ຫວຽດນາມ ຍົກສູງຄວາມສຳຄັນຕໍ່ການປົກປ້ອງປະຊາຊົນ ແລະ ການແກ້ໄຂສິ່ງທ້າທາຍຕ່າງໆໃນປະເທດມາລີ

09:45 | 16/01/2021

ຍສໝ - ໃນວັນທີ 13 ມັງກອນ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດຕັ້ງກອງປະຊຸມຖ່າຍທອດສົດ  ເພື່ອປຶກສາຫາລືກ່ຽວກັບສະຖານະການຂອງປະເທດມາລີ ແລະ ຄວາມບໍ່ສະຫງົບພາຍຫຼັງການເລືອກຕັ້ງໃນສາທາລະນະລັດອາຟຣິກາກາງ.

ກອງປະຊຸມສຳມະນາ "ຮັບປະກັນສິດຂອງແຮງງານອົບພະຍົບຫວຽດນາມ": ແກ້ໄຂ 5 ບັນຫາຈຸດໜັກ
IMF ຍ້ອງຍໍຜົນງານຂອງຫວຽດນາມ ໃນການປ້ອງກັນ ແລະ ຕ້ານການລະບາດຂອງ COVID-19

ໃນກອງປະຊຸມຂອງສະພາຄວາມໝັ້ນຄົງ, ທ່ານ Mahamat Saleh Annadif - ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ສະຫະປະຊາຊາດ ກ່ຽວກັບປະເທດມາລີ (SRSG) ແລະ ທ່ານ Jean-Pierre Lacroix - ຮອງເລຂາທິການໃຫຍ່ຝ່າຍປະຕິບັດງານເພື່ອສັນຕິພາບ ໄດ້ລາຍງານການປັບປຸງສະພາບການໃນກອງປະຊຸມ. ຜູ້ຕາງໜ້າຝ່າຍຫວຽດນາມ ໄດ້ກ່າວເຖິງການປົກປ້ອງພົນລະເຮືອນ, ໂດຍສະເພາະແມ່ນແມ່ຍິງ ແລະ ເດັກນ້ອຍ, ແລະ ຮຽກຮ້ອງໃຫ້ມີວິທີປະຊິດເຂົ້າ ແລະ ຮອບດ້ານເພື່ອແກ້ໄຂສິ່ງທ້າທາຍດ້ານການພັດທະນາດ້ານຄວາມໝັ້ນຄົງ, ມະນຸດສະທຳ ແລະ ສັງຄົມໃນປະເທດມາລີ.

ຫວຽດນາມ ຍົກສູງຄວາມສຳຄັນຕໍ່ການປົກປ້ອງປະຊາຊົນ ແລະ ການແກ້ໄຂສິ່ງທ້າທາຍຕ່າງໆໃນປະເທດມາລີ
ຫວຽດນາມ ຍົກສູງຄວາມສຳຄັນຕໍ່ການປົກປ້ອງປະຊາຊົນ ແລະ ປະຊິດເຂົ້າການແກ້ໄຂສິ່ງທ້າທາຍຕ່າງໆໃນປະເທດມາລີ. (ພາບປະກອບ: baoquocte)

ທ່ານ Mahamat Saleh Annadif ໄດ້ກ່າວວ່າສະຖານະການຄວາມໝັ້ນຄົງໃນປະເທດມາລີ ກຳລັງຮ້າຍແຮງຂື້ນ ຍ້ອນກິດຈະກຳກໍ່ການຮ້າຍທີ່ເພີ່ມຂື້ນ ເຮັດໃຫ້ລົດໜ້ອຍຖອຍລົງ, ສະຖານະການດ້ານມະນຸດສະທຳ ແລະ ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານເຊິ່ງມີຄວາມວິຕົກກັງວົນຫຼາຍ. ຕໍ່ກັບສິ່ງຫຍໍ້ທໍ້ດັ່ງກ່າວ, ຄະນະຜູ້ແທນສະຫະປະຊາຊາດຢູ່ປະເທດມາລີ (MINUSMA) ຍັງປະຕິບັດໄດ້ດີ ໃນການສະ ໜັບສະໜູນວຽກງານຂອງປະເທດມາລີ, ເຊັ່ນ: ການສົ່ງເສີມຄວາມປອງດອງກັນລະຫວ່າງຊາດ, ການສະກັດກັ້ນການຂັດແຍ້ງ, ພ້ອມທັງການສົນທະນາລະຫວ່າງຊຸມຊົນ ແລະ ການສະໜັບສະໜູນກອງ ກຳ ລັງ G5 Sahel ໃນການຕ້ານການກໍ່ການຮ້າຍ.

ທີ່ກອງປະຊຸມ, ທ່ານອຸປະທູດຊົ່ວຄາວຂອງຫວຽດນາມທີ່ສະຫະປະຊາຊາດ ຟ້າມຫາຍແອັງ ໄດ້ສະແດງຄວາມຍິນດີຕໍ່ຄວາມພະຍາຍາມ ແລະ ຄວາມກ້າວໜ້າຂອງທຸກໆຝ່າຍ ໃນການຈັດຕັ້ງປະຕິບັດແຜນທີ່ການຫັນປ່ຽນ ແລະ ຮຽກຮ້ອງໃຫ້ບັນດາຝ່າຍຕ່າງໆສືບຕໍ່ຈັດຕັ້ງປະຕິບັດແຜນການດັ່ງກ່າວນີ້ ຕາມການສະເໜີຂອງຜູ້ຕາງໜ້າພິເສດ Mahamat Saleh Annadif.

ຜູ້ຕາງໜ້າຂອງຫວຽດນາມ ກໍ່ສະແດງຄວາມວິຕົກກັງວົນຕໍ່ສະພາບການຄວາມໝັ້ນຄົງ ແລະ ມະນຸດສະທຳທີ່ມາລີ, ກ່າວປະນາມການໂຈມຕີຕໍ່ພົນລະເຮືອນ ແລະ ຮຽກຮ້ອງໃຫ້ບັນດາຝ່າຍຕ່າງໆ ຕ້ອງການປະຕິບັດກົດໝາຍມະນຸດສະທຳສາກົນຢ່າງເຂັ້ມງວດ, ບໍ່ໃຫ້ກີດຂວາງກິດຈະກຳມະນຸດສະທຳ.

IMF ຍ້ອງຍໍຜົນງານຂອງຫວຽດນາມ ໃນການປ້ອງກັນ ແລະ ຕ້ານການລະບາດຂອງ COVID-19

ຍສໝ - ບັນດາເຈົ້າໜ້າທີ່ຂອງອົງການ IMF ກ່າວເນັ້ນວ່າ ປະສົບການຕ້ານການລະບາດຂອງຫວຽດນາມ ສາມາດນຳໃຊ້ໄດ້ໃນບັນດາປະເທດທີ່ມີລາຍໄດ້ຕ່ຳ ເຊິ່ງພຽງແຕ່ອີງໃສ່ການສັກຢາວັກຊີນເທົ່ານັ້ນ.

ຫວຽດນາມສະແດງຄວາມເດັດດ່ຽວ, ຢຶດໝັ້ນໃນການຕໍ່ສູ້ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ ເກາະຢ່າງໝັ້ນຄົງ

ຍສໝ - ຫວ່າງແລ້ວນີ້, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2020, ທິດທາງ, ໜ້າທີ່ປີ 2021.

ຫວຽດນາມ ໄດ້ຮຽກຮ້ອງຊຸກຍູ້ການເຈລະຈາໂດຍສັນຕິພາບ ແລະ ຟື້ນຟູສະຖຽນລະພາບຢູ່ປະເທດມາລີ

ຍສໝ - ວັນທີ 20 ສິງຫາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍກ່ຽວກັບສະພາບການທີ່ສັບສົນ ຂອງປະເທດມາລີໃນໄລຍະບໍ່ດົນມານີ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.