະເທດຈີນ, ບ່ອນທີ່ເກີດຂຶ້ນເຊື້ອໄວຣັສ SARS-CoV-2.

ບັນດາເຄື່ອນໄຫວເສດຖະກິດ, ການບັນເທີງ ແລະ ທຸກຂະແໜງການທີ່ແຕກຕ່າງກັນຍັງຄົງມີການເຄື່ອນໄຫວເປັນປົກກະຕິ, ເຮັດໃຫ້ຫວຽດນາມກາຍເປັນໜຶ່ງໃນບັນດາປະເທດທີ່ມີລະດັບການເຕີບໂຕສູງທີ່ສຸດໃນປີ 2020, ເຖິງແມ່ນວ່າ ບັນດາປະເທດໃກ້ຄຽງຍັງປະເຊີນ​​ໜ້າກັບສະພາບເສດຖະກິດຖົດຖອຍຍ້ອນໂລກລະບາດ.

ໃນປີ 2020 ແມ່ນປີທີ່ຫວຽດນາມປະຕິບັດ ສັນຍາການຄ້າເສລີ (FTA), ສືບຕໍ່ດຶງດູດນັກລົງທຶນ, ມີສາຍການບິນເພີ່ມຂຶ້ນ ແລະ ຂຶ້ນເປັນອັນດັບທີ 6 (ຈາກອັນດັບທີ 7) ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບເກັບລາຍໄດ້ສະເລ່ຍຕໍ່ຫົວຄົນ.

ໜ ງສ ພ ມຍ ປ ນ ໄດ ຍ ອງຍ ບ ນດາບາດກ າວທ ໜ າປະທ ບໃຈ ແລະ ຜ ານຜ າໂລກລະບາດ ຂອງຫວຽດນາມ
ໜັງສືພິມຍີ່ປຸ່ນ ໄດ້ຍ້ອງຍໍບັນດາບາດກ້າວທີ່ໜ້າປະທັບໃຈ ແລະ ຜ່ານຜ່າໂລກລະບາດ ຂອງຫວຽດນາມ. (ພາບ: baoquocte)

ທ່ານ Don Lam ຜູ້ອຳນວຍການບໍລິຫານ VinaCapital ກ່າວວ່າ: “ເມື່ອການລະບາດຂອງພະຍາດ COVID-19 ເກີດຂື້ນ, ອົງການການຄ້າໂລກ (WTO) ແລະ ອົງການຈັດຕັ້ງອື່ນໆ ໄດ້ຄາດຄະເນການຫຼຸດລົງຂອງການຄ້າໂລກ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີຄວາມສ່ຽງຫຼາຍທີ່ສຸດ ເພາະວ່າການສົ່ງອອກມີບົດບາດສຳຄັນຕໍ່ການເຕີບໂຕຂອງພື້ນຖານເສດຖະກິດຂອງປະເທດຫວຽດນາມ. ແຕ່ວ່າ, ການເປີດອົກເປີດໃຈສຳຫຼັບການຄ້າຂອງຫວຽດນາມພວມມີບົດບາດສຳຄັນໃນການຟື້ນຕົວຂອງພື້ນຖານເສດຖະກິດ, ເຮັດໃຫ້ບັນດາເຄື່ອນໄຫວເສດຖະກິດມີການເຄື່ອນໄຫວເປັນປົກກະຕິ.

ນອກຈາກນັ້ນ, ຍ້ອນຜົນສຳເລັດໃນການປົກປ້ອງສຸຂະພາບສາທາລະນະ, ຫວຽດນາມ ໄດ້ນໍາໃຊ້ໂອກາດທາງເສດຖະກິດໃຫຍ່ທີ່ສຸດໃນຮອບຫລາຍທົດສະວັດ. ໃນປີ 2020, ຫວຽດນາມ ສືບຕໍ່ແມ່ນໜຶ່ງໃນບັນດາປະເທດທີ່ມີລະດັບເຕີບໂຕ GDP ສູງສຸດໃນໂລກ, ໃນລະດັບ 2,9% ແລະ ຄາດວ່າຈະບັນລຸໄດ້ຄາດໝາຍ 6,5% ໃນປີ 2021.

ຄວາມຕ້ອງການການໃຊ້ຈ່າຍພາຍໃນ ແລະ ຕ່າງປະເທດ ໄດ້ຮັບການເພີ່ມຂື້ນ. ຫວຽດນາມຍັງໄດ້ຮັບສ່ວນແບ່ງຕະຫລາດຫຼາຍຂື້ນ ຍ້ອນວ່າບັນດາປະເທດໃກ້ຄຽງໃນພາກພື້ນອາຊີສືບຕໍ່ຖືກຮັບການສະກັດກັ້ນຍ້ອນໂລກລະບາດ. ບັນດານັກລົງທືນກໍ່ຖືວ່າ ຫວຽດນາມແມ່ນໜຶ່ງໃນບັນດາປະເທດທີ່ມີແງ່ຫວັງດີໃນປະຈຸບັນ.

ໃນປີ 2020, ຫວຽດນາມເຂົ້າຮ່ວມ ສັນຍາການຄ້າເສລີ, ຄື: ຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP), ສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ແລະ ສັນຍາການຄ້າເສລີຫວຽດນາມ - ອັງກິດ (UKVFTA).

ອີງຕາມບົດລາຍງານຂອງກອງທຶນການເງິນສາກົນ (IMF) ໃນເດືອນຕຸລາປີ 2020, GDP ສະເລ່ຍຕໍ່ຫົວຄົນຂອງຫວຽດນາມ ໄດ້ລື່ນກາຍຟີລິບປິນ, ແລະ ພິຈາລະນາໂດຍລວມ, GDP ຂອງຫວຽດນາມໄດ້ລື່ນກາຍສິງກະໂປ ແລະ ມາເລເຊຍ, ເຮັດໃຫ້ຫວຽດນາມກາຍເປັນພື້ນຖານເສດຖະກິດໃຫຍ່ທີ 4 ຢູ່ອາຊີຕາເວັນອອກສ່ຽງໃຕ້ເປັນຄັ້ງທຳອິດ.

ໜ ງສ ພ ມຍ ປ ນ ໄດ ຍ ອງຍ ບ ນດາບາດກ າວທ ໜ າປະທ ບໃຈ ແລະ ຜ ານຜ າໂລກລະບາດ ຂອງຫວຽດນາມ ທ່ານເອກອັກຄະລັດຖະທູດຟີລິບປິນ ປະຈຳຫວຽດນາມ: ປາດຖະໜາຢາກຮ່ວມມືກັບ VUFO ຢ່າງໃກ້ຊິດກ່ວາເກົ່າ

ຍສໝ - ເມື່ອບໍ່ດົນມານີ້, ຢູ່ສຳນັກງານໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ຢູ່ຮ່າໂນ້ຍ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟື່ອງງາ - ປະທານ VUFO ໄດ້ຕ້ອນຮັບທ່ານ Meynardo Los Banos Montealegre - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ຟີລິບປິນ ປະຈຳຫວຽດນາມ ເນື່ອງໃນໂອກາດທີ່ໄດ້ຮັບໜ້າທີ່ວຽກງານຢູ່ຫວຽດນາມ.

ໜ ງສ ພ ມຍ ປ ນ ໄດ ຍ ອງຍ ບ ນດາບາດກ າວທ ໜ າປະທ ບໃຈ ແລະ ຜ ານຜ າໂລກລະບາດ ຂອງຫວຽດນາມ ບັນດາວິສາຫະກິດຫວຽດນາມ ຕ້ອງກະກຽມຢ່າງລະອຽດເພື່ອສາມາດນຳໃຊ້ກາລະໂອກາດພັດທະນາຢູ່ຕະຫຼາດອິນເດຍ ຢ່າງສຸດຂີດ

ຍສໝ - ກ່າວຄຳເຫັນ ທີ່ “ເວທີປາໄສການລົງທຶນຫວຽດນາມ - ອິນເດຍ” ທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມແຊັງເຈົາ ໄດ້ເນັ້ກໜັກເຖິງຄວາມສາມາດບົ່ມຊ້ອນບາງຢ່າງຂອງອິນເດຍ ກ່ຽວກັບແຫຼ່ງການເງິນບ້ວງສິນເຊື່ອ ໃນຂະນະປະຈຸບັນມີນັກຄຸ້ມຄອງຊາວອິນເດຍ ຫຼາຍທ່ານໄດ້ນຳພາຫຼາຍກອງທຶນລົງທຶນແຖວໜ້າຂອງໂລກ ແລະ ອິນເດຍ ຫຼາຍທີ່ສຸດ...

ໜ ງສ ພ ມຍ ປ ນ ໄດ ຍ ອງຍ ບ ນດາບາດກ າວທ ໜ າປະທ ບໃຈ ແລະ ຜ ານຜ າໂລກລະບາດ ຂອງຫວຽດນາມ ຜູ້ນຳຫວຽດນາມ ໄດ້ສະແດງຄວາມຊົມເຊີຍປະທານາທິບໍດີ ແລະ ຮອງປະທານາທິບໍດີສະຫະລັດອາເມລິກາ

ຍສໝ - ເນື່ອງໃນໂອກາດທ່ານ Sir Joseph R. Biden Jr. ໄດ້ຮັບຕຳແໜ່ງເປັນປະທານາທິບໍດີສະຫະລັດອາເມລິກາ ຄັ້ງທີ 46, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງສານສະແດງຄວາມຊົມເຊີຍ ແລະ ອວຍພອນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.