ສປປ ລາວ ຈະກາຍເປັນປະເທດ ທີ່ມີລາຍຮັບປານກາງສູງ

17:28 | 18/01/2021

ສປປ ລາວ ຈະກາຍເປັນປະເທດ ທີ່ມີລາຍຮັບປານກາງສູງ ຖ້າຫາກສາມາດຮັກສາລະດັບການເຕີບໂຕ ຂອງເສດຖະກິດ ໃຫ້ຢູ່ໃນລະດັບ 6,5%-7% ໃນໄລຍະປີ 2020-2030 ແລະ ໃນເງື່ອນໄຂການເຕີບໂຕຂອງປະຊາກອນ 1,7% ຕໍ່ປີ, ຈະສາມາດບັນລຸລາຍ ໄດ້ແຫ່ງຊາດ ສະເລ່ຍຕໍ່ຫົວຄົນ 4.000 ໂດລາສະຫະລັດ ຈາກ 2.445 ໂດລາສະຫະລັດ ໃນປີ 2018 (ຕາມວິທີຄິດໄລ່ Atlas). ເຖິງວ່າ ຈະສາມາດບັນລຸໄດ້ກໍຕາມ, ສປປ ລາວ ອາດຈະຍັງຖືກຈັດ ຢູ່ໃນລໍາດັບຕໍ່າສຸດ ຂອງກຸ່ມປະເທດ ທີ່ມີລາຍຮັບປານກາງສູງ ຍ້ອນລາຍຮັບສະເລ່ຍ ຕໍ່ຫົວຄົນຂອງກຸ່ມ ປະເທດດັ່ງກ່າວ ແມ່ນນອນຢູ່ໃນລະຫວ່າງ 3.996 ໂດລາສະຫະລັດ ຫາ 12.375 ໂດລາສະຫະລັດ (ອີງຕາມການຈັດເງື່ອນໄຂ ຂອງທະນາຄານໂລກ ໃນເດືອນກໍລະກົດ 2019).

ສປປ ລາວ ຈະກາຍເປ ນປະເທດ ທ ມ ລາຍຮ ບປານກາງສ ງ ທະນາຄານພັດທະນາອາຊີ ໄດ້ອະນຸມັດເງິນກູ້ມູນຄ່າ 20 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນໃຫ້ ສປປ ລາວ ເພື່ອຕອບໂຕ້ການລະບາດ ພະຍາດ ໂຄວິດ-19
ສປປ ລາວ ຈະກາຍເປ ນປະເທດ ທ ມ ລາຍຮ ບປານກາງສ ງ ພະຍາດ COVID-19 ສົ່ງຜົນກະທົບຕໍ່ລາຍຮັບຂອງຜູ້ປະກອບການ ຢູ່ ລາວ
ສປປ ລາວ ຈະກາຍເປ ນປະເທດ ທ ມ ລາຍຮ ບປານກາງສ ງ
ພາບປະກອບ

ສະຫາຍ ທອງລຸນ ສີລຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ລາຍງານແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ໃນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ວ່າ: ການເຕີບໂຕຂອງ ສປປ ລາວ ຈະມີຄວາມຍືນຍົງ ໜ້ອຍຫລາຍຊໍ່າໃດ ແມ່ນຂຶ້ນກັບການປ່ຽນແປງດ້ານໂຄງສ້າງເສດຖະກິດ ທີ່ຕິດພັນກັບຄວາມຫລາກຫລາຍ ຂອງແຫລ່ງການຜະລິດ ແລະ ການຄ້າ ແລະ ຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ຢ່າງຕັ້ງໜ້າ ແລະ ມີປະສິດທິຜົນສູງ. ຍຸດທະສາດການເຕີບໂຕ ສີຂຽວແຫ່ງຊາດ ສປປ ລາວ ຮອດປີ 2030 ເປັນເຄື່ອງມືຕົ້ນຕໍ ເພື່ອຮັບປະກັນເປົ້າໝາຍ ການພັດທະນາ ເສດຖະກິດ-ສັງຄົມ ໄລຍະຍາວ ໂດຍສະເພາະການຫລຸດພົ້ນ ອອກຈາກສະ ຖານະພາບ ປະເທດດ້ອຍພັດທະນາ, ເປັນປະເທດກໍາລັງພັດທະນາ ທີ່ມີລາຍຮັບປານກາງສູງ ແລະ ການບັນລຸເປົ້າໝາຍການ ພັດທະນາ ແບບຍືນຍົງ (SDGs) ໃນປີ 2030 ຕາມທິດສີຂຽວ ແລະ ຍືນຍົງ ໂດຍການປະກອບສ່ວນເຂົ້າ ໃນການຊຸກຍູ້ການຂະຫຍາຍຕົວຂອງເສດຖະ ກິດ, ປັບປຸງຊີວິດ ການເປັນຢູ່ ຂອງປະຊາຊົນໃນຕົວເມືອງ ແລະ ຊົນນະບົດໃຫ້ດີຂຶ້ນ, ສ້າງວຽກເຮັດງານທໍາ ແລະ ກິດຈະກໍາສ້າງລາຍໄດ້ ໃຫ້ແກ່ປະຊາຊົນ; ການຍົກສູງປະສິດທິພາບ, ປະສິດທິຜົນ ແລະ ຄວາມຍືນຍົງຂອງ ການນໍາໃຊ້ຊັບພະຍາກອນ ທໍາມະຊາດທີ່ມີຢູ່ ຢ່າງຈໍາກັດຂອງ ປະເທດ ໃຫ້ເກີດຜົນປະໂຫຍດສູງສຸດ ໂດຍສະເພາະແມ່ນ ຊັບພະຍາກອນປ່າໄມ້, ທີ່ດິນ, ບໍ່ແຮ່, ຊັບພະຍາກອນນໍ້າ, ແຫລ່ງນໍ້າ, ຊີວະນາໆພັນ ແລະ ອື່ນໆ.

ສະຫາຍ ທອງລຸນ ສີລຸລິດ ຍັງໃຫ້ຮູ້ຕື່ມວ່າ: ການຫລຸດຜ່ອນຄວາມສ່ຽງ ແລະ ຄວາມບອບບາງເສດຖະກິດຂອງປະເທດ ຕໍ່ໄພພິບັດທາງ ທໍາມະຊາດ ແລະ ການເໜັງຕີງຂອງ ສະພາບເສດຖະກິດໂລກ ທີ່ຈະນັບມື້ນັບຮຸນແຮງຂຶ້ນ ແລະ ຄາດຄະເນລ່ວງໜ້າໄດ້ຍາກ; ການຫລຸດຜ່ອນ ຫລື ຈໍາກັດການເພີ່ມຂຶ້ນ ຂອງການສ້າງມົນລະພິດ, ຄວາມເປິະເປື້ອນ, ສິ່ງເສດເຫລືອ ແລະ ການປ່ອຍອາດພິດເຮືອນແກ້ວ ທີ່ເປັນສາເຫດຕົ້ນຕໍ ຂອງການປ່ຽນແປງສະພາບ ດິນຟ້າອາກາດ, ໄພພິບັດທໍາມະຊາດ ແລະ ພະຍາດຫລາຍຊະນິດ ແມ່ນຍຸດທະສາດ ການເຕີບໂຕສີຂຽວແຫ່ງຊາດ ສປປ ລາວ.

ສປປ ລາວ ຈະກາຍເປ ນປະເທດ ທ ມ ລາຍຮ ບປານກາງສ ງ ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ມີການສົນທະນາທາງໂທລະສັບກັບທ່ານ ທອງລຸນ ສີສຸລິດເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ

ຍສໝ - ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຊົມເຊີຍພັກປະຊາຊົນ ປະຕິວັດລາວ ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ XI ສໍາເລັດຜົນ ແລະ ຊົມເຊີຍທ່ານ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI.

ສປປ ລາວ ຈະກາຍເປ ນປະເທດ ທ ມ ລາຍຮ ບປານກາງສ ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ສສ.ຫວຽດນາມຕີລາຄາສູງຕໍ່ຜົນງານອັນໃຫຍ່ຫຼວງທີ່ກະຊວງແຜນການ ແລະ ການລົງທຶນ ຫວຽດນາມຍາດມາໄດ້ໃນໄລຍະຜ່ານມາ

ຍສໝ - ຫວ່າງແລ້ວນີ້, ທີ່ ກະຊວງແຜນການ ແລະ ການລົງທຶນຫວຽດນາມນະຄອນຫຼວງຮ່າໂນ້ຍ ສສ.ຫວຽດນາມ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຫງວຽນຈີຢູ້ງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສສ ...

ສປປ ລາວ ຈະກາຍເປ ນປະເທດ ທ ມ ລາຍຮ ບປານກາງສ ງ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ສົ່ງສານ ແລະກະເຊົ້າດອກໄມ້ຊົມເຊີຍ ທ່ານ ທອງລຸນ ສີສຸລິດ

ຍສໝ - ໃນວັນທີ 15 ມັງກອນ 2021, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ສປປ.ລາວ ໃນວາລະດຳເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ປະຊາຊົນປະຕິວັດລາວ ທ່ານ ປອ ບຸນທອງ ຈິດມະນີ ຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ ໄດ້ແຈ້ງຜົນການເລືອກຕັ້ງ ຄະນະບໍລິຫານ ງານສູນກາງພັກ ແລະ ຜົນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ໂດຍໄດ້ເລືອກຕັ້ງ ທ່ານ ປອ ທອງລຸນ ...

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.